ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ບຸນນະມັດສະການພະທາດຫຼວງ ປະຈຳປີ 2014

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ບຸນນະມັດສະການພະທາດຫຼວງ ປະຈຳປີ 2014

ຖືວ່າປີນີ້ເປັນປີທີ່ພິເສດ ເພາະວ່າເປັນປີແຫ່ງການສະເຫຼີມສະຫຼອງ ຜົນສຳເລັດໃນການກໍ່ສ້າງອົງພະທາດຫຼວງ ຄົບຮອບ 448 ປີ

ການຄົບງັນ, ວາງສະແດງ ແລະ ຂາຍສິນຄ້າທີ່ເດີ່ນທາດຫລວງລວມ 7 ວັນ
ເລີ່ມແຕ່ວັນທີ 31 ຕຸລາ - 6 ພະຈິກ 2014
ຕັ້ງແຕ່ເວລາ 10 ໂມງຫາ 23 ໂມງ.
ສ່ວນພິທີໄຂງານຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 31 ຕຸລາ 2014 ເວລາ16:00 ໂມງ ທີ່ເດີ່ນພະທາດຫລວງ

ສູນການຄ້າລາວ-ໄອເຕັກ ກໍ່ໄດ້ຈັດງານວາງສະແດງສິນຄ້າເຊັ່ນກັນ
ເລີ່ມແຕ່ວັນທີ 28 ຕຸລາ ຫາ 6 ພະຈິກ 2014

ຂອບເຂດອະນຸສາວະລີ ແມ່ນຈັດເປັນບ່ອນຝາກລົດ,
ຕັ້ງແຕ່ວັນທີ 5 ພະຈິກ 2014 ເປັນຕົ້ນໄປແມ່ນບໍ່ອະນຸຍາດໃຫ້ຈັດກິດຈະກຳໃດໆ ໃນຂອບເຂດດັ່ງກ່າວ.

ກິດຈະກຳທາງສາສະໜາເລີມແຕ່ວັນທີ 4-6 ພະຈິກ 2014
ວັນທີ 4 ພະຈິກ ເວລາ 16 ໂມງ ພິທີກາບໄຫວ້ອົງພະທາດຫຼວງ ແລະ ຟັງທຳເທດສະໜາ
ວັນທີ 5 ພະຈິກ ເວລາ 14 ໂມງ ແຫ່ຜາສາດເຜິ້ງ (448 ອັນ)
ວັນທີ 6 ພະຈິກ ເວລາ 7 ໂມງເຊົ້າ ພິທີໃສ່ບາດຖວາຍສັງຄະທານ
-ເວລາ 14 ໂມງ ແຫ່ລູກຄີ ແລະ ແຂ່ງຂັນກີລາຕີຄີ
-ເວລາ 20 ໂມງ ວຽນທຽນ ແລະ ຈູດທູບບູຊາອົງພະທາດຫຼວງເປັນມື້ປິດງານ

ຫົວຫນ່ວຍທຸລະກິດທີ່ເຂົ້າຮ່ວມໃນງານວາງສະແດງ-ຂາຍຢູ່ທີ່ເດີ່ນພະທາດຫຼວງ
ສິນຄ້າຄອບຄົວຕົວແບບ (ສິນຄ້າໂອດອບ ODOP) ມີ 18 ຫົວໜ່ວຍ
ຫົວໜ່ວຍການຜະລິດ-ທຸລະກິດ-ກະສິກຳ-ປ່າໄມ້ 10 ຫົວໜ່ວຍ
ໂຮງງານອຸດສາຫະກຳ-ຫັດຖະກຳ 70 ຫົວໜ່ວຍ
ບັນດາບໍລິສັດ-ລັດວິສາຫະກິດ 30 ຫົວໜ່ວຍ
ຕົວແທນຈາກບັນດາແຂວງ ກະຊວງ ເມືອງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ 17 ຫົວໜ່ວຍ
ສິນຄ້າອຸດສາຫະກຳໃຊ້ສອຍທົ່ວໄປ 130 ຫົວໜ່ວຍ
ຮ້ານວາງສະແດງສະຖານທູດຕ່າງໆ ປະຈຳຢູ່ ສປປ ລາວ ແລະ ອົງການຈັດຕັ້ງສາກົນ 10 ຫົວໜ່ວຍ
ຮ້ານຄ້າຂາຍຍ່ອຍ ແລະ ການບໍລິການຕ່າງໆ 50 ຫົວໜ່ວຍ
ຮ້ານອາຫານ 30 ຫົວໜ່ວຍ ວົງດົນຕຼີ 2 ວົງ
ລວມທັງໝົດ 367 ຫົວໜ່ວຍ

ມີເວທີສົກມວຍລາຍລາວ ແລະ ເຄື່ອງຫລິ້ນຕ່າງໆຕາມແຜນຜັງຂອງຄະນະກຳມະການກຳນົດໄວ້

ແລະ ສ່ວນສິນຄ້າທີ່ເຂົ້າວາງສະແດງຢູ່ສູນການຄ້າລາວ-ໄອເຕັກ ລວມທັງໝົດມີ 450 ຫົວໜ່ວຍ
ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ, ອຸດສາຫະກຳ ແລະ ເຄື່ອງໃຊ້ສອຍທົ່ວໄປຈາກພາຍໃນ ແລະ ຕ່າງປະເທດ.


ຄ່າບໍລິການເກັບປີ້ຕ່າງໆຕໍ່ມື້:
ຂາຍອາຫານຍ່ອຍ 30,000 ກີບ
ຂາຍເຂົ້າຫຼາມປີ້ງໄກ່ 25,000 ກີບ
ຂາຍເຄື່ອງຮັບໃຊ້ທົ່ວໄປ 35,000 ກີບ
ລໍ້ຍູ້ 20,000 ກີບຕໍ່ມື້

ຄ່າບໍລິການຫ້ອງນ້ຳ 2,000 ກີບ

ຄ່າຝາກລົດຂອບເຂດອ້ອມແອ້ມເດີ່ນພະທາດຫລວງ:
ລົດໃຫຍ່ 15,000 ພັນກີບ
ລົດຕຸກໆ 10,000 ກີບ
ລົດຈັກ 5,000 ກີບ
ກີບລົດຖີບ 3,000 ກີບ
ຫາກພົບກໍລະນີເກັບເງິນເກີນລາຄາ ຫຼື ພົບປາກົດການຫຍໍ້ທໍ້ ສາມາດແຈ້ງອານຸກຳມະການ ແລະ ເຈົ້າໜ້າທີ່ໄດ້ທັນທີ.

ກົດຂໍ້ຫ້າມຕ່າງໆໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ 2014
ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ
ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດ ຢາເສບຕິດ ທາດເບື່ອ ສານເຄມີທີ່ມີລິດຕໍ່ລະບົບປະສາດທຸກຊະນິດ ບັ້ງກະໂພກ
ຫ້າມນຳຜະລິດຕະພັນລອກຮຽນແບບຜ້າສິ້ນລາວ ເຂົ້າມາວາງຂາຍຢ່າງເດັດຂາດ
ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານ ທີ່ຄະນະກຳມະການຈັດງານຕະຫຼາດນັດກຳນົດໄວ້
ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆ
ຫ້າມຫຼິ້ນການພະນັນທຸກປະເພດ
ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການ
ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຫ້າມບໍ່ໃຫ້ມີການອາລະວາດຕີກັນໃນງານຢ່າງເດັດຂາດ
ຫ້າມບຸກຄົນ ວັດ ສຳນັກງານອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ
ຫ້າມຕອກຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນເດີ່ນສະໜາມຫຼວງຢ່າງເດັດຂາດ
ຫ້າມຖີ້ມຂີ້ເຫຍື້ອຊະຊາຍ ທີ່ເຮັດໃຫ້ບໍ່ມີຄວາມສະອາດຈົບງາມພາຍໃນງານ
ສຳລັບນັກສະແດງສິລະປະຢູ່ໃນງານຕະຫຼາດນັດ ຈະຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ





໐ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຂໍເບີໂທ ເຈົ້າໜ້າທີແດ່


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເບີໂທເຈົ້າຫນ້າທີ່ໆກ່ຽວຂ້ອງ ຂ້ອຍກໍ່ບໍ່ຮູ້ຄືກັນ!
ແຈ້ງເຈົ້າຫນ້າທີ່ຕຳຫລວດທີ່ຢັ່ງຢາຍຢູ່ຕາມຈຸດຕ່າງໆນັ້ນເລີຍເນາະ!
ເອົາຈັ່ງຊີ້ກໍແລ້ວກັນ


ເບີໂທສຸກເສີນ ນະຄອນຫຼວງວຽງຈັນ


ປກສ ເມືອງໄຊເສດຖາ: 021 412456
ຫ້ອງການພະແນກຈາລະຈອນນະຄອນຫຼວງ: 1191, 021 212702, 021 212703

ແຕ່ຫາກພົບເຫັນອຸບັດຕິເຫດ ເບີລຸ່ມນີ້ເລີຍ:
ໜ່ວຍກູ້ໄພ
02023449090, 0305383626 ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ
1623, 02056668825 ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ
(1623 ເລີ່ມເປີດໃຊ້ງານເປັນຢ່າງທາງການເລີ່ມເວລາ 14:00 ວັນທີ 30 ຕຸລາ 2014 ເປັນຕົ້ນໄປ).
02059966111 First AIDS Team ສະພາກາແດງ


ເພີ່ມເຕີມ

ຫ້ອງການຕຳຫຼວດເມືອງ ແລະ ດ່ານ
ຈາລະຈອນຂົວມິດຕະພາບ: 021 812044, 021 812122
ປ້ອງກັນຂົວມິດຕະພາບ: 021 812040
ຫ້ອງຫົວໜ້າຂົວມິດຕະພາບ: 021812037
ດ່ານທ່າເດື່ອ: 021 832025
ດ່ານເກົ້າລ້ຽວ: 021 670846
ປກສ ເມືອງສີໂຄດຕະບອງ: 021 212712
ປກສ ເມືອງສີສັດຕະນາກ: 021 212333
ປກສ ເມືອງຈັນທະບູລີ: 021 832062
ປກສ ເມືອງຫາກຊາຍຟອງ: 021 632016
ປກສ ເມືອງປາກງຶ່ມ: 021 890412
ປກສ ເມືອງນາຊາຍທອງ: 021 632016
ປກສ ເມືອງສັງທອງ: 030 9949166
ປກສ ເມືອງໄຊທານີ:​ 021 732061
ນັກຂ່າວ ປກສ ລາຍການ ອາທິດສັນຈອນ: 020 2256638


ໂຮງໝໍຕ່າງໆ
ໂຮງໝໍ 150 ຕຽງ: 021 710006
ໂຮງໝໍເສດຖາ: 021 351156
ໂຮງໝໍມະໂຫສົດ: 021 214018
ໂຮງໝໍ 109: 021 212537

ເບີໂທ 4 ໝາຍເລກ
ໄຟໄໝ້: 1190
ລົດໂຮງໝໍ: 1195
ໄຟຟ້າຕິດຄັດ: 1199
ນ້ຳປະປາມີບັນຫາ: 021 412882, 1169, 020 59978830, 29886580

ເບີໄຟຟ້າ ນະຄອນຫຼວງ ສຸກເສີນ 24 ຊົ່ວໂມງ
ເມືອງໄຊເສດຖາ: 021463016
ເມືອງຈັນທະບູລີ: 021212808
ເມືອງສີສັດຕະນາກ: 021316093
ເມືອງສີໂຄດຕະບອງ: 021241588
ດັບເພີງ 021212707


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ເພື່ອຮັບປະກັນ ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະອາດຈົບງາມ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ
ຈຶ່ງອອກແຈ້ງການເພື່ອກຳນົດຈຸດຈອດລົດປະ ເພດຕ່າງໆຂອງມວນຊົນທີ່ຈະ ມາຮ່ວມທ່ຽວຊົມງານບຸນດັ່ງນີ້:
ລົດມີສະຕິກເກີ (P) ສາມາດເຂົ້າຈອດຢູ່ ດ້ານໜ້າຫໍສະ ພາແຫ່ງຊາດ
ລົດມີສະຕິກເກີ (P1) ສາມາດເຂົ້າຈອດຢູ່ເດີນດ້ານໜ້າ ແລະ ດ້ານຂ້າງຫໍສະພາແຫ່ງຊາດ
ລົດມີສະຕິກເກີ (P2) ເຂົ້າຈອດໄດ້ຢູ່ເດີນດ້ານ ຂ້າງຫໍສະພາແຫ່ງຊາດ ແລະ ເດີ່ນດາວແດງເກົ່າ


ລົດຂົນສົ່ງມວນຊົນເຊັ່ນ: ຕຸກໆ, ຈຳ ໂບ້, ລົດໂດຍສານປະຈຳທາງ ໃຫ້ຈອດໄດ້ຊົ່ວຄາວສົ່ງຜູ້ໂດຍສານລົງຕາມຈຸດທີ່ກຳນົດຄື:
ເສັ້ນທາງຊ້າງເຜືອກ ເຂດບ້ານຮ່ອງໄກ່ແກ້ວ
ຕະ ຫລາດທາດຫລວງ
ເສັ້ນທາງ ຮ່ອມບ້ານສີສັງວອນ-ໂພນໄຊ
ປະຕູໄຊ
ໂພນສະອາດ
ຮ່ອມໂຮງຮຽນມັດທະຍົມໜອງ ສ້າງທໍ່

ລົດໃຫຍ່, ລົດຈັກ, ລົດຖີບທີ່ມີຈຸດປະສົງມາທ່ຽວບຸນ ແລະ ງານຕະຫລາດນັດແມ່ນໃຫ້ຈອດຕາມສະຖານທີ່ຈອດລົດ
ທີ່ຄະນະກຳມະການຈັດງານກຳນົດໄວ້. ເຊິ່ງມີເຈົ້າໜ້າທີ່ຄອຍໃຫ້ອຳນວຍຄວາມສະດວກໃຫ້.

ລົດທີ່ມາຈາກເສັ້ນທາງ 13 ເໜືອ
ແມ່ນໃຫ້ຈອດຢູ່ເດີນຈອດລົດປະຕູໄຊ ຫລື ຫລັງຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ

ລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນທາງເລກ 10 ບ້ານເກີນ ແລະ ເສັ້ນທາງທ່າເດື່ອ
ແມ່ນອະ ນຸຍາດໃຫ້ຈອດຕາມທາງຮ່ອມ, ທາງຊອຍບ້ານ ສີບຸນເຮືອງ, ໂພນພະເນົາ, ສະພັງໝໍ້ ແລະ ໂພນສີນວນ
ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງພາຫະນະອື່ນໆ.

ລົດທີ່ມາຈາກເສັ້ນທາງ 13 ໃຕ້, ເສັ້ນ ທາງເລກ 10 ຫລື ເສັ້ນທາງດອນໜູນຕໍ່ໃສ່ເສັ້ນທາງໄກສອນ
ຖ້າບໍ່ມີຈຸດປະສົງມາທ່ຽວງານບຸນ
ແມ່ນໃຫ້ລ້ຽວຊ້າຍເຂົ້າເສັ້ນທາງໜອງໜ່ຽງອອກໃສ່ວັງຊາຍ ຫລື ລ້ຽວຂວ້າອອກໃສ່ເສັ້ນທາງໂພນຕ້ອງ,

ລົດບັນທຸກທີ່ມາແຕ່ເສັ້ນທາງເລກ 13 ເໜືອມີຈຸດປະສົງໄປຂົວມິດຕະພາບ
ໃຫ້ໄປຕາມເສັ້ນທາງໜອງບຶກ-ດົງໂດກ.

ລົດທີ່ມາແຕ່ຂົວມິດຕະພາບມີຈຸດປະສົງໄປຕາມເສັ້ນທາງ 13 ໃຕ້
ໃຫ້ ແລ່ນໄປ ເສັ້ນທາງ 450 ປີ

ລົດບັນທຸກທີ່ມາແຕ່ເສັ້ນທາງ 13 ໃຕ້ມີຈຸດປະສົງໄປຂົວມິດຕະພາບ
ຮອດໄຟແດງຫລັກ 21 ໃຫ້ລ້ຽວຊ້າຍເຂົ້າເສັ້ນທາງຫລັກ 21 ອອກໃສ່ເສັ້ນທາງ 450 ປີແລ້ວລ້ຽວຊ້າຍໄປຂົວມິດຕະພາບ

ເສັ້ນທາງທີ່ຫ້າມຈອດ
ເສັ້ນທາງໄກສອນພົມວິຫານແຕ່ສາມແຍກໂພນພະເນົາຫາປະຕູໄຊ
ເສັ້ນທາງໜອງບອນແຕ່ໄຟແດງທາດຝຸ່ນຫາສາມແຍກນາໄຊ
ສາມແຍກສີສັງວອນ
ວົງວຽນ 450 ປີ
ສາມແຍກສະຖານທູດຫວຽດນາມຫາສີ່ແຍກໄຟແດງໂພນໄຊ
ສາມແຍກໄຟແດງຂົວຮ່ອງແຊງຫາສາມແຍກໄຟແດງໂພນທັນ

ໃນກໍລະນີເຈົ້າໜ້າທີ່ກວດກາພົບເຫັນການປະພຶດທີ່ເປັນການລະເມີດຕ້ອງ ໄດ້ສຶກສາອົບຮົມ, ກ່າວເຕືອນ, ປັບໃໝ
ຫລື ດຳເນີນມາດຕະການຕາມກົດລະບຽບຈະລາຈອນຢ່າງເຂັ້ມ ງວດ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດຂໍ້ກຳນົດດັ່ງກ່າວມີຜົນສັກສິດນະຄອນຫລວງໄດ້ຈັດວາງກຳລັງເຈົ້າໜ້າທີ່ຈະລາຈອນ
ຫລາຍກວ່າ 600 ຄົນປະຈຳຢູ່ 90 ກວ່າຈຸດ ຕາມສາມແຍກ, ສີ່ແຍກໃນ 5 ຕົວເມືອງຂອງນະຄອນຫລວງວຽງຈັນຮຽບຮ້ອຍແລ້ວ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ກຳລັງຕຳຫຼວດຮັບໃຊ້ບຸນທາດຫຼວງ 2014 ຕັ້ງແຕ່​ວັນ​ທີ 30 ຕຸລາ-6 ພະຈິກ 2014
ກອງ​ບັນຊາ​ການ ​ປກສ ນະຄອນຫຼວງ ກໍ່​ຄື​ພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງໄດ້ວາງກຳລັງ
ທັງ​ໝົດ​ຈຳນວນ 96 ຈຸດ, ຈຸດ​ປ້ອງ​ກັນ​ວົງ​ໃນ 66 ຈຸດ ແລະ ຈຸດ​ປ້ອງ​ກັນ​ວົງ​ນອກ 30 ຈຸດ.
ໃຊ້​ກຳລັງ​ເຈົ້າ​ໜ້າທີ່​ຈຳນວນ 637 ສະຫາຍ ໃນນັ້ນ
​400 ສະຫາຍມາຈາກພະ​ແນກ​ຕຳຫຼວດ​ຈະລາຈອນ ນະຄອນຫຼວງ:
- ຈັນທະ​ບູ​ລີ 46 ສະຫາຍ
- ສີ​ສັດຕະ​ນາກ 49 ສະຫາຍ
- ໄຊ​ເຊດ​ຖາ 76 ສະຫາຍ
- ໄຊ​ທານີ 29 ສະຫາຍ

ພາຫະນະ​ຮັບ​ໃຊ້ຂອງເຈົ້າຫນ້າທີ່:
- ລົດ​ກະບະ 17 ຄັນ
- ລົດຈັກ​ສາຍກວດ 27 ຄັນ
- ລົດ​ມ້າ​ຂາວ 25 ຄັນ
- ລົດ​ສ່ວນ​ບຸກຄົນ 218 ຄັນ.


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
817 ຫົວໜ່ວຍ ຮ່ວມວາງສະແດງ-ຂາຍສິນຄ້າ ໃນງານບຸນ​ນະມັດສະການ​ພະທາດຫຼວງ ປະຈຳ​ປີ 2014
ທັງພາກລັດ ແລະ ເອກະ​ຊົນ​ ລວມມູນ​ຄ່າ​ກວ່າ 36,7 ຕື້​ກີບ

ງານ​ບຸນ​ນະມັດສະການ​ປີ​ນີ້ ໄດ້ກຳນົດ​ສະຖານທີ່ວາງສະແດງ-ຂາຍ​ສິນຄ້າ​ຢູ່ 2 ຈຸດຄື:

1.) ເດີ່ນພະ​ທາດຫຼວງ ຕັ້ງແຕ່​ວັນ​ທີ 31 ຕຸລາ-6 ພະຈິກ 2014
- ສິນຄ້າ​ຈາກ​ຄອບຄົວ​ຕົວ​ແບບ (ສິນຄ້າ ODOP: One District One Product) 18 ຫົວໜ່ວຍ.
- ການ​ຜະລິດ-ທຸລະ​ກິດ-ກະສິ​ກຳ ແລະ ປ່າໄມ້ 10 ຫົວໜ່ວຍ
- ເຄື່ອງ​ໂຮງງານ​ອຸດສາຫະກຳ 70 ຫົວໜ່ວຍ
- ຮ້ານ​ວາງສະແດງຈາກ​ອົງ​ການຈັດຕັ້ງ​ສາກົນ ແລະ ສະຖານທູດ ປະຈຳ​ລາວ 10 ຫົວໜ່ວຍ
- ບັນດາ​ບໍລິສັດ-ລັດ​ວິ​ສາຫະ​ກິດ 30 ຫົວໜ່ວຍ
- ຮ້ານ​ຕົວແທນ​ຈາກ​ບັນດາ​ກະຊວງ 17 ຫົວໜ່ວຍ
- ສິນຄ້າ​ອຸດສາຫະກຳ​ໃຊ້ສອຍ​ທົ່ວ​ໄປ 130 ຫົວໜ່ວຍ
- ຮ້ານ​ຄ້າ​ຂາຍຍ່ອຍ-ບໍລິການ ຈຳນວນ 80 ຫົວໜ່ວຍ

2.) ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຕັ້ງແຕ່ວັນທີ 28 ຕຸລາ ຫາ 6 ພະຈິກ 2014
- ຫົວໜ່ວຍ​ທຸລະ​ກິດ​ການ​ຜະລິດ ແລະ ທຸລະ​ກິດ​ພາຍ​ໃນ​ວາງ​ສະແດງ-ຂາຍ ຈຳນວນ 200 ຫົວໜ່ວຍ
- ບັນດາ​ບໍລິສັດ-ລັດ​ວິ​ສາຫະ​ກິດ 100 ຫົວໜ່ວຍ
- ສິນຄ້າອຸດສາຫະກຳ​ໃຊ້​ສອຍ​ທົ່ວ​ໄປ 50 ຫົວໜ່ວຍ
- ຮ້ານ​ວາງສະແດງ​ຈາກສະຖານທູດ​ຕ່າງໆ ປະຈຳ​ລາວ 10 ຫົວໜ່ວຍ
- ຮ້ານ​ຄ້າ​ຂາຍຍ່ອຍ-ບໍລິການ​ຕ່າງໆ 60 ຫົວໜ່ວຍ
- ຮ້ານ​ອາຫານ 30 ຫົວໜ່ວຍ.



໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ຂໍ້ມູນລະອຽດດີ

ຮ່າກວ່າທຸກເທື່ອ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຍ່າງບຸນທາດຫລວງ ຕັ້ງແຕ່ເຂົ້າໄປໃນງານ ຈົນເຖິງ ອອກຈາກງານ
ຂ້ອຍຈະພາເລາະແບບບໍ່ມີຈຸດຫມາຍ

ເຂົ້າຝາກລົດໃນວັດຫນອງບອນ. ລວມເຫດການໃນວັດ (ເວລາ 16:44 ນາທີ)



ພາກັນຍ່າງເຂົ້າບຸນທາດຫລວງ ແລະ ໄປນັ່ງກິນເຂົ້າພາຢູ່ສວນເຈົ້າໄຊເສດຖາ (ເວລາ 17:00 ນາທີ)


ຝົນຕົກຮຳພາເຂົ້າ (ເວລາ 17:42 ນາທີ)


ອອກຈາກສວນເຈົ້າໄຊເສດຖາ ວ່າຈະຫາເລາະ ແຕ່ຝົນເລີ່ມຕົກແຮງຂຶ້ນ ເລີຍພາກັນຫລົບຝົນ
ຢູ່ຈຸດປະຈຳຂອງເຈົ້າຫນ້າທີ່ຕຳຫລວດ ກ່ອນຈາກອອກຍ່າງ ແລະ ໄດ້ແຍກກັນກັນແມ່ໃນເວລາຕໍ່ມາ
ຍ່າງເລາະໄເລື້ອຍຈຶ່ງນຶກອອກວ່າ ຍ່າງໄປຫາຖ່າຍເອົາຜູ້ສາວເຊຍແຂກງາມໆດີກວ່າ. (ເວລາ 17:46 ນາທີ)


ຍ່າງຢ່າງເພີດເພີນໃຈ ແຕ່ຍັງຈື່ໄດ້ວ່າປານນີ້ອີ່ແມ່ຄົງຈະຄອງຖ້າ ແລະ ອອກຕາມຫາຂ້ອຍ(ຕັ້ງສອງເທື່ອ)
ຈຶ່ງໄປຫາຊື້ບັດຕື່ມມູນຄ່າເງິນ ແຕ່ກໍ່ບໍ່ໄດ້ຕື່ມຊື້ໄວ້ຊື່ໆ. (ເວລາ 18:50 ນາທີ)


ກັບດີກວ່າ ປານນີ້ເພິ່ນຄອງແລ້ວ! (ເວລາ 19:19 ນາທີ)


ລະຫວ່າງທາງກັບໄປທີ່ວັດຫນອງບອນ ຮ້ານຊັດຫມາປູມເປົ້າຈັ່ງແມ່ນຫລາຍເນາະ! (ເວລາ 19:23 ນາທີ)




໑ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຖ້າຟັງຜົນປີ2018. *.*