ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 11 ທັນວາ 2010. ມື້ທີ 1 ຕອນທີ 2

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ອອກຈາກ ບ້ານເຮືອນຫີນ ກັບອອກມາຫາຫ້ອງວ່າການເມືອງ ເມືອງໄຊພູທອງ ປະມານ 17km, ແລະຈາກຫ້ອງວ່າການເມືອງ ເມືອງໄຊພູທອງ ໄປຫາພະທາດໂພ່ນ ປະມານ 11km. ຕາມເສັ້ນທາງໄປຫາພະທາດໂພ່ນ ແມ່ນມີຕົ້ນຕານຫຼາຍ




ຕົ້ນຕານ ແລະທົ່ງນາທີ່ເກັບກ່ຽວເຂົ້າເປັນທີ່ຮຽບຮ້ອຍແລ້ວ

ພະທາດໂພ່ນ ພະທາດແຫ່ງນີ້ສ້າງຂຶ້ນໃນສະໄໝ 577 ແລະ 700 ເມືອງເລື່ອງລາວເລິກລັບໃນອະດີດ ກ່ຽວກັບຄວາມຫຍຸ້ງຍາກຂອງພະພຸດທະສາດສະໜາ ເວລາທີ່ຊາວພຸດເດິນທາງມາທ່ອງທ່ຽວໃນພູມີພາກນີ້ ກໍ່ຈະຕ້ອງມາທີ່ພະທາດແຫ່ງນີ້ ພະທາດໂພ່ນນີ້ ສ້າງສຳເລັດພ້ອມກັນກັບ ພະທາດອີງຮັງ




ປະຕູທາງເຂົ້າ ພະທາດໂພ່ນ ທາງເບື້ອງ ຕາເວັນຕົກສຽງເໜືອ


ພະທາດໂພ່ນ


ຫໍແຈກ


ຄວາມງົດງາມຍອດຊໍ່ຟ້າ ຂອງຫໍແຈກ


ສິມ


ຫໍກອງ


ພະພຸດທະຮູບ ໄວ້ສຳລັບບູຊາ


ຮູບສັດໃນວັນນະຄະດີ




ຊາວບ້ານ ບ້ານໂພ່ນທາດ ສາທິດການເຮັດຝອຍກາ້ນຕານ


ເຕົາຕົ້ມນ້ຳຕານ ຕານ


ນ້ຳຕານ ຕານ ທີ່ຕົ້ມແລ້ວ


ນ້ຳຕານ ຕານ ລາຍໄດ້ເສີມຂອງຊາວບ້ານ ຈາກຕົ້ນຕານທີ່ມີຫຼາຍ


ຮາກຢາພື້ນເມືອງ ( ດີກະເພາະລຳໃສ້ )


ປີ້ງໄກ່ບ້ານໂພ່ນທາດ


ເຂົ້າໜົມໂອໂລ້

ແລະມາຮອດນີ້ການສຳຫຼວດແຫ່ຼງທ່ອງທ່ຽວ ເມືອງໄຊພູທອງ ໃນວັນທີ 11 ທັນວາ 201 ກໍ່ໄດ້ສີ້ນສຸດລົງທີ່ພະທາດໂພ່ນ ແລ້ວຄະນະຂອງພວກເຮົາກໍ່ເດີນທາງກັບຄືນ ມານອນທີ່ ຕົວເມືອງສະຫວັນ ເພື່ອຈະດຳເນີນຕໍ່ພາລະກິດໃນ ວັນທີ 12 ທັນວາ 2010 ໃນວົງສຳຫຼວດ ເມືອງຈຳພອນ

ກະລຸນາຕິດຕາມເດີ້