ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຕໍ່ຈາກແບບສຳຫຼວດເລື່ອງການສອນ Joomla! CMS

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕໍ່ຈາກ http://punlao.com/au8ust/polls/9440/ ເດີ້ ຄຶດວ່າ ມີຫຼາຍປະເດັນທີ່ຢາກສົນທະນາກັນກ່ອນສຳລັບຜູ່ທີ່ສົນໃຈໃນການເຂົ້າ ເຝິກອົບຮົມຫຼັກສູດເລັ່ງລັດ Joomla! ເຊິ່ງຕອນນີ້ ມີລາຍລະອຽດແບບບໍ່ທັນລະອຽດດັ່ງຕໍ່ໄປນີ້:

1. ຫຼັກສູດນີ້ເປັນຫຼັກສູດເລັ່ງລັດ ດັ່ງນັ້ນຈະໃຊ້ເວລາພຽງ 20 ຊົ່ວໂມງ ເຊິ່ງມີສອງແບບຄື:
ກ. ທຸກແລງ ວັນຈັນ-ວັນສຸກ ຕັ້ງແຕ່ 6 ຫາ 7 ໂມງ ຮຽນມື້ລະ 1 ຊມ 1 ເດືອນ ພໍດີ 20 ຊມ
ຂ. ວັນ ສຸກ-ເສົາ-ອາທິດ ເວລາ 4 ຫາ 5:40 ຕອນແລງ ຮຽນມື້ລະ 1 ຊມ 40 ນາທີ 12 ມື້ ຮວມເປັນ 20 ຊມ

2. ໃນການຮຽນ ຜູ່ຮຽນຈະຕ້ອງນຳ notebook ຂອງຕົນເອງ (ຫຼືຢືມມາ) ມາພ້ອມເພື່ອຄວາມຕໍ່ເນື່ອງໃນການສຶກສາ ແລະສາມາດນຳກັບໄປລອງຢູ່ບ້ານໄດ້
3. ຫຼັກສູດນີ້ ມີແຕ່ຄວາມຮູ້ໃຫ້ຢ່າງດຽວ ບໍ່ມີໃບປະກາດ ໂດຍສາເຫດທີ່ເປັນເຊັ່ນນີ້ ກໍເພາະວ່າ ທຳອິດ ບໍ່ໄດ້ຈະເປີດສອນລັກສະນະນີ້ ແຕ່ເນື່ອງຈາກມີຜູ່ສົນໃຈຫຼາຍ ຈຶ່ງຄຶດວ່າຈະເປີດສອນທົດລອງເບິ່ງຄວາມເປັນໄປໄດ້ກ່ອນ ດັ່ງນັ້ນ ຈຶ່ງບໍ່ມີໃບປະກາດຮອງຮັບ
4. ການສອນຈະເລີ່ມຕົ້ນຕັ້ງແຕ່ທີ່ມາທີ່ໄປຂອງລະບົບຕ່າງໆ ໄປຈົນຮອດການຕິດຕັ້ງ web server ແລະການໃຊ້ Joomla! ເຮັດເວັບໄຊຂຶ້ນມາ ໂດຍຈະມີບົດເຝິກຫັດໃຫ້ກັບໄປເຮັດນຳ
5. ຮັບບໍ່ເກີນ 15 ຄົນຕໍ່ຕໍ່ຮອບ (ມີສອງຮອບ ຄື ກ ກັບ ຂ ດັ່ງທີ່ລະບຸໄປໃນຂໍ້ 1)
6. ຄ່າຮຽນແມ່ນຄົນລະ 500,000 ກີບ (ແລະອາດຈະຕ້ອງຈ່າຍກ່ອນ)
7. ມີເສື້ອໃຫ້ນຳ ເສື້ອ JoomlaLao.com ຫະຫະ
8. ສະຖານທີ່ຮຽນແມ່ນຮ້ານເຂົ້າມັນໄກ່ພັນລາວ (ທີ່ບໍ່ໄດ້ຂາຍເຂົ້າມັນໄກ່) ເຊິ່ງຕັ້ງຢູ່ທີ່ຖະໜົນອາຊຽນ ບ້ານສີດຳດວນ (ຫຼືບາງຄົນເອີ້ນວ່າ ສີສະຫວາດ) ໃກ້ກັບຮ້ານອາຫານຄາສບັງກາ ແຕ່ຢູ່ຄົນລະຟາກທາງກັນ. (ເບິ່ງແຜນທີ່ໄດ້ໃນ http://maps.google.com/maps?f=q&q=17.974210,102.615218)


ສຳລັບທ່ານໃດທີ່ສົນໃຈເພີ່ມເຕີມ ສາມາດສອບຖາມໄດ້ເລີຍໃນກະທູ້ນີ້ເລີຍ =)


໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ຮຽນນຳແດ່

ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍເຮົາຢູ່ ຫຼບ

ຮັກນ້ອງຕອນເມົາ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ໜ້າສົນໃຈ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ເປັນຕາຢາກຮຽນເນາະ


໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຄືຊິບໍ່ມາ ບຸນວາດສະໜາແລ້ວ

ບໍມີວັນໄດ້ຮັກກັນ

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ຄັກຫຼາຍ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອງໂຕະໜ້າສຸດເດີ້

ທ້າວທອງໃສ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າຢາກຮຽນ ເພາະໃກ້ບ້ານ...ແຕ່ຄິດກ່ອນ ເພາະບໍ່ຄ່ອຍມີເວລາຢູ່ກັບທີ່ປານໃດ(ມັກເດີນທາງ)


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ໜ້າສົນໃຈ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນຊີດີບໍ່ ຖ້າບໍ່ມີໃບປະກາດນະ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີ່ມຮຽນມື້ໃດ
ເບິ່ງວຽກກ່ອນ ຖ້າຫມົດເດືອນນີ້ ບໍ່ໄດ້ໄປຕ່າງແຂວງ ສິຂໍຮຽນນຳເດີ່

ປລ. ສຳຫລັບຂ້ອຍໃບປະກາດບໍ່ຈຳເປັນ


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍໂທດເດີ ເຈົ້າຄືຊີມີການສຶກສາສູງເນາະ ຂ້ອຍຮຽນບໍ່ເກັ່ງ ຂ້ອຍເລີຍຕ້ອງການໃບປະກາດຫຼາຍກວ່າ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolao ຂຽນວ່າ...
ຂໍໂທດເດີ ເຈົ້າຄືຊີມີການສຶກສາສູງເນາະ ຂ້ອຍຮຽນບໍ່ເກັ່ງ ຂ້ອຍເລີຍຕ້ອງການໃບປະກາດຫຼາຍກວ່າ


ຂ້ອຍກະບໍ່ເກັ່ງດອກ, ແຕ່ຄົນເຮົາມັນກະຕ້ອງພິສູດກັນດ້ວຍການເຮັດວຽກ ແລະການສະແຫວງຫາຄວາມຮູ້ໃສ່ຕົວກະເປັນເລື່ອງທີ່ດີ
ທີ່ຂ້ອຍວ່າໃບປະກາດບໍ່ຈຳເປັນສຳຫລັບຂ້ອຍກະຍ້ອນວ່າ ຂ້ອຍບໍ່ຮູ້ວ່າສິເອົາມັນໄປເຮັດຫຍັງ ເພາະມັນບໍ່ກ່ຽວຫຍັງກັບວຽກຂອງຂ້ອຍ ຂ້ອຍພຽງແຕ່ຢາກໄດ້ຄວາມຮູ້ຊື່ໆ

ຖ້າເອົາໃບປະກາດໄປແລ້ວເຮັດວຽກບໍ່ໄດ້ ມັນກະຄືສິບໍ່ມີປະໂຫຍດຫຍັງດອກ (ສຳຫລັບຄົນທີ່ບໍ່ຕັ້ງໃຈເຮັດວຽກ)


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນຫວ່າ ຂ້ອຍກະບໍ່ໄດ້ເຮັດວຽກຫຍັງດອກ ຂ້ອຍກະຖາມກວນຊື່ໆ ອັນ Joomla ນີ້ນະ ມັນບໍ່ຍາກຄືເຮົາຄືດຊຳ ງ່າຍຫລາຍ ຍາກແຕ່ຕອນທຳອິດເພາະບໍ່ມີຄົນອະທິບາຍເນື້ອຫາ ຖ້າຊື້ປື້ມມາອ່ານເອງຮຽນເອງນິ ມັນຊີດີກ່ອນໃດ ເພາະມັນງ່າຍຫັນນະ ຖ້າອ່ານປື້ມແລ້ວບໍ່ເຂົ້າໃຈ ໃຫ້ໄປຊື້ DVD ມາເບີ່ງເດີ ເພື່ອຊີເຂົ້າໃຈໄດ້ງ່າຍແດ່ 555555


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດເດີ! ຂ້ອຍຍັງບໍ່ຮູ້ຊ້ຳວ່າ: ຈູມລາ ແມ່ນຫຍັງ?


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ໜ້າສົນໃຈ ເປັນຕາຢາກຮຽນເນາະ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໖ ກະທູ້
໑໘໗ ໂພສ
ນັກການກະທູ້
ເຮາມີ web ຮຽນ joomla ຟີ ມາບອກ ບໍ່ຕ້ອງໃປເສຍເງີນ ຈ້າງຮຽນດອກ ເພງເຮົາເອງຂະຫຍັນໝັ່ນສືກສາ ກະໃດ້ແລ້ວ joomla ງ່າຍໆ ບໍ່ຍາກຄືດັ່ງທ່ານຄິດດອກ , ............................ ເປັນເວບທີ່ສອນການສ້າງເວບ ໃນທຸກພາສາ ເຂົ້າຮຽນໃດ້ເລີຍທີ່
http://www.enjoyday.net

..............ແຕ່ດຽວ joomla ສ້າງເວບໃດ້ຕົກອັນດັບລົງແລ້ວ WordPress ຕ່າງຫາກ ທີ່ເປັນອັນດັບໜື່ງ ...........ເພາະມັນຟີໝົດທຸດອັນ



ແຫຼ່ງມົ້ວສຸມຂອງຄົນ.........ຮັກ-ຄອມ.....


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ແມ່ນແລ້ວຖ້າເຮົາຕັ້ງໃຈສືກສາ ຮຽນດ້ວຍໂຕເອງພູມໃຈກ່ອນຊຳ ເພາະມັນບໍ່ຍາກຄືເຮົາຄິດ

ຍິນດີທີ່ໄດ້ຮູ້ຈັກເດີ ຄວາມຈີ່ງແລ້ວ WordPress ຄັກກ່ອນ Joomla! ໃດເນາະ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ເລີ່ມຮຽນມື້ໃດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໖ ກະທູ້
໑໘໗ ໂພສ
ນັກການກະທູ້
ຍີນດີທີ່ໄດ້ຮູ້ຈັກທ່ານ..............((((​ tolao )))))

ແຫຼ່ງມົ້ວສຸມຂອງຄົນ.........ຮັກ-ຄອມ.....


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolao ຂຽນວ່າ...
ແມ່ນຫວ່າ ຂ້ອຍກະບໍ່ໄດ້ເຮັດວຽກຫຍັງດອກ ຂ້ອຍກະຖາມກວນຊື່ໆ ອັນ Joomla ນີ້ນະ ມັນບໍ່ຍາກຄືເຮົາຄືດຊຳ ງ່າຍຫລາຍ ຍາກແຕ່ຕອນທຳອິດເພາະບໍ່ມີຄົນອະທິບາຍເນື້ອຫາ ຖ້າຊື້ປື້ມມາອ່ານເອງຮຽນເອງນິ ມັນຊີດີກ່ອນໃດ ເພາະມັນງ່າຍຫັນນະ ຖ້າອ່ານປື້ມແລ້ວບໍ່ເຂົ້າໃຈ ໃຫ້ໄປຊື້ DVD ມາເບີ່ງເດີ ເພື່ອຊີເຂົ້າໃຈໄດ້ງ່າຍແດ່ 555555



ຂອບໃຈເດີ່ ທີ່ແນະນຳ


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຍິນດີທີ່ໄດ້ຮູ້ຈັກຄືກັນ "poulim"


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ tolao and poulim

ແລ້ວຄວາມສາມາດລະຫວ່າງ word press ກັບ Joomla ເດມັນເປັນຈັງໃດ ມັນໃຊ້ໄດ້ດີຄືກັນຫວາ ຫລືວ່າເປັນຈັງໃດ ອະທິບາຍຕື່ມອີກແດ່


໕ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກຮຽນຢູ່ແຕ່ຢູ່ໃກຫລາຍ ເດັກປາກເຊ


໕ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຫນ້າເສຍດາຍ