ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ການຈະໄປທ່ຽວຫຼວງພະບາງຕ້ອງໄປເບິ່ງຫຍັງແດ່ ແລະ ເຮັດຫຍັງແດ່...ໃຜກະໄດ້ຕອບໃຫ້ແດ່ເດີ້ຂໍຮ້ອງ

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
1. ແຫຼ່ງທ່ອງທ່ຽວທີ່ນິຍົມມີບ່ອນໃດແດ່ ແລະ ທີ່ພັກຈະພັກຢູ່ໃສລະຄາທໍ່ໃດຕໍ່1ຄືນ
2. ຮ້ານອາຫານທີ່ຢູ່ໃກ້ທີ່ພັກຊື່ຮ້ານໃດ
3. ກິດຈະກຳມີຫຍັງໃຫ້ເຮັດແດ່ຢູ່ບ່ອນທ່ຽວນັ້ນ
4. ຈຸດພິເສດຂອງແຫຼ່ງທ່ອງທ່ຽວ
5. ທີ່ຕັ້ງ
6. ຄວາມເປັນມາບ່ອນທ່ຽວນັ້ນ
7. ເສັ້ນທາງການເຂົ້າເຖິງ

-----------------------TARO--------------------

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທາດພູສີແລະວັດຖ້ຳຕິ່ງ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
ທາດພູສີແລະວັດຖ້ຳຕິ່ງ


ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໕໓ ກະທູ້
໗໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kyTaro ຂຽນວ່າ...
1. ແຫຼ່ງທ່ອງທ່ຽວທີ່ນິຍົມມີບ່ອນໃດແດ່ ແລະ ທີ່ພັກຈະພັກຢູ່ໃສລະຄາທໍ່ໃດຕໍ່1ຄືນ
2. ຮ້ານອາຫານທີ່ຢູ່ໃກ້ທີ່ພັກຊື່ຮ້ານໃດ
3. ກິດຈະກຳມີຫຍັງໃຫ້ເຮັດແດ່ຢູ່ບ່ອນທ່ຽວນັ້ນ
4. ຈຸດພິເສດຂອງແຫຼ່ງທ່ອງທ່ຽວ
5. ທີ່ຕັ້ງ
6. ຄວາມເປັນມາບ່ອນທ່ຽວນັ້ນ
7. ເສັ້ນທາງການເຂົ້າເຖິງ



ຄັນຊິໃຫ້ຂ້ອຍຕອບທັງໝົດ 7 ຂໍ້, ຂໍແນະນຳໃຫ້ຂ້ອຍໄປນຳເລີຍ ຈະໄດ້ອະທິບາຍໃຫ້ລະອຽດ.... ຮະະຮະຮະ

ນົກບໍ່ມີຂົນ, ຄົນບໍ່ມີປັນຍາ.... ບໍ່ອາດບິນຂຶ້ນທີ່ສູງໄດ້
ກອງທຶນເພື່ອການສຶກສາຂອງໄວໜຸ່ມລາວ

໑ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ໄປດາວຟ້າ ຫ້າ ຫ້າ ຫ້າ

ຮັກດີ ກີນຖົ່ວ ຮັກຊົ່ວ ກີນເຫລົ້າ ຮັກດີຮັກຊົ່ວ ກີນຖົ່ວແກ້ມເຫລົ້າ

໑ ກະທູ້
໒໔໐ ໂພສ
ນັກການກະທູ້
ທາດພູສີແລະວັດຖ້ຳຕິ່ງ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາດກວງຊີ
ຕາດແສ້
ເລາະເມືອງ
ຂຶ້ນພູສີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kyTaro ຂຽນວ່າ...
1. ແຫຼ່ງທ່ອງທ່ຽວທີ່ນິຍົມມີບ່ອນໃດແດ່ ແລະ ທີ່ພັກຈະພັກຢູ່ໃສລະຄາທໍ່ໃດຕໍ່1ຄືນ
2. ຮ້ານອາຫານທີ່ຢູ່ໃກ້ທີ່ພັກຊື່ຮ້ານໃດ
3. ກິດຈະກຳມີຫຍັງໃຫ້ເຮັດແດ່ຢູ່ບ່ອນທ່ຽວນັ້ນ
4. ຈຸດພິເສດຂອງແຫຼ່ງທ່ອງທ່ຽວ
5. ທີ່ຕັ້ງ
6. ຄວາມເປັນມາບ່ອນທ່ຽວນັ້ນ
7. ເສັ້ນທາງການເຂົ້າເຖິງ


1.ແຫຼ່ງທ່ອງທ່ຽວມີ ຖ້ຳໄພລາວັນ(ຕິ່ງ), ພູສີ, ຕາດກວາງຊີ, ຕາດແສ້, ວັດວາອາຮາມທົ່ວເມືອງຫຼວງ....
(ແນະນຳ ໄປນຳໝູ່ຫຼວງພະບາງຈະດີ ເພາະເຂົາເຈົ້າຮູ້ບ່ອນທີ່ຈະໄປຕາມລະດູການ)
2. ເຈົ້າຊິໄປພັກຢູ່ໃສລະ? ເຮືອນພັກພ້ອມຮ້ານອາຫານກະມີ. ເຮືອນພັກລ້າໆກະມີ
(ແນະນຳມານຳໝູ່ຄົນຫຼວງພະບາງ ໄປນອນເຮືອນເຂົາມ ກິນເຂົ້ານຳເຂົາ...ຈະໄດ້ປະຢັດເງິນ(ຂີ້ງົກ5555+)
3.ຈະມີຕາມບຸນ ຮີດສິບສອງຄອງສິບສີ່....
(ແນະນຳ ເບິ່ງປະຕິທິນຕາມຊ່ວງເວລາ)
4.ຈຸດພິເສດ ກະມີຫຼາຍໆອັນ ບໍ່ຮູ້ວ່າເຈົ້າຊິຢາກຮູ້ເລື່ອງໃດ
(ແນະນຳ ໄປຊອກຊື້ປຶ້ມ ມາອ່ານກ່ອນຈະທ່ຽວ)
5. ທີ່ຕັ້ງຫຍັງລະ (ງົງ)
(ແນະນຳ ຢາກຮູ້ທີ່ຕັ້ງຫຍັງ?)
6. ໄປຊື້ປຶ້ມທີ່ກ່ຽວຂ້ອງກັບເມືອງຫຼວງມາອ່ານມາອ່ານກ່ອນເດີ
(ແນະນຳ ຊິໃຫ້ຂ້ອຍຂຽນຢູ່ໃນນີ້ໝົດມັນຊິຍາວ)
7. ເສັ້ນທາງ....... ຍົນ, ລົດເມ, ລົດສ່ວນຕົວ, ເຮືອ, ລົດໄຟ (ອີກ10ປີເດີ)
ຂໍ້ມູນເດີ http://wikitravel.org/en/Luang_Prabang

ຂ້ອຍແມ່ນ ”ລາວ“

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ່ອນທ່ອງທ່ຽວບໍ່ຄ່ອຍຮູ້ເດີ່ ຮູ້ແຕ່ຮ້ານເບຍກັບເທັກ ອິອິ

ຮັກນ້ອງຕອນເມົາ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສັງແລ້ວຊິໄປທ່ຽວປາກເຊ ເມມືອງງາມແຫ່ງແດນຈຳປາ
ຮາຮາ ຖ້າຫຼວງພະບາງຊິໄປດາວຟ້າ ເຫັນວ່າຄັກດີ


໔ ກະທູ້
໘໒ ໂພສ
ຂາປະຈຳເວັບບອດ
ສິໄປຫຼິ້ນຫຼວງພະບາງສິແນະນຳໜ້ອຍໜື່ງເດີ ໄປຖ້ຳຕິງ , ຕາດກວາງຊີ, ຕາດແສ້, ໄປຂື້ນພູສີ, ແລະ ແລ້ວກໍ່ໄປເລາະຕະຫຼາດຈີນ , ຕະຫຼາດພູສີ, ຕະຫຼາດາລາ, ແລ້ວກໍໄປເລາະຕະຫຼາດມືດ ພໍແລ້ວເດີອິອິອິອິ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປ ວຽງຄຳ, ສະຕາຣ໋ເບຍ, ດາວຟ້າ,ສີ່ສະຕາຣ໋

ຮັກນ້ອງຕອນເມົາ

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຂ້ານ້ອຍຂອບໃຈຫຼາຍເດີ

-----------------------TARO--------------------

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປຄືກັນເລີຍມາຂໍລັກເບີ່ງ


໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ມີຫຼາຍບ່ອນມາເດີຊີພາໄປ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຢາກຮູ້ຄືກັນ ບໍ່ເຄີຍໄປຈັກເທື່ອ


M99NOY

໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ນອນແຖວຕະຫຼາດມຶດຫັນໂລດສະດວກດີ ລາຄາກະບໍ່ແພງປານໃດດອກ ຫຼື ມັກຍ່າງແນກະແຖວສະໜາມກິລາ ຄິວລົດຫັນໄກ້ກັບເທັກດາວຟ້າຫັນ ຄືນ 70 - 80 ພັນນີ້ລະ ຂໍໃຫ້ມ່ວນເນີ