ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ການຫາລາຍໄດ້ຈາກສະຖານທີ່ທ່ອງທ່ຽວຕ່າງໆ

໑໗ ກະທູ້
໕ ໂພສ
ຂາປະຈຳເວັບບອດ
ຈາກປະສົບການຂອງນັກທ່ອງທ່ຽວຫຼາຍໆ ຄົນທີ່ໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆໃນປະເທດລາວ
ກັບການບອກເລົ່າເຖິ່ງຄວາມງາມທາງທຳມະຊາດ ແລະ ວັດທະນາທຳອັນເປັນເອກະລັກຂອງລາວ
ໃຫ້ກັບບາງຈຳພວກທີ່ຍັງບໍ່ເຄີຍໄປເຫັນ ແຕ່ກໍ່ມີຄຳເວົ້າບາງຄຳທີ່ເປັນບັນເຊັນກັນ: ເຊິ່ງສ່ວນໃຫ່ຍຈະ
ເປັນຜະລິດຕະພັນຕ່າງໆ ທີ່ເປັນເອກະລັກເພື່ອຈຳໜ່າຍໃຫ້ຊາວຕ່າງຊາດທີ່ມາທ່ຽວຊົມໃນລາຄ່າທີ່
ແພງກ່ວາປົກກະຕິ ແລະ ບາງຄັ້ງກໍ່ມີການຕວະລາຄ່າສິນຄ້າ ແລະ ຄ່າບໍລິການນຳທ່ຽວຊົມສະຖານ
ທີ່ຕ່າງໆເຊິ່ງເປັນສິ່ງທີ່ບໍ່ສົມຄວນກະທຳຢ່າງຍິ່ງ. ເພາະອາດເກີດການວິພາກວິຈານເກີດຂື້ນໃນເຊີ້ງ
ຂອງການທ່ອງທ່ຽວ ແລະ ອາດຈະເຮັດໃຫ້ຊາວຕ່າງຊາດເຂົ້າທ່ຽວໃນລາວນ້ອຍລົງ ເມື່ອເກີດບັນຫາ
ແບບນີ້ເພື່ອນໆຄິດຈັງໃດກັບບັນຫາດັ່ງກ່າວ.


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ.. ເຫັນດີນຳ..

ພວກສວາຍໂອກາດ.. ຫນ້າມັນຂິ້ວຂິວ.. ເຮິ ເຮິ..

ບໍ່ສະເພາະແຕ່ແຂກຕ່າງປະເທດ..

ຄົນລາວນຳກັນເອງຍັງຖືກຂູດຄ່າຜ່ານປະຕູ..

ເຄີຍຖືກກັບຕົວເອງ.. ຢູ່ທີ່........ “ນັ້ນໃຫຍ່”

.

.

.

ປ່ອຍໄວ້ເປັນປິດສະຫນາ.. ກັກ ກັກ..


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ມັນກະແກ້ຍາກ ຕ່າງຄົນກະຫາລ້ຽງປາກລ້ຽງທັອງ ກະມີແຕ່ຄ່ອຍເປັນຄ່ອຍໄປ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຫລາຍກະເວົ້າບໍ່ໄດ້

<-----ຄົນໃຈດີແຟນຄລັບ

໑໐ ກະທູ້
໓໗໙ ໂພສ
ຊຳນານການເວັບບອດ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ບາງບ່ອນກະເຮັດເກີນໄປ ແຕ່ກະບໍ່ຊ່າງວ່າຫັຍງສຸດທ້າຍກໍ່ຍອມຄືເກົ່າ

ຄົນຄິດຮອດບ້ານ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄືຍຖືກເອົາປຽບມາແລ້ວ ຕອນໄປເມືອງ ມໍລະດົກໂລກ

ປະສົບການຖືກຟັນທີ່ຫລວງພະບາງ


ທ້າວທອງໃສ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີທີ່ສຸດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ vip ຂຽນວ່າ...
ມັນກະແກ້ຍາກ ຕ່າງຄົນກະຫາລ້ຽງປາກລ້ຽງທັອງ ກະມີແຕ່ຄ່ອຍເປັນຄ່ອຍໄປ



ຊິພາກັນຄານປານເຕົ່າພຸ້ນຫວ໋ະ?

ແຕ່ການໂຄສະນາທັບຖົມນັ້ນບໍ່ແມ່ນ promotion ດີຫາກວ່ານັກທ່ອງທ່ຽວຕ່າງປະເທດໄດ້ມາເຫັນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າຢາກເປັນຄືເພິ່ນບ້ານອື່ນເມືອງໄກທີ່ເຂົາມີປະສົບການກະຕ້ອງກຳຈັດພວກນີ້ໃຫ້ເຂົ້າຮູບເຂົ້າຮອຍແລະແບບແຜນ
ທີ່ທາງການໂດຍສເພາະກະຊວງກົມກອງທີ່ກ່ຽວຂ້ອງເຣີ້ມແຕ່ກະຊວງເສຖກິດ,ທີ່ຕ້ອງອອກກົດຫມາຍຢ່າງເຄັ່ງຄັດຫາກວ່າໃຜເຮັດຜິດຫຼັກການກະລົງໂທດກັນແບບເປັນໂຕຢ່າງໃຫ້ຄົນອື່ນຮູ້ເຖິງຜົນສະທ້ອນກັບການສໍ້ໂກງຈັ່ງຊີ້.
ບໍ່ດັ່ງນັ້ນມັນເປັນແບບບໍ່ມີຂື່ມີແປໄປຕະຫຼອດ.
ຄຳປາກຂອງຜູ່ທີ່ໄດ້ມາເຫັນເປັນທັງຂ່າວຮ້າຍແລະດີ ຫາກວ່າເຂົາເກັບກຳຂ່າວດີໄປບອກເຫຼົ່າຕໍ່ເພື່ອນຝູງທີ່ຢາກຈະມາທ່ຽວບ້ານເຮົາ, ແລະເປັນຂ່າວທີ່ຮ້າຍຕໍ່ການພັທນາທາງດ້ານນີ້ ຖ້າຫາກວ່າເຂົາຈື່ຈຳຄວາມບໍ່ຈົບງາມກັບໄປ..
ສົມຄວນປັບປຸງແລະລົບລ້າງນິສັຍແບບນີ້ຂອງພວກສວຍໂອກາດບໍ່ດັ່ງນັ້ນ ຈະກາຍເປັນແຫຼ່ງຂອງການເວົ້າຂວັນແກ່ຊາດເຮົາ ແລະຈະສ້າງຄວາມເສັຍຫາຍຫຼາຍກວ່າ.