ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ປາຖະໜາຢາກໃຫ້ ເມືອງວຽງໄຊ, ແຂວງຫົວພັນ ຈະເລີນກ້າວໜ້າແດ່

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຂ້ອຍກໍ່ເປັນຄົນໜຶ່ງທີ່ເກີດຢູ່ ເມືອງ ວຽງໄຊ, ແຂວງຫົວພັນ. ຂ້ອຍຮຽນຈົບມໍ 6 ປີ 2004 ແລ້ວກໍ່ມາຮຽນ ແລະ ເຮັດວຽກຢູ່ນະຄອນຫຼວງ

ເຊິ່ງຄອບຄົວກໍ່ຍ້າຍມາເລີຍ. ປີ 2010 ຂ້ອຍກໍ່ກັບໄປຢ້ຽມຢາມເມືອງວຽງໄຊອີກຄັ້ງ, ເຫັນວ່າ ບ້ານເມືອງຍັງຄືເກົ່າບໍ່ເຫັນມີຫຍັງພັດທະນາຂຶ້ນປານໃດ,

ບ້ານເຮືອນປະຊາຊົນສ່ວນຫຼາຍກໍ່ຫຼັງເກົ່າໆຫັ້ນລະ, ຕະຫຼາດກໍ່ແບບເກົ່າໆ, ສ່ວນຫຼາຍກໍ່ມີແຕ່ເກົ່າໆ ແລະ ກໍ່ເກົ່າໆໂຊມໆລົງໄປອີກ

ຄືວ່າຮ້າຍກວ່າເກົ່າຊ້ຳ, ເຮືອນຫຼັງທີ່ຄອບຄົວພວກຂ້ອຍຂາຍໄປກໍ່ຍິ່ງເກົ່າໆໂຊມໆລົງ ເປັນຄືວ່າຫຼັງນ້ອຍລົງກວ່າເກົ່າເພາະຊຸດໂຊມລົງ,

ໃຈຂ້ອຍຢາກຍ່າງເຂົ້າໄປເບິ່ງໃນເຮືອນ, ຢາກສຳພັດເບິ່ງບັນຍາກາດທີ່ຢູ່ມາແຕ່ນ້ອຍຈົນໃຫຍ່, ແຕ່ບໍ່ກ້າເຂົ້າໄປ

ຍ້ອນວ່າເຮືອນນັ້ນໄດ້ຂາຍໄປແລ້ວ, ແຕ່ຖ້າຂ້ອຍມີເວລາຂ້ອຍຊິພາໝູ່ຍ່າງເຂົ້າໄປຫຼິ້ນນຳເຂົາເຈົ້າ ແຕ່ເວລາມີໜ້ອຍ ຮີບໄປ ຮີບກັບ

ກໍ່ເລີຍໄດ້ແຕ່ຍ່າງກາຍໄປຢ້ຽມເບິ່ງໜ້ອຍໜຶ່ງ, ໝູ່ກໍ່ເອີ້ນໄປກິນເຂົ້ານຳ.

- ເມືອງວຽງໄຊ ກໍ່ຂຶ້ນຊື່ວ່າເປັນເມືອງທ່ອງທ່ຽວທາງປະຫວັດສາດ ແລະ ທຳມະຊາດ, ຖິ່ນກຳເນີດຂອງ ສປປລາວ, ທ່ຽວຊົມຖ້ຳທ່ານຜູ້ນຳ.

- ຂ່າວກໍ່ໄດ້ຮັບຮູ້ໄປຫຼາຍເທື່ອວ່າ ມີຫຼາຍພາກສ່ວນຊ່ວຍເຫຼືອເປັນມູນຄ່າທໍ່ນັ້ນທໍ່ນີ້ໃຫ້ໄປສ້າງໂຮງຮຽນ, ສ້າງທາງບ່ອນນັ້ນນີ້
ກໍ່ເຊື່ອວ່າໄດ້ຮັບການພັດທະນາ, ແຕ່ມາເບິ່ງລວມໆແລ້ວ ຄືວ່າບໍ່ມີຫຍັງກ້າວໜ້າປານໃດ.

- ຂ້ອຍອາດຄິດໄປເອງບໍທີ່ວ່າເມືອງວຽງໄຊ ແຂວງຫົວພັນບໍ່ກ້າວໜ້າຈັກເທື່ອ, ແຕ່ຂ້ອຍກໍ່ໄດ້ຮັບຮູ້ ແລະ ຍິນຫາງສຽງຈາກຜູ້ໃຫຍ່
ຫຼາຍໆບ່ອນວ່າ: ຍອມ! ເມືອງອື່ນຍອມຮັບວ່າຈະເລີນກ້າວໜ້າ ແຕ່ເມືອງວຽງໄຊ ຫົວພັນນີ້ນັບແຕ່ປີໃດໆມາບໍ່ເຫັນມີຫຍັງຈະເລີນກ້າວໜ້າ
ປານໃດ ແຖມຄືວ່າຮ້າຍລົງກວ່າເກົ່າຊ້ຳ ທຽບໃສ່ເມືອງອື່ນໆ.

- ຂ້ອຍໄປເຫັນປົ່ງໃໝ່ປະດັບຕາກໍ່ມີແຕ່ດອກໄມ້ຕາມແຄມທາງ...

- ເລື່ອງການພັດທະນາການທ່ອງທ່ຽວຢາກໃຫ້ຫັນມາເອົາໃຈໃສ່ບັນຫານີ້ແດ່ ເຊັ່ນການບໍລິການນັກທ່ອງທ່ຽວ ຄືວ່າບໍ່ມີຫຍັງປານໃດ,
ທຳມະດານັກທ່ອງທ່ຽວໄປກໍ່ໜ້າຈະມີລົດບໍລິການເປັນຢ່າງດີ, ໃຫ້ພັດທະນາດ້ານການທ່ອງທ່ຽວໃຫ້ໄດ້ເຄິ່ງໜື່ງຂອງວັງວຽງກ່ອນສາ.

- ແມ່ນຢູ່ວ່າເປັນຕົວເມືອງທີ່ຫ່າງໄກສອກຫຼີກ, ແຕ່ກໍ່ສັງເກດເຫັນນັກທ່ອງທ່ຽວຕ່າງຊາດໄປທ່ອງທ່ຽວຢູ່, ແຕ່ການບໍລິການເຫັນວ່າບໍ່ປານໃດແທ້,
ຕ່າງຊາດບາງຄົນເຂົາກໍ່ອາດຈະເມື່ອຍຖ້າໃຫ້ທ່ຽວໂດຍຍ່າງອ້ອມບ້ານອ້ອມເມືອງ, ຂີ່ລົດຖີບກໍ່ເມື່ອຍ, ຄວນຈະມີການບໍລິການໃຫ້ດີໆເອົາໃຈນັກທ່ອງທ່ຽວໃຫ້ປະທັບໃຈ ໄປແລ້ວຢາກໄປອີກ ເພື່ອເສີມສ້າງເສດຖະກິດປະຊາຊົນໃຫ້ດີຂຶ້ນ, ພາກສ່ວນໃດເອົາໃຈໃສ່ບັນຫານີ້ບໍ? ຖ້າຢາກພັດທະນາເສດຖະກິດກໍ່ຕ້ອງຫັນມາບໍລິການໆທ່ອງທ່ຽວໃຫ້ດີຈິ່ງດຶງດູດນັກທ່ອງທ່ຽວໄດ້ຫຼາຍ, ໄປເບິ່ງມາແລ້ວເມືອງກໍ່ງຽບໆ ງຽບແທ້ງຽບວ່າ ປານວ່າບໍ່ມີຄົນໄປມາພໍປານໃດ....

ທຳມະຊາດກໍ່ງາມຢູ່ແລ້ວ ແຕ່ວ່າບ້ານເມືອງນີ້ຄືບໍ່ເຫັນຈະເລີນຈັກເທື່ອ ເບິ່ງລວມຈັກອັນໃດກໍ່ຍັງຄືວ່າຍັງຄືເກົ່າ ໜ້າສົງສານ
ຢາກເຫັນບ້ານເກີດເມືອງນອນຕົວເອງກ້າວໜ້າຄືບ້ານເມືອງອື່ນເພິ່ນ








_______________________________________________

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ໃສກະເປັນຄືກັນໝົດລະທ່ານ ຍົກເວັ້ນ ນະຄອນຫລວງ,ປາກເຊ,ສະຫວັນນະເຂດ,ຫລວງພະບາງ
ດີຢ່າງ1ທີ່ບໍ່ມີວັດທະນະທຳຕາເວັນຕົກເຂົ້າມາ ຄືກັບນະຄອນຫລວງຕອນນີ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຢູ່ໃສກະເປັນຄືກັນໝົດລະທ່ານ ຍົກເວັ້ນ ນະຄອນຫລວງ,ປາກເຊ,ສະຫວັນນະເຂດ,ຫລວງພະບາງ
ດີຢ່າງ1ທີ່ບໍ່ມີວັດທະນະທຳຕາເວັນຕົກເຂົ້າມາ ຄືກັບນະຄອນຫລວງຕອນນີ້


ໂອ! ແທ້ບໍ?


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ด


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່ອຍເປັນຄ່ອຍໄປ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ด


ແລ້ວຄົນສຶກສາສູງຫຼາຍໆກໍ່ໜີໄປຢູ່ບ່ອນຈະເລີນໃນຕ່າງປະເທດອີກແມ່ນບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chom ຂຽນວ່າ...
ชิให้จะเรีนแนวใดใผมีกานสิกสุงกะหนีไปยุ่วงงจ้นหม็ด


ແລ້ວຄົນສຶກສາສູງຫຼາຍໆກໍ່ໜີໄປຢູ່ບ່ອນຈະເລີນໃນຕ່າງປະເທດອີກແມ່ນບໍ?


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງພັດທະນາຂື້ນນັ້ນແມ່ນພັດທະນາຂື້ນແທ້ເຊັ່ນບັນດາຫ້ອງການ,ສຳນັກງານລັດ,ໂຮງຮຽນ...ແຕ່ເບື້ອງພາກທຸລະກິດແມ່ນຊ້າສາຍເຫດ
ຍ້ອນບໍ່ມີແຮງດືງດູດຫລືບັນດາໃຫ້ນັກລົງທືນເຂົ້າໄປລົງທືນ...ສ່ວນຜູ້ດີມີເງິນຈຳນວນຫລາຍກໍ່ໄດ້ຍົກຍ້າຍເຂົ້າມາຢູ່ເມືອງຫລວງວຽງຈັນ
ສະນັ້ນຈີ່ງເຮັດໃຫ້ມີການພັດທະນາຊ້າຍ້ອນອາໃສແຕ່ພາກລັດເປັນສ່ວນໃຫ່ຍຂ້າພະເຈົ້າເອງກໍ່ເຄີຍອາໃສຢູ່ທີ່ເມືອງວຽງໄຊເກືອບຮອດ
ສອງປີແລະໄດ້ມີໂອກາດເມືອຢາມບ້ານເທື່ອໃດກໍ່ລືມບໍ່ໄດ້ທີ່ໄປຢ້ຽມຢາມວຽງໄຊເຊັ່ນກັນ...

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?