ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ໄປສຳຫຼວດແຫ່ຼງທ່ອງທ່ຽວ ແຂວງສະຫວັນນະເຂດ ວັນທີ 12 ທັນວາ 2010. ມື້ທີ 2. ຕອນທີ 1

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ວົງຈອນການທ່ອງທ່ຽວ ໃນມື້ທີສອງ ທີ່ຂ້າພະເຈົ້າໄປແມ່ນໃນ ວັນທີ 12 ທັນວາ 2010 ວົງຈອນການທ່ອງທ່ຽວ ເມືອງ ຈຳພອນ ແມ່ນມີ 1. ຝາຍສຸຍ 2. ດົງລີງ 3. ຫໍໄຕປີດົກ 4. ວັດເກົ່າຕາແຫຼວ ແລະ 5. ໜອງປາຝາ

ເມືອງ ຈຳພອນ ມີເນື້ອທີ່ ໃນການເຮັດນາຫຼາຍທີ່ສຸດໃນແຂວງ ສະຫວັນນະເຂດ ປະຊາຊົນແມ່ນເຮັດນາແຕ່ລຳແມ່ນ້ຳ ທີ່ເປັນສາຂາຂອງແມ່ນ້ຳຂອງ. ດ້ວຍເຫດນີ້ເອງເນື້ອທີ່ຂອງເມືອງນີ້ ຈຶ່ງເປັນມໍລະດົກອັນລ້ຳຄ່າທາງທຳມະຊາດ ແລະວັດທະນະທຳທີ່ເກົ່າແກ່.

1. ສຸຍ ເປັນເຂື່ອນກັ້ນນ້ຳຂະໜາດໃຫ່ຍ ເພື່ອໃຊ້ປະໂຫຍດທາງກະສິກຳ ໃນລະດູແລ້ງ ບໍ່ວ່າຈະເປັນການລ້ຽງສັດ ປູກຝັງ ແລະອື່ນໆ. ເຂື່ອນແຫ່ງນີ້ ຖືກສ້າງຂື້ນໃຫ້ຄືກັນກັບຂັ້ນໄດ ເມື່ອເຂົ້້າສູ່ລະດູຝົນ ເຂື່ອນແຫ່ງນີ້ກໍ່ຈະກາຍເປັນເຂື່ອນນ້ຳຕົກຂະໜາດນ້ອຍ ແລະຍັງມີແກ້ງນ້ອຍ ໃຫ່ຍ ຈຳນວນ ຫຼວງຫຼາຍ ນອກຈາກນີ້ຍັງມີໝາກບົວຫຼາຍ ແລະມີສັດນ້ຳນາໆຊະນິດອາໃສຢູ່ ລວມທັງມີນົກທີ່ຫາຍາກອາໃສຢູ່ນຳອີກເຊັ່ນ: ນົກຍາງ ເປັນຕົ້ນ ໃນລະດູແລ້ງ ຊາວບ້ານພາກັນຫາປາ ແລະຫອຍໄປກິນ ເພື່ອຂາຍເປັນລາຍໄດ້ເສີມໃຫ້ຊາວບ້ານ.

ສຸຍ ຄົນສະຫວັນນະເຂດ ມັກຈະເວົ້າວ່າ ມັນແມ່ນ ທະເລແຫ່ງ ເມືອງສະຫວັນ

ພິເສດ ສຳລັບຂ້າພະເຈົ້າເອງ ແມ່ນມີໂອກາດໄດ້ກິນຫອຍ ( ຫອຍປັງ ຫຼືວ່າ ຫອຍໂຄ່ງ ) ໃນໄລຍະ 17 ກວ່າປີ ທີ່ໄດ້ກິນອີກຄັ້ງ ກະຍ້ອນໄດ້ມາ ສຸຍ ນີ້ລະ ຫອຍປັງແມ່ນມີລົດຊາດ ຫອມ ແລະຫວານ ຕ່າງຈາກຫອຍປາກກວ້າງ ຫຼືຮູ້ຈັກກັນດີໃນນາມ ຫອຍກິນເຂົ້າ, ຫອຍປັງ ແມ່ນໜ່ວຍຈະບໍ່ໃຫ່ຍກວ່າຫອຍປາກວ້າງບໍ່ຫຼາຍປານໄດ້ ກິນໄດ້ໝົດໂຕ ບໍ່ຄືຫອຍປາກກວ້າງ ເວລາກິນຕ້ອງໄດ້ເອົາຕາອອກ. ຕົ້ມຮ້ອນໆ ພ້ອມກັບແຈ່ມປາແດກ ບີບໝາກນາວໃສ່ ສີສົ້ມໆ ຮັບຮອງວ່າຖືກໃຈ ຄົນທີ່ມັກກິນຫອຍແນ່ນອນ ຖ້າມີໂອກາດແມ່ນຍາກໃຫ້ໄປລອງຊີມເບີ່ງ.

ການເດີນທາງໄປຫາຝາຍສຸຍ ໄລຍະທາງປະມານ 52km ແມ່ນໃຊ້ເສັ້ນທາງເລກທີ 13ໃຕ້ ພໍມາຮອດ ບ້ານຫັຼກ 35 ແລ້ວຕັດເຂົ້າໄປຫາເມືອງຈຳພອນ ຕາມເສັ້ນທາງພະແນກທ່ອງທ່ຽວເພິ່ນໄດ້ມີປ້າຍບອກທາງໄວ້ໂດຍບໍ່ຕ້ອງຫ່ວງວ່າຈະຫຼົງທາງ


ວີວຂອງສຸຍ ເມືອງຈຳພອນ ແຂວງ ສະຫວັນນະເຂດ




ຫອຍປັງ ຫຼື ວ່າຫອຍໂຄ່ງ


ມີສົ້ມປາໂດ ອີກວ່າຊັ້ນ


ປາຕອງໃຫ່ຍ ຖ່າຍຄູ່ກັບຂ້າພະເຈົ້າເອງ


ໃຜບໍ່ເຄີຍເຫັນປາບູ່ ເບີ່ງເອົາ


ປາແຫ້ງອີກ




ໝາກບົວ


ກ້ວຍທະນີ ສັ່ງເຈົ້າຂອງຮ້ານຕຳໃຫ້ກິນກະແຊບ


ແລະສຸດທ້າຍຂອງຫວານ ໜຶ້ງມັນແຊວ ຫອມ ຫວານ ມັນ

ອອກຈາກ ສຸຍ ເດີນທາງຕໍ່ໄປຫາ ດົງລີງໄລຍະທາງບໍ່ໄກກັນປານໄດ໋ ມີພຽງແຕ່ 7km ເທົ່ານັ້ນ

ດົງລີງເປັນບ່ອນທີ່ເຊື່ອຖີກັນວ່າ ປ່າແຫ່ງນີ້ຄືປ່າສັກສິດ ເນື່ອງຈາກວ່າມີຫໍມະເຫສັກຫຼັກເມືອງ ຕັ້ງຢູ່ດົງລີງ ໃນບໍລິເວນເຂດບ້ານດົງເມືອງ ເຊິ່ງຖືກັນວ່າເປັນອານາເຂດຂອງລີງ ຊະນິດຕ່າງໆ ແລະແຍກໄດ້ເປັນສາມກຸ່ມຄື: ກຸ່ມທີ 1 ຈະລໍຖ້າຂໍອາຫານຈາກນັກທ່ອງທ່ຽວທີ່ເດີນທາງ ຜ່ານໄປມາ ເພາະເຫັນລີງກຸ່ມນີ້ໄດ້ງ່າຍ ກຸ່ມທີ 2 ອາໃສຢູ່ບໍລິເວນໄກ້ໆຫໍມະເຫສັກເຊິ່ງຕັ້ງຢູ່ໃຈກາງປ່າ ແລະກຸ່ມສຸດທ້າຍເປັນລີງທີ່ມັກຈະມາ ຂໍເອົາອາຫານຈາກວັດ ແຕ່ເສຍດາຍທີ່ມື້ນັ້ນ ກຸ່ມຂອງຂ້າພວກຂ້າພະເຈົ້າໄປ ບໍໄດ້ເຫັນລີງກຸ່ມນີ້ເລີຍ.




ປ້າຍບອກທາງ ເຂົ້າບ້ານດົງເມືອງ




ກຸ່ມລີງທີ່ມາລໍຖ້າຂໍອາຫານຈາກນັກທ່ອງທ່ຽວ




ຕົ້ນໄມ້ໃຫ່ຍໃນບໍລິເວນດົງລີງ

ກະລຸນາຕິດຕາມຕໍ່ ຍັງມີອີກ