ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ເຄີຍໄດ້ຍິນເພງນີ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງນີ້ຂ້ອຍເຄີຍໄດ້ຍິນມາແຕ່ຕອນຍັງນ້ອຍໆ ຕອນຮຽນຢູ່ປະຖົມພຸ້ນລະ ຮ້ອງກ່ອນຂຶ້ນຫ້ອງ ແລະ ລົງຫ້ອງ ( ທີ່ໂຮງຮຽນອານຸວຽງໄຊ, ແຂວງຫົວພັນ).

.................................ເພງ: ທີ່ອ່າງວຽງໄຊ (ບໍ່ໝັ້ນໃຈວ່າເວົ້າຊື່ເພງຖືກບໍ ອິອິ)............................................

- ທີ່ອ່າງວຽໄຊ...............................ຖ້ຳແມ່ໝ້າຍ ຈຳໄດ້ບໍ່ນໍ
ສອງເຮົາໄດ້ມາພົບພໍ້.......................ສ້າງພື້ນຖານເສດຖະກິດຮ່ວມກັນ
ເຕົ້າໂຮມປຸ້ມລຸ້ມ.............................ອຸ້ມລຸ້ມອອກແຮງແຂ່ງຂັນ
ສ້າງສະຫວັນຊົນລະປະທານ..............ສ້າງສະຫວັນວຽງໄຊແດນນີ້.

- ນ້ຳລົ້ນລ່ອງໄຫຼ............................ອ່າງວຽງໄຊສວຍງາມອາດຕາ
ນ້ຳໃສໄຫຼເຫັນປູປາ.........................ລ່ອງລອຍງາມຕາອີ່ຫຼີ
ອາລຸນໃສສ່ອງ..............................ທ້ອງຟ້າວຽງໄຊປ່ຽນສີ
ນະພາອຸດົມຮັ່ງມີ.............................ຈະເລີນສຸກຂີຍ້ອນການສ້າງສາ.

- ວຽງໄຊ......................................ຍຸກໃໝ່ເປັນໜ້າສະອອນ
ຫຼຽວຊົມທຸກບ່ອນ.............................ບ້ານເມືອງສະອາດງາມຕາ
ປະຫວັດສາດວຽງໄຊ.......................ຈາກໄປກໍ່ບໍ່ລືມລາ
ຢ່າລືມເດີຄຳສັນຍາ..........................ໜອງປາທີ່ອ່າງວຽງໄຊ

ຂ້ອຍບໍ່ຈື່ວ່າແມ່ນທ່ານໃດແຕ່ງ ແລະ ບໍ່ໝັ້ນໃຈວ່າຂ້ອຍຈື່ໄດ້ໝົດເພງບໍ່? ແຕ່ເພງນີ້ຍັງຝັງໃນໃຈຢູ່ບໍ່ລືມ




໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
asasdsds


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກເລີຍໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ airth ຂຽນວ່າ...
asasdsds


ລະແມ່ນພາສາອີ່ຫຍັງນີ້ ຫ້າວຂຽນ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສຸກ ຮ້ອງໃຫ້ຂ້ອຍໄດ້ຍິນແດ່ ຂ້ອຍຍັງບໍ່ໄດ້ຍິນ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາບໍ່ທັນ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ພາສຸກ ຮ້ອງໃຫ້ຂ້ອຍໄດ້ຍິນແດ່ ຂ້ອຍຍັງບໍ່ໄດ້ຍິນ


ຊິຮ້ອງແລ້ວເດີ ຕັ້ງໃຈຟັງເດີ 5 4 3 2 1
ມີດາວເຕັ້ນພ້ອມ ອິອິ