ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຊວ່ຍແດ່ສຳລັບທ່ານທີ່ເຄີຍຮຽນc++

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໑ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
ເຮົາຮູ້ເເຕ່ java script,html,css,php,sql ເເນວລະໜ້ອຍ


ເວັບເຮົາເເມ່ນwww.laoplay.site11.com


໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ngong noi 1 der

° ° ° Believe iN DestinY ° ° °

໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ແນະນຳໃຫ້ແນ່ແມະວຽກຫັ້ນ ແຕ່ຕ້ອງໄດ້ເງີນເດືອນຫລາຍກວ່າເດີ້ ໄດ້ຫນ້ອຍຄ້ານເຮັດ ໄດ້ຫນ້ອຍຂ້ອຍກໍ່ຂໍເຮັດຫນ້ອຍຊົ່ວໂມງນຳ ສົມມຸດໃຫ້ຂ້ອຍແຕ່300-400$ ຂໍເຮັດວຽກມື້ລະບໍ່ເກີນ4ຊົ່ວໂມງ ໂຕຍັງວ່າງໃດຕອນເຊົ້າຫນິຍັງບໍ່ມີໃຜຈອງ ເດີ້ຫາໃຫ້ແດ່ເດີ້ເຮັດວຽກແຕ່ຕອນເຊົ້າໄດ້ເດືອນລະ300-400ຫນິ

DarkEnCieL

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃນໂລກວິທະຍາສາດ... ທຸກສິ່ງທຸກຢ່າງເປັນໄປໄດ້ໝົດ, ບໍ່ມີໃຜຜິດ 100 %, ແລະ ຖືກ 100%

ການທີ່ຈະເຮັດໃຫ້ C/C++ ປະມວນຜົນ ແລະ ສະແດງອອກເປັນ Web page ໄດ້ນັ້ນ ທ່ານຈະຕ້ອງໄດ້ຂຽນ Engine ຂື້ນມາເອງເພື່ອປະມວນຜົນມັນ, ເພາະເນື່ອງຈາກໂຕ Compiler ຂອງມັນປະຈຸບັນຈະໃຫ້ຜົນເປັນ .exe (Windows) ຫຼື ແນວອື່ນທີ່ບໍ່ແມ່ນ .html

ຈະສັງເກດໄດ້ຈາກ Java ຫຼື Java Servlet ກໍ່ສາມາດເຮັດໄດ້ ແຕ່ເຂົາກໍ່ຕ້ອງມີ Engine ໃຫ້ການປະມວນຜົນ...


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Defago ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...
[
ເອົາຢາກຖຽງເນາະຄັນບໍ່ຖຽງກະບໍ່ຮູ້ແຫຼະເນາະ



ອ້າວ ຖ້າບໍ່ຮູ້ລະເປັນຫຍັງບໍ່ບອກແຕ່ທຳອິດ ຫະຫະຫະ ໂອ້ຍໆໆເນາະ ຢາກຫົວ ແລ້ວຊິມາຖຽງໃຫ້ມັນເສຍເວລາຫຍັງ ຄັນວ່າບໍ່ຮູ້ກະມີຄົນຕອບໃຫ້ດີໆໄປແລ້ວປານນີ້ ຢ້ານເສຍປຽບຫວາທີ່ໂຕເອງບໍ່ຮູ້ ໂອ ອານິດຈາຄົນເຮົາ ບໍ່ຮູ້ແຕ່ອວດວ່າຮູ້ນິ ກະບໍ່ຈັກຊິວ່ານຳ ຖ້າໄດ້ໄປເຮັດວຽກເຮັດການ ກະຄືຊິເຂົ້າກັບຄົນອື່ນຍາກ.


ເລື້ອງເຮັດວຽກນິຊຳສິເຮັດບໍ່ອຶດບ່ອນຊິເຮັດເຮົາຫາວຽກເຮັດໄດ້ງ່າຍຢູ່ດອກ
ວ່າແຕ່ທ່ານຫາວຽກໄດ້ຢູ່ເບາະເວົ້າໃຫ້ຄົນອື່ນນິຄັນຫາວຽກບໍ່ໄດ້ຊິແນະນຳໃຫ້ໄປເຮັດວຽກຢູ່ລາວໂທລະຄົມຫນ້າບ່າວເຮົາເປັນຫົວຫນ້າຫຍູ່ຫັ້ນ



ອໍ່ ລູກຄົນຜູ່ມີຖານະເຂົານິໄສຈັງຊີ້ກັນເນາະ 555
ປ.ລ ວ່າແຕ່ເຮົາຢາກໄດ້ຢູ່ໄດ໋ວຽກຫັ່ນນະ, ແນະນຳເຮົາໃຫ້ແນ່ແມ້



5555555
ຄົນມີບໍ່ມີຖານະບາງຄົນກະນິໃສຄືກັນບາງຄົນການິໃສບໍ່ຄືກັນຄັນນິໃສຄືກັນໝົດມັນກາຊິເຮັດດີຫມົດຕີ້


໐ ກະທູ້
໓໓໓ ໂພສ
ຊຳນານການເວັບບອດ
hjhj bor hu der park hn ni yung tok C++ u ni na kae bor parn muery zeng
hn neo dai jueng ja dai ware hn yark ja taiy



໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DarkEnCiel ຂຽນວ່າ...
ແນະນຳໃຫ້ແນ່ແມະວຽກຫັ້ນ ແຕ່ຕ້ອງໄດ້ເງີນເດືອນຫລາຍກວ່າເດີ້ ໄດ້ຫນ້ອຍຄ້ານເຮັດ ໄດ້ຫນ້ອຍຂ້ອຍກໍ່ຂໍເຮັດຫນ້ອຍຊົ່ວໂມງນຳ ສົມມຸດໃຫ້ຂ້ອຍແຕ່300-400$ ຂໍເຮັດວຽກມື້ລະບໍ່ເກີນ4ຊົ່ວໂມງ ໂຕຍັງວ່າງໃດຕອນເຊົ້າຫນິຍັງບໍ່ມີໃຜຈອງ ເດີ້ຫາໃຫ້ແດ່ເດີ້ເຮັດວຽກແຕ່ຕອນເຊົ້າໄດ້ເດືອນລະ300-400ຫນິ



ອິອິຄັນຢາກໄດ້ເງີນເດືອນດີນິເຈົ້າຕ້ອງວ່າຄວາມສາມາດເຈົ້າສາມາດເຮັດໄດ້ບໍ່ຕ້ອງມີທິດສະດີທີ່ດີຄັນຄວາມສາມາດໄດ້ກັບທິດສະດີໄດ້ນິເຈົ້າສາມາດເຮັດເງິນເດືອນຫຼາຍກ່ວາ400-500ອີກຄວາມສາມາດເຈົ້າແມ່ນທາງໃດລະ,


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DarkEnCiel ຂຽນວ່າ...
ແນະນຳໃຫ້ແນ່ແມະວຽກຫັ້ນ ແຕ່ຕ້ອງໄດ້ເງີນເດືອນຫລາຍກວ່າເດີ້ ໄດ້ຫນ້ອຍຄ້ານເຮັດ ໄດ້ຫນ້ອຍຂ້ອຍກໍ່ຂໍເຮັດຫນ້ອຍຊົ່ວໂມງນຳ ສົມມຸດໃຫ້ຂ້ອຍແຕ່300-400$ ຂໍເຮັດວຽກມື້ລະບໍ່ເກີນ4ຊົ່ວໂມງ ໂຕຍັງວ່າງໃດຕອນເຊົ້າຫນິຍັງບໍ່ມີໃຜຈອງ ເດີ້ຫາໃຫ້ແດ່ເດີ້ເຮັດວຽກແຕ່ຕອນເຊົ້າໄດ້ເດືອນລະ300-400ຫນິ



ເຈົ້າຊິເຮັດຄືເຮົາເບາະເດືອນລະ250$ບໍ່ໄດ້ເຮັດວຽກຫຍັງມີແຕ່ຮຽນ ຄັນເຈົ້າມີຄວາມສາມາດພໍເຮົາຊິເອົາເວັບໃຫ້ໂຕເບິ່ງຖ້າວ່າໂຕສົນໃຈ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ birdflu2007dotexe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ oishikhyo ຂຽນວ່າ...


ເສຍເວລາຕອບມາເຮັດຫຍັງຊັ້ນເຮົາບໍ່ເຫັນສິເສຍເວລາຫຍັງເຮົາກາເວົ້າໄປຂ້າງເທິງລະເດ້ແລກປ່ຽນຄວາມຮູ້ຕາບໍ່ມີເບິ່ງຫວາອ່ານແນ່ແມ້
ຢ້ານເຮັດຫຍັງເສຍປຽບບໍ່ເຫັນຊິເສຍປຽບບ່ອນໃດກະທູ້ສ້າງມາກາເພື່ອການແລກປ່ຽນຄວາມຮູ້ຄັນບໍມີກະທູ້ກະຊິບໍ່ຮູ້ຫຍັງຊັ່ນພັນລາວສ້າງມາເພື່ອຫຍັງຊັ່ນ
ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ
ເລື້ອງເຮັດວຽກນິຊຳສິເຮັດບໍ່ອຶດບ່ອນຊິເຮັດເຮົາຫາວຽກເຮັດໄດ້ງ່າຍຢູ່ດອກ
ວ່າແຕ່ທ່ານຫາວຽກໄດ້ຢູ່ເບາະເວົ້າໃຫ້ຄົນອື່ນນິຄັນຫາວຽກບໍ່ໄດ້ຊິແນະນຳໃຫ້ໄປເຮັດວຽກຢູ່ລາວໂທລະຄົມຫນ້າບ່າວເຮົາເປັນຫົວຫນ້າຫຍູ່ຫັ້ນ



ອັນນີ້ຫວາ ທີ່ເຈົ້າວ່າແລກປ່ຽນຄວາມຮູ້ ເຈົ້າໄປນຳອ່ານຄຳຕອບຂອງເຈົ້າຕັ້ງແຕ່ທຳອິດ ຈົນຮອດຄຳຕອບສຸດທ້າຍໂລດວ່າມັນຂັດແຍ່ງກັນປານໃດ ແລະ ເຈົ້າກໍບໍ່ຕ້ອງມາໂຊພາວເວີ້ ໂຊພະລັງຢູ່ນິອີກວ່າເຈົ້າມີພີ່ນ້ອງຢູ່ສຳນັກງານ ຫລື ອົງການໃດໆ ຂ້ອຍບໍ່ຕ້ອງການຢາກຈະຮູ້ ອັນທີ່ວ່າເຈົ້າຖາມຂ້ອຍວ່າມີວຽກເຮັດຫລືຍັງຫັ້ນ ຂ້ອຍຂໍຕອບວ່າ ຂ້ອຍມີວຽກເຮັດຕັ້ງແຕ່ຍັງຮຽນບໍ່ຈົບແລ້ວ ແລະ ເຖິງວ່າເຈົ້າຈະມີພີ່ນ້ອງຢູ່ໃສທີ່ຊ່ວຍເຈົ້າເຂົ້າເຮັດວຽກໄດ້ ຂ້ອຍເຊື່ອໄດ້ເລີຍວ່າເຈົ້າບໍ່ມີທາງເຂົ້າກັບຄົນໃນອົງກອນນັ້ນໆໄດ້ດອກ ແລະ ກໍຈະບໍ່ມີໃຜມາຍອມຮັບໃນໂຕເຈົ້າ

ປ.ລ ບໍ່ຮູ້ແລ້ວຍັງມາຖຽງ

ປ.ລ2 ຂໍຈົບການໂຕ້ວາທີແຕ່ພຽງເທົ່ານີ້ ຈະບໍ່ດຶງຄວາມຍາວສາວຄວາມຍືດໃຫ້ມັນຍາວໄປອີກລະ



55555555
ຄິດໄປເອງຕິເບາະວ່າເຊື່ອໄດ້ເລີຍວ່າເຈົ້າບໍ່ມີທາງເຂົ້າກັບຄົນໃນອົງກອນນັ້ນໆໄດ້ດອກ ແລະ ກໍຈະບໍ່ມີໃຜມາຍອມຮັບໃນໂຕເຈົ້າ
ຖືກໂຕເອງຕີ້ຈິງບໍ່ມາເວົ້າໃສເຮົາ
ເຊື່ອໄດ້ເລີຍວ່າເຈົ້າບໍ່ມີທາງເຂົ້າກັບຄົນໃນອົງກອນນັ້ນໆໄດ້ດອກ ແລະ ກໍຈະບໍ່ມີໃຜມາຍອມຮັບໃນໂຕເຈົ້າ
ເຮົາກາບໍ່ໄດ້ໂຊພາວເວີ້ໂຊພະລັງດອກ ເຈົ້າຄິດໄປເອງນະຫັ້ນນະ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ TomStar ຂຽນວ່າ...
ເປັນກະທູ້ທີ່ໜ້າສົນໃຈ
ຮູ້ເລື່ອງ C++ ຢູ່ແຕ່ບໍ່ຢາກເວົ້າ (ເວົ້າໄປກະບໍ່ໄດ້ຫຍັງ)
ຊິເວົ້າເລື່ອງ ການຖຽງ ກັບການ ແລກປ່ຽນຄວາມຮູ້
ການຖຽງ : ຖ້າຈະຖຽງກະຕ້ອງຮູ້ວ່າໂຕເອງຖືກ100% ຫຼື ມີຫຼັກຖານມາຍັ້ງຍື່ນທີພິສູດໄດ້, ຄົນອື່ນຈັງຍອມຮັບ
ແຕ່ຖ້າຖຽງແລ້ວບໍ່ສູ້ ຫຼື ຮູ້ໂຕແລ້ວວ່າຕົວເອງຜິດ ກະຕ້ອງຍອມຮັບ ແລະ ຂໍໂທດ!
ການແລກປ່ຽນຄວາມຮູ້ : ຄືການໃຫ້ຄວາມຄິດເຫັນ ຄືຄົນທີ່ບໍ່ຮູ້ລະມາຖາມຄົນຮູ້ ບໍ່ແມ່ນຖຽງຄົນຮູ້, ຫຼື ຕ່າງຄົນຕ່າງຮູ້ ລະມາເວົ້າສູກັນຝັງ
ບໍ່ແມ່ນທັງໆທີຮູ້ ແຕ່ ຢາກຖຽງເພື່ອເອົາຊະນະ ຫຼື ໃຫ້ຕົວເອງເປັນທີ່ສົນໃຈ (ຢາກດັງ, ຢາກໂຊຄວາມສາມາດ ໃນທາງທີ່ຜິດ)
ສຸດທ້າຍ
''ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ''
ແມ່ນແລ້ວ ແລກປ່ຽນຄວາມຮູ້ ລະກະພໍໄດ້ຄວາມຮູ້ ທີ່ລຸ້ນອ້າຍ ຫຼື ອາຈານເພິນ ເສຍສະລະເວລາມາຕອບ ກະຮຽນເອົາ ລະກະຍອມຮັບແດ່!
ສິງທີ່ເຈົ້າເຮັດຢູ່ເອີ້ນວ່າ ຖຽງຜູ້ຮູ້ !



555555
ປານຫັດແຕ່ງເນາະມີເປັນວັກເປັນຕອນລະສຸດທ້າຍອີກດຽວເຮົາໃຫ້100%

ເຮົາກາບໍ່ຢາກດັງດອກບໍ່ຫຍາກເປັນດາລາດຽວຊິມີຄົນມາຂໍລາຍເຊັນເຮົາລຳຄານ
5555ອິດສາເຮົາໃດຫັ້ນເນາະເຫັນເຮົາຖຽງນຳຄົນອື່ນຫັ້ນ


໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ກະທູ້ນີ້ດຸເດືອດຫຼາຍເນາະບໍ່ກ້າເວົ້າຍັງຫຼາຍດຽວຂ້ອຍຊວຍ ໄປກ່ອນ

ລະຕົກລົງວ່າວຽກບ້ານແກ້ໄດ້ລະຕິເນາະອ້າຍສອບ^^

ຄົນທຳມະດາ

http://img.laoupload.com/images/82776730782615928907.gif

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ແລ້ວວຽກເຮົານິບໍ່ໄດ້ຊ້ຳແມ່ນບໍ່? ເພາະບໍ່ເຫັນວ່າຫຍັງ


໒ ກະທູ້
໙໙ ໂພສ
ນັກການກະທູ້
@ oishikhyo ໄປກັນໃຫຍ່ລະຫັ້ນ ເກີດເປັນຄົນຄວນຮູ້ຈັກເບິ່ງເພິ່ນເບິ່ງໂຕ ຢ່າຄຶດວ່າໂລກອິນເຕີເນັດ ບໍ່ມີໃຜເຫັນໂຕຈິງລະຢາກເວົ້າຢາກຂຽນຢາກເຮັດຫຍັງກໍເຮັດ ພາກັນອອກນອກປະເດັນຫມົດແລ້ວ

ປະເດັນມັນຢູ່ທີ່ວ່າ: ທຳອິດ oishikhyo ເວົ້າວ່າພາສາ C++ ໃຊ້ໃນການຂຽນເວບ ແລະຖຽງຢ່າງເປັນຢ່າງຕາຍ ສຸດທ້າຍຖຽງບໍ່ສູ້ແລ້ວບອກວ່າ C++ ບໍ່ໄດ້ໃຊ້ຂຽນເວບແລ້ວອ້າງວ່າເປັນການແລກປ່ຽນຄວາມຮູ້ ປະເດັນກໍຄື ບໍ່ຮູ້ແລ້ວຖຽງ ຖຽງແບບເວົ້າໃຫ້ຄົນອື່ນ ເຮົາພຽງແຕ່ຢາກບອກວ່າ ໃຫ້ oishikhyo ຫັ້ນຍອມຮັບຜິດແລ້ວຂໍໂທດຄົນທີ່ເຂົາມາຕອບແລະພະຍາຍາມອະທິບາຍເລື່ອງພາສາ C++ ຫັ້ນສາ ຄັນເຈົ້າສິເຂົ້າມາຕອບແລ້ວເຖືອໄປແນວໃຫມ່ ຢ່າຕອບ

ບອກເທົ່ານີ້ລະ ປະເດັນຄືເຈົ້າເວົ້າປີ້ນຄວາມ ຕົນເອງ ບໍ່ກ່ຽວເລື່ອງອື່ນ ສິເລື່ອງຫາວຽກ ເລື່ອງເຂົ້າກັບຄົນອື່ນອັນນັ້ນເຮົາບໍ່ສົນ ປະເດັນຄື ປີ້ນຄວາມ ທໍ່ນັ້ນລະ

ok ພໍ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຫຍັງເລີຍ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມວ່ນໆ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Defago ຂຽນວ່າ...
ແລ້ວວຽກເຮົານິບໍ່ໄດ້ຊ້ຳແມ່ນບໍ່? ເພາະບໍ່ເຫັນວ່າຫຍັງ



ແລ້ວໂຕເກັ່ງເລື້ອງດ້ານໃດລະຊິໄດ້ແນາະນຳໃຫ້


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
@ oishikhyo ໄປກັນໃຫຍ່ລະຫັ້ນ ເກີດເປັນຄົນຄວນຮູ້ຈັກເບິ່ງເພິ່ນເບິ່ງໂຕ ຢ່າຄຶດວ່າໂລກອິນເຕີເນັດ ບໍ່ມີໃຜເຫັນໂຕຈິງລະຢາກເວົ້າຢາກຂຽນຢາກເຮັດຫຍັງກໍເຮັດ ພາກັນອອກນອກປະເດັນຫມົດແລ້ວ

ປະເດັນມັນຢູ່ທີ່ວ່າ: ທຳອິດ oishikhyo ເວົ້າວ່າພາສາ C++ ໃຊ້ໃນການຂຽນເວບ ແລະຖຽງຢ່າງເປັນຢ່າງຕາຍ ສຸດທ້າຍຖຽງບໍ່ສູ້ແລ້ວບອກວ່າ C++ ບໍ່ໄດ້ໃຊ້ຂຽນເວບແລ້ວອ້າງວ່າເປັນການແລກປ່ຽນຄວາມຮູ້ ປະເດັນກໍຄື ບໍ່ຮູ້ແລ້ວຖຽງ ຖຽງແບບເວົ້າໃຫ້ຄົນອື່ນ ເຮົາພຽງແຕ່ຢາກບອກວ່າ ໃຫ້ oishikhyo ຫັ້ນຍອມຮັບຜິດແລ້ວຂໍໂທດຄົນທີ່ເຂົາມາຕອບແລະພະຍາຍາມອະທິບາຍເລື່ອງພາສາ C++ ຫັ້ນສາ ຄັນເຈົ້າສິເຂົ້າມາຕອບແລ້ວເຖືອໄປແນວໃຫມ່ ຢ່າຕອບ

ບອກເທົ່ານີ້ລະ ປະເດັນຄືເຈົ້າເວົ້າປີ້ນຄວາມ ຕົນເອງ ບໍ່ກ່ຽວເລື່ອງອື່ນ ສິເລື່ອງຫາວຽກ ເລື່ອງເຂົ້າກັບຄົນອື່ນອັນນັ້ນເຮົາບໍ່ສົນ ປະເດັນຄື ປີ້ນຄວາມ ທໍ່ນັ້ນລະ

ok ພໍ



ເອົາຄົນລະເລື້ອງລະເປັນຫຍັງຊັ່ນກະເຈົ້າຢາກໄດ້ເງີນເດືອນລະ300-400$ເຮົາກາແນະນຳກະເຈົ້າຜິດກົດໝາຍຫວາທ່ານຄັນກາເຈົ້າມີຄວາມສາມາດຮອດກະເຈົ້າກາເຮັດໄດ້ທ່ານມີວຽກຂອງທ່ານແລ້ວ
ລະທ່ານສິມາສົນໃຈວຽກຂອງຄົນອືື່ນເຮັດຫຍັງຄົນອື່ນກາຫຍາກໄດ້ວຽກທີ່ດີສຳກາເຈົ້າແຫຼະ
ເຮົາມີແຕ່ຮຽນລ້າລ້າກາຍັງໄດ້250$ລະເຮົາຊິແນະນຳໃຫ້ຄົນອື່ນບໍ່ໄດ້ຫວາທ່ານ


໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ລະປານໃດຂ້ອຍສິໄດ້ວຽກຫນິ ໃສບອກວ່າຫາວຽກງ່າຍຫັ້ນ? ທຸກມື້ນີ້ຂ້ອຍໄດ້ເດືຶອນລະ 1500$
ຂ້ອຍວ່າງຕອນເຊົ້າຫນິ ຊອກເງີນໄປແຕ່ງເມຍ ຊ່ວຍຂ້າພະເຈົ້າແດ່ເຖາະ ຢ້ານແມ່ຜູ້ສາວຮ້ອງຄ່າດອງແພງ

DarkEnCieL

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
SHUT UP!!!!!

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TomStar ຂຽນວ່າ...
ເປັນກະທູ້ທີ່ໜ້າສົນໃຈ
ຮູ້ເລື່ອງ C++ ຢູ່ແຕ່ບໍ່ຢາກເວົ້າ (ເວົ້າໄປກະບໍ່ໄດ້ຫຍັງ)
ຊິເວົ້າເລື່ອງ ການຖຽງ ກັບການ ແລກປ່ຽນຄວາມຮູ້
ການຖຽງ : ຖ້າຈະຖຽງກະຕ້ອງຮູ້ວ່າໂຕເອງຖືກ100% ຫຼື ມີຫຼັກຖານມາຍັ້ງຍື່ນທີພິສູດໄດ້, ຄົນອື່ນຈັງຍອມຮັບ
ແຕ່ຖ້າຖຽງແລ້ວບໍ່ສູ້ ຫຼື ຮູ້ໂຕແລ້ວວ່າຕົວເອງຜິດ ກະຕ້ອງຍອມຮັບ ແລະ ຂໍໂທດ!
ການແລກປ່ຽນຄວາມຮູ້ : ຄືການໃຫ້ຄວາມຄິດເຫັນ ຄືຄົນທີ່ບໍ່ຮູ້ລະມາຖາມຄົນຮູ້ ບໍ່ແມ່ນຖຽງຄົນຮູ້, ຫຼື ຕ່າງຄົນຕ່າງຮູ້ ລະມາເວົ້າສູກັນຝັງ
ບໍ່ແມ່ນທັງໆທີຮູ້ ແຕ່ ຢາກຖຽງເພື່ອເອົາຊະນະ ຫຼື ໃຫ້ຕົວເອງເປັນທີ່ສົນໃຈ (ຢາກດັງ, ຢາກໂຊຄວາມສາມາດ ໃນທາງທີ່ຜິດ)
ສຸດທ້າຍ
''ພັນລາວກະສ້າງກະທູ້ມາເພື່ອແລກປ່ຽນຄວາມຮູ້ແມ່ນບໍ່ລະ''
ແມ່ນແລ້ວ ແລກປ່ຽນຄວາມຮູ້ ລະກະພໍໄດ້ຄວາມຮູ້ ທີ່ລຸ້ນອ້າຍ ຫຼື ອາຈານເພິນ ເສຍສະລະເວລາມາຕອບ ກະຮຽນເອົາ ລະກະຍອມຮັບແດ່!
ສິງທີ່ເຈົ້າເຮັດຢູ່ເອີ້ນວ່າ ຖຽງຜູ້ຮູ້ !




ຕ້າຍຍຍຍຍ ຖືກເຂົາເວົ້າໃສ່ເນາະ ຂ້າມ້ານນນນນນນນນນນນນ


ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ EaUy ຂຽນວ່າ...
ກະທູ້ນີ້ດຸເດືອດຫຼາຍເນາະບໍ່ກ້າເວົ້າຍັງຫຼາຍດຽວຂ້ອຍຊວຍ ໄປກ່ອນ

ລະຕົກລົງວ່າວຽກບ້ານແກ້ໄດ້ລະຕິເນາະອ້າຍສອບ^^


ໄດ້ແຕ່ດົນແລ້ວ ເພາະກະທູ້ນີ້ຕັ້ງຕັ້ງແຕ່ 10 ເດືອນກ່ອນພຸ້ນ ແຕ່ຮູ້ສືກວ່າຊວ່ງນີ້ມາແຮງ ອີ-ອີ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DarkEnCiel ຂຽນວ່າ...
ລະປານໃດຂ້ອຍສິໄດ້ວຽກຫນິ ໃສບອກວ່າຫາວຽກງ່າຍຫັ້ນ? ທຸກມື້ນີ້ຂ້ອຍໄດ້ເດືຶອນລະ 1500$
ຂ້ອຍວ່າງຕອນເຊົ້າຫນິ ຊອກເງີນໄປແຕ່ງເມຍ ຊ່ວຍຂ້າພະເຈົ້າແດ່ເຖາະ ຢ້ານແມ່ຜູ້ສາວຮ້ອງຄ່າດອງແພງ



ຊັ່ນເຈົ້າບໍ່ຕ້ອງເຮັດວຽກດອກໄປແຕ່ງເມຍເອົາໂລດ


໓ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ sob ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ EaUy ຂຽນວ່າ...
ກະທູ້ນີ້ດຸເດືອດຫຼາຍເນາະບໍ່ກ້າເວົ້າຍັງຫຼາຍດຽວຂ້ອຍຊວຍ ໄປກ່ອນ

ລະຕົກລົງວ່າວຽກບ້ານແກ້ໄດ້ລະຕິເນາະອ້າຍສອບ^^


ໄດ້ແຕ່ດົນແລ້ວ ເພາະກະທູ້ນີ້ຕັ້ງຕັ້ງແຕ່ 10 ເດືອນກ່ອນພຸ້ນ ແຕ່ຮູ້ສືກວ່າຊວ່ງນີ້ມາແຮງ ອີ-ອີ




5555555
ກະທູ້ໂຕນິມາແຮງອີ່ຫຼີ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແຮງແທ້ໆ

strawberry

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ງົງ ຫລາຍໆກະທູ້ນິ, ເອີ ຕັ້ງກະທູ້ໃຫມ່ເລື່ອງ ຫາວຽກເຮັດ ດີກວ່າບໍ່ພີ່ນ້ອງ ສົງສານ sob ເຈົ້າຂອງກະທູ້ ໄດ້ຮັບເມລເຕືອນ ມື້ລະຈັກອັນບຸ ຮະໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮື!!!ເຫັນດີນຳທ່ານດ່ຽວ... ຫາກະເຂົ້າມາຄັ້ງທຳອິດ ງົງເລີຍ ກາຍເປັນບ່ອນໂຕ້ວາທີໄປສະງັ້ນ

~Vਕਆpïrєی™~

໑໐ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
nภาษาส่วนมาก, ข้อความถูกเขียนจากสิ่งที่เหลือไว้ที่จะถูกต้อง อย่างไรก็ตาม, มี ภาษาอื่นๆที่ซึ่งข้อความอ่านและเขียนจากสิทธิถึงสิ่งที่เหลือไว้ เพราะขั้นตอนแรกที่ใกล้จะเกิดขึ้นโปรแกรมที่ว่าแปลโดยอัตโนมัติจากสิ่งที่เหลือไว้-ที่จะ-ถูกภาษาเข้าไปในสิทธิ-ถึง-ภาษาสิ่งที่เหลือไว้และหลัง, คุณจะเขียนโปรแกรมการเปลี่ยนแปลงที่นั้นทิศทางของข้อความที่ให้

การเจาะจงสิ่งที่นำเข้า
สิ่งที่นำเข้าบรรจุหลายทดสอบกรณี เส้นแรกบรรจุที่เจาะจงจำนวนเต็มจำนวนมากมายของทดสอบกรณี แต่ละทดสอบกรณีประกอบด้วยเส้นเดี่ยวของข้อความสิ่งที่บรรจุอย่างมากที่สุดตัวอักษร 70 อย่างไรก็ตาม, ตัวอักษร newline ที่จบของเส้นแต่ละอันไม่ซึ่งได้รับการพิจารณาคือส่วนของเส้น

การเจาะจงผลลัพธ์
สำหรับแต่ละทดสอบกรณี, ปริ้นที่บรรจุเส้นตัวอักษรของเส้นสิ่งที่นำเข้าในกลับหลังคำสั่ง

สิ่งที่นำเข้าตัวอย่าง
3
อย่างเปิดเผย, ฉันไม่คิดว่าเรา'จะทำให้เงินมากออกมาจากแผนนี้ มาดามที่ฉัน' adam
ผลลัพธ์ตัวอย่าง hcum ekam จะ' ew kniht ที'สัปหงก i,ylknarF . emehcs siht fo tuo yenom mada m'ที่ฉันมาดาม


໑໐ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ແປໃຫ້ໄດ້ເດີ່ ແຕ່ເບີ່ງໆໄປແລ້ວມັນບໍ່ແມ່ນບົດໂຈດຫຼອກມັນເປັນພຽງຄຳບັນຍາຍໄປຊື່ໆມົ້ວແລ້ວ



໑ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ແປລາວກ່ອນດຸ... ບໍ່ເກັ່ງພາສາ


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>