ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ເອົາລົດປ້າຍໄທໄປທ່ຽວລາວຕ້ອງເຮັດໃບຫຍັງແນ່

໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຂພຈຢາກຂໍຖາມທ່ານທີ່ຮູ້ກ່ຽວກັບເລື່ອງເອກະສານລົດ ຖ້າຢາກເອົາລົດປ້າຍໄທເຂົ້າໄປທ່ຽວຢູ່ສາມສີ່ແຂວງໃນລາວ ຕ້ອງໄດ້ເຮັດໃບຫຍັງແດ່ ເຮັດຢູ່ໃສ? ຖ້າເປັນປ້າຍກຸງເທບເຮັດຢູ່ກຸງເທບໄປບໍ່?ຕ້ອງເຮັດລ່ວງຫນ້າກ່ອນໄປຈັກມື້ ລາຄາປະມານເທົ່າໃດ? ຖ້າທ່ານໃດຮູ້ກະລຸນາບອກແນ່ ຈະຂອບໃຈຢ່າງສູງ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ບໍ່ຄອຍຮູ້້ແຕ່ທີ່ແນ່ໆ ຕ້ອງມີ ພາສປອຣ໌ຕ ລົດ (ຕົວ T ຕິດຫນ້າລົດ)


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ່ານເຄີຍເອົາລົດທ່ານໄປໄທບໍ ຖ້າເອົາລົດລາວໄປໄທກໍ່ຕ້ອງມີປື້ມເຫຼື້ອງ ຫຼື ເອີ້ນອີກຊື່ໜຶ່ງວ່າປື້ມຕິດຕາມຂອງລົດ ມັນກະຄືກັນຫັນແລ້ວ
ສ່ວນລາຄານັ້ນ ຂພຈ ຄິດວ່າບໍ່ແພງດອກ (ແລ່ນໜັງສື) ແຕ່ອັດຕາຄ່າບໍລິການຂ້າມມາຢູ່ລາວ ຂພຈ ເຄີຍໄດ້ຍິນວ່າເຂົາເຈົ້າໄລ່ເປັນອາທິດນິລະ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ທ່ານເຄີຍເອົາລົດທ່ານໄປໄທບໍ ຖ້າເອົາລົດລາວໄປໄທກໍ່ຕ້ອງມີປື້ມເຫຼື້ອງ ຫຼື ເອີ້ນອີກຊື່ໜຶ່ງວ່າປື້ມຕິດຕາມຂອງລົດ ມັນກະຄືກັນຫັນແລ້ວ
ສ່ວນລາຄານັ້ນ ຂພຈ ຄິດວ່າບໍ່ແພງດອກ (ແລ່ນໜັງສື) ແຕ່ອັດຕາຄ່າບໍລິການຂ້າມມາຢູ່ລາວ ຂພຈ ເຄີຍໄດ້ຍິນວ່າເຂົາເຈົ້າໄລ່ເປັນອາທິດນິລະ



ຢ່າງນ້ອຍກໍ່ພໍຊ່ວຍໃຫ້ຮູ້ຫນ້ອຍຫນຶ່ງ ຂອບໃຈຫລາຍຫລາຍທ່ານ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຄູ່ມືລົດ ໄປເຮັດພາດສະປອດລົດ ຢູ່ສຳນັກງານຂົນສົ່ງ ເຮັດຢູ່ໄສກະໄດ້ແຕ່ຕ້ອງເປັນເຈົ້າຂອງລົດທຳນັ້ນ
ຖ້າມອບອຳນາດໃຫ້ຜູ້ອື່ນໄປເຮັດແທນ ເຂົາສິບໍເຮັດໃຫ້ ຄ່າເຮັດ 50 ບາດ ໄດ້ສະຕິ໊ກເກີ້ ໂຕ T ມາສອງແຜ່ນ
ຕິດກະຈົກໜ້າລົດ ກັບຫຼັງລົດ ກັບພາດສະປອດລົດເລັ່ມສີ່ມ່ວງ ເລັ່ມໜຶ່ງ ຢາມເອົາລົດຂ້າມກະຂຽນຄຳຮ້ອງ
ໄປຍື່ນໃຫ້ ຕມ ກວດເອກກະສານ ຢູ່ຝັງໄທ ບໍ່ແນ່ໃຈວ່າຕູ້ 4 ຫຼື 6 ແລ້ວໄປເສຍຄ່າທຳນຽມ ແລ້ວກະມາກວດ
ອີກເທື່ອໜຶ່ງ ເສຍຢູ່ຝັ່ງໄທຍນີ່ບໍ່ແພງ ບໍ່ຖຶງ 500 ພໍໄປຖຶງຝັ່ງລາວ ກະໄປກວດເອກກະສານ ຄືກັບຝັ່ງໄທນີ່ລ່ະ
ແຕ່ຖ້າເປັນການເອົາເຂົ້າໄປເທື່ອແລກ ຕ້ອງຂຽນຄຳຮ້ອງໃຫ້ນາຍດ່ານຢູ່ຝັ່ງລາວອະນຸຍາດກ່ອນ ເສຍຄ່າທຳນຽມ
ຢູ່ຝັ່ງລາວ ກະບໍ່ຮອດ 1000 ບາດ ດອກ ນ່າຈະຂຶ້ນຢູ່ກັບຈຳນວນມື້ທີ່ເຮົາຢູ່ໃນລາວນຳ ເພາະຂ້ອຍເຂົ້າໄປ 3-4 ເທື່ອ
ເສຍບໍ່ທໍກັນຈັກເທື່ອ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
พาสปอร์ตรถ ทำแล้วใช้ได้ 1 ปี ครับ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າລືມເຮັດປະກັນໄພຂອງລາວນຳເດີ້ທ່ານ!!!!

ບໍ່ຊັ້ນຕຳຫຼວດກວດລະເສຍເງິນຟຼີ!!!!




໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອກະພາບ ກັບຄວາມເຫັນດ້ານເທິງ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍຈື່ ເຄີຍໂທຖາມພວກດ່ານຢູ່ຂົວ ເພີ່ນບອກວ່າ ຕ້ອງໜັງສື ອະນຸຍາດ ແລະ ພາສປອດລົດ
ມີໜັງສື ທີ່ສາມາດ ອອກໃຫ້ ເພື່ອນນຳໃຊ້ໄດ້ ທົວ່ ປະເທດພາຍໃນກຳນັດ ໜຶ່ງເດືອນ ແລະ ແບບ ຈຳກັດ ໄລຍະທາງ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດັນໆກະທູ້ລົດຂ້າມຂອງ ອິອິ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ ຢ່າງໜ້ອຍຕ້ອງມີໃບອະນຸຍາດຂັບຂີ່ “ສາກົນ”


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ເອົາຄູ່ມືລົດ ໄປເຮັດພາດສະປອດລົດ ຢູ່ສຳນັກງານຂົນສົ່ງ ເຮັດຢູ່ໄສກະໄດ້ແຕ່ຕ້ອງເປັນເຈົ້າຂອງລົດທຳນັ້ນ
ຖ້າມອບອຳນາດໃຫ້ຜູ້ອື່ນໄປເຮັດແທນ ເຂົາສິບໍເຮັດໃຫ້ ຄ່າເຮັດ 50 ບາດ ໄດ້ສະຕິ໊ກເກີ້ ໂຕ T ມາສອງແຜ່ນ
ຕິດກະຈົກໜ້າລົດ ກັບຫຼັງລົດ ກັບພາດສະປອດລົດເລັ່ມສີ່ມ່ວງ ເລັ່ມໜຶ່ງ ຢາມເອົາລົດຂ້າມກະຂຽນຄຳຮ້ອງ
ໄປຍື່ນໃຫ້ ຕມ ກວດເອກກະສານ ຢູ່ຝັງໄທ ບໍ່ແນ່ໃຈວ່າຕູ້ 4 ຫຼື 6 ແລ້ວໄປເສຍຄ່າທຳນຽມ ແລ້ວກະມາກວດ
ອີກເທື່ອໜຶ່ງ ເສຍຢູ່ຝັ່ງໄທຍນີ່ບໍ່ແພງ ບໍ່ຖຶງ 500 ພໍໄປຖຶງຝັ່ງລາວ ກະໄປກວດເອກກະສານ ຄືກັບຝັ່ງໄທນີ່ລ່ະ
ແຕ່ຖ້າເປັນການເອົາເຂົ້າໄປເທື່ອແລກ ຕ້ອງຂຽນຄຳຮ້ອງໃຫ້ນາຍດ່ານຢູ່ຝັ່ງລາວອະນຸຍາດກ່ອນ ເສຍຄ່າທຳນຽມ
ຢູ່ຝັ່ງລາວ ກະບໍ່ຮອດ 1000 ບາດ ດອກ ນ່າຈະຂຶ້ນຢູ່ກັບຈຳນວນມື້ທີ່ເຮົາຢູ່ໃນລາວນຳ ເພາະຂ້ອຍເຂົ້າໄປ 3-4 ເທື່ອ
ເສຍບໍ່ທໍກັນຈັກເທື່ອ



ລາຍລະອຽດພຽບເລີຍເນາະ ຂອບໃຈຫລາຍຫລາຍເດີ້ລຸງຂີ້ເມົາ ທີ່ອົດສາຕອບລະອຽດຂະຫນາດນີ້


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ຢ່າລືມເຮັດປະກັນໄພຂອງລາວນຳເດີ້ທ່ານ!!!!

ບໍ່ຊັ້ນຕຳຫຼວດກວດລະເສຍເງິນຟຼີ!!!!





ເຈົ້າເຈົ້າຂອບໃຈຫລາຍຫລາຍທີ່ເຕືອນ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາວ່າ ຢ່າງໜ້ອຍຕ້ອງມີໃບອະນຸຍາດຂັບຂີ່ “ສາກົນ”



ເຈົ້າເຈົ້າໃບຂັບຂີ່ສາກົນມີແລ້ວ ຂອບໃຈເດີ້ ນ້ອງນຸ້ນທີ່ຫນ້າຮັກ


໒ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຂອບໃຈທຸກທ່ານຫລາຍຫລາຍທີ່ອົດສາ ຕອບກະທູ້ເພື່ອເປັນການແບ່ງປັນຄວາມຮູ້


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ປ.ລ. ລົດທີ່ຕິດໄຟແນ້ນ (ລົດຊື້ຜ່ອນ) ຈະຕ້ອງມີໜັງສືອານຸຍາດຈາກບໍລິສັດທີ່ທ່ານກຳລັງຜ່ອນລົດຢູ່ມາປະກອບເອກະສານຈຶ່ງຈະມາສາດເຮັດພາດສະປອດລົດໄດ້.

ດ້ວຍຄວາມຍິນດີ