ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ສິພັນດອນ ດິນແດນແຫ່ງຄວາມສວຍງານ, ເອກະລັກ, ທໍາມະຊາດ ແລະ ຄວາມຫລາກຫລາຍທາງດ້ານ ຊີວະນາໆພັນ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ


ຫລາຍທ່ານເຄີຍໄດ້ຍິນຊື່: ສີພັນດອນ ຫລື ຫລາຍທ່ານອາດເຄີຍເປັນທ່ອງທ່ຽວມາແລ້ວ ແລະ ສໍາລັບຜູ້ ທີ່ຍັງບໍ່ທັນຮູ້ ສີພັນດອນເປັນເຂດ ດິນບໍລິເວນນຳ້ເຂດຫນື່ງທີ່ຕັ້ງຢູ່ທາງພາກໃຕ້ສຸດຂອງປະເທດລາວກວມ ເອົາເຂດເມືອງໂຂງ, ແຂວງຈຳປາສັກ ແລະ ເຂດແຂວງ ສຕຣືງແຕງ ຂອງປະເທດກຳປູເຈຍ






ສິ່ງທີ່ເປັນເອກະລັກທີ່ຂອງສີພັນດອນເມື່ອທຸກຄົນໄດ້ຍິນຊື່ນີ້: ຄົງຈະນຶກເຖິງ ນໍ້າຕົກຕາດຄອນພະເພງ, ຫລີ່ຜີ ແລະ ປາຂ່າເພາະທຸກສິ່ງທີ່ກ່າວ ມານີ້ລ້ວນແຕ່ມີຢູ່ໃນເຂດສີພັນດອນພຽງແຫ່ງດຽວໃນໂລກ ນັ້ນເປັນປະເດັນສຳຄັນຂອງນັກທ່ອງທ່ຽວທີ່ໄດ້ມາຈະຕ້ອງໄດ້ໄປຢ້ຽມຢາມສິ່ງດັ່ງ ແຕ່ຫລາຍທ່ານອາດຍັງ ບໍ່ທັນຮູ້ວ່າ ສີພັນດອນຍັງມີສິ່ງທີ່ຫນ້າສົນໃຈຫລາຍກວ່ານັ້ນອີກບໍ່ວ່າຈະເປັນຄວາມສວຍງາມຂອງທັດສະນິຍະພາບ ແມ່ນໍ້າ, ປ່າແຄມນໍ້າ, ບັນດານົກຕ່າງໆ, ວິຖີຊີວິດຂອງຊຸມຊົນກ່ຽວກັບການຫາປາ ແລະ ທີ່ສຳຄັນ ສຸດທີ່ນີ້ເປັນແຫລ່ງທີ່ຢູ່ອາໃສຂອງປາຫລາຍ ທີ່ສຸດໃນປະເທດລາວ ມີຊະນິດພັນປາເກືອບຫລາຍຮ້ອຍຊະ ນິດພັນທີ່ສາມາດຈຳແນກໄດ້ ແລະ ປາເຫລົ່ານີ້ໄດ້ເປັນອາຫານຫລໍ່ລ້ຽງປະຊາຊົນ ມາແຕ່ດຶກດຳບັນ





ແຕ່ໃນປະຈຸບັນສິ່ງທີ່ຕ່າງໆທີ່ກ່າວມານັ້ນພວມປ່ຽນແປງໄປ ດ້ວຍຮູບແບບຂອງການພັດທະນາ, ຄວາມຕ້ອງ ການ, ການເພີ່ມຂອງປະຊາກອນ ປະຈຸບັນບັນດາສັດນ້ຳ, ນົກ, ພາບທໍາມະຊາດທີ່ສວຍງາມກຳລັງຫລຸດລົງໄປ ເຖິງແມ່ນຈະຊາວບ້ານຈະມີຄວາມຜູກພັນ, ຮັກ ແລະ ຫວງແຫນ ຕໍ່ທຳມະຊາດທີ່ເຂົາມີຢູ່ ແລະ ພະຍາຍາມຫາ ທຸກວິທີທາງເພື່ອອະນຸລັກຢ່າງສຸດຄວາມສາມາດກໍ່ຕາມ ແຕ່ການພັດທະນາ ແລະ ການເຂົ້າມາ ຢູ່ຂອງນາຍທຶນກໍ່ ເປັນປັດໃຈຜັກດັນໃຫ້ທຳມະຊາດມີກ່ານປ່ຽນແປງຢູ່ດີ, ສິ່ງທີ່ເຮັດໄດ້ປະຈຸບັນກໍ່ພຽງແຕ່ຍື້ເວລາໃຫ້ສິ່ງທີ່ມີຄຸນຄ່າ ເຫລົ່ານັ້ນ ຄົງຢູ່ກັບຊາວບ້ານໃຫ້ດົນເທົ່າທີ່ເປັນໄປໄດ້ເທົ່ານັ້ນເອງ

ວິຊາການເຫີ່ຍໆ
ອ່ານບົດຄວາມເພີ່ມເຕີມໄດ້ທີ່:​ laoscience-it.blogspot.com


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ໂອຍຮູບໃຫຍ່ເກີນຂອບອີກລະ ເປັນຫຍັງຮູບມັນຄືບໍ່ປັບອັດຕະໂນມັດເນາະ ດຽວມີເວລາຊິມາແກ້ໄຫ້


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ໂອຍຮູບໃຫຍ່ເກີນຂອບອີກລະ ເປັນຫຍັງຮູບມັນຄືບໍ່ປັບອັດຕະໂນມັດເນາະ ດຽວມີເວລາຊິມາແກ້ໄຫ້


ມີຄວາມຮູ້ກະບອກໝູ່ແດ່ຊັ້ນຕົ໋ວ...


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມຫຼາຍ ໂດຍສະເພາະ ຮູບ ທີ່ ຝະລັ່ງ ວ່າ sunset ເນາະ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງາມຫຼາຍເດສີພັນດອນ