ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ທ່ອງເວລາ.. ໄປທ່ຽວເມືອງວຽງຈັນຕອນປີ 1960 ປ່ະ..!!

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ເຮົາຊາວພັນລາວ ມີໂອກາດດີທີ່ຈະໄດ້ໄປທ່ຽວນຳກັນ..
ເຊິ່ງຂ້ອຍຈະຂໍເປັນໄກດ໌(ອາສາ)ເອງ..
ເຮົາມາເລີ່ມອອກເດີນທາງກັນເລີຍເນາະ..
Let's Gooooooooooooooooooo..!!

ຕຶ່ງ ດຶ່ງ ດຶ່ງ...............
ທ່ານຜູ້ໂດຍສານໂປດຊາບຂະນະນີ້ເຮົາໄດ້ມາເຖິງຕະຫຼາດເຊົ້າ..
ເຮົາຈະໃຊ້ເວລາຊ໋ອປປິ້ງຢູ່ນິຈັກຊົ່ວໂມງໜຶ່ງກ່ອນຈະອອກເດີນທາງກ່ອນ..
ເຊີນທ່ານຜູ້ໂດຍສານຊ໋ອປປິ້ງໄດ້ຕາມສະບາຍອຸລາ.....................


ມາແວະຊື້ໝາກເຜັດໄວ້ໄປຕຳໝາກຮຸ່ງດີກວ່າ..


ມື້ນີ້ຄົນມາເລາະຫຼາຍ.. ບັນຍາກາດຄຶກຄັກຂະໜາດ..


ຄົນສະໄໝນີ້ກະຢູ່ເຍັນເປັນສຸກ ບໍ່ເຫັນຈະທຸກຍາກຫຍັງເລີຍ..


ຫຼັງຈາກເຮົາອອກມາຈາກຕະຫຼາດເຊົ້າແລ້ວ.. ເຮົາກໍມາຂີ່ລົດສາມລໍ້ຖີບເລາະຖະໜົນຄູວຽງດີກວ່າ..


ຕອນນີ້ເຮົາໄດ້ຂີ່ລົດເລາະກາຍມາທີ່ຖະໜົນ ເສດຖາທິລາດ (ໜ້າວັດອິນແປງ).. ເຫັນເດັກນ້ອຍ (ສະໄໝນີ້ຄົງຈະເປັນລຸ່ນລຸງເຮົາແລ້ວ) ຫຼິ້ນຢູ່ແຄມທາງ..
ເລີຍເອີ້ນໃສ່.. ນ້ອຍຯ ເຂົ້າແຄມແດ່ ລົດສິຕຳ..!!


ຕອນນີ້ເຮົາກຳລັງຂັບລົດຜ່ານຖະໜົນສາມແສນໄທ.. ກ່ອນທີ່ເຮົາຈະຈອດໄປລົງຊື້ເຄື່ອງ.. ເຮົາຈະເຫັນຍຸກນີ້ຄົນຕ່າງຊາດເລີ່ມເຂົ້າມາຢູ່ລາວແລ້ວເຊັ່ນ..
ຈີນ, ອິນເດຍ, ດົ່ງໂດ່ຍ...


ລູກທົວຣ໌ທຸກຄົນໂປດຊາບ.. ຂະນະນີ້ເຮົາມາຈອດແວ່ທີ່ຖະໜົນສາມແສນໄທ.. ເຮົາຈະມາແວ່ຊື້ນ້ຳຊື້ໄນກິນຢູ່ນີ້ກ່ອນ.. ວ່າແລ້ວເຮົາກະຮ້ອງໃສ່ເຈົ້າຂອງຮ້ານທີ່ໃຈດີ (ເບິ່ງແມະຍິ້ມຮັບລູກຄ້າລະນິ) ອາຊິ້ມ! ຊື້ນ້ຳແດ່..


ໃຜຢາກຊື້ຜ້າງາມຯໄປຝາກຄົນຢູ່ບ້ານ.. ມາທາງນີ້ເດີ້..!! ຕໍ່ຈາກນີ້ເຮົາຈະໄດ້ໄປທະນາຄານລ້ານຊ້າງຕໍ່..


ຂະນະນີ້.. ເຮົາມາກົດ ATM ຢູ່ທະນາຄານລ້ານຊ້າງ.. ພໍດີຂ້ອຍຮູ້ຈັກກັບຜູ້ຈັດການທະນາຄານ.. ເພິ່ນເລີຍຈັດໃຫ້ພະນັກງານມາຕ້ອນຮັບລູກທົວຣ໌ເຮົາທີ່ມາຈາກປີ 2011.. ເພິ່ນວ່າຕື່ນເຕັ້ນຫຼາຍ..


ເລີ່ມສວາຍແລ້ວ.. ຕອນນີ້ເຮົາມາກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ.. ມາມະ!! ເຂົ້າໄປເລີຍ.. ຂ້ອຍຈອງໂຕ໊ະສຳຫຼັບທຸກຄົນໄວ້ລ່ະ..
Hi.. Madame.. where's my table that I've reserved for my tourists..??
Madame : Oh.. Bell.. your tourists's table is over there..!!


ວ່າຈະສັ່ງນ້ຳປັ່ນ.. ເຫັນຄົນຂາຍນັ່ງຕາລອຍຢູ່.. ສົງໄສຄິດຮອດຊູ້ເພິ່ນ.. ເຫັນນັ່ງຟັງເພງ ຄິດຮອດ ຂອງ BodySlam ຢູ່..


ຫຼັງຈາກເຮົາອີ່ມກັນແລ້ວ.. ຂ້ອຍເລີຍພາທຸກຄົນມາກິນເຕົາຮູ້ຢູ່ສີຫອມ.. ແຕ່ລືມໄປສະໄໝນີ້ຮ້ານຍົກໂປ້ ກັບ ຮ້ານCenter Point.. ຍັງບໍ່ມີເທື່ອ ໂທດຯ..


ເຮົາເລີຍປ່ຽນແຜນດີກວ່າ.. ເຫັນອ້າຍໂຊເຟີວ່າມີຕັກບາດຢູ່ຖະໜົນເສດຖາທິລາດ ໃກ້ຯວັດອົງຕື້.. ໄປ໋! ເຮົາໄປຕັກບາດກັນເທາະ.. ມາຖ້ຽວນີ້ຍັງບໍ່ໄດ້ທຳບຸນເລີຍ..


ຫຼັງຈາກໄດ້ທຳບຸນແລ້ວ.. ອີ່ມບຸນກັນບໍ່ທຸກຄົນ.. ບ້ານເມືອງສະໄໝນີ້ຊ່າງໜ້າຢູ່ເຫຼືອເກີນ.. ຜູ້ຄົນກໍເບິ່ງມີຄວາມສຸກ.. ເບິ່ງແມະຜູ້ບ່າວຜູ້ສາວນັ່ງລົມກັນຢູ່..
ຈັ່ງແມ່ນຈີບກັນເປັນຕາອິດສາ..


ເວົ້າລະເຮົາມາທ່ຽວບຸນວັດກັນເລີຍດີກວ່າ.. ອັນນີ້ແມ່ນເດັກນ້ອຍປິດຕາຕີໝໍ້ເນີ້..(ເຫັນລະຢາກຫຼິ້ນ) ທາງຫຼັງມີມະຫໍລະສົບຈາກກົມສິລະປາກອນເນີ້..
ເຊີນຊົມຕາມອັດທະຍາໄສເລີຍທຸກຄົນ..


ພໍດີຊາວບ້ານມາຖາມວ່າຂ້ອຍມາແຕ່ໃສ..?? ຂ້ອຍເລີຍຕອບວ່າມາແຕ່ວຽງຈັນນິລ່ະ ແຕ່ປີ2011.. ຂະເຈົ້າເລີຍມາຫຸ້ມເບິ່ງ..
ແລ້ວຍັງມາບອກວ່າ.. ສະໄໝນີ້ມັກເພງເຊົາຫຼາຍໃຈໄດ້ບໍ່ຫຼາຍ.. ເພິ່ນວ່າເປີດວິທະຍຸຟັງທຸກມື້ວ່າຊັ້ນ..


ເວົ້າໄປເວົ້າມາກະເສົ້າເນາະ.. ເພາະທຸກງານລ້ຽງຕ້ອງມີການເລີກລາ.. ທຣິປການເດີນທາງຂອງເຮົາກະຕ້ອງສິ້ນສຸດລົງລະ..
ຂະນະທີ່ເຮົາເດີນທາງກັບ.. ຜະເອີນເຈິສາວຯກຳລັງກັບບ້ານມາແຕ່ໂຮງຮຽນ.. ເລີຍເອີ້ນໃສ່ວ່າ.. ສາວຯເມືອນ້ຳອ້າຍບໍ່..? ອ້າຍສິພາໄປໄອເທັກ!!


ຂີ່ກາຍເຫັນອ້າຍອັນນີ້ລາວຂີ່ລົດຈັກເວສປ້າ.. ໂອໂຫ! ສວດຍວດເລີຍອ້າຍ..!!


ແວນຊ໌ບອຍ ສະກອຍທ໌ເກິລ໌ ຍຸກນັ້ນ..!!


ແໜະ!! ຜະເອີນມີລູກທົວຣ໌ເຮົາຄົນນຶ່ງຢາກໄດ້ສິ້ນວ່າຊັ້ນ.. ເອົ້າຯຯ!! ກະໄດ້ຯ!! ແວ່ຮ້ານສິ້ນໄໝແພໄໝຢູ່ແຖວນ້ຳພຸບຶດໜຶ່ງຊັ້ນນ່ະ.. ບໍ່ມີໃຜຢາກແວ່ນຳລາວເບາະ..


ຂະນະທີ່ກຳລັງຖ້າລູກທົວຣ໌ແວ່ຮ້ານຜ້າໄໝຢູ່.. ຂ້ອຍເລີຍຍ່າງໄປຈອບເບິ່ງຜູ້ສາວຕີເທັນນິສ..
ລາວເລີຍຖາມຂ້ອຍວ່າ.. ອ້າຍຯບໍ່ມາຕີນຳກັນເບາະ..??
ຂ້ອຍເລີຍຕອບວ່າ.. ອ້າຍບໍ່ທັນແລ້ວ ອ້າຍຕ້ອງກັບກ່ອນລູກທົວຣ໌ຖ້າຢູ່..
ລາວເລີຍຖາມຂ້ອຍວ່າ.. ອ້າວ! ອ້າຍຈະກັບລະຫວ໋ານິ..??
ຂ້ອຍເລີຍຕອບວ່າ.. ແມ່ນແລ້ວ.. ໄວ້ຖ້ຽວໜ້າອ້າຍຈະມາຫິ້ຼນນຳ..
ລາວເລີຍຝາກໃຫ້ຂ້ອຍຊອກອັນໜຶ່ງໃຫ້.. ອ້າຍຯ.. ອ້າຍກັບໄປຖ້ຽວນີ້ ຖ້າiPhone5 ກັບ iPAD2.. ອອກມາແລ້ວ.. ມາເມັ້ນຢູ່ພັນລາວນ້ອງແດ່.. ບໍ່ຊັ້ນໄປເມັ້ນຢູ່ Facebook ນ້ອງກະໄດ້.. ສ່ວນ Hi5 ນ້ອງບໍ່ໄດ້ຫຼິ້ນແລ້ວ..
ຂ້ອຍເລີຍຕອບວ່າ.. ແລ້ວອ້າຍຈະມາເມັ້ນບອກ..


ແລະແລ້ວ.. ເຮົາກໍຕ້ອງໄດ້ສັ່ງລາເມືອງວຽງຈັນຍຸກ 1960.. ເຮົາມາຂຶ້ນເຮືອກັບເມືອທີ່ທ່າເຮືອທ່ານາແລ້ງ..
ລາກ່ອນ.. ແລ້ວຈະກັບມາໃໝ່................... ລາ ຂໍລາໄປກ່ອນເດີ້..



໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
<a href="http://news.webshots.com/photo/2199739950054195253YOGLCj"><img src="http://thumb13.webshots.net/t/64/764/7/39/95/2199739950054195253YOGLCj_th.jpg" alt="11-1957 FERRY at THANALENG VT"></a>


ໄອ້ຫຍາ.. ຮູບມັນໄດ້ແຕ່ຂະໜາດເທົ່ານີ້..


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ລົງຮູບໃຫຍ່ນະ ຈິ່ງເຫັນແຈ້ງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວັບນີ້ມັນເປັນເວັບທີ່ໂຫຼດເສຍເງິນ..
ມັນອະນຸຍາດໃຫ້ມາໂພສຢູ່ນອກໄດ້ຂະໜາດຊ່ຳນີ້..
ແຕ່ສາມາດຄລິກທີ່ຮູບເພື່ອເບິ່ງຮູບໃຫຍ່..
ແລະເຂົ້າເວັບໄຊທ໌ເຈົ້າຂອງພາບໄດ້ເລີຍ..


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ ຊັ້ນຫວາ?


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ສົມພໍຮູບນ້ອຍ

ຄິດດີ ເວົ້າດີ ເຮັດດີ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກແມ່ນເຈົ້າຊ່າງຊອກເອົາມາເນາະ..........ຂອບໃຈ.......



໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ ທົວຄັ້ງຫນ້າບອກແດ່ ຈິລົງທຸນຈ້າງລົດເມແຕ່ຫຼວງພະບາງໄປຫາ
ບໍລິການດີມີທິບ ອິອິ

ຮັກນ້ອງຕອນເມົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ໂອ ສົມພໍຮູບນ້ອຍ


ສາມາດເບິ່ງຮູບໃຫຍ່ ແລະ ອີກຫູາຍຯຮູບໄດ້ຕາມລິງຄ໌ເລີຍເນີ້..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ອິອິ ທົວຄັ້ງຫນ້າບອກແດ່ ຈິລົງທຸນຈ້າງລົດເມແຕ່ຫຼວງພະບາງໄປຫາ
ບໍລິການດີມີທິບ ອິອິ


ທົວຣ໌ຄັ້ງໜ້າດ໋ຽວຈະລອງປັບ Time Machine ໃຫ້ໄປເມືອງຫຼວງເລີຍ..
ຖ້າປັບໄດ້ລະຈະບອກເນີ້..
ຮ່າຯຯຯ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....


ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ..
ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ..


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....


ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ..
ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ..


ແມ່ນແລ້ວຂ້ອຍເບິ່ງຍາມໃດແລ້ວກະເປັນຕາຫົວໄດ໋ຫັ້ນ;


໐ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
kuy thang khouvieng bane khoy eik cool....!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເຫີ.......ໆ ລືມຖະໜົນຄູວຽງເລີຍ,,,,,ເບິ່ງໄປເບິ່ງມາຄືທາງໄປບ້ານເກິນ.....


ຖ້າຢູ່ໃນຮູບບໍ່ບອກວ່າທາງຄູວຽງ..
ໃຫ້ເບິ່ງຈັ່ງໃດກະຄິດບໍ່ເຖິງວ່າເປັນທາງຄູວຽງ..


ແມ່ນແລ້ວຂ້ອຍເບິ່ງຍາມໃດແລ້ວກະເປັນຕາຫົວໄດ໋ຫັ້ນ;


ຂ້ອຍໄດ້ເຫັນຮູບນີ້ ແລະ ໄດ້ເຫັນຮູບຖະໜົນຄູວຽງ 1989 ທີ່ຂາຍຢູ່ໄອເທັກ..
ຮູ້ສຶກວ່າບ່ອນທີ່ບັນດາຫ້າງຮ້ານຫ້ອງແຖວຕ່າງຯ..
ແຕ່ກ່ອນເປັນປ່າສວນກ້ວຍ ສວນໝາກໄມ້ຕ່າງຯ..
ແຕ່ມາເບິ່ງໃສ່ດຽວນີ້ລ່ະ..
ຕົ້ນໜຶ່ງຍັງເກືອບບໍ່ມີໃຫ້ເຫັນແລ້ວ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tamonh ຂຽນວ່າ...
kuy thang khouvieng bane khoy eik cool....!!


ຖ້າກາຍເທື່ອໜ້າ..
ລະອອກມາລັດຢູ່ໜ້າບ້ານແດ່ເນີ້..


໐ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tamonh ຂຽນວ່າ...
kuy thang khouvieng bane khoy eik cool....!!


ຖ້າກາຍເທື່ອໜ້າ..
ລະອອກມາລັດຢູ່ໜ້າບ້ານແດ່ເນີ້..


okay kkkk


໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
thx na te pha ma tiew kung ne


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ohh ,kid hod sa mai phen sao


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບທີ່ 1ນີ້ ເຮັງກວ່ ຜູ້ຍິງຍຸກປັດຈຸບັນອີກເນາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໔ ກະທູ້
໑໕໔ ໂພສ
ນັກການກະທູ້
ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້

ຮັກ mamy & dady

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bongbeo ຂຽນວ່າ...
ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້



໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ວູ້ວວວວວວວວ ໃນຕອນນັ່ນພໍ່ເຖົ້າແມ່ເຖົ້າຂ້ອຍເພິ່ນຍັງຈີບກັຍຢູ່ເລີຍ ອິອິ

ບໍ່ຄິດວ່າສິໄດ້ມີໂອກາດເບິ່ງພາບເກົ່າໆແບບນີ້ເລີຍ ຈັ່ງໃດກໍ່ຂອບໃຈອ້າຍບ່າວເບລເດີ້ ທີ່ເອົາຮູບທີ່ຫາເບິ່ງຍາກມາຝາກກັນ

There's a thin line between Life and Death, I wish for a Miracle to happen...

໐ ກະທູ້
໒໖໒ ໂພສ
ນັກການກະທູ້
ກະຮູບ ປີ ໑໙໖໐ ກະຊ່ຳນັ້ນລະ!!!!!!!!!!!! ຂອບໃຈທີ່ພາທົວຣ ເກືອບຂ້ຽເຂົ້າຮອດຍຸກ ຝຼັ່ງປົກຄອງ!!!!!!


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ javentra ຂຽນວ່າ...
thx na te pha ma tiew kung ne


ຕອນນີ້ກະລອງຊອກສະຖານທີ່ໃໝ່ຯຢູ່..
ຖ້າຄົ້ນພົບແລ້ວ..
ຈະພາໄປທ່ຽວໃໝ່..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ theep ຂຽນວ່າ...
ohh ,kid hod sa mai phen sao


ຂ້ອຍກະຄິດຮອດສະໄໝເປັນບ່າວ (ຢູ່ຊາດກ່ອນ)..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຮູບທີ່ 1ນີ້ ເຮັງກວ່ ຜູ້ຍິງຍຸກປັດຈຸບັນອີກເນາະ


ຄົນຕ່າງຊາດຕີ້..
ສະໄໝນັ້ນເລີ່ມມີຄົນຈາກຝັ່ງຍຸໂຣປ ແລະ ອາເມຣິກາ ມາບ້ານເຮົາຫຼາຍແລ້ວ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bongbeo ຂຽນວ່າ...
ເສຍດາຍແຕ່ຮູບນ້ອຍ ແຕ່ອ້າຍບ່າວໄກຣນຳທ່ຽວນິຍສຸດຍອດຫຼາຍຂອບໃຈຫຼາຍໆເດີ້


ສາມາດເບິ່ງຮູບໃຫຍ່ໂດຍການຄລິກທີ່ຮູບເລີຍ..
ເພາະຢູ່ໃນຫັ້ນສາມາດເບິ່ງຮູບຂະໜາດມາຕະຖານ ແລະ ຍັງມີອີກຫຼາຍຯຮູບໃຫ້ເບິ່ງເນີ້..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ວູ້ວວວວວວວວ ໃນຕອນນັ່ນພໍ່ເຖົ້າແມ່ເຖົ້າຂ້ອຍເພິ່ນຍັງຈີບກັຍຢູ່ເລີຍ ອິອິ

ບໍ່ຄິດວ່າສິໄດ້ມີໂອກາດເບິ່ງພາບເກົ່າໆແບບນີ້ເລີຍ ຈັ່ງໃດກໍ່ຂອບໃຈອ້າຍບ່າວເບລເດີ້ ທີ່ເອົາຮູບທີ່ຫາເບິ່ງຍາກມາຝາກກັນ


ລອງເອົາຮູບພວກນີ້ໄປໃຫ້ພວກເພິ່ນເບິ່ງແມະນູ່ນູ່..
ເພິ່ນຕ້ອງຢາກເບິ່ງແນ່ນອນ..


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ກະຮູບ ປີ ໑໙໖໐ ກະຊ່ຳນັ້ນລະ!!!!!!!!!!!! ຂອບໃຈທີ່ພາທົວຣ ເກືອບຂ້ຽເຂົ້າຮອດຍຸກ ຝຼັ່ງປົກຄອງ!!!!!!


ຖ້າມີຮູບແບບນີ້..
ມາປັນກັນແນ່ເນີ້..


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>