ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ແມ່ນບໍທີ່ເຂົາວ່າ: ວັງວຽງໄດ້ກາຍເປັນເມືອງທີ່ຊຸດໂຊມທາງດ້ານວັດທະນາທຳລົງເລື້ອຍໆ.

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ອາຈານຄົນອາເມລິກາຄົນໜຶ່ງເວົ້າວ່າ:

ໜັງສືພິມຂ່າວຕ່າງປະເທດສະບັບໜຶ່ງໄດ້ກ່າວວ່າ:

ວັງວຽງໄດ້ກາຍເປັນເມືອງທີ່ຊົ່ວຮ້າຍໄປທຸກມື້ຍ້ອນວ່າ: ການກະທຳຂອງນັກທ່ອງທ່ຽວທີ່ບໍ່ມີຂອບເຂດຈຳກັດ ລວມທັງມີຜິດກົດໝາຍບ້ານເມືອງພ້ອມ.

ເຈົ້າໜ້າທີ່ອາດຈະບໍ່ເຂັ້ມງວດກວດລະອຽດການກະທຳຕ່າງໆນາໆ ເຮັດໃຫ້ນຳມາເຊິ່ງການເຊື່ອມໂຊມ ແລະ ສູນເສຍວັດທະນາທຳອັນດີງາມໄປທຸກມື້.

_______________________________________________

໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ມັນມົ້ວຄ້າຍໆກັບພັດທະຍາ ກັບພູເກັດ ເດິກໆມາລະກະຮ້າຍກ່ວາສັດບໍ່ມີຢາງອາຍເລີຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ມັນມົ້ວຄ້າຍໆກັບພັດທະຍາ ກັບພູເກັດ ເດິກໆມາລະກະຮ້າຍກ່ວາສັດບໍ່ມີຢາງອາຍເລີຍ


ແທ້ບໍ?


໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຍິນຄົນອາເມລິກາເຂົາເວົ້າອີກວ່າ: ບັນຫາ ໂສເພnee ແລະ ຢາhorse ກໍ່ມີ

_______________________________________________

໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ແມ່ນໆ ຂ້ອຍກະວ່າຫັ້ນແຫຼະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນເຂົາເວົ້າວ່າແນວນັ້ນ ມາຈົນຊິນຫູ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍິນຄົນຕ່າງປະເທດລົມກັນອີກວ່າ: ຖ້າເຈົ້າມັກແນວຊົ່ວໆແນວບໍ່ດີໃຫ້ໄປວັງວຽງເພາະເຮັດໄດ້ວ່າຊັ້ນ


໔ ກະທູ້
໓໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...
ມັນມົ້ວຄ້າຍໆກັບພັດທະຍາ ກັບພູເກັດ ເດິກໆມາລະກະຮ້າຍກ່ວາສັດບໍ່ມີຢາງອາຍເລີຍ


ແທ້ບໍ?


ຢາກຮູ້ລອງໄປເບິ່ງໂລດ
ນັກທ່ອງທ່ຽວມາດີກະມີ ມາຊົ່ວກະມີ ແຕ່ຄົນທີ່ມັກມົ້ວມັນເຮັດສະໃຈແລ້ວກະແລ້ວໄປ ແຕ່ຄົນທີ່ບໍ່ມັກມັນກະເອົາໄປເວົ້າຕໍ່
ທີ່ຫິດໆຕອນນີ້ໜ້າຈະແມ່ນກັນຊາ ກັບຢາໄອ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dee99 ຂຽນວ່າ...

ຢາກຮູ້ລອງໄປເບິ່ງໂລດ
ນັກທ່ອງທ່ຽວມາດີກະມີ ມາຊົ່ວກະມີ ແຕ່ຄົນທີ່ມັກມົ້ວມັນເຮັດສະໃຈແລ້ວກະແລ້ວໄປ ແຕ່ຄົນທີ່ບໍ່ມັກມັນກະເອົາໄປເວົ້າຕໍ່
ທີ່ຫິດໆຕອນນີ້ໜ້າຈະແມ່ນກັນຊາ ກັບຢາໄອ້


ໂອສົມພໍ ເຂົາຊ່າເຂົາລື
ຄິດວ່າເລື່ອງກິນເຫັດເມົາຈາກກອງຂີ້ຄວາຍຍັງບໍ່ພໍເນາະ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຄືຊິແມ່ນຫັນແລະ


໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ຂ່ອຍໄປວັງວຽງເມື່ອ 3 ປີກ່ອນ ຂ່ອຍບໍ່ມັກເລີຍທີ່ປ່ອຍໃຫ້ມີການຕັ້ງຜັບ ເປິດເພົງດັງ ໆ ແລະ ໃກ້ນັ່ກທ່ອງເທີ່ຍວກິນເບີຍ ກິນເຫຼ້າກາງແມ່ນ້ຳຊອງ ມັນທຳລາຍຄວມເປ້ນທຳມະຊາດທີ່ສວຍງາມຂອງວັງວຽງ ມັນເຫມືອນບ່ອນທີ່ໃຫ້ຝະຫຼັ່ງຂີ້ນົກ ມາປ່ອຍອິດສະຫຼະ ມາເຮ້ດອີັຫຍັງຕາມໃຈ ແບບທີ່ບ້ານເຂົາເຮ້ດບໍ່ໄດ້

ບໍ່ອຍາກໃຫ້ວັງວຽງມ້່ວຄື full moon party ເກົາະພະງັນ ເມືອງໄທຍເດີ້



໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ແມ່ນຄວາມຈິງແລ້ວຂ້ອຍຂໍເປັນພະຍານໃຫ້ເພາະຂ້ອຍທຽວໄທທາງພາກເໜືອເປັນປົກກະຕິ, ຂ້ອຍເຫັນນັກທ່ອງທ່ຽວໃສ່ຊຸດບິກກີນີຢາງເລາະ ຕາມທາງ ແລະ ບ່ອນແລກປ່ຽນເງິນ, ປະຈຸບັນເມືອງວັງວຽງກາຍເປັນເຂດໜຶ່ງຂອງຊາວຕາເວັນຕົກໄປແລ້ວ ແລະ ເປັນອີກສ່ວນໜຶ່ງທີ່ທຳ ລາຍ ຮີດຄອງອັນດີງາມຂອງຊາດ, ຍ້ອນພາກລັດເຮົາບໍ່ມີມາດຕະການປ້ອງກັນເລີຍ.


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີທຸກບ່ອນ ບໍ່ແມ່ນສະເພາະວັງວຽງດອກ ເພາະລັດບໍ່ຄວບຄຸມປານໃດ
ປ່ອຍໃຫ້ຮ້ານເຫລົ້າຮ້ານເບຍມີທົ່ວທີບ ໂດຍສະເພາະບ່ອນໃກ້ໂຮງຮຽນ ຢາເສບຕິດບໍ່ຕ້ອງເວົ້າເຖິງມີທົ່ວໄປ
ຫາຊື້ງ່າຍກ່ວາຢາພາລາ ແລະນ້ຳເບີ 1 ອີກ ໆໆໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ ດຽວນີ້ມີການຈັດລະບຽບໃໝ່ ເຈົ້າເມືອງຕ້ອງໄດ້ສັ່ງປິດຮ້ານບັນເທີງທີ່ບໍ່ປະຕິບັດກະຕິກາ, ຕ້ອງຈຳກັດການໃສ່ຊຸດເກືອບວັນເກີດເລາະຕາມຖະໜົນ, ຕ້ອງຈຳກັດການປຸງເຫລົ້າຕາມໃຈຊອບ ບໍ່ປະກອບສ່ວນປະສົມທີ່ດີ...ສີ່ກິບກ່ວາຮ້ານຖືກສັ່ງຢຸດບໍລິການຊົ່ວຄາວເພື່ອກວດສອບ, ຕິດຕາມການຜລິດເຫລົ້າຂາຈ່າງເຖື່ອນ....ແລະອື່ນໆ ແຕ່ທຸກຢ່າງຍັງດຳເນີນປົກະຕິທີ່ຖືກຕາມລະບຽບການ...


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ອີ່ປາວ່າ ດຽວນີ້ມີການຈັດລະບຽບໃໝ່ ເຈົ້າເມືອງຕ້ອງໄດ້ສັ່ງປິດຮ້ານບັນເທີງທີ່ບໍ່ປະຕິບັດກະຕິກາ, ຕ້ອງຈຳກັດການໃສ່ຊຸດເກືອບວັນເກີດເລາະຕາມຖະໜົນ, ຕ້ອງຈຳກັດການປຸງເຫລົ້າຕາມໃຈຊອບ ບໍ່ປະກອບສ່ວນປະສົມທີ່ດີ...ສີ່ກິບກ່ວາຮ້ານຖືກສັ່ງຢຸດບໍລິການຊົ່ວຄາວເພື່ອກວດສອບ, ຕິດຕາມການຜລິດເຫລົ້າຂາຈ່າງເຖື່ອນ....ແລະອື່ນໆ ແຕ່ທຸກຢ່າງຍັງດຳເນີນປົກະຕິທີ່ຖືກຕາມລະບຽບການ...


ດີຫຼາຍ ຖ້າເຮັດໄດ້


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັງວຽງ ໄປປະມານ6ເດືອນກ່ອນ ກະທຳມະດາ ຄົນຕ່າງປະເທດມາກະຫລາຍ ແຕ່ກະບໍ່ເຫັນປະກົດວ່າມີການມົ້ວສຸມ ໃສ່ຊຸດອາບນ້ຳຍ່າງຕາມທາງ ເຫັນແຕ່ຜູ້ຊາຍຕ່າງປະເທດທີ່ຮ້ອນຫລາຍ ຈົນແກ້ເສື້ອຍ່າງ ແຕກະບໍ່ເຫັນວ່າມົ້ວສຸມແບບທີ່ເວົ້າມາ ກະເຂົ້າໃຈວ່າທຳມະດາ ຄົນມາທ່ຽວເຂົາກະທ່ຽວໃຫ້ມ່ວນຕາມພາສາເຂົາ ເອົາເງິນມາໃຫ້ບ້ານເຮົາກະຫລາຍ ແຕ່ຖາມປະຊາຊົນກະບໍ່ເຫັນໃຜເວົ້າວ່າມັນມີຫຍັງເສຍຫາຍຫລາຍຄືທີ່ເວົ້າມາ ເພາະເຮົາກະເປັນຫລານຜູ້ໃຫຍ່ຄືກັນ ກະຕ້ອງຖາມຄວາມຈິງ ແຕ່ປະກົດວ່າກະບໍ່ຄ່ອຍມີຫຍັງຫລາຍ ນອກຈາກຕ່າງປະເທດເມົາຫລາຍຕີກັນ ກະຖືກຈັບແດກເຂົ້າຄຸກ ຕາມກົດບ້ານເຮົາ ຄົນເວົ້າກະບາງທີ ເວົ້າດ້ວຍອາລົມສ່ວນຕົວ ຕື່ມຕ່ອນ ,,,,ຂ້ອຍບໍ່ຫນັກໃຈເລື້ອງວັງວຽງ ແຕ່ຂ້ອຍຫນັກໃຈ ແຂວງຫນຶ່ງຫລາຍກວ່າວັງວຽງ ,,,ແຂວງນະຄອນຫລວງວຽງຈັນ ເປັນແຂວງທີ່ມົ້ວກວ່າວັງວຽງ ມົ້ວແບບເຫັນໆ ແຕ່ບໍ່ມີໃຜສັງເກດ ເລີ້ມຈາກ ນັກຮຽນບໍ່ມີວິໃນ ຂາດຄຸນສົມບັດ ບໍ່ພາກັນເອົາເສື້ອເຂົ້າໃນໃຫ້ລຍບລ້ອຍ ທັງຊາວຫນຸ່ມແລະນັກຮຽນທຳມະດາ ຈົນຮອດ 8-9ໂມງ ໃສ່ເສື້ອນັກຮຽນຂີ່ລົດຊ້ອນຜູ້ຊາຍ ເລາະເວີ່ນກິນນ້ຳເຕົ້າຮູ້ ເລີກແລ້ວກະກັບບ້ານ ຢ່າຖະເຫລຖະໃຫລ ອ້າງວ່າໄປແດກນ້ຳເຕົ້່ຮູ້ ຊ້ຳຮ້າຍກວ່ານັ້ນ ກະໄປຫລິ້ນຮ້ານເບຍ ອາຍຸນ້ອຍໆ ນັ່ງກິນເບຍກັນ ບໍ່ແກ້ເສື້ອນັກຮຽນກະມີ ປ້າຍສື່ຍັງມີຊື່ໂຮງຮຽນຢູ່ກະມີ ,,, ວັນວາເລນທາຍວັນເກີດ ບໍ່ຕ້ອງເວົ້າຖຶງ ຊື້ເບຍມາກິນກັນ ອາຍຸບໍ່ຮອດ15ປີກະມີ ,,,,, ເຍົາວະຊົນເຮົາເປື່ອຍເຍື່ອຍຫລາຍ ອຸບາດຫນັກໄປກວ່າຫັ້ນກະແມ້ນ ມີຊູ້ມີແຟນ ບໍ່ທັນກາຍ ອໍ 1 ມີແລ້ວກະໄປນອນນຳກັນ ແບບຜິດຮີດຜິດຄອງ ແຖມຍັງຖ່າຍຄິບມາໂຊຄວາມຖ່ອຍຂອງໂຕເອງ ,,,,

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະຫນາດສັງຄົມ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ...
ອະຫນາດສັງຄົມ


ແມ່ນຄວາມເຈົ້າຢູ່ເນາະ
ວັງວຽງຂ້ອຍໄປມາຊ່ວງສົງການແລ້ວ ກໍ່ບັນຍາກາດດີຫຼາຍ



໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຍິນຕ່າງປະເທດເວົ້າອີກວ່າ:
ຖ້າມັກແບບຫງຽບສະຫງົບ ຕ້ອງໄປຫຼວງພະບາງ, ຖ້າມັກແບບເຮຮາຕ້ອງໄປວັງວຽງແມ່ນບໍ?


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈັກຊິວ່າ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນຂ້ອຍໄປມາ ສອງເດືອນກ່ອນກະບໍ່ເຫັນວ່າຊິມີ ຝລັ່ງໃສ່ ທູພີດມາໄຫ້ເຫັນຊ້ຳ ອາດເປັນຊ່ວງທີ່ຂ້ອຍໄປມັນ ເປັນ ໂລ່ ຊີຊັນ ແລ້ວ ບ້ານເມືອງປົກກະຕິ ທຳມະຊາດກະງາມດີ ອາກາດສົດໃສບັນຍາກາດດີ ຍັງຢາກຫາເວລາໄປອີກຢູ່ນີ່ ແຕ່ ທາງໄປັ້ນນ່າ ບ່ອນເພ ບ່ອນດີ ຢູ່ ລຳຄານ ຂັບລົດບໍ່ມ່ວນ ເມືອງວັງວັງຫັ້ນມັນບໍ່ເຊື່ອມຍ້ອນຕ່າງຊາດດອກ ເຂົາມາເຂົາກະໄປ ຄົນທີ່ຢູ່ຫັ້ນນ່າ ຄວນຄຳນຶງເບິ່ງວ່າຕົນເອງ ເຮັດຫຍັງແດ່ແລ້ວໄຫ້ກັບເມືອງທີ່ຕົນເອງຢູ່
ແຕ່ກະຍອມຮັບວ່າ ຕ່າງຊາດນີ່ມັນມັກກິນເບຍ ກອດຈູບ ສູບຊາ ຂ້ອຍຄິດວ່າ ລາວເຮົາກະມັກຄືກັນນະແຫລະ ແຕ່ເຮົາຫາກບໍ່ໂຈ່ງແຈ້ງແບບເຂົາ
ວັງວຽງ ຈົງຈະເລີນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເມືອງວັງວຽງນ່າທ່ອງທ່ຽວ ທຳມະຊາດງາມດີ ແຕ່ເຈົ້າຫນ້າທີ່ລັດ ບໍ່ມີມາດຕະຖານເຮັດໃຫ້ເປັນທີ່ຫນ່າຂະຫຍະຂະແຫຍງຂອງຊາວຕ່າງປະເທດໄປແລ້ວ ນັກທ່ອງທ່ຽວລົດນ້ອຍ ເຮັດໃຫ້ທຸລະກິດ ບໍລິການ ຮ້ານອາຫານໂຮງແຮມ ຫລົບທຶນໄປຕາມໆກັນ ເພາະບໍ່ມີນັກທ່ອງທ່ຽວເຂົ້າໄປ ຈາກຂ່າວປາກຕໍ່ປາກແລະຈາກນັກທ່ອງທ່ຽວທີ່ເຄີຍຖືກເຈົ້າຫນ້າທີ່ລັດລັງແກຂູດຮີດເອົາເງິນ ເພາະພວກເຂົານຳໄປໂພດຕາມເວັບທ່ອງທ່ຽວເອເຊີຍແລ້ວເຮັດໃຫ້ຂ່າວເດັ່ນດັງເປັນຂ່າວໃຫ່ຽ

ມີເພື່ອນຕ່າງປະເທດເລົ່າໃຫ້ຟັງ ຢູ່ນຳກັນ5ຄົນ ດູດກັນຊາພຽງ 2 ຄົນ ແຕ່ປັບໃຫມເອົາເງິນຕ່າງປະເທດທັ້ງ 5 ຄົນ ຄົນລະ 1000 ໂດລາລວມເປັນ 5000 ໂດລາ ເຫມືອນບ້ານປ່າເມືອງເຖື່ອນ ຖ້າບໍ່ໃຫ້ຈະຈັບເຂົ້າຄຸກໂດຍບໍ່ໄດ້ສືບຄະດີ ປັບໃຫມເພາະຢູ່ນຳກັນວ່າຊັ້ນແທ້ຈິງນ່າຈະປັບໃຫມ ພຽງສອງຄົນ
ຕອນນີ້ ຜັບບາ ໃນວັງວຽງຖືກປິດໂຕລົງເພາະຈຳຫນ່າຍຢາ ໃຫ້ແກ່ຊາວຕ່າງປະເທດ ເມື່ອບໍ່ນານມານີ້ ມີຊາວຕ່າງປະເທດ ຈົມນ້ຳຕາຍເພາະດູດໄຮໂລອິນເກິນຂະຫນາດ ເຈົ້າຂອງຜັບກຳລັງຖູກຄຸກຕອນນີ້ ນີ້ເປັນເລື່ອງເລົ່າ ເພາະໄປວັງວຽງຫາກໍ່ມາ ວັນອາທິດນີ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວທາງໄປວັງວຽງຄະລົກຄົກເຄກຫຼາຍ


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄປວັງວຽງເມື່ອ3ປີກ່ອນພຸ້ນນະ