ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ການທ່ອງທ່ຽວ, ພັກຜ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ການທ່ອງທ່ຽວ, ພັກຜ່ອນ, ຯລຯ » ທ່ອງທ່ຽວທຳມະຊາດທີ່ແຂວງ ອັດຕະປື

໕ ກະທູ້
໙ ໂພສ
ຂາປະຈຳເວັບບອດ
I. ປ່າສະຫງວນດົງອຳພາມ
ສະພາບຂອງປ່າໄມ້ຕຶບໜາ ຂຽວງາມໄປດ້ວຍທິວທັດທຳມະຊາດ ໄມ້ມີຫຼາຍຊະນິດເຊັ່ນ: ໄມ້ໄຜ່ປໍ ແລະອື່ນໆ ແຕ່ປັດຈຸບັນນີ້
ໄມ້ທີ່ມີລາຄາລຳຕົ້ນໃຫຍ່ໆແມ່ນບໍ່ສູ້ເຫັນ ເພາະມີຄົນສ່ວນບຸກຄົນໄດ້ທຳລາຍໄປແລ້ວ ແຕ່ປ່າໄມ້ມີຄຸນປະໂຫຍດດີຫຼາຍໃຫ້ແກ່
ສັດສາວາສິ່ງ ເພາະວ່າປາໄມ້ປົກຫຸ້ມຂຽວງາມ ເລີຍເຮັດໃຫ້ມວນມະນຸດໄປທ່ຽວແລະພັກຜ່ອນດ້ວຍຄວາມສະບາຍ
ສັດປ່າໃນດົງອຳພາມແມ່ນມີຫຼາຍແຕ່ປັດຈຸບັນບໍ່ເຫັນຈຳພວກສັດໃຫຍ່ເຊັ່ນ:​ເສືອ, ຊ້າງ,​ ສິງ, ກວາງ,​ຟານ... ເຫັນແຕ່ສັດຈຳ
ພວກໂຕນ້ອຍໆເຊັ່ນ: ໄກ່ປ່າ, ນົກ...
ນ້ຳໃນປ່າດົງອຳພາມແມ່ນມີຫຼາຍໄຫຼເຢັນດີເຮັດໃຫ້ສັດນຳອາໄສໄດ້ສະບາຍ
ອາກາດໃນປ່ານັ້ນແມ່ນເຢັນດີເພາະວ່າມີປ່າໄມ້ປົກຫຸ້ມຫຼາຍ
ດິນດາກ...
ຄວາມປະທັບໃຈ
ແມ່ນມ່ວນຫຼາຍທີ່ໄດ້ໄປໃນຄັ້ງນີ້ເພາະວ່າມີໝູ່ເພື່ອນຫຼາຍຄົນ ແຕ່ຂໍຝາກບອກວ່າ ຢ່າຕັດໄມ້ທຳລາຍປ່າ ແລະ ບໍ່ຂ່້າສັດ ຈົ່ງອະ
ນຸລັກປ່າໄມ້ ແລະ ສັດປ່າໃຫ້ຍືນຍົງຄົງຕົວຕະຫຼອດໄປ ສຸດທ້າຍຂໍໃຫ້ປູກປ່າໄມ້ໃຫ້ຂຽວງາມພໍຊິໃຫ້ລູກຫຼານໄດ້ເຫັນອັນສວຍງາມ
ຂອງລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກເຫັນຮູບ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະບຸຊື່ບ່ອນງາມໆມາເບິ່ງດຸ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄມ້ມີຫຼາຍຊະນິດເຊັ່ນ: ໄມ້ໄຜ່ປໍ !!!!
ໄມ້ທີ່ມີລາຄາລຳຕົ້ນໃຫຍ່ໆແມ່ນບໍ່ສູ້ເຫັນ
ໄມ້ໄຜ່ກາຍເປັນພົງໄພໃຫ້ຄວາມຮົ່ມເຢັນ
ໄມ້ແຄນໄມ້ຄາຍກາຍເປັນ....ຕູ້ຕັ່ງຢູ່ວັງ ດານັງວັງHue......


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຄິດໄວ້ວ່າຈິໄປຢູ່ນິ ອິອິ

ຮັກນ້ອງຕອນເມົາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຮູບລົງແດ່ແມະ ຄືຊິງາມ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຈະງາມ
ແຕ່ຢາກເຫັນຮູບຊົງຊິຄັກ

ຄົນຄິດຮອດບ້ານ

໓໙ ກະທູ້
໔໘໒ ໂພສ
ຊຳນານການເວັບບອດ
ຢາກໄປຫລວງພະບາງ ຮືຮື

ຫຼໍ່ລ່ຳ ປ້ຳງ່າຍ

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ທຳມະຊາດ ໜອງຟ້າ ເດີ້! ເປັນເອກະລັກຂອງ ອັດຕະປື

ມີພຽງຮັກແທ້ໃຜແນ່ຊິມາເອົາ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະໄປອັດຕະປືນະ ໄດ້ຜ່ານບ້ານຂະເຍືອກເສືອອີກ ຕອນເວລາຜ່ານໄປນັ້ນຮູ້ສຶກວ່າຂົນໜາວລຸກ
ເປັນຕາຢ້ານເຮືອນຄົນກະບໍ່ມີ ຕອນນັ້ນຊ້ຳພັດເວລາກາງຄືນຄິດໄປແລ້ວຢ້ານເສືອອອກມາກິນເວົ້າມາລະວາດສຽວ ຕອນນັ້ນສັນຍານໂທລະສັບກາບໍ່ມີຖ້າແມ່ນລົດເພນິຢ້ານແຈບມັບຢູ່ຫັ້ນແທ້ໆລະ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເດເນາະອາກາດຄີໍຊີດີ