ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ຄິດວ່າປະຕູໄຊ ຄວນໄດ້ຮັບການບູລະນະປົວແປງແນວໃດ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດຂ້າພະເຈົ້າຊື່ໆເດີ ຜິດພາດປະການໃດຂໍອະໄພ

ຕາມສັງເກດເບິ່ງປະຕູໄຊ ແລະ ຄິດມີຄຳຖາມໃນໃຈດົນແລ້ວວ່າ:

ແບບວ່າ: ຂໍຖາມເລີຍເດີ! ວ່າຝາທາງນອກປະຕູຂອງປະຕູໄຊໂບກດ້ວຍຊີມັງ. ຕາມສັງເກດແລ້ວຈະມີເຫັດ, ໄຄຫີນເກີດຂຶ້ນ, ມີສີດ່າງດຳ, ມີຮັງຕໍ່ເກາະຫ້ອຍຢູ່. ຖ້າສົມມຸດວ່າ ປະຕູໄຊທາສີແບບທາດຫຼວງ ຫຼື ສີອື່ນໆກໍ່ໄດ້ ເພື່ອໃຫ້ງາມ, ປ້ອງກັນຮອຍດ່າງລາຍຕ່າງໆ ແລະ ໝັ້ນໜຽວຂຶ້ນກວ່າເກົ່າ.

- ຂໍຖາມອີກວ່າ: ພະພຸດທະຮູບ ແລະ ຮູບປັ້ນຕ່າງໆໃນວັດຊຽງຄວນ ຖ້າທາສີໃສ່ຄືຊິງາມ.

ຄວາມຈິງກໍ່ເຂົ້າໃຈຢູ່ໃດວ່າ: ອະນຸລັກວັດຖຸເກົ່າບູຮານໃຫ້ເຫັນຄວາມເກົ່າແກ່, ແຕ່ວ່າ ຄືຊິຊຸດໂຊມໄວ ຖ້າບໍ່ປົວແປງທາສີ

ແລ້ວ ທ່ານມີຄວາມຄິດເຫັນແນວໃດ?


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມເປີດສົດ ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທາສີ ກະບໍ່ເປັນເອກະລັກແຫລ້ວ ບໍ່ຄວນທາສີ ແຕ່ຄວນທຳຄວາມສະອາດບໍລິເວນໃຫ້ສວຍງາມ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໘ ກະທູ້
໑໑໒ ໂພສ
ນັກການກະທູ້
ຖ້າຈະມີການບູລະນະແທ້ໆ ຂ້ອຍຂໍຢ່າງດຽວ ຢ່າຈ້າງວຽດ ຫຼື ຈີນ ມາເຮັດ ໃຫ້ສືມືຫຼືຊ່າງຄົນລາວແທ້ ລວດລາຍສິລະປະແບບລາວໆ ມັນຈຶ່ງຈະຍັງຄົງຢູ່ ກ່ອນທີ່ມັນຈະກາຍມາເປັນຂອງວຽດ ຫຼື ຈີນ ໄປໝົດ. ອາຍຕ່າງຊາດເຂົາ

ສາວລາວເຂົ້າໜຽວຈ້ຳປາແດກ

໐ ກະທູ້
໒໗໗ ໂພສ
ນັກການກະທູ້
ບໍ່ມີງົບ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າໜ້າຈະມີນະ


໘ ກະທູ້
໑໑໒ ໂພສ
ນັກການກະທູ້
ທາສີໃໝ່ກໍ່ດີ ຫຼັງຈາກນັ້ນໃຫ້ທຳຄວາມສະອາດໃຫ້ເປັນລະບຽບຮຽບຮ້ອຍ ເສດເຫຼັກ ເສດດິນຈີ່ ເສດຊີມັງ ຕ້ອງຂົນອອກໃຫ້ໝົດ ບັນດາເຈດີອ້ອມຂ້າງກໍ່ເຊັ່ນກັນ ຕ້ອງທາສີ ແລະ ທຳຄວາມສະອາດໃຫ້ມັນງາມ ບໍ່ແມ່ນຊິປະໄວ້ເປັນບ່ອນໄວ້ເຄື່ອງມື ຫຼື ເຫຼັກເສດດັ່ງທີ່ເຮົາເຫັນໃນປະຈຸບັນນີ້.
ຢູ່ຕາມຂັ້ນໄດທາງຍ່າງ ທາງຂຶ້ນ ທາງລົງ ຕ້ອງທາສີໃໝ່ ແລ້ວຕິດຕັ້ງດອກໄຟໃສ່ບ່ອນທີ່ມັນມືດ ຖ້າດີແທ້ຕ້ອງຕິດຕັ້ງກ້ອງວົງຈອນປິດພ້ອມ ເພາະຢູ່ຕາມຝາຕ່າງໆ ພວກເດັກນ້ອຍໄວລຸ້ນມັນມັກໄປຂຽນບອກຮັກກັນຫຼືຊັງກັນຢູ່ຫັ້ນ ແຖມແຈກເບີໂທພ້ອມ ເບິ່ງແລ້ວມັນບໍ່ງາມຫູງາມຕາຂອງແຂກຜູ້ທີ່ມາທ່ຽວຊົມ.

ສາວລາວເຂົ້າໜຽວຈ້ຳປາແດກ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້