ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ມີໃຜສົນໃຈແປເວັບບອດຂອງ wordpress ແດ່?

໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຕາມຫົວຂໍ້ເລີຍເນາະ, ຄືຕອນນີ້ເຮົາກຳລັງແປ wordpress ໃຫ້ເປັນພາສາລາວເຮົາຢູ່ ແປຄົນດຽວອີກ, ໄດ້ປະມານ 20% ນີ້ລະ ກະວ່າຫລັງຈາກປີໃໝ່ລາວຄືສິແລ້ວ, ແຕ່ຕົວປະກອບ ຄືເວັບບອດມັນຍັງບໍ່ທັນໄດ້ແປຈັກໜ້ອຍເລີຍ ( simplepress) , ກະເລີຍຢາກຂໍຄວາມຊ່ວຍເຫລືອນຳບັນດາໝູ່ເພື່ອນຜູ້ທີ່ສົນໃຈ, ງານນີ້ແປຟຣີ. ໝາຍຄວາມວ່າບໍ່ມີຄ່າຕອບແທນໃດໆທັງນັ້ນ, ເຮົາເຮັດດ້ວຍໃຈ, ເຮັດເພື່ອຄົນລາວ ເພື່ອໃຫ້ພີ່ນ້ອງເຮົາໄດ້ມີເວັບໄຊ້ພາສາລາວເປັນຂອງຕົນເອງ.

ສະນັ້ນ, ຖ້າໃຜສົນໃຈກະລຸນາຕິດຕໍ່ເຮົາທີ່: aiyeasyboy@gmail.com ຫລື ຕິດຕໍ່ເຮົາໃນເວັບນີ້ເລີຍກະໄດ້

ຂໍຂອບໃຈທຸກທ່ານ


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຢາກຊ່ວຍຢູ່ແຕ່ວ່າຢ້ານແປບໍ່ໄດ້

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີທີ່ຈະຊ່ວຍ, ເອົາໄວ້ຫລັງປີໃໝ່ແລ້ວລົມກັນເນາະ, ຊ່ວງນີ້ບໍ່ໄດ້ຢູ່ເດີ ສິໄດ້ລົງທ້ອງຖິ່ນ, ອາດຈະບໍ່ໄດ້ໃຊ້ເນັດ 2 ອາທິດ


໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ກັບມາແຕ່ບຸນປີໃໝ່ແລ້ວ ແຕ່ກະຍັງບໍ່ເຫັນມີໃຜຈະຊ່ວຍເລີຍ



ສຳລັບ ເພັດມະນີວອນ ແລ້ວຈະຕິດຕຫໍ່ຫາເດີ, ມື້ນີຍັງໃຊ້ເນັດຢູ່ຮ້ານ ມື້ອື່ນໄປຫ້ອງການລະຈະຕິດຕໍ່ຫາໃໝ່ເດີ


໑໑ ກະທູ້
໒໖໔ ໂພສ
ນັກການກະທູ້
ບໍ່ຮູ້ຊິເປັນບໍ່

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຂ້ອຍກໍ່ຢາກຮູ້

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ຢາກແປ....


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍ່ເຫັນ ສົນໃຈຢູ່ແຕ່ຢ້ານແປບໍ່ໄດ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຢາກຊ່ວຍຢູ່..........ແຕ່ຄາວຽກ
ແຮແຮ


໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຢາກຮູ້ຢູ່


໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ຢາກເຫັນ ໜ້າຈະມີຕົວຢ່າງມາໃຫ້ອ່ານແດ່ ກະພໍຈະແປໃດ້

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ເຮົາວ່າງໆຢູ່ບອກມາໄດ້ເລຍວ່າຈະແປຫຍັງແດ່
http:www.laobuddy.net

ມີຂອງແລະຢາກຂາຍ ແຕ່ບໍ່ຢາກລົງທຶນຫຼາຍລ້ານ ເພື່ອເປີດຮ້ານ?? ເອົານີ້ເລີຍເປີດຮ້ານແບບຟຼີໆ Free
www.khaiy.com ແຫຼ່ງລົງປະກາດຂາຍສິນຄ້າຜ່ານ Internet ຂອງປະເທດລາວ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກະທູ້ 1 ປີກ່ອນ ອ້າຍ ezboy ລາວຈົນແປແລ້ວລະເດ້ ຈົນອອກເວີຊັນໃໝ່ມາອີກຈັກຮອບລະບຸຫັ້ນ O.o