ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຄາລະວານລາວທ່ຽວລາວ" ພາກກາງ ແລະພາກໃຕ້" ຕອນ໒

໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ຈາກນັ້ນກໍເດີນທາງເຂົ້າແຂວງສະຫວັນນະເຂດ ມີຜູ້ຄົນມາຕ້ອນຮັບຂັບສູ່ຢ່າງຫຼວງຫຼາຍ ທັງອີມອາຫານ ທັງອີມນຳ້ອົກນຳ້ໃຈ ພີ່ນ້ອງເອີ້ຍ ຈັງແມ່ນມ່ວນວາຊັນ
ຊາວແຂວງສະຫວັນນະເຂດມາຕ້ອນຮັບດ້ວຍຄວາມອົບອຸ່ນ
ວັນທີ ໑໖ ຕຸລາ ໒໐໑໐ ສະຫວັນນະເຂດ - ຈຳປາສັກ

ມີຝົນຕົກເປັນບາງບ່ອນຕາມເສັ້ນທາງ
ມື້ນີ້ອາກາດຂ້ອນຂ້າງເຢັນ ຟ້າຂາວມີເມກໜາຝົນຕົກເປັນບາງບ່ອນ ຄົນທີ່ມັກໃນການຖ່າຍພາບທີ່ຮ່ວມໄປນຳຂະບວນແມ່ນຈົ່ມພືມໆພ່ຳ ເພາະບໍ່ສາມາດລົງ ຖ່າຍ ພາບໄດ້ຕາມໃຈ ແລະວັນນີ້ທາງເຈົ້າພາບແຂວງສະຫວັນນະເຂດໄດ້ພາທົ່ວ ເຮືອນຫີນ ໂບຮານວັດຖຸ ທີ່ມີອາຍຸຫຼາຍສະຕະວັດ ແລະ ເຂົ້າຂາບພະທາດ ໂພ່ນ ພະທາດຄູບ້ານຄູເມືອງໄຊພູທອງ ແຂວງສະຫວັນນະເຂດ ທີ່ປະຊາຊົນທົ່ວສາລະທິດໃຫ້ຄວາມເຄົາລົບເຖິງຄວາມສັກສິດ ມາຮອດນີ້ຂໍແວ່ຊີມປິ້ງໄກ່ ນາປົ່ງພັກເອົາແຮງກິນນຳ້ເຢັນໆແລ້ວຄ່ອຍເດີນທາງຕໍ່.

ທິວທັດຕາມເສັ້ນທທາງ

ຮັບປະທານອາຫານທ່ຽງທີ່ນາປົ່ງ
ເອົາລະເມື່ອອີ່ມພີມີຜະຫຍາກໍເລີ່ມເດີນທາງເຂົ້າສູ່ແຂວງຈຳປາສັກ ເມື່ອເຂົ້າເຂດຂອງແຂວງຈະມີການນຳຂອງບ້ານ ຫົວໜ້າພະແນກທ່ອງທ່ຽວຂອງ ແຂວງພໍ່ແມ່ປະຊາຊົນອ້າຍນ້ອງນັກຮຽນອອກມາຄອຍຕ້ອນຮັບ ແລະເດີນທາງເຂົ້າສູ່ໂຮງແຮມຈຳປາສັກແກນທາງແຂວງຈຳປາສັກ ແລະ ໄດ້ຈັດງານລ້ຽງ ຕ້ອນ ຮັບຂະ ບວນຄາຣາວານ “ລາວທ່ຽວລາວ” ຢູ່ທີ່ນັ້ນ.

ທີ່ໂຮງແຮມຈຳປາສັກແກຣນ
ວັນທີ ໑໗ ຕຸລາ ໒໐໑໐ ປາກເຊ - ອັດຕະປື
ເຊົ້ານີ້ຮູ້ສຶກວ່າ ຄຶກຄື້ນເປັນພິເສດເພາະ ຈາກນະຄອນຫຼວງວຽງຈັນເຊິ່ງມີລົດເຂົ້າຮ່ວມຂະບວນ ພຽງ ໓໙ ຄັນເພີ່ມຂຶ້ນເປັນ ໕໘ ຄັນ ພາຍຫຼັງກິນເຂົ້າເຊົ້າແລ້ວ ກໍເລີ່ມອອກ ເດີນທາງເພື່ອທ່ຽວຊົມທິວທັດທຳມະຊາດ ຕາດຜາສ້ວມ. ຕາດຜາສ້ວມກໍເປັນ ອີກແຫ່ງໜຶ່ງທີ່ມີຄວາມສວຍງາມເປັນເອກະະລັກໄປອີກແບບ ແລະໃກ້ກັບຕາດຜາສ້ວມຍັງມີບ້ານ ຊົນເຜົ່າ ທີ່​ຜູ້​ຈັດ​ການ​ອຸທິຍານ​ ທ້າວ​ບາ​ຈຽງ ​ໄດ້​ຈັດຕັ້ງອະນຸ​ລັກ​ໄວ້​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ​ກິ່ນ​ອາຍ​ອັນ​ດັ່ງ​ເດີມ​ຂອງ​ວິ​ຖີຊີ​ວິດ​ຂອງ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ດິນ​ຈຳປາ​ສັກ.

ເດັກນ້ອຍຊົນມາອອກມາຮ້ອງເພັງສ້າງຄວາມມ່ວນຊື່ນ

ນຳ້ຕົກຕາດຜາສ້ວມ
ຫຼັງຈາກນັ້ນກໍເດີນທາງຕໍ່ຊົມນຳ້ຕົກຕາດອີ່ຕູ້ ເຊິ່ງເປັນສະຖານທີ່ແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ ຢູ່ເຂດເມືອງປາກຊ່ອງ ຫ່າງຈາກແຂວງຈຳປາສັກ ປະມານ ໓໕ ກິໂລແມັດ.ນຳ້ຕົກຕາດນີ້ສູງເຖິງ ໘໐໐ ແມັດ ເປັນສະຖານທີພັກຜ່ອນຢ່ອນອາລົມ ຟັງສຽງນຳ້ຕົກຕາດສູດດົມອາ ກາດບໍລິສຸດ ແລະມີຕຳນານເລົ່າ ປາກຕໍ່ ປາກກັນມາເຖິງຊື່ຕາດ ວ່າ: ແຕ່ກ່ອນໃນບໍລິເວນນີ້ຖືີເຈົ້າຖືຈອມ ໄດ້ມີພິທີການເຮັດຮິດທຸກໆປີ ພໍ່ເຖົ້າໃຊ້ລູກເຂີຍ ຂ້າມໄປເອົາຄວາຍແມ່ມາເຮັດພິທີ ໄດ້ຄວາຍ ແລ້ວ ກັບເມືອບ້ານ ພໍມາຮອດບໍລິເວນຕາດຟ້າຝົນລົມແຮງ ເຮັດໃຫ້ຄວາຍພະຣາດຕົກລົງຕາດດັ່ງນັ້ນຈຶ່ງໄດ້ຊື່ວ່າ:ຕາດອີ່ຕູ້ຈົນເທົ່າທຸກວັນນີ້.

ນຳ້ຕົກຕາດອີ່ຕູ້ສູງ 800 ແມັດ
ວັນທີ ໑໘ ຕຸລາ ໒໐໑໐ ອັດຕະປື - ເຊກອງ - ສາລະວັນ
ເຊິ່ງແມ່ນວັນສຸດທ້າຍຂອງການຮ່ວມຂະບວນ ຄາຣະວານ “ ລາວທ່ຽວລາວ” ໃນຄັ້ງນີ້ ໃນຕອນເຊົ້າເດີນທາງຕໍ່ໄປ ມອບປັດໃຈ ເພື່ອປະຕິສັງຂອນ ວັດພະທາດໄຊເຊດຖາ ເມືອງໄຊເຊດຖາ ແຂວງອັດຕະປື ນະທີ່ນັ້ນພໍ່ແມ່ເຖົ້າແກ່ແນວໂຮມຂອງວັດ ແລະການນຳຂອງແຂວງອອກມາຕ້ອນຮັບຂັບສູ່ ມີພິທີໃສ່ບາດຢາດນຳ້ ຖວາຍກອງອັດຖະ ຜູກຄໍ່ຕໍ່ແຂນ ຮັບຟັງປະຫວັດ ຄວາມເປັນມາຂອງວັດທີ່ຕິດພັນກັບເຈົ້າໄຊຍະເຊດຖາທິຣາດ.

ມີການໃສ່ບາດ ຖວາຍສັງຂະທານ

ພິທີບາສີສູ່ຂວັນ ຕ້ອນຮັບຂະບວນຄາຣະວານ
ວັດພະທາດໄຊເສດຖາຕັ້ງທີ່ບ້ານພະທາດ ເມືອງໄຊເສດຖາ ແຂວງອັດຕະປື ເປັນອີກວັດຫນຶ່ງທີ່ເກົ່າແກ່ຄຽງຄູ່ກັບດິນແດນອັດຕະປືມາດົນນານ, ວັດແຫ່ງນີ້ມີຊື່ເດີມຮຽກຊື່ວ່າ: “ວັດທາດຈຸນລະມະນີ” ສ້າງຂຶ້ນໃນປີ ຄສ ໑໕໗໘ ພສ ໒໑໒໑ ເປັນສະຖານທີ່ແຫ່ງຫນຶ່ງທີ່່ຕິດ ພັນກັບປະຫວັດສາດລາວ. ວັດພະ ທາດໄຊເສດຖາ ຫລື ວັດທາດຈຸນລະມະນີຖືເປັນບູຮານສະຖານທີ່ມີຄວາມສຳຄັນ, ເປັນສົມບັດ ໃນດ້ານປະຕິມາກຳທີ່ສາມາດຢັ້ງຢືນ ໃຫ້ເຫັນເຖິງຮ່ອງ ຮອຍ ປະຫວັດສາດທີ່ມີຄວາມກ່ຽວພັນກັບຊີວິດບັ້ນທ້າຍຂອງພະເຈົ້າໄຊຍະເຊດຖາ ທິຣາຊ.

ທາງເຂົ້າວັດທາດ

ທາດອັດຖີເຈົ້າໄຊຍະເຊດຖາທິລາດ
ຈາກນັ້ນເດີນທາງຕໍ່ກັບເຂົ້າແຂວງເຊກອງແວ່ຊົມທຳມະຊາດຕາດ ແຝດຕັ້ງຢູ່ບ້ານລານາມ ຫ່າງຈາກຕົວເມືອງປະມານ ໑໘ ກິໂລແມັດ ເດີນທາງຕໍ່ ເຂົ້າເຂດສາລະວັນຊົມທຳມະຊາດຕາດເລາະ ນຳ້ຕົກຕາດເລາະກໍແມ່ນສະຖານທີ່ໜຶ່ງທີສວຍງາມ ແລະໜ້າສົນໃຈຂອງ ແຂວງສາລະວັນ ຫ່າງຈາກຕົວເມືອງ ສາລະວັນ ໓໐ ກມ ຈາກປາກເຊ ໙໐ ກມ ແລະ໑໕໐ ກມ ຈາກວັງເຕົາ - ຊອງເມັກ ອ້ອມແອ້ມນຳ້ຕົກຕາດແຫ່ງນີ້ມີ ປະຊາຊົນບັນດາ ເຜົ່າອາໃສຢູ່ເຖິງ ໖ ເຜົ່າ ຄື: ເຜົ່າລາວ ສ່ວຍ ອາລັກ ແງະ ກະຕູ ແລະຕະໂອຍ ຊຶ່ງແຕ່ລະເຜົ່າມີປະເພນີ

ນຳ້ຕົກຕາດເລາະ

ງາມທຳມະຊາດແຄມຕາດເລາະ
ບໍ່ວ່າໄປຈະທ່ຽວໃນຖະນາແນວໃດຂ້າພະເຈົ້າ ໃຫ້ ຄວາມໝັນໃຈໂລດວ່າພວກທ່ານຈະປະທັບໃຈໃນສິ່ງທີ່ໄດ້ເຫັນ ແລະສຳຜັດ ຮ່ອຍຍິ້ມທີ່ເປັນກັນເອງ ຂໍເຊີນ ທຸກຄົນຮ່ວມກັນທ່ຽວພາຍໃນປະເທດ ເງິນຕາບໍ່ຮົ່ວໄຫຼ ທັງຍັງສົ່ງເສີມການທ່ອງທ່ຽວພາຍໃນ ສ້າງວຽກເຮັດງານທຳ ຊ່ວຍພໍ່ຄ້າຊາວຂາຍໃນທ້ອງຖີ່ນ ທີ່ດີຍິ່ງ ໄປກວ່ານັ້ນຂ້າພະເຈົ້າຄິດໄດ້ຄວາມຮູ້ ບົດຮຽນອັນລຳ້ຄ່າແນນອນ

ຂໍຂອບໃຈ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ມາເປີດສົດກະທູ້

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບຕອນກິນເຂົ້າ
ແລະ ພະທາດເຈົ້າໄຊຍະເຊດຖາທີລາກ
ຢູ່ແຂວງ ອັດຕະປື ນັ້ນສຸດຍອດເລີຍ


໗ ກະທູ້
໑໙໐ ໂພສ
ນັກການກະທູ້

THE GUNNER

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເດເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄາລາວານໄປຫົວພັນກໍ່ມີຕວ໋າ ເອົາມາໃຫ້ເບິ່ງແນ່


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຄືຊິມ່ວນ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາມ່ວນເນາະ?

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະທາດເຈົ້າໄຊຍະເຊດຖາທີລາກ
ຢູ່ແຂວງ ອັດຕະປື ນັ້ນສຸດຍອດເລີຍ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປແບບນີ້ ຄືສິມ່ວນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveThai ຂຽນວ່າ...
ພະທາດເຈົ້າໄຊຍະເຊດຖາທີລາກ
ຢູ່ແຂວງ ອັດຕະປື ນັ້ນສຸດຍອດເລີຍ


ເສດຖາທິລາດ ຫຼື ເສດຖາທິລາກ?


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຕາຢາກໄປ


໘ ກະທູ້
໔໑ ໂພສ
ຂາປະຈຳເວັບບອດ
ປີໃໝ່ໃຜໄປຫຼິ້ນໃສ ມ່ວນບໍ່? ເລື່ອງຮັກໆ ເລິກໆ ເປັນແນວໃດ ມາເລົ່າໃຫ້ຟັງແດ່ !!!
* ^*


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາໄປນຳເດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?