ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ບໍລິການໃຫ້ຄຳປຶກສາຂໍວີຂ່າອາເມລິກາ(ເຂົ້າມາອ່ານກ່ອນຮັບຮອງບໍ່ຜິດຫວັງ)

໗ ກະທູ້
໙໗ ໂພສ
ນັກການກະທູ້
(ຂໍອານຸຍາດຕັ້ງ 4 ຫ້ອງເດີ ຂໍຫ້ອງ ຄົນໄກບ້ານ-ລົມໄປເລື້ອຍ-ການທ່ອງທ່ຽວ-ຕະຫຼາດພັນລາວ ຂໍໂທດທີ່ລົບກວນ)

ສະບາຍດີສະມາຊິກພັນລາວທຸກຄົນ ບໍ່ໄດ້ເຂົ້າມາຕັ້ງດົນ ຈົນເກືອບລືມລະຫັດຜ່ານໄປແລ້ວ ກົດເຂົ້າ2ເທື່ອງແຕ່ລະບົບຟ້ອງວ່າລະຫັດຫລືຊື່ຜິດ (ເກົາຫົວຍັອກໆສອງ-ສາມເທື່ອ) ຕາຍລະລະຫັດອິຫຍັງແລ້ວນີ່ ຄິດຢູ່ບຶດໜຶ່ງກໍເລີຍກົດປັ໊ບໄປທີ່ລືມລະຫັດຜ່ານ ຈາກນັ້ນໃສ່ອີເມວຮຽບຮ້ອຍກົດສົ່ງ ແວ໊ບ ລະລົບແຈ້ງໃຫ້ເຂົ້າໄປກວດເບິ່ງອີເມວ ພໍເປີດເມວປຸ໊ບ ເຫັນລິ້ງທີ່ພັນລາວສົ່ງໃຫ້ກໍ່ກົດເຂົ້າເປັນຈັດການປ່ຽນລະຫັດໃໝ່ໄປເລີຍ ຈາກນັ້ນກົດ ໂອເຄ ແລ້ວກໍ່ມາລອງເຂົ້າໃໝ່ ພໍພິມອີເມວ ຕອັກແຕັກ ອີເມວເກົ່າຂຶ້ນມາ ເວນລະທີ່ມັນເຂົ້າບໍໄດ້ເມື່ອກີ້ ພິມຄຳວ່າ hotmail ຜິດ ດັນໄປພິມເປັນ hitmail ມືນີ້ກໍ່ກົດໄວເກີນ :)

ເຂົ້າເລື່ອງເລີຍແລ້ວກັນ

ອາເມລິກາດິນແດນໃນຝັນຂອງຫລາຍໆຄົນທີ່ຢາກໄປເຫັນກັບຕາຕົວເອງຈັກເທື່ອໜຶ່ງ ແຕ່ຫລາຍໆຄົນກໍ່ຕ້ອງຜິດຫວັງເພາະວ່າຂໍວີຊ່າບໍ່ຜ່ານ ດ້ວຍປະສົບການທີ່ມີ ແລະການເດີນທາງໄປອາເມລິກາທີ່ມີມາຫລາຍປີ ຂ້າພະເຈົ້າຈຶ່ງຢາກຊ່ວຍເຫລືອແລະຊ່ວຍເຕີມຄວາມຝັນຂອງທ່ານໃຫ້ເປັນຈິງ

ຂ້າພະເຈົ້າຈຶ່ງໄດ້ຮັບເປັນທີ່ປຶກສາໃຫ້ກັບບັນດາທ່ານທີ່ຕ້ອງການຂໍວີຂ່າໄປອາເມລິກາ ແຕ່ບໍ່ຮູ້ວ່າຈະເຮັດຈັ່ງໃດເພື່ອໃຫ້ໄດ້ວີຊ່າຕາມທີ່ຕ້ອງການ ດ້ວຍການ ບໍລິການໃຫ້ຄຳປຶກສາແລ່ນຂໍວີຊ່າອາເມລິກາ ດ້ວຍປະສົບການແລະຄວາມຊຳນານທີ່ສູງ ໂດຍບໍ່ມີຄ່າມັດຈຳໃດໆທັ້ງສິ້ນ

ສົນໃຈຄິດຕໍ່ 030 2808113

ນິວຍອກ ມະຫານະຄອນທີ່ບໍເຄີຍຫລັບໄຫລ ມະຫານະຄອນອັນດັບໜຶ່ງຂອງໂລກ
ສັນຍາລັກນິວຍອກ

ນິວຍອກ ມະຫານະຄອນທີ່ບໍເຄີຍຫລັບໄຫລ ແລະຢູ່ໃນໃຈຂອງຫລາຍໆຄົນ

ຊານຟານຊິສໂກ ເມືອງທີ່ແສນອົບອຸ່ນຕະຫລອດທັງປີ
ສັນຍາລັກເມືອງ San Francisco

Down Town ເມືອງ San Francisco ສ້າງຢູ່ເທິງພູດີດີນີ້ເອງ

ເມືອງ San Francisco ເມືອງໃນຝັນຂອງຫລາຍໆຄົນ

ສົນໃຈຕິດຕໍ່ຕາມເບີທີ່ໃຫ້ໄວ້ ຮັບຮອງທ່ານຈະບໍ່ຜິດຫວັງ ມີພີ່ນ້ອງໝູ່ຄູ່ທີ່ສົນໃຈ ແຕ່ບໍ່ຮູ້ຈະເຮັດຈັ່ງໃດແນະນຳມາໄດ້ເລີຍ
ໝາຍເຫດ: ຂ້າພະເຈົ້າບໍ່ແມ່ນນາຍໜ້າ ບໍຮັບວຽກຜ່ານຄົນອື່ນ ບໍ່ມີທີມງານ ບໍ່ກ່ຽວຂ້ອງກັບບໍລິສັດທ່ອງທ່ຽວຕ່າງໆ ເຮັດວຽກຄົນດຽວດ້ວຍປະສົບການທີ່ສູງ ແລະເຊື່ອຖືໄດ້.

ຜ່ານມາເຄີຍແລ່ນໃຫ້ສະເພາະຄົນໃກ້ຊິດກັນ ແຕ່ທຸກເທື່ອທີ່ໄປເຫັນມີຫລາຍໆຄົນມີຄວາມຫວັງຢາກໄປ ແຕ່ຂໍວີຊ່າບໍ່ໄດ້ ເພາະເຊື່ອນາຍໜ້າທີ່ອ້າງຕົວວ່າແລ່ນໄດ້ ສຸດທ້າຍກໍ່ບໍ່ໄດ້ ຂ້າພະເຈົ້າເລີຍຄິດວ່າ ຖ້າພວກທ່ານມີຄວາມຕັ້ງໃຈ ຂ້າພະເຈົ້າກໍ່ພ້ອມທີ່ຈະຊ່ວຍເຫລືອ.

ສຸດທ້າຍຂໍຝາກກະທູ້ເບີງາມໄວ້ອີກ1ກະທູ້ :)
.ກະທູ້ຂາຍເບີງາມ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເຈົ້າຕັ້ງ 4 ກະທູ້ລຽນກັນເນື້ອໃນດຽວກັນມັນກະດັນກະທູ້ຄົນອື່ນໝົດລະ ຊິວ່າແນວໃດ
ສົມມຸດວ່າຂ້ອຍຕັ້ງ 8 ກະທູ້ຄົນລະໝວດແຕ່ເນື້ອໃນອັນດຽວ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັ້ງກະທູ້ດຽວກໍ່ ຫາຄົນມາອ່ານຍາກແລ້ວ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ລືບອອກແນ່ເດີ ຈຂກທ ເອີຍ ເອົາອັນດຽວກະພໍແລ້ວ

໗ ກະທູ້
໙໗ ໂພສ
ນັກການກະທູ້
ຂໍຕອບທຸກຄົນທີ່ຂ້ອງໃຈກ່ຽວກັບການຕັ້ງກະທູ້ເນື້ອຫາດຽວແຕ່ຕັ້ງ4ຫ້ອງ

ຂໍໂທດທີ່ລົບກວນສະມາຊິດທ່ານອື່ນໆ ແຕ່ເຫດຜົນທີ່ຂ້າພະເຈົ້າຕັ້ງຫລາຍຫ້ອງເພາະວ່າ ຂ້າພະເຈົ້າບໍ່ຄ່ອຍໄດ້ເຂົ້າມາພໍເທົ່າໃດ ດັ່ງນັ້ນຖ້າຕັ້ງຫ້ອງດຽວຖືກຫ້ອງທີ່ສະມາຊິກທ່ານອື່ນໆມັກຕັ້ງກະທູ້ ກະທູ້ຂອງຂ້າພະເຈົ້າກໍ່ຈະຕົກໜ້າໄວ ເຮັດໃຫ້ບໍ່ມີຄົນເຫັນ ເພື່ອຄົນທີ່ເຂົາເຈົ້າຕ້ອງການຢາກໄດ້ຄຳແນະນຳກໍ່ຈະພາດໂອກາດໄປ ດັ່ງນັ້ນຖ້າຂ້າພະເຈົ້າຕັ້ງແບບນີ້ ຖ້າກະທູ້ທີ່ຫ້ອງໃດບໍ່ມີຄົນມັກຕັ້ງກະທູ້ ກະທູ້ຂອງຂ້າພະເຈົ້າກໍ່ຈະໄດ້ຢູ່ດົນໆ (ຍົກເວັ້ນມີຄົນບໍ່ຫວັງດີຕັ້ງໃຈຂຸດກະທູ້ເກົ່າຂຶ້ນມາເພື່ອໃຫ້ກະທູ້ຂ້າພະເຈົ້າຕົກໄປ)

ເອົາເປັນວ່າ ຖ້າໃຜບໍ່ສົນໃຈກໍ່ຜ່ານໄປ ແຕ່ຖ້າໃຜສົນໃຈກໍ່ຕິດຕໍ່ມາ ບໍ່ວ່າຈະເປັນເລື່ອງຮຽນຕໍ່ທີ່ອາເມລິກາ(ໄລຍະສັ້ນ-ຍາວ) ທ່ອງທ່ຽວ ຢ້ຽມຍຢາມ ແລະອື່ນໆ ກ່ຽວກັບວີຊ່າອາເມລິກາ ຕິດຕໍ່ມາໄດ້ເລີຍ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaisoft ຂຽນວ່າ...

ເຮີ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ: ການໄດ້ວີຊາ ຫລື ບໍ່ໄດ້ ມັນຂຶ້ນກັບການຕັດສິນໃຈຂອງສະຖານທູດ ບໍ່ແມ່ນການແລ່ນ....ທາງສະຖານທູດເອງກໍມີການແຈ້ງເຕືອນແລ້ວວ່າ ຈະບໍ່ຮັບຜິດຊອບໃດໆ ໃນການວິ່ງເຕັ້ນ ເພາະທາງສະຖານທູດເອງເພິ່ນມີລະບຽບຂອງເພິ່ນ ແລະ ຈະສຳພາດໂດຍກົງກັບຜູ້ທີ່ຂໍວີຊາໄປອາເມລິກາ ໂດຍບໍ່ກ່ຽວກັບບຸກຄົນທີສອງທີສາມ....