ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 1

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ໃນວັນທີ 11-12 ທັນວາ 2010 ທີ່ຜ່ານມານີ້ ຂ້າພະເຈົ້າໄດ້ມີໂອກາດໄປເຂ້າຮ່ວມ FAM TRIP ສຳຫຼວດແຫ່ຼງທ່ອງທ່ຽວ ວົງຈອນເມືອງຈຳພອນ ແລະເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະກໍ່ໄດ້ເກັບຮູບພາບມາຝາກທາງ PUNLAO ຂອງພວກເຮົາ.

ສຳລັບລາຍການລົງສຳຫຼວດເທື່ອນີ້ແມ່ນແນ່ໃສ່ເພື່ອເປີດຂາຍບັດທ່ອງທ່ຽວໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວ ແຂວງສະຫວັນນະເຂດ ແລະທັງເປັນການສົ່ງເສີມ ທາງດ້ານເສດຖະກິດ ແລະກະຈາຍລາຍໄດ້ໃຫ້ແກ່ຊຸມຊົນທ້ອງຖິ່ນ ໂດຍການຜ່ານວຽກງານທ່ອງທ່ຽວ

ມື້ທຳອິດຂອງການສຳຫຼວດ ຂ້າພະເຈົ້າພ້ອມດ້ວຍເພື່ອນຮ່ວມງານທີ່ເດີນທາງແຕ່ ນະຄອນຫຼວງວຽງຈັນ ແລະພະນັກງານພະແນກທ່ອງທ່ຽວແຂວງ ແຂວງສະຫວັນນະເຂດ 10 ກວ່າຊີວິດ ແມ່ນໄດ້ໄປສຳຫຼວດ ເມືອງໄຊຍະພູມ ກ່ອນ ໂດຍມີຈຸດໝາຍປາຍທາງຄື 1. ເຮືອນຫີນ, 2. ບ້ານເຮືອນຫີນ, 3. ລ່ອງເຮືອ, 4. ບ້ານໂພ່ນທາດ ແລະ 5. ພະທາດໂພ່ນ

ການເດີນທາງອອກຈາກເທສະບານແຂວງ ແຂວງ ສະຫວັນນະເຂດ ໄປຫາເມືອງໄຊພູທອງ ແມ່ນໃຊ້ເສັ້ນທາງ ຖະໜົນແຄມຂອງໄລຍະທາງປະມານ 52km ຕາມເສັ້ນທາງພະແນກທ່ອງທ່ຽວເພິ່ນໄດ້ມີປ້າຍບອກທາງໄວ້ໂດຍບໍ່ຕ້ອງຫ່ວງວ່າຈະຫຼົງທາງ.

ຖ້າຫາກວ່າແມ່ນໄດ້ມາໃນໄລຍະ ປາຍຝົນ-ຕົ້ນໜາວ ຫຼືເວົ້າງ່າຍໆກໍແມ່ນມາໃນໄລຍະທີ່ປະຊາຊົນກຳລັງເກັບກ່ຽວເຂົ້າ ແມ່ນຈະໄດ້ພາບບັນຍາກາດທີ່ງາມກວ່ານີ້ ເສຍດາຍທີ່ທາງພະແນກທ່ອງທ່ຽວເພີ່ນຈັດໃນຕອນທີ່ປະຊາຊົນເກັບກ່ຽວເປັນທີ່ຮຽບຮ້ອຍແລ້ວ


ຮູບເສັ້ນທາງໄປ ເມືອງໄຊພູທອງ


ຮູບເຮືອນຫີນ ພາສາອັງກິດເວົ້າວ່າ Stone House
http://image.ohozaa.com/show.php?id=c93db4362e5e2ec207abafad0fe90065

ເຮືອນຫີນໃນພາສາລາວຕາມຄວາມເປັນຈິງຄືບ້ານຫີນເຊື່ອກັນວ່າເປັນໜຶ່ງໃນ 121 ສະຖານທີ່ພັກຟື້ນສຳລັບຄົນເຈັບ ແລະຜູ້ເຖົ້າຜູ້ແກ່ ທີ່ຖືກສ້າງຂື້ນໂດຍເຈົ້າຊາຍ ໄຊວໍລະມັນ ທີ 7 ໂດຍຕັ້ງຍາຍຕາມຖະໜົນທຸກໆມູມຂອງອານາຈັກຂອມ ດັ່ງນັ້ນຈຶ່ງມີຮູບແບບຄ້າຍຄືກັນກັບວັດພູ ຈຳປາສັກ ແລະວັດປີໃໝ່ໃນປະເທດໄທ, ບ້ານເຮືອນຫີນຕັ້ງຢູ່ບໍລິເວນແຄມນ້ຳຂອງ ເຈົ້າສາມາດຈິນຕະນາການ ເຖິງສະໄໝທີ່ພວກຂອມເດີນທາງຂິຶ້ນ ແລະລົງ ໃນແມ່ນ້ຳຂອງ. ບຸນປະເພນີ ປະຈຳປີ ແມ່ນຈັດຂຶ້ນໃນວັນ 15 ຄ່ຳ ເດືອນສີ່ເພັງ


ຮູບເອກະລັກ ສີລະປະ ສະໄໝຂອມ


ດອກໄມ້ທູບທຽນທີ່ນຳມານະມັດສະການເຮືອນຫີນ ຂອງນັກທ່ອງທ່ຽວ


ຕົ້ນລານ ( ໃບລານ ທີ່ນຳໄປໃຊ້ຂຽນໜັງສືໃບລານ ) ມີອາຍຸຫຼາຍຮ້ອຍປີແລ້ວ ແລະກໍ່ກຳລັງຈະໝົດອາຍຸໄຂ ເພາະຖ້າຫາກວ່າຕົ້ນລານຫາກໄດ້ມີໝາກແລ້ວ ແມ່ນໝາຍຄວາມວ່າຕົ້ນນັ້ນໄກ້ຈະຕາຍ

ພວກເຮົາໃຊ້ເວລາໃນການເດີນທາງຂ້ອນຂ້າງຊ້າ ພໍມາຮອດເຮືອນຫີນ ແລະທ່ຽວຊົມເຮືອນຫີນ ເປັນທີ່ຮຽບຮ້ອຍ ກໍເຖິງເວລາອາຫານທ່ຽງແຕ່ຂໍອະນຸຍາດບໍ່ນຳສະເໜີ

[size=14pt]ຫຼັງຈາກພັກກິນເຂົ້າທ່ຽງແລ້ວ ພວກເຮົາກໍ່ໄດ້ຍາມທ່ຽວຊົມ ວິຖີຊີວິດຂອງຊາວບ້ານ ບ້ານເຮືອນຫີນ


ໝາກກະພຸກ


http://image.ohozaa.com/show.php?id=887350e80706a6cec9938adce94d11be
ແມງຊ້າງ


ຂົວຂ້າມນ້ຳ ໄປຫາວັດ ບ້ານເຮືອນຫີນ


ແຫ ເຄື່ອງມືຫາປາຂອງປະຊາຊົນ ບ້ານເຮືອນຫີນ


ເດັກນ້ອຍ ພອມຮຽນໜັງສື ກະເລີຍລັກຖ່າຍເອົາ


ເຮືອ ແຕ່ຍັງບໍ່ພ້ອມທີ່ຈະລົງແມ່ນ້ຳ

ຫັຼງຈາກທ່ຽວຊົມບ້ານແລ້ວ ພວກເຮົາກໍ່ລົງລ່ອງເຮືອຕໍ່ເລີຍ


ເຮືອກຳລັງອອກເດີນທາງ ເພື່ອໄປທ່ຽວຊົມດອນໝາວໍ້




ທິວທັດສະນີຍະພາບ ຕາມແຄມແມ່ນ້ຳຂອງ




ເພື່ອນນັກຂ່າວ ທີ່ໃຫ້ຄວາມສົນໃຈຢ່າງຈິງຈັງ ໃນການລ່ອງເຮືອ

ຕິດຕາມຕໍ່ ພາກ 2


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມ


໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ບ້ານຂ້ອຍຕົວະນີ້

e+1=0

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖິ່ນນີ້ໄປມາແລ້ວ....ແລະຈະໄປຕໍ່ອີກຄັ້ງໜ້າ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໓ ກະທູ້
໓໓໕ ໂພສ
ຊຳນານການເວັບບອດ
ngam nor...

ຄົນລາວຄົນມີນ້ຳໃຈ