ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຕ້ອງການໄປປະເທດໃດ໋

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຮົາເກີດມາ ແນ່ນອນວ່າຕ້ອງການຢາກຮູ້ຢາກເຫັນຫຼາຍສີ່ງຫຼາຍ
ຕ້ອງການສຳພັດບາງສີ່ງບາງຢ່າງ
ແຕ່ມື້ນີ້ຢາກຖາມວ່າໝູ່ເພື່ອນເກີດມາຊາດດຽວ ແລະ ຕ້ອງການຢາກໄປທ່ຽວຫຼື ວ່າຢາກໄປເຫັນປະເທດໃດ໋ຫຼາຍທີ່ສຸດ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງງົບປະມາທີ່(ພໍ)ມີຕອນນີ້..
ຢາກໄປທ່ຽວທະເລອັນດາມັນ..
ໄປພູເກັດ ກຣະບີ່ ຕຣັງ..

ແຕ່ກ່ອນອື່ນໝົດບ່ອນທີ່ຢາກໄປທີ່ຊູ໊ດດດແມ່ນ ຫຼວງພະບາງ..


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປ ແຖວ ອິດຕາລີ່
ມາດາກາສກາ
ປ່າ ອະເມຊອນ
ຝລັ່ງ
ໄປຫມົດເລີຍ

ຮັກນ້ອງຕອນເມົາ

໑ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ກໍຫຼາຍປະເທດ
ແຕ່ທີ່ຢາກໄປທີ່ສຸດກໍຄົງຊິເປັນປະເທດຝຣັ່ງ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເບິ່ງສັດປ່າຢູ່ ແຄັນຢ້າ ຢາກໄປຫຼິ້ນນຳພວກຊົນເຜົ່າ ມາໄຊ





໖ ກະທູ້
໖໓ ໂພສ
ຂາປະຈຳເວັບບອດ
ຢາກໄປຫລາຍບ່ອນນະ ແຕ່ຢາກໄປສຸດໆເລີຍແມ່ນ ຝຣັ່ງ

ໝູນ້ອຍ & ແມວນ້ອຍ
FOREVER

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນມີເງື່ອນໄຂ ກະຢາກໄປປະເທດຝຣັ່ງພຸ້ນແຫລະ

ບ້າຝຣັ່ງແຮງຕອນນິ

ທ້າວທອງໃສ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກໄປຫຼາຍປະເທດໃດ ແຕ່ຕ້ອງເບີ່ງງົບປະມານ ຖ້າໃຫ້ເລືອກແມ່ນປະເທດ ແຄນນາດາ


໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ຢາກໄປທ່ຽວມາເລເຊຍ ເພາະ ເປັນສູນກາງ ຂອງທະວີບເອເຊຍ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອົດສະເຕຣເລຍ ຢາກໄປ

ຮັກແທ້ຄືແມ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ຽວເມື່ອງ ລາວໃຫ້ຄົບທຸກບ້ານ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໗ ກະທູ້
໔໒໕ ໂພສ
ຊຳນານການເວັບບອດ
ຂໍທ່ຽວລາວໃຫ້ໝົດສາ...ຈິ່ງຄິດຢາກໄປ....ປະເທດລາວມີທຳມະຊາດສວຍງາມກວ່າປະເທດອື່ນໆ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອົດສະເຕຣເລຍ ຢາກໄປ



ແຫະໆ ເຮົາໄປມາພໍແຮງ ມັກຊາຍຫາດ Gold Coast ຫຼາຍ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ຢາກໄປທຸກໆປະເທດເລີຍ ໃນທົ່ວໂລກ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ຢາກໄປເບິ່ງສັດປ່າຢູ່ ແຄັນຢ້າ ຢາກໄປຫຼິ້ນນຳພວກຊົນເຜົ່າ ມາໄຊ







ເປັນຕາຢ້ານນໍ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອຢູ່ແຕ່ເມືອງໄທຢ ຢາກໄປ....ປະເທດລາວ...ທຳມະຊາດສວຍງາມອອກ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປປະເທດທີ່ງາມທັງຈິດໃຈຄົນ, ທຳມະຊາດ, ເສດຖະກິດ, ວັດທະນາທຳ ແລະ ບໍ່ມີໄພພິວັດ


໗ ກະທູ້
໑໒໗ ໂພສ
ນັກການກະທູ້
ໄປຂັ້ວໂລກເໜືອແລ້ວກະຂັບລົດລົງມາຂັ້ວໂລກໃຕ້.
ມ່ວນຫຼາຍ