ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ສປປລາວ ໄດ້ຮັບລາງວັນເປັນເປັນເທດທີ່ໜ້າທ່ຽວຊົມທີ່ສຸດໃນໂລກ ປະຈຳປີ 2013.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບມາຈາກເຟສບຸກ



ຈາກໜ້າ: ຊີວິດຄືການຮຽນຮູ້

ສປປ ລາວ ຖືກຄັດເລືອກໄດ້ຮັບລາງວັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ປະຈຳປີ 2013 (World Best Tourist Destination for 2013) ຈາກສະຫະພາບເອີຣົບ, ໂດຍພິທີມອບລາງວັນອັນຊົງກຽດນີ້ ຈະມີຂຶ້ນຢ່າງເປັນທາງການໃນວັນທີ 9 ພຶດສະພາ 2013 ນີ້.

ພາຍຫຼັງໄດ້ຮັບລາງວັນ ເມືອງຫຼວງພະບາງ ເມືອງມໍລະດົກໂລກ ເປັນເມືອງທີ່ໜ້າທ່ອງທ່ຽວທີ່ສຸດໃນປີ 2012, ແລ້ວ ສປປ ລາວ ຍັງຈະໄດ້ຮັບລາງວັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ ປະຈຳປີ 2013 ຈາກສະຫະພັນທ່ອງທ່ຽວ ແລະ ການຄ້າເອີຣົບ, ເຊິ່ງລາງວັນດັ່ງກ່າວຖືເປັນລາງວັນອັນຊົງກຽດລະດັບໂລກ ທີ່ເຫັນດີຮັບຮອງໂດຍ 28 ປະເທດສະມາຊິກ EU ເນື່ອງຈາກ ສປປ ລາວ ສາມາດປະຕິບັດໄດ້ຕາມເງື່ອນໄຂ ແລະ ມາດຕະຖານຕ່າງໆ ທີ່ທາງສະຫະພັນກຳນົດໄວ້.

ນັບແຕ່ໄດ້ຮັບການສ້າງຕັ້ງສະຫະພັນດັ່ງກ່າວໃນປີ 2006 ເປັນຕົ້ນມາ, ປະເທດທີ່ໄດ້ຮັບລາງວັນດັ່ງກ່າວໄດ້ແກ່:
- ປີ 2007: ປະເທດ ຊີຣີ;
- ປີ 2008: ປະເທດ ຕວກກີ;
- ປີ 2009: ປະເທດ ອາຣັບ ເອມີເຣດ;
- ປີ 2010: ປະເທດ ເກົາຫຼີໃຕ້;
- ປີ 2011: ປະເທດ ໂທແບກໂກ;
- ປີ 2012: ປະເທດ ຕວກກີ (ຄັ້ງທີສອງ), ແລະ ສປປ ລາວ ໃນປີ 2013.

ສຳລັບຄະນະກຳມະການຕັດສິນໃຫ້ລາງວັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກປະຈຳປີ 2013 ນີ້ ແມ່ນສະມາຊິກຈາກອົງການທ່ອງທ່ຽວແຫ່ງສະຫະພາບເອີຣົບ ແລະ ອົງການທ່ອງທ່ຽວແຫ່ງຊາດຈາກບັນດາປະເທດສະມາຊິກ EU, ສະມາຊິກລັດຖະສະພາ ແລະ ລັດຖະບານຈາກສະຫະພາບ EU, ບັນດາປະເທດສະມາຊິກຂອງຄະນະກຳມະການສະຫະພັນ ທ່ອງທ່ຽວ ແລະ ການຄ້າເອີຣົບ, ບັນດາສາສະດາຈານຢູ່ມະຫາວິທະຍາໄລ ຈາກສາຂາປະຫວັດສາດ, ການທ່ອງທ່ຽວ ແລະ ສາຍພົວພັນສາກົນຂອງສະຫະພາບ EU ລວມທັງນັກຊ່ຽວຊານດ້ານການທ່ອງທ່ຽວ ແລະ ສິ່ງແວດລ້ອມ.

ຂໍ້ມູນຈາກ "ໜັງສືພິມ ລາວພັດທະນາ"



໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ຄິດວ່າຈະເອົາຂ່າວນີ້ມາລົງເໝືອນກັນ ບັງເອີນເຂົ້າມາພັດເຫັນເຈ໊ພາສຸກລົງກ່ອນ
ນັບຖື ນັບຖື!.


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງ ມີຂ່າວດີ ມາເລົ່າໃຫ້ກັນຟັງເນາະ

ຄຳຕອບ ສ່ວນໜຶ່ງຂອງ ຜູ້ບໍ່ເຂົ້າໃຈ ດິກິ ປະເທດລາວ ໃຫ້ຕາສະຫວ່າງຂື້ນ

ພັກລັດນຳພາດີມັນກໍ່ເປັນແນວນີ້ລະ(ຄ່ອຍເປັນຄ່ອຍໄປເທື່ອລະກ້າວ) ອິອິ

ດີໃຈນຳເດີ


໒ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ໄດ້ຍິນຂ່າວນີ້ ເຮົາເອງໃນນາມຄົນລາວ ສາຍພັນລາວຄົນນຶ່ງ ສຸດທີ່ປຶ້ມໃຈ ເອກອ້າງທະນົງໃຈ ນຳກຽດສັກສີຂອງຖິ່ນກຳເນີດທີ່ຊາວໂລກໄດ້ໃຫ້ຄຸນຄ່າ ບໍ່ແມ່ນ
ເຂົ້າກະຕ່າຍົກຕົວເອງ ສິ່ງທີ່ພູມໃຈອັນນີ້ໃນນາມຄົນລາວໝົດທຸກຄົນ ຂໍຮຽກຮ້ອງບໍ່ແມ່ນຈະຍິ້ມໃຫ້ແຂ້ວແຫ້ງລ້າໆ ກ່ອນອື່ນໝົດສິ່ງທີ່ເຮົ້າໝົດທຸກຄົນເຮັ້ດໄດ້
ແມ່ນຄວາມຊື່ສັດຕໍ່ແຂກບ້ານແຂກເມືອງ ຕ້ອນຮັບດ້ວຍຄວາມພາກພູມໃຈ ຢ່າສຸເຮັດເປິເປືອນສົກກະປົກ ໃຫ້ແຂກເພິ່ນໜ່າຍແລະອື່ນໆ ເຊີນສະມາຊິກພັນລາວ
ລົງຄວາມເຫັນຊ່ວຍກັນ.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັອບມາ


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ແລະປີຜ່ານມາເມືອງຊຳເໜືອ ແຂວງຫົວພັນກໍໄດ້ນາມມະຍົດເປັນເມືອງໜ້າຢູ່ຂອງອາຊຽນ
"ສະແດງວ່າເມືອງນີ້ປະຕິບັດໄດ້6ສໍ"
ບ້ານເອັມຕູບໍ່ທຳມະດາເດີ!


໕ ກະທູ້
໓໐໓ ໂພສ
ຊຳນານການເວັບບອດ

ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ

໓ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
wowwwww good NEWS

Pookie Ordinary Girl

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ຕິດອັນດັບນໍາກະເຈົ້າເສີຍເນາະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອ້ຍຮັກປະເທດລາວ


໒ ກະທູ້
໒໒໑ ໂພສ
ນັກການກະທູ້
ມີຄວາມພູມໃຈຫຼາຍທີ່ເກີດເປັນລາວ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຢາກທ່ຽວເມືອງລາວ.


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ດັ່ງນັ້ນເຮົາຄົນລາວຕ້ອງຮ່ວມໃຈກັນ ຮັກສາວັດທະນາທຳອັນດີງາມ ແລະ ທຳມະຊາດອັນງົດງາມໄວ້ ເຖິງປະເທດໄດ້ເອົາໄປຮຽນແບບ ມັນກບໍ່ງົດງາມຄື ຂອງພວກເຮົາໄປໄດ້, ພູມໃຈທີເປັນຄົນລາວ


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ນະຄອນຫລວງເຮົາຍັງບໍ່ໄດ້6ສເທື່ອເດີພີ່ນ້ອງຊ່ອຍກັນແດ່ຂີ້ຝຸ່ນນຳທາງຍັງໄງ່ກຸ້ມຢູ່ເດີຮັກສາຄວາມສະອາດຊ່ອຍກັນ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈາກໜ້າ: Laos Pictures ຮູບພາບປະເທດລາວ

ປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ ຄືລາງວັນອັນຊົງກຽດຂອງ ສປປ. ລາວ

ລາງວັນ ”ປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ” ແມ່ນລາງວັນອັນຊົງກຽດລະດັບໂລກ ຊຶ່ງຢັ້ງຢືນ ແລະ ອອກໃຫ້ໂດຍສະຫະພັນທ່ອງທ່ຽວ ແລະ ການຄ້າສະຫະພາບເອີຣົບ ປີລະຄັ້ງ ແລະ ໃນແຕ່ລະປີມີພຽງປະເທດດຽວເທົ່ານັ້ນທີ່ໄດ້ຮັບລາງວັນນີ້. ການມອບລາງວັນດັ່ງກ່າວ ໄດ້ເລີ່ມປະຕິບັດນັບແຕ່ປີ 2007 ເປັນຕົ້ນມາ ແລະ ໃນປີ 2013 ນີ້ ສປປ. ລາວ ແມ່ນປະເທດທີ່ໄດ້ຮັບລາງວັນເປັນປະເທດທີ 7. ພິທີມອບ-ຮັບຈະໄດ້ຈັດຂື້ນໃນວັນທີ 9 ພຶດສະພານີ້
ລາງວັນອັນຊົງກຽດນີ້ຈະຖືກມອບໃຫ້ແກ່ປະເທດ ທີ່ມີເງື່ອນໄຂຄົບຖ້ວນຕາມຫຼັກການ 3 ປະການ ທີ່ພະແນກທ່ອງທ່ຽວຂອງອົງການສະຫະປະຊາຊາດ ອົງການອຸຍແນດສະໂກ ແລະ ສະພາການທ່ອງທ່ຽວ ແລະ ການຄ້າຂອງສະຫະພາບເອີຣົບ ໄດ້ກຳນົດຄື:
1. ການທ່ອງທ່ຽວທີ່ມີຄວາມຍຸຕິທຳ ມີຈັນຍາບັນ
2. ການທ່ອງທ່ຽວທີ່ມີຄວາມຮັບປະກັນຄວາມປອດໄພ
3. ການທ່ອງທ່ຽວທີ່ເອົາໃຈໃສ່ປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ ທາງດ້ານປະຫວັດສາດ ແລະ ທາງດ້ານທຳມະຊາດເປັນຢ່າງດີ

ການທີ່ ສປປ ລາວ ໄດ້ຮັບຮອງວັນດັ່ງກ່າວ ປີ 2013 ນີ້ ແມ່ນໄດ້ເອົາຊື່ສຽງ ແລະ ກຽດສັກສີມາສູ່ປະເທດພວກເຮົາ ເວົ້າລວມ ເວົ້າສະເພາະ ກໍແມ່ນການສ້າງຊື່ສຽງ ແລະ ພາບພົດທີ່ດີແກ່ຂະແໜງການທ່ອງທ່ຽວຂອງ ສປປ ລາວ.


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ປະເທດລາວເຮົາເປັນປະເທດທີ່ຫນ້າຢູ່ແຕ່ບໍຮູ້ວ່າມັນຊິໝົດມຶ້ໃດທຸກມື້ເຫັນແຕ່ແຂກຕ່າງດ້າວທ້າວຕ່່າງເມືອງເຂົ້າມາຂຸດຄົ້ນຊັບໃນດິນສິນໃນນ້ຳໄປຈົນຊິໝົດແລ້ວ,ແມ້ແຕ່ຢູ່ໃນຕະຫລາດກໍ່ມີແຕ່ເຈັກຈີນ,ຫວຽດແກວ ແລ້ວລູກຫລານພວກເຮົາໃນອະນາຄົດຊິຫາກິນຈັງໃດນໍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ່າວຈາກໂທລະພາບລາວ ລາຍການເປັນພາສາອັງກິດ : https://www.facebook.com/photo.php?v=10200490926749069

Lao National Television-English News Program
VO Laos to declare the World's Best Tourist Destination for 2013
INTRO: The European Council on Tourism and Trade is in the process of awarding Laos the World's Best Tourist Destination for 2013 and declaring Laos as Favourite Cultural Destination for 2013, the official announcement will be made on the upcoming Thursday the 9th of May and the heat up the event, we have foreign ambassadors shared with us their impressions on Laos’s culture and the people
STORY: The European Council on Tourism and Trade is in the process of awarding Laos the World's Best Tourist Destination for 2013 and declaring Laos as Favourite Cultural Destination for 2013. According to the Ministry of Information, Culture and Tourism. The Council will send a delegation to Laos to present the award and the country is already making preparations for this event.
Prior the presentation ceremony which will take place on the upcoming Thursday the 9th of May. Two foreign ambassadors from Australia, Germany and Chargé d'Affaires of the European Union Delegation to Laos, share with us their impression on Laos
Interview: (English)
Laos is home to a healthy environment with many areas well-suited to the development of ecotourism that can form the basis of a green and thriving ecotourism industry. This new and emerging sector, free of pollution and supporting conservation objectives, will make a great contribution to Laos as a regional tourist destination.
Interview: (English)
Laos has many aspects to explore, including the intriguing customs and beliefs of multi- ethnic groups and interesting archaeological and historical sites. Of particular note are the World Heritage Sites of the historic city of Luang Prabang, and Vat Phou, which covers the ancient city of Sethapura in Champassak province.
Interview: (English)
Given the importance of the tourism industry, the government has invested substantially to improve infrastructure and provide facilities for tourists. The fine hospitality shown by the Lao people is among the most important factors attracting to urists to the country.
In conferring the award the European Council believes it will bring greater knowledge and awareness within the European Union of Laos and of the opportunities that Laos offers to European tourists interested in culture.
Last year the award went to the United Arab Emirates. It was quickly utilised to underpin consumer confidence building, investor promotion, and public relations campaigns consolidating the tourism status of the United Arab Emirates not only internally but also on the international stage.
The European Council believes that this year it is time for Laos to receive the honour.
Among the reasons for awarding the title are Laos' promotion of free and fair tourism, safety of tourists, facilities offered, access to sites of historical and cultural significance, investment in the preservation of historical sites and cultural protection, use of tourism income to create an economically and socially balanced climate, and historical value.


໑໐ ກະທູ້
໕໓໐ ໂພສ
ຊຳນານການເວັບບອດ
ຢາກທ່ຽວລາວ ແຕ່ເກີດມາບໍ່ເຄີຍຂຶ້ນພາກເໜືອຈັກເທື່ອ ໄກສຸດ ຮອດທ່າລາດ ແຂວງວຽງຈັນ



໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ຈຳນວນທີ່ເຂົ້າມາທ່ຽວຍັງສູ້ໄທບໍ່ໄດ້ ....
ຈັ່ງໃດກໍ່ຕາມ ລອງຖາມນັກທ່ອງທ່ຽວມາລາວສ່ວນຫລາຍແມ່ນ ໄປທ່ຽວໄທກ່ອນ ແລ້ວຈັ່ງມາແວ່ລາວ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາງຄົນກໍ່ວ່າ: ເປັນການຊ່ວຍເຫຼືອຈາກອົງການທ່ອງທ່ຽວເຂົາເຈົ້າ ເພື່ອໃຫ້ປະເທດທີ່ຍັງບໍ່ທັນພັດທະນາຫຼາຍ ໄດ້ຫັນໄປສູ່ຄວາມຈະເລີນວ່າຊັ້ນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູບຈາກເຟສບຸກ



໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫລາຍໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ນັບວ່າເປັນປະກົດການທີ່ຕ້ອງຈາລຶກໄວ້ໃນໜ້າປະຫວັດສາດຂອງການທ່ອງທ່ຽວລາວ

ປີໜ້າຂໍໃຫ້ໄດ້ຮັບອີກ!


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anu99 ຂຽນວ່າ...
ນັບວ່າເປັນປະກົດການທີ່ຕ້ອງຈາລຶກໄວ້ໃນໜ້າປະຫວັດສາດຂອງການທ່ອງທ່ຽວລາວ

ປີໜ້າຂໍໃຫ້ໄດ້ຮັບອີກ!



"ຈາລຶກໄວ້ໃນໜ້າປະຫວັດສາດຂອງການທ່ອງທ່ຽວລາວ"
ເຂົາຈາລຶກໄວ້ ປື້ມປະຫວັດສາດດ້ານການທ່ອງທ່ຽວໂລກແລ້ວ


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຮັກປະເທດລາວ ລາວຈົ່ງຈະເລີນ....

ທອມລາວຮັກດີ້ໄທ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຂ້ອຍໄດ້ເບີ່ງຂ່າວທາງອອນລາຍ ເຫັນແລ້ວ ຮູ້ສືກພາກພູມໃຈນຳພີ່ນ້ອງຊາວລາວ ແລະ ພັກລັດທະບານລາວ ອີ່ຫຼີ ເລີຍ ໃນໂລກ ມີສອງລ້ອຍຫ້າຫົກສີບກ່ວາປະເທດ ລາວໄດ້ອັບໜື່ງ ຂອງໂລກ .ສະນັ້ນພວກເຮົາຄົນລາວເຊື້ອຊາດລາວຈົ່ງພາກັນປົກຮັກສາລາງວັນອັນສົງກຽດນີ້ໄວ້ຕະຫຼອດໄປ.ແລະຢ່າໄປຫຼົງເຊື່ອຄຳໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີເຊີ່ງຍາມໃດເຂົາກໍ່ບໍ່ລົງລະທີ່ຈະທຳລາຍລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາ. ພວກມັນຫວັງຢາກໃຫ້ປະເທດເຮົາມີຫຼາຍພັກຫຼາຍພວກ.ດັ່ງນັ້ນເຮົາຢ່າໄປຫຼົງເຊື່ອ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວສູ້ໆ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ລາວເຮົາບໍ່ອຶດແຕ່ບ່ອນທ່ຽວ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>