ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ສຸດທ້າຍໂຄງການບຶງທາດຫຼວງກໍ່ໄດ້ຮັບອະນຸມັດໃຫ້ດຳເນີນການຕໍ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບຶງ​ທາດ­ຫລວງ​ກຳ­ລັງ​ຈະ ຖືກ​ສ້າງ​ໃຫ້​ເປັນ​ເມືອງ​ທ່ອງ ທ່ຽວ​ທຳ​ມະ​ຊາດ ແລະ ວັດ​ທະນະ​ທຳ ຫລັງ​ລັດ­ຖະ­ບານ​ເປີດ ໄຟ​ຂຽວ​ໃຫ້​ບໍ­ລິ­ສັດ​ອະ​ສັງ​ຫາ​ລິມະ​ຊັບຫວ່ານ ເຟີ້ງ​ຊຽງ​ໄຮ້ ສປ ຈີນ ຈຳ­ກັດ ເຂົ້າ​ພັດ­ທະ­ນາ​ໃນເນື້ອ­ທີ່ 365 ເຮັກ­ຕາ, ກວມ​ເອົາ 6 ບ້ານ​ຂອງ ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ສີ​ສັດ­ຕະ​ນາກ ໂດຍ​ຈະ​ໃຊ້ທຶນ 12.800 ຕື້​ກີບ.

ເຊິ່ງ​ມີ​ພິ­ທີ​ເຊັນ​ອະ­ນຸ­ຍາດ ໃນມື້­ວານ​ນີ້​ທີ່​ໂຮງ­ແຮມ​ດອນ​ຈັນພາ​ເລດ, ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນສັກ­ຂີ​ພິ­ຍານ​ຂອງ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ, ຮອງ​ນາຍົກ​ລັດ­ຖະ­ມົນ­ຕີ, ຜູ້​ຊີ້​ນຳ​ວຽກງານ​ເສດ­ຖະ­ກິດ​ທັງ​ເປັນ​ປະ­ທານຂອງ​ຄະ­ນະ​ກຳ­ມະ­ການ​ແຫ່ງຊາດ​ລາວ​ເພື່ອ​ຄຸ້ມ​ຄອງ​ເຂດເສດ­ຖະ­ກິດ​ພິ­ເສດ ແລະ ເຂດ​ເສດຖະ​ກິດ​ສະ­ເພາະ (ຄຂພສ) ແລະທ່ານ​ນາງ ປູ້​ຈຽນ​ກົ໋ວ ເອກ​ອັກ​ຄະລັດ​ຖະ​ທູດ ສປ ຈີນ ປະ­ຈຳ ສປປ ລາວ ເຊິ່ງ​ຕາງ­ຫນ້າ​ເຊັນ​ຝ່າຍລາວ​ແມ່ນທ່ານ​ນາງ ບຸນ​ເພັງ ມູນ​ໂພ​ໄຊ ລັດ­ຖະ­ມົນ­ຕີ​ປະ­ຈຳຫ້ອງ​ວ່າ­ການ​ລັດ­ຖະ­ບານ, ຮອງປະ­ທານ, ຜູ້​ປະ­ຈຳ­ການ ຄຂພສ; ທ່ານ ອະ­ນຸ​ພາບ ຕຸ­ລາ​ລົມ ຮອງເຈົ້າ​ຄອງ​ນະ­ຄອນ­ຫລວງ​ວຽງຈັນ ແລະ ຕາງ­ຫນ້າ​ບໍ­ລິ­ສັດ​ເຊັນແມ່ນ ທ່ານ ກົວ​ພິງ​ຫວງ ປະ­ທານບໍ­ລິ­ສັດ​ອະ­ສັງ­ຫາ­ລິ­ມະ​ຊັບຫວ່ານ ເຟີ້ງ ຊຽງ​ໄຮ້ ສປ ຈີນ ຈຳ­ກັດ.

ກອງ​ເລ­ຂາ​ຄະ­ນະ​ກຳ​ມະ ການ​ເພື່ອ​ຄຸ້ມ​ຄອງ​ເຂດ​ເສດ​ຖະກິດ​ພິ­ເສດ ແລະ ເຂດ​ເສດ­ຖະ­ກິດ ສະ­ເພາະ​ລາຍ​ງານ​ວ່າ: ໂຄງການ​ຢູ່​ເຂດ​ບຶງ​ທາດ­ຫລວງ​ແມ່ນກຳ­ນົດ​ເປັນ​ເຂດ​ເສດ­ຖະ­ກິດ​ສະ ເພາະ​ເພື່ອ​ພັດ­ທະ­ນາ​ໃຫ້​ເປັນ​ເຂດຕົວ​ເມືອງ​ທ່ອງ​ທ່ຽວ​ຫນອງ​ນ້ຳທຳ​ມະ​ຊາດ ແລະ ວັດ­ທະ­ນະ­ທຳທີ່​ຕິດ​ພັນ​ກັບ​ຮ່ອງ­ຮອຍ​ປະ­ຫວັດສາດ ເຊິ່ງ​ຈະ​ມີ​ການ​ກໍ່­ສ້າງ​ເຂດສວນ​ທຳ​ມະ​ຊາດ, ເຂດ​ຂຽວ, ສວນ​ດອກ​ໄມ້, ສວນ​ສາ​ທາ​ລະນະ​ເພື່ອ​ການ​ພັກ­ຜ່ອນ; ສ້າງຫນອງ​ນ້ຳ​ໃຫຍ່​ໃຈ­ກາງ​ເມືອງ ພ້ອມ​ທັງ​ລະ­ບົບ​ລະ­ບາຍ​ນ້ຳ; ສ້າງ​ຖະ­ຫນົນ​ພາຍ​ໃນ​ເຂດ, ປະຕູ​ໂຂງ​ເຂົ້າ-ອອກ​ເຂດ; ສ້າງ​ເຂດສູນ​ກາງ​ກີ­ລາ, ສູນ​ການ​ຄ້າ ແລະ ການ​ບໍ­ລິ­ການ​ປະ­ກອບ​ມີໂຮງ­ແຮມ​ລະ­ດັບ 5 ດາວ, ຮ້ານ ຊັບ​ພະ​ສິນຄ້າ ແລະ ສະ­ຖານ­ທີ່ບັນ­ເທີງ​ຕາມ​ລະ­ບຽບ​ການ​ຂອງ ສປປ ລາວ.

ພ້ອມ​ນີ້​ ຍັງ​ຈະ​ສ້າງ​ເປັນ​ເຂດທີ່­ຢູ່​ອາ­ໄສ​ປະ­ກອບ​ດ້ວຍ: ເຮືອນວິນ​ລາ​ລະ­ດັບ​ສູງ​ແບບ​ວັດ­ທະ­ນະທຳ​ລາວ, ແບບ​ເອີ​ຣົບ ແລະ ເຮືອນ​ພັກ​ແບບ​ອາ­ພາດ​ເມັນ; ສິ່ງປຸກ​ສ້າງ​ເພື່ອ​ສະ­ຫນອງ​ໃຫ້​ແກ່ການ­ທ່ອງ­ທ່ຽວ​ທີ່​ຕິດ​ພັນ​ກັບຮ່ອງ­ຮອຍ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ຂອງ​ຊາດ; ສ້າງຕັ້ງ​ສຳ­ນັກ­ງານ​ຫ້ອງ­ການ​ຂອງເຂດ, ກໍ່­ສ້າງ​ສະ­ຖານ­ທີ່​ບຳ­ບັດນ້ຳ​ເປື້ອນ ແລະ ກຳ­ຈັດ​ສິ່ງ​ເສດ ເຫລືອ.

ເນື້ອ­ທີ່​ທັງ​ຫມົດ​ຂອງ​ໂຄງການ 365 ເຮັກ­ຕາ, ແຕ່​ໃນ​ໄລຍະ​ເບື້ອງ​ຕົ້ນ​ຈະ​ນຳ​ໃຊ້​ເປັນ​ເຂດການ​ພັດ­ທະ­ນາ 303 ເຮັກ­ຕາ ແລະ ຮັກ­ສາ​ໄວ້​ເປັນ​ເຂດ​ກັນ​ຊົນ 62 ເຮັກ­ຕາ. ເຊິ່ງ​ກວມ​ເອົາ 6 ບ້ານ​ຂອງ​ເມືອງ​ໄຊ​ເຊດ​ຖາ ແລະ ເມືອງ​ສີ​ສັດ­ຕະ​ນາກ​ຄື: ບ້ານເມືອງ​ນ້ອຍ, ໂນນ​ຫວາຍ, ໂນນຄໍ້​ເຫນືອ, ໂພນ​ທັນ, ໂພນ​ປ່າ​ເປົ້າ ແລະ ບ້ານ​ດອນ​ກອຍ, ໂດຍ​ຈະໃຊ້​ເງິນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ທັງ​ຫມົດ​ປະ­ມານ 12.800 ຕື້ກີບ. ສ່ວນ​ໄລ­ຍະ​ສຳ​ປະ­ທານ ແມ່ນ​ອີງ​ຕາມ​ກົດ­ຫມາຍ​ຂອງການ​ລົງ­ທຶນ ແລະ ກົດ­ຫມາຍ ຂພສ ໂດຍ​ຈະ​ດຳ­ເນີນ​ການ​ກໍ່ສ້າງ​ໃນ​ເດືອນ​ກຸມ­ພາ​ປີ 2012.
http://www.ecom.org.la/teen/khao/1/5422
http://pasalao.activeboard.com/t46981863/topic-46981863/?page=1
http://www.menafn.com/qn_news_story.asp?storyid=%7Be4a3a2b5-23cf-4fde-bd0f-5a989223ff26%7D
http://www.senotimes.com/textDetail.php?
textID=366



໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼັງຈາກທີ່ Lao Chinatown V 1.0 ຖືກລະງັບໄປປະມານເກືອບປີ Lao Chinatown V 2.0 ກໍ່ອອກມາໃໝ່
ສຸດທ້າຍຜູ້ຫວັງດີກໍ່ຕໍ່ຕ້ານພວກນາຍທຶນໜ້າເລືອດບໍ່ໄດ້ ຈັ່ງແມ່ນຊາດ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງີນມາ ງານເດີນ ເລື່ອງປົກກະຕີ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒ ກະທູ້
໒໔໐ ໂພສ
ນັກການກະທູ້
ເວນກຳ ເຮົາຢູ່ໂພນປ່າເປົ້າ ແຄມທາງເລີຍ ຫວັງວ່າຈະບໍ່ຕິດໄປນຳເດີ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OnoyO ຂຽນວ່າ...
ເວນກຳ ເຮົາຢູ່ໂພນປ່າເປົ້າ ແຄມທາງເລີຍ ຫວັງວ່າຈະບໍ່ຕິດໄປນຳເດີ



ເຈົ້າຄວນໄປສຶກສາເບິ່ງຄັກໆເດີ ເທື່ອນີ້ພວກຈີນມັນເອົາແທ້ໃດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີໃຜຫ້າມໄດ້ດອກ ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ບໍ່ມີໃຜຫ້າມໄດ້ດອກ ໆໆ



ລັດຖະບານຊຸດກ່ອນຫ້າມໄດ້ ແຕ່ລັດຖະບານຊຸດນີ້ອະນຸມັດໄດ້


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົບຫລາຍ ແທ້ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ງົບຫລາຍ ແທ້ເນາະ



ງົບຈີນລ້ວນໆ ມັນກະຫຼາຍລະເນາະ


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ດີໆ ສ້າງເລີຍ ຕັດທາງຜ່ານໜ້າບ້ານຂ້ອຍແຫ່ງດີ ຂ້ອຍຊິທັບກຳແພງໃຫ້ ຂໍເຫລືອໄວ້ 2 ເມັດ ເຮັດຮ້ານຂາຍເຄື່ອງ ຈັງຊິບໍ່ໄດ້ຊອກຊື້ດິນແຄມທາງຍາກ
ສະໜັບສະໜູນ !!!!!!!!!!!!!!!!!!!!


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ບ້ານເມືອງ ໃກ້ຄວາມຈະເລີນແລ້ວ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ທາງບ້ານຂ້ອຍກະກຳລັງຈະຂະຫຍາຍທາງປູຄອນກີດ
ຂໍຊົມເຊີຍທາງຄະນະລັດຖະບານຢ່າງສຸດໃຈ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ whereismyaim ຂຽນວ່າ...
ບໍ່ມີໃຜຫ້າມໄດ້ດອກ ໆໆ



ລັດຖະບານຊຸດກ່ອນຫ້າມໄດ້ ແຕ່ລັດຖະບານຊຸດນີ້ອະນຸມັດໄດ້


ຄືສິໄດ້ເງິນດີເນາະ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ດີໆ ສ້າງເລີຍ ຕັດທາງຜ່ານໜ້າບ້ານຂ້ອຍແຫ່ງດີ ຂ້ອຍຊິທັບກຳແພງໃຫ້ ຂໍເຫລືອໄວ້ 2 ເມັດ ເຮັດຮ້ານຂາຍເຄື່ອງ ຈັງຊິບໍ່ໄດ້ຊອກຊື້ດິນແຄມທາງຍາກ
ສະໜັບສະໜູນ !!!!!!!!!!!!!!!!!!!!



ບໍ່ຄິດເຫັນຄົນອື່ນທີ່ເຂົາເດືອດຮ້ອຮແນ່ບໍ


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ປະຊາຊົນຫົກບ້ານ ຖຶກຜົນກະທົບ ຈາກໂຄງການທີ່ເປັນປະຊາຊົນຄົນລາວຕາດໍາໆ...ທີ່ຜ່ານມາ ອາດມີກະຕູບ ເຮື້ອນຊານໃຫ່ຍນ້ອຍ ຕາມເຫື່ອແຮງ
ທີ່ເຂົາເຈົ້າສ້າງມາທັງຊີວິດ...ເຂົາເຫຼົ່ານັ້ນຈະໄປຢູໃສ...ໂຄງການຊົດເຊີຍເທົ່າໃດໃຫ້ເຂົາເຈົ້າ...
ບັນດາທ່ານຄິດວ່າ ໂຄງການທີ່ສ້າງຂື້ນຈະແມ່ນໃຜທີ່ຈະໄດ້ຮັບຜົນປະໂຫຍດ...ປະຊາຊົນທີ່ຖຶກຜົນກະທົບເຫຼົ່ານັ້ນ...ປະເທດຊາດ...ຫຼືນັກທຸລະກິດ ນັກລົງທຶນຕ່າງຊາດກັນແທ້.???...
ສຸດທ້າຍ ການອາໃສຮູດັງຄົນອຶ່ນຫາຍໃຈ ມັນກໍ່ຕ້ອງແລກມາດ້ວຍ ອາໄວຍະວະບາງສ່ວນຂອງຮ່າງກາຍທີ່ຖຶກເຊື້ອໄວຣັດແຊກແຊງທໍາລາຍຮ່າງກາຍທີ່ອ່ອນແອນັ້ນ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍພຽງແຕ່ຈູດທູບທຽນໄຫວ້ວອນ ແລະປົງອະນິຈານຳພວກໝ້າເຫັນແກ່ແຕ່ໄດ້ໂດຍບໍ່ຄຳນຶງເຖິງສິ່ງໃດ ອັນນີ້້ສົມຊື່ວ່າ:``ມາເຕຣິອາລິສໝ້າມືດ``
ຫາກຕາຍໄປກະຊິໄປຂໍຢາດນ້ຳ ຈາກທໍ່ພິເສດໃຫ້ໄປດີເຖິງສຸຂ!!
ອະນິຈາຄິດວ່າຄົນລາວສຫຼາດຂື້ນ!


໙ ກະທູ້
໑໔໑ ໂພສ
ນັກການກະທູ້
ທ່ານ ຫລານພໍ່ກະດວດເອີຍ ເຈົ້າຊິຢ້ານຫັຍງ ຂ້ອຍຢູ່ດອນກອຍແທ້ໆ ຂ້ອຍຍັງບໍ່ຢ້ານເລີຍ ບໍ່ຮູ້ຢ່າເວົ້າໄປ ມະໂລມະເລ
ບ່ອນທ່ີ່ເພິ່ນເອົາ ມີແຕ່ບໍ່ລິເວນ ບຶງ ແລະ ທົ່ງນາບາງສ່ວນທ່ີ່ເປັນຂອງລັດຖະບານພຸ້ນດອກ ກະແມ່ນຢູ່ດອກວ່າຖືກນາປະຊາຊົນບາງບ່ອນ ແຕ່ມັນແມ່ນເຂດດິນຂອງລັດ ທີ່ປະຊາຊົນພາກັນໄປຈັບຈອງ ເອົາເປັນຂອງເຂົາເອງ
ຖ້າບໍ່ໃຫ້ເພິ່ນສ້າງ ປານໄດມັນຊິຈະເລີນ ຂ້ອຍຢູ່ມາຈົນຫົວຫງອກ ແລ້ວ ເຫັນແຕ່ລັດຖະບານຊຸດນີ້ລະ ເພິ່ນພັດທະນາຫລາຍດ້ານ
ດີແລ້ວ ຊົມເຊີຍ !!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!


໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ຂໍຍິນດີນຳເດີ ທີ່ປະເທດລາວ ຈະຕົກເປັນເມືອງຂຶ້ນໃຫ້ຈີນສູນເສີຍຄວາມເປັນຊາດ ຕົກເປັນທາດເງິນຂອງຈີນ ລັດກຳລັງຮວມຫົວຂາຍຊາດຂາຍແຜ່ນດິນໃຫ້ຈີນແລ້ວ ມັນມາສ້າງຂໍຖາມແດ່ປະຊາຊົນໄດ້ຫຍັງ ມີແຕ່ຈະສູນເສີຍ
ຊາວນາຖຶກໄລ່ທີ ບໍ່ມີທີ່ຢູ່ໄລ້ທີ່ທຳກິນ ອາຊີບການທຳມາຫາກິນ ທີ່ອີງທຳມະຊາດຂອງຄົນລາວໄດ້ຮັບຜົນກະທົບ
ທ້າຍສຸດເປັນຂີ້ຂ້າໃຫ້ຈີນ ລັດໄດ້ເງິນຄ່າເຊົ່າເກັບໃສ່ກະເປົາມັນແລ້ວລົບຫນີໄປສະເວີຍສຸກປະເທດນອກ ວັນທີ່
ປະຊາຊົນລາວຕື່ນຈາກຫລັບໄຫລ ກໍ່ສາຍໄປເສີຍແລ້່ວເພາະຊາດລາວຕົກຢູ່ໃນກຳມືຂອງປະເທດອື່ນ
ຜູ້ນຳໂງ່ເຂົາເບົາປັນຍາອັນຕະລາຍຍິ່ງກວ່າສິ່ງອື່ນໃດ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຍິນດີນຳເດີ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຄແນ່ແຕ່ບໍ່ຖືກດິນແຖວບ້ານຂ້ອຍ
ແຕ່ກະຫຼູຕົນຜູ້ທີ່ຖືກ



໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ໃຜຄັດໄດ້ ປະຊາທິປະໄຕໃນປະເທດລາວຊະຢ່າງ... ແບບຕີນຊ້າງຢຽບປາກນົກ


໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ທ່ານ ຫລານພໍ່ກະດວດເອີຍ ເຈົ້າຊິຢ້ານຫັຍງ ຂ້ອຍຢູ່ດອນກອຍແທ້ໆ ຂ້ອຍຍັງບໍ່ຢ້ານເລີຍ ບໍ່ຮູ້ຢ່າເວົ້າໄປ ມະໂລມະເລ
ບ່ອນທ່ີ່ເພິ່ນເອົາ ມີແຕ່ບໍ່ລິເວນ ບຶງ ແລະ ທົ່ງນາບາງສ່ວນທ່ີ່ເປັນຂອງລັດຖະບານພຸ້ນດອກ ກະແມ່ນຢູ່ດອກວ່າຖືກນາປະຊາຊົນບາງບ່ອນ ແຕ່ມັນແມ່ນເຂດດິນຂອງລັດ ທີ່ປະຊາຊົນພາກັນໄປຈັບຈອງ ເອົາເປັນຂອງເຂົາເອງ
ຖ້າບໍ່ໃຫ້ເພິ່ນສ້າງ ປານໄດມັນຊິຈະເລີນ ຂ້ອຍຢູ່ມາຈົນຫົວຫງອກ ແລ້ວ ເຫັນແຕ່ລັດຖະບານຊຸດນີ້ລະ ເພິ່ນພັດທະນາຫລາຍດ້ານ
ດີແລ້ວ ຊົມເຊີຍ !!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!


ໄລ່ທີ່ຄົນລາວ ເພື່ອໃຫ້ຄົນຈີນຢູ່ ອືມດີເນາະ ຊ່າງໂງ່ຈ້າແທ້ ຕັ້ງແຕ່່ອະດີດຖຶງປັດຈຸບັນ ມີແຕ່ຜູ້ນຳໂງ່ໆ ຂ້າທ້າວສີໂຄດຕະບອງເປັນຕົວຢ່າງ ທັ້ງຜູ້ນຳແລະປະຊາຊົນທີ່ຄິດແບບນີ້ ຫວັງແຕ່ຮວຍທາງລັດ ເຫັນຄົນອື່ນມີກໍ່ຍາກມີເຫມືອນເຂົາ ໂດຍບໍ່ໄດ້ຂົນຂວາຍພັດທະນາດ້ວຍຕົນເອງ ສຸດທ້າຍກໍຈະເປັນຊາດລົ້ມລະລາຍ ບໍ່ມີທາງທີ່ຈະ ຈະເລີນດອກຕາບໃດທີ່ຍັງບໍ່ພັດທະນາຄົນໃນຊາດໃຫ້ມີຄວາມເຂັ້ມແຂງທາງດ້ານປັນຍາ ມີແຕ່ຈະເປັນຂີ້ຂ້າແລະເມືອງຂຶ້ນໃຫ້ປະເທດອື່ນຕໍ່ໄປ
ຫລຸດຈາກເປັນເມືອງຂຶ້ນມາ 30 ກວ່າປີເພາະມີຫວຽດນາມຊ່ວຍ ນີ້ຈະເອົາປະເທດໄປຖວາຍໃຫ້ຫໍ້ອີກລະ ກຳຂອງຄົນລາວແທ້ໆ
ເວົ້າດ້ວຍຄວາມຫ່ວງໄຍບ້ານເກິດ ແຕ່ກໍ່ເຮັດຫຍັງບໍ່ໄດ້ເພາະອຳນາດລັດຜະເດັດການ ປະຫານຊີວິດຄົນທີ່ມີແນວຄິດແຕກຕ່າງກັບມັນ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ທ່ານ ຫລານພໍ່ກະດວດເອີຍ ເຈົ້າຊິຢ້ານຫັຍງ ຂ້ອຍຢູ່ດອນກອຍແທ້ໆ ຂ້ອຍຍັງບໍ່ຢ້ານເລີຍ ບໍ່ຮູ້ຢ່າເວົ້າໄປ ມະໂລມະເລ
ບ່ອນທ່ີ່ເພິ່ນເອົາ ມີແຕ່ບໍ່ລິເວນ ບຶງ ແລະ ທົ່ງນາບາງສ່ວນທ່ີ່ເປັນຂອງລັດຖະບານພຸ້ນດອກ ກະແມ່ນຢູ່ດອກວ່າຖືກນາປະຊາຊົນບາງບ່ອນ ແຕ່ມັນແມ່ນເຂດດິນຂອງລັດ ທີ່ປະຊາຊົນພາກັນໄປຈັບຈອງ ເອົາເປັນຂອງເຂົາເອງ
ຖ້າບໍ່ໃຫ້ເພິ່ນສ້າງ ປານໄດມັນຊິຈະເລີນ ຂ້ອຍຢູ່ມາຈົນຫົວຫງອກ ແລ້ວ ເຫັນແຕ່ລັດຖະບານຊຸດນີ້ລະ ເພິ່ນພັດທະນາຫລາຍດ້ານ
ດີແລ້ວ ຊົມເຊີຍ !!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!



ຂ້ອຍບໍ່ເຄີຍຂັດຄ້ານການພັດທະນາສ້າງສາຖ້າຫາກວ່າມັນມີປະໂຫຍດຕໍ່ປະຊາຊົນລາວ. ສຳລັບໂຄງການນີ້ສ້າງຂຶ້ນມາແລ້ວປະຊາຊົນລາວໄດ້ຫຍັງ? ຄົງຈະໄດ້ແຕ່ໜ້າແຕ່ພວກຈີນຜີບ້າມັນໄດ້ເງິນ.
ຂ້ອຍຄິດວ່າລັດຖະບານຄວນຈະພໍໄດ້ແລ້ວກັບການເພິ່ງພວກຈັກພວກແກວ.
ຕົນຕ້ອງເປັນທີ່ເພິ່ງຂອງຕົງ ເພິ່ງໝູ່ກໍ່ເພິ່ງໄດ້ຊົ່ວຄາວ ຖ້າເພິ່ງຕະຫຼອດໄປເຮົາຈະກາຍເປັນຂີ້ຂ້າຂອງໝູ່.
ຂອງຟຼີບໍ່ມີໃນໂລກ


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ການໃຫ້ຕ່າງປະເທດລົງທຶນກໍ່ດີຫຼາຍດ້ານເຊັ່ນຂ້າພະເຈົ້າເຫັນຫຼາຍໆໂຄງການຄື:
ໂຄງການສໍາປະທານຂຸດຄໍາເຊໂປນ ປະຊາຊົນຄົນລາວໄດ້ມີວຽກເຮັດງານທໍາ...ສ່ວນຄໍາທີ່ຂຸດໄດ້ຕ່າງປະເທດກໍ່ໃສ່ລົດຂົນໄປປະເທດເຂົາ
ຄົນລາວຜູ້ທີ່ໄດ້ປະໂຫຍດແດ່ກໍ່ຄື...
ສ່ວນທີ່ເຂົ້າລັດກໍ່ຄ່າອາກອນຕ່າງໆ ຄ່າຊັບພະຍາກອນເງິນເດືອນ ກໍາມະກອນ ເດັກໆນ້ອຍໆ ແລະຄ່າອື່ນຈໍານວນໜຶ່ງ...
-ໂຄງການສໍາປະທານດິນຢູ່ປາກຊ່ອງບໍລະເວນກໍ່ມີຫຼາຍໆໂຄງການ ຕົວຢ່າງ ບໍລິສັດເອເຊຍເທັກແຕ່ກ່ອນສໍາປະທານດິນຈາກລັດທະບານລາວ
ເຂົາປູກໄມ້ແປກຕາມແຄມທາງໜ້ອຍໜຶ່ງ ຕໍ່ມາກໍ່ໂອນກິດຈະການໃຫ້ບໍລິສັດປາກຊ່ອງໄຮແລນ ເຂົາເຈົ້າປູກມັນຝັ່ຣງໜ້ອຍໜຶ່ງມັນເປັນພະຍາດ
ບໍ່ໄດ້ຮັບຜົນກໍ່ໂອນກິດຈະການໃຫ້ບໍ່ລິສັດເບຍຊ້າງ ເຫັນປູກກາເຝໜ້ອຍໜຶ່ງ...ໃນເນື້ອທີ່ສາມພັນກ່ວາເຮັກຕາ...ລັດໄດ້ຄ່າສໍາປະທານປີໜຶ່ງພຽງແຕ່ຮ້ອຍກ່ວາລ້ານກີບຕໍ່ປີ....ອີກຈັກໜ້ອຍເບຍຊ້າງກໍ່ຄົງຈະໂອນໃຫ້ບໍ່ລິສັດໃໝ່ສືບຕໍ່ກິດຈະການ...
ແລ້ວເມື່ອໄດປະຊາຊົນຄົນລາວຈະໄດ້ນໍາໃຊ້ເນື້ອທີ່ດິນດັ່ງກ່າວ...
ທ່ານຄິດວ່າຄ່າສໍາປະທານພຽງຮ້ອຍກ່ວາລ້ານກີບຕໍ່ປີ ຄຸ້ມຄ່າແລ້ວບໍ່ກັບການມອບໃຫ້ບໍລິສັດຕ່າງຊາດສໍາປະທານ...
ຈັກໜ່ອຍເຂົາເຈົ້າກໍ່ໂອນໃຫ້ບໍລິສັດໃໝ່ເຊິ່ງການໂອນການຊື້ຂາຍດິນທີ່ເປັນຂອງຄົນລາວທ່ານຄິດວ່າມູນຄ່າມັນມະຫາສານສໍາໃດ???
ເຊິ່ງເຂົາເຈົ້າກໍ່ໄດ້ໂອນກັນແລ້ວຫຼາຍໆເທື່ອ...ຄົນລາວທີ່ເປັນເຈົ້າຂອງດິນມີແຕ່ແນມເບິ່ງ ໜ້າດູໂຕນ...
ຖ້າຈັດສັນໃຫ້ປະຊາຊົນລາວ ທີ່ທຸກຍາກທົ່ວປະເທດສົ່ງເສີມລົງທຶນໃຫ້ເຂົາເຈົ້າ ຄິດສະເລ່ຍເຮັກຕາໜຶ່ງປູກກາເຝກາຕີມໍໄດສີ່ພັນຕົ້ນຕໍ່ເຮັກຕາ
ສາມປີໄດ້ຮັບຜົນຕໍ່າສຸດ ເຮັກຕາລະ ສຶບຫ້າໂຕນກາເຝ ໝາກແດງໂຕນລະຫ້າລ້ານກີບ ຖ້າສາມພັນກ່ວາເຮັກຕາຄິດໄລ່ເບິ່ງຈະໄດ້ກາເຝຈັກໂຕນຂາຍໄດ້ເງິນເທົ່າໄດ???
ຄືວ່ານັ້ນແລ້ວ ຊິມີໃຜຄິດເຫັນປະຊາຊົນ ...ເວລາມີເສິກສົງຄາມເຂົາຈິ່ງຂົນຂວາຍເອົາລູກຫຼານປະຊາຊົນທີ່ທຸກຍາກນີ້ແລ້ວໄປເປັນທະຫານຕາຍແທນ...
- ພາຍຫັຼງໂອນກິດຈະການບໍລິສັດໃໝ່ສືບຕໍ່ກິດຈະການກໍ່ຕັດໄມ້ແປກທີ່ບໍລິສັດເກົ່າປູກໄວ້ເກືອບໝົດມີໃຜເຮັດຫັຍງໃຫ້ເຂົາໄດ້...ດິນບາງສ່ວນແຄມທາງຫຼວງ
ບໍລິສັດບໍ່ທໍາການຜະລີດປະຊາຊົນເຂດນອກເຂົາມາປຸກສ້າງເຮືອນຊານໃສ່ກໍ່ໄລ່ເຂົາໜີ...ນີ້ແລ້ວຜົນດີຂອງການໃຫ້ຕ່າງປະເທດສໍາປະທານ...
ເຫັນບໍເຂົາເຕັມໃຈ ເອົາໃຈໃສພັດທະນາໃຫ້ຄົນລາວແທ້ໄດ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ບໍທີ່ວ່າຣັຖບານໄດ້ຮ້ອຍລ້ານຕໍ່ປີຫັ້ນ!!
ບໍ່ແມ່ນວ່າ ບັນດາບໍຣິສັດເຫຼົ່ານີ້ຖືກຍົກເວັ້ນພາສີໃດໆທັງສິ້ນບໍລະ?
ຍາມໜົດກຳໝົດສັນຍາທີ່ຕ້ອງໄດ້ເສັຍພາສົມພາສີ ກະໂອນໃຫ້ບໍຣິສັດອື່ນທີ່ໄດ້ປອດຈາກການເກັບພາສີອີກ ດັ່ງນັ້ນຕໍ່ໆໄປ!!
ສອບຖາມແລະສືບສວນເບິ່ງຄັກໆດູ!
ບາງທີ່ບໍຣິສັດເຫຼົ່ານີ້ມາສຳປະທານເພື່ອຟອກເງິນລ້າໆກໍມີ!!
ແຕ່ໃຜຊິສລາດຊ່ອງໃສກວ່າຣັຖບານແລະພັກນໍ!!ໄທເຈົ້າເວົ້າໄປໂລໆເລໆໆ!!
ເສັຍດາຍແຕ່ຢາດເຫື່ອແລະເລືອດເນື້ອເຊື້ອໄຂຂອງບັນພະບຸຣຸດທີ່ມອບແກ່ແຜ່ນດິນຜືນນີ້ເພື່ອໃຫ້ເຊັ່ນຄົນພວກນີ້ທຳລາຍຢ່າງໝ້າຕາເສີຍ!


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
dung t hu2 kun d va bun da naiy yok hao nar ngern thung nun khun br sun pa thed hao c doy phut tha na neo nee wa


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ korng ຂຽນວ່າ...
ການໃຫ້ຕ່າງປະເທດລົງທຶນກໍ່ດີຫຼາຍດ້ານເຊັ່ນຂ້າພະເຈົ້າເຫັນຫຼາຍໆໂຄງການຄື:
ໂຄງການສໍາປະທານຂຸດຄໍາເຊໂປນ ປະຊາຊົນຄົນລາວໄດ້ມີວຽກເຮັດງານທໍາ...ສ່ວນຄໍາທີ່ຂຸດໄດ້ຕ່າງປະເທດກໍ່ໃສ່ລົດຂົນໄປປະເທດເຂົາ
ຄົນລາວຜູ້ທີ່ໄດ້ປະໂຫຍດແດ່ກໍ່ຄື...
ສ່ວນທີ່ເຂົ້າລັດກໍ່ຄ່າອາກອນຕ່າງໆ ຄ່າຊັບພະຍາກອນເງິນເດືອນ ກໍາມະກອນ ເດັກໆນ້ອຍໆ ແລະຄ່າອື່ນຈໍານວນໜຶ່ງ...
-ໂຄງການສໍາປະທານດິນຢູ່ປາກຊ່ອງບໍລະເວນກໍ່ມີຫຼາຍໆໂຄງການ ຕົວຢ່າງ ບໍລິສັດເອເຊຍເທັກແຕ່ກ່ອນສໍາປະທານດິນຈາກລັດທະບານລາວ
ເຂົາປູກໄມ້ແປກຕາມແຄມທາງໜ້ອຍໜຶ່ງ ຕໍ່ມາກໍ່ໂອນກິດຈະການໃຫ້ບໍລິສັດປາກຊ່ອງໄຮແລນ ເຂົາເຈົ້າປູກມັນຝັ່ຣງໜ້ອຍໜຶ່ງມັນເປັນພະຍາດ
ບໍ່ໄດ້ຮັບຜົນກໍ່ໂອນກິດຈະການໃຫ້ບໍ່ລິສັດເບຍຊ້າງ ເຫັນປູກກາເຝໜ້ອຍໜຶ່ງ...ໃນເນື້ອທີ່ສາມພັນກ່ວາເຮັກຕາ...ລັດໄດ້ຄ່າສໍາປະທານປີໜຶ່ງພຽງແຕ່ຮ້ອຍກ່ວາລ້ານກີບຕໍ່ປີ....ອີກຈັກໜ້ອຍເບຍຊ້າງກໍ່ຄົງຈະໂອນໃຫ້ບໍ່ລິສັດໃໝ່ສືບຕໍ່ກິດຈະການ...
ແລ້ວເມື່ອໄດປະຊາຊົນຄົນລາວຈະໄດ້ນໍາໃຊ້ເນື້ອທີ່ດິນດັ່ງກ່າວ...
ທ່ານຄິດວ່າຄ່າສໍາປະທານພຽງຮ້ອຍກ່ວາລ້ານກີບຕໍ່ປີ ຄຸ້ມຄ່າແລ້ວບໍ່ກັບການມອບໃຫ້ບໍລິສັດຕ່າງຊາດສໍາປະທານ...
ຈັກໜ່ອຍເຂົາເຈົ້າກໍ່ໂອນໃຫ້ບໍລິສັດໃໝ່ເຊິ່ງການໂອນການຊື້ຂາຍດິນທີ່ເປັນຂອງຄົນລາວທ່ານຄິດວ່າມູນຄ່າມັນມະຫາສານສໍາໃດ???
ເຊິ່ງເຂົາເຈົ້າກໍ່ໄດ້ໂອນກັນແລ້ວຫຼາຍໆເທື່ອ...ຄົນລາວທີ່ເປັນເຈົ້າຂອງດິນມີແຕ່ແນມເບິ່ງ ໜ້າດູໂຕນ...
ຖ້າຈັດສັນໃຫ້ປະຊາຊົນລາວ ທີ່ທຸກຍາກທົ່ວປະເທດສົ່ງເສີມລົງທຶນໃຫ້ເຂົາເຈົ້າ ຄິດສະເລ່ຍເຮັກຕາໜຶ່ງປູກກາເຝກາຕີມໍໄດສີ່ພັນຕົ້ນຕໍ່ເຮັກຕາ
ສາມປີໄດ້ຮັບຜົນຕໍ່າສຸດ ເຮັກຕາລະ ສຶບຫ້າໂຕນກາເຝ ໝາກແດງໂຕນລະຫ້າລ້ານກີບ ຖ້າສາມພັນກ່ວາເຮັກຕາຄິດໄລ່ເບິ່ງຈະໄດ້ກາເຝຈັກໂຕນຂາຍໄດ້ເງິນເທົ່າໄດ???
ຄືວ່ານັ້ນແລ້ວ ຊິມີໃຜຄິດເຫັນປະຊາຊົນ ...ເວລາມີເສິກສົງຄາມເຂົາຈິ່ງຂົນຂວາຍເອົາລູກຫຼານປະຊາຊົນທີ່ທຸກຍາກນີ້ແລ້ວໄປເປັນທະຫານຕາຍແທນ...
- ພາຍຫັຼງໂອນກິດຈະການບໍລິສັດໃໝ່ສືບຕໍ່ກິດຈະການກໍ່ຕັດໄມ້ແປກທີ່ບໍລິສັດເກົ່າປູກໄວ້ເກືອບໝົດມີໃຜເຮັດຫັຍງໃຫ້ເຂົາໄດ້...ດິນບາງສ່ວນແຄມທາງຫຼວງ
ບໍລິສັດບໍ່ທໍາການຜະລີດປະຊາຊົນເຂດນອກເຂົາມາປຸກສ້າງເຮືອນຊານໃສ່ກໍ່ໄລ່ເຂົາໜີ...ນີ້ແລ້ວຜົນດີຂອງການໃຫ້ຕ່າງປະເທດສໍາປະທານ...
ເຫັນບໍເຂົາເຕັມໃຈ ເອົາໃຈໃສພັດທະນາໃຫ້ຄົນລາວແທ້ໄດ...



ດີຊິຕາຍເນາະ


໒ ກະທູ້
໑໓໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ແມ່ນແທ້ບໍທີ່ວ່າຣັຖບານໄດ້ຮ້ອຍລ້ານຕໍ່ປີຫັ້ນ!!
ບໍ່ແມ່ນວ່າ ບັນດາບໍຣິສັດເຫຼົ່ານີ້ຖືກຍົກເວັ້ນພາສີໃດໆທັງສິ້ນບໍລະ?
ຍາມໜົດກຳໝົດສັນຍາທີ່ຕ້ອງໄດ້ເສັຍພາສົມພາສີ ກະໂອນໃຫ້ບໍຣິສັດອື່ນທີ່ໄດ້ປອດຈາກການເກັບພາສີອີກ ດັ່ງນັ້ນຕໍ່ໆໄປ!!
ສອບຖາມແລະສືບສວນເບິ່ງຄັກໆດູ!
ບາງທີ່ບໍຣິສັດເຫຼົ່ານີ້ມາສຳປະທານເພື່ອຟອກເງິນລ້າໆກໍມີ!!
ແຕ່ໃຜຊິສລາດຊ່ອງໃສກວ່າຣັຖບານແລະພັກນໍ!!ໄທເຈົ້າເວົ້າໄປໂລໆເລໆໆ!!
ເສັຍດາຍແຕ່ຢາດເຫື່ອແລະເລືອດເນື້ອເຊື້ອໄຂຂອງບັນພະບຸຣຸດທີ່ມອບແກ່ແຜ່ນດິນຜືນນີ້ເພື່ອໃຫ້ເຊັ່ນຄົນພວກນີ້ທຳລາຍຢ່າງໝ້າຕາເສີຍ!


ຮ້ອຍກ່ວາລ້ານແນ່ນອນ ...
ພາກສ່ວນທີ່ກ່ຽວຂ້ອງເຮັດສັນຍາກັບບໍລິສັດລ່ວງໜ້າແບບບໍ່ຄິດ...ຄິດໄລ່ຄ່າສໍາປະທານເຮັກຕາລະຫ້າດອນລາອາເມລິກາ ບວກລົບຄູນຫານອັດຕາແລກປ່ຽນເບິ່ງໃນເນື້ອທີ່ສາມພັນກ່ວາເຮັກຕາຈະເປັນເງິນຮ້ອຍກວ່າລ້ານຕາມຂ້າພະເຈົ້າເວົ້າບໍ່???


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>