ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ພູມ​ໃຈ​ທີ່​ມີເວັບໄຊ໊ພາສາລາວ ​ເກີດ​ຂຶ້ນມາ​ອີກ​ແລ້ວ!!!

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ

ສະບາຍດີເພື່ອນໆ ພັນລາວທຸກໆ ຄົນ. ຍ້ອນເຫັນໄດ້ຄວາມຮັກອ່ານ ຮັກອິນເຕີເນັດຂອງຄົນລາວເຮົານັບມື້ນັບສູງຂຶ້ນ, ໃນຂະນະທີ່ເວັບໄຊ໊ທີ່ເປັນແຫຼ່ງຂໍ້ມູນ ຫຼືປະເພດ variety (ມີ​ຂໍ້​ມູນ​ແລະ​ການບັນ​ເທີ​ງຫຼາຍໆ​ຢ່າງ​ຢູ່​ນຳ​ກັນ) ພໍ​ເປັນ​ບ່ອນ​ພັກ​ຜ່ອນ​ຢ່ອນ​ໃຈ ຫຼືສຶກສາ​ຫາ​ຄວາມ​ຮູ້​ທີ່​ເປັນ​​ເວັບ​ຂອງ​ຄົນ​ລາວ ​ໃຊ້​ພາສາ​ລາວ ພັດ​ມີ​ໜ້ອຍ ຫຼື​ເກືອບ​ເວົ້າ​ໄດ້​ວ່າ​ບໍ່​ມີ​ເລີຍ. ດັ່ງນັ້ນ, ​ເວັບ​ນີ້ ດອກ​ຝ້າຍ ​ໃນ​ນາມ​ຄົນ​ຜູ້​ໜຶ່ງ​ທີ່​ຮັກ​ໃນ​ການ​ອ່ານ ​ແລະ​ມັກ​ໃຊ້​​​ອິນ​ເຕີ​ເນັດ​ເປັນ​ບ່ອນ​ສຶກສາ​ອີກ​ທາງ​ໜຶ່ງ​ທີ່​ສຳຄັນ ຈຶ່ງ​ນຶກ​ອອກ​ວ່າ​ຄວນ​ຈະ​ມີ​ເວັບ​ໄຊ໊ທີ່​ເປັນ​ພາສາ​ລາວ​​ໄວ້​ໃຫ້​ຄົນ​ລາວ​ໄດ້​​ເຂົ້າອ່ານ ພໍ​ໃຫ້​ມີ​ຄວາມ​ພາກພູມ​ໃຈ​ໃນ​ຄວາມ​ເປັນ​ລາວ ກໍ​ເລີຍ​ລົມ​ກັນ​ກັບ​ໝູ່​ຜູ້​ໜຶ່ງ​ທີ່​ເຮັດ​ວຽກ​ນຳ​ກັນ ທີ່​ເຂົາ​ມີ​ຄວາມ​ຮູ້​ທາງ​ດ້ານ​ນີ້​ດີກ​ວ່າ ຈຶ່ງ​ໄດ້​ຕັດສິນ​ໃຈ​ພາກັນ​ເຮັດ​ມາ​ເປັນ​ໄລຍະ​ເວລາ 5 ​ເດືອນ​ແລ້ວ ຕັ້ງ​ແຕ່​ເດືອນ​ພຶດສະພາ 2010 ຈົນ​ຮອດ​ປັດຈຸບັນ.
​ເວັບ​ໄຊ໊ດັ່ງກ່າວ​ຈະ​​​ເປັນ​ແຫຼ່ງຂ່າວ​​ເຫດການ​ບ້ານ​ເມືອງ ຂ່າວ​ພາຍ​ໃນ ຂ່າວ​ຕ່າງປະ​ເທດ ຂ່າວ​ກິລາ ຂ່າວ​ສິ່ງ​ຫຍໍ້ທໍ້​ຂອງ​ສັງຄົມ, ຂໍ້​ມູນ​ປະຫວັດສາດ, ວັດທະນະທຳ, ຮີດຄອງ​ປະ​ເພນີ, ສຽງ​ຂັບ​ສຽງ​ລຳ, ສະຖານ​ທີ່​ທ່ອງ​ທ່ຽວ, ສຸຂະພາບ, ຄວາມ​ສວຍ​ຄວາມ​ງາມ, ການ​ຄ້າ​ການ​ຕະຫຼາດ, ວຽກ​​ເຮືອນ​ການ​ຊານ, ລົດ​ລາ​ພາຫະນະ, ​ເທັກ​ໂນ​ໂລ​ຢີ, ​ແລະ​ອື່ນໆ ນອກຈາກ​ນັ້ນກໍ​ຍັງ​ມີ​ເວັບ​ບອດ ຫຼືກະດານ​ສຳລັບ​ສະ​ມາ​ຊິກ​ທີ່​ຢາກ​ແບ່ງປັນ​ປະສົບ​ການ, ຄວາມ​ຮູ້​ຄວາມ​ສາມາດ ຫຼືຂໍ້​ມູນ ​ແລະ​ອື່ນໆ ​ໃຫ້​ມີ​ບ່ອນ​ໄດ້​ປະກອບສ່ວນ​.
​ເຖິງ​ແມ່ນ​ວ່າ​ດຽວ​ນີ້​ເວັບ​ໄຊ໊ດັ່ງກ່າວ​ຍັງ​ທຸກ​ຍາກ ຍັງ​ບໍ່​ມີ​ທຶນ​ຮອນ​ໃນ​ການ​ຈ້າງ​ຄົນ​ມາ​ອັບ​ເດດ​ຂໍ້​ມູນ​​ໃຫ້​ອຸດົມສົມບູນ​ເທົ່າ​ທີ່​ຄວນ​ກໍ​ຕາມ ​ແຕ່​ ດອກ​ຝ້າຍ ກໍ​ຮູ້ສຶກ​ພາກ​ພູມ​ໃຈ ທີ່​ດຽວ​ນີ້​ເວັບ​ໄຊ໊ດັ່ງກ່າວ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ແລ້ວ. ​ແຕ່​ເພື່ອ​ໃຫ້​ມີ​ຄວາມ​ອຸດົມສົມບູນ​ຂຶ້ນ ​ໃຫ້​ເປັນ​ເວັບ​ໄຊ໊ທີ່​ສາມາດ​ສ້າງ​ປະ​ໂຫຍ​ດຕໍ່​ສັງຄົມ​ຫຼາຍຂຶ້ນ ກໍ​ຄົງ​ໜີ​ບໍ່ພົ້ນທີ່​ຈະ​ຕ້ອງ​​ໄດ້​​ເພິ່ງ​ພາ​ອາ​ໄສ ອ້າຍພີ່ ​ແລະ​ໝູ່​ເພື່ອນ​ຊ່ວຍ​ກັນ​ເບິ່ງ​ແລ້ວ ​ໃຫ້​ຄຳ​ຕຳ​ນິຕິ​ຊົມ​ມາ ຍັງ​ດອກ​ຝ້າຍ​ຕື່ມ ​ເພື່ອ​ຈະ​ໄດ້​ປັບປຸງ​ໃນ​ໂອກາດ​ຕໍ່​ໄປ
ຈັ່ງ​ໃດ​ກໍ​ຂໍ​ຝາກ​ເນື້ອ​ຝາກ​ຕົວ​ແດ່​ເດີ www.sansouk.com
ຈາກ ດອກ​ຝ້າຍ ບ້ານ​ນາ ​ແສນ​ສຸກ

[img]null[/img]

໔ ກະທູ້
໑໘໓ ໂພສ
ນັກການກະທູ້

ถ้าคุณคิดถึงผม ผมก็คิดถึงคุณ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສົນໃຈ ຂອບໃຈເດີທີ່ແນະນຳ

໗ ກະທູ້
໒໒໙ ໂພສ
ນັກການກະທູ້
ດີເລີຍ ຢາກເຫັນແບບນີ້ມາດົນລະ

LET ME GO HOME

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
wow !! Thx

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ban lao tee huk

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆເດີທີ່ແບ່ງປັນ

໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ດີຫລາຍໆ
ຂ້ອຍກາຜູຫນື່ງລະທີ່ເປັນສະມະຊິກຢູ່ເວັບນັ້ນ

໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີທີ່ແນະນຳໜ້າສົນໃຈຫຼາຍ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຂອບໃຈ2

ຊົ່ວຢ່າງສ້າງສັນ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຫນ້າສົນໃຈ ຂອບໃຈເດີທີ່ແນະນຳ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ມີຄ່າໂຄສະນາຫຍັງບໍ່ນິ 555+

M99NOY

໑ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີດີ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ແລ້ວຈະໄປແວ່ເບິ່ງ...

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສົນໃຈດີ

you will when you believe

໑ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
ຂອບໃຈ ຕາມໄປ

^___^ Let's Go!!!!!

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວຊິລອງໄປ ຈອບໆ ເບິ່ງ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາດົນແລ້ວ
ຈົນເບື່ອແລ້ວ ໃຊ້ພາສາລາວກະບໍ່ຖືກກາລະເທສະ

ບໍມີວັນໄດ້ຮັກກັນ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໖ ກະທູ້
໖໕ ໂພສ
ຂາປະຈຳເວັບບອດ
ສູ້ໆເດີ

ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ເກີດມາດົນແລ້ວ
ຈົນເບື່ອແລ້ວ ໃຊ້ພາສາລາວກະບໍ່ຖືກກາລະເທສະ

ເປັນຫຍັງຫຼາຍບໍ່ອ້າຍບ່າວພັນລາວ ອ້າຍບອກວ່າພາສາລາວບໍ່ຖືກແຕ່ເຫັນໄປກັອບປີ່ເອົາ “ໃຜຮັກເຈົ້າອະນຸວົງຍົກມືຂຶ້ນ” ຈາກແສນສຸກ ມາເປັນເປັນບົດຂອງໂຕເອງເສີຍ!! ແຮໆ ເວົ້າຢອກເດີ

ອ້າຍໆ “ອາດີດ” ແປວ່າ ນ້ອງສາວຂອງພໍ່ເພິ່ນເອົານິ້ວມືດີດອີ່ຫຍັງຂອງອ້າຍໄດ໋ຫັ້ນ ຖືກແທ້ ຕ້ອງ “ອະດີດ” ທີ່ມາຈາກ “ອດິຕ“ ໃນພາສາບາລີ

ນ້ອງຢາກໄດ້ຄຳຄິດເຫັນແບບອ້າຍນີ້ແຫລະດີຫຼາຍ ມີຫຍັງບໍ່ຖືກບໍ່ຕ້ອງກາກໍ່ສ້າງເອົາກັນ ບໍ່ແມ່ນມີແຕ່ຕິກັບຕິ ຈົນຄົນບໍ່ກ້າເຮັດຫຍັງຍ້ອນຢ້ານຖືກຕິ

ຂອບໃຈອ້າຍຫຼາຍໆເດີ ທີ່ຕິດຕາມມາດົນຈົນເບື່ອແລ້ວ!!! 55555 ສະແດງວ່າອ້າຍກາເປັນແຟນພັນແທ້ຂອງແສນສຸກຕິນີ້ ຈັ່ງຕິດຕາມມາແຕ່ດົນໆ ແຮໆ ຮັກເດີອ້າຍເດີ ຂອບໃຈຫຼາຍໆ

໕ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຂໍຖາມໄດ້ບໍ່ວ່າທ່ານຫາແຫຼ່ງຂໍ້ມູນຂ່າວສານມາຈາກໃສ?
ເກ່ງສຸດໆ

ມີຂອງແລະຢາກຂາຍ ແຕ່ບໍ່ຢາກລົງທຶນຫຼາຍລ້ານ ເພື່ອເປີດຮ້ານ?? ເອົານີ້ເລີຍເປີດຮ້ານແບບຟຼີໆ Free
www.khaiy.com ແຫຼ່ງລົງປະກາດຂາຍສິນຄ້າຜ່ານ Internet ຂອງປະເທດລາວ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ຊິລອງໄປ ຈອບໆ ເບິ່ງ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Dokfaybanna ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ເກີດມາດົນແລ້ວ
ຈົນເບື່ອແລ້ວ ໃຊ້ພາສາລາວກະບໍ່ຖືກກາລະເທສະ

ເປັນຫຍັງຫຼາຍບໍ່ອ້າຍບ່າວພັນລາວ ອ້າຍບອກວ່າພາສາລາວບໍ່ຖືກແຕ່ເຫັນໄປກັອບປີ່ເອົາ “ໃຜຮັກເຈົ້າອະນຸວົງຍົກມືຂຶ້ນ” ຈາກແສນສຸກ ມາເປັນເປັນບົດຂອງໂຕເອງເສີຍ!! ແຮໆ ເວົ້າຢອກເດີ

ອ້າຍໆ “ອາດີດ” ແປວ່າ ນ້ອງສາວຂອງພໍ່ເພິ່ນເອົານິ້ວມືດີດອີ່ຫຍັງຂອງອ້າຍໄດ໋ຫັ້ນ ຖືກແທ້ ຕ້ອງ “ອະດີດ” ທີ່ມາຈາກ “ອດິຕ“ ໃນພາສາບາລີ

ນ້ອງຢາກໄດ້ຄຳຄິດເຫັນແບບອ້າຍນີ້ແຫລະດີຫຼາຍ ມີຫຍັງບໍ່ຖືກບໍ່ຕ້ອງກາກໍ່ສ້າງເອົາກັນ ບໍ່ແມ່ນມີແຕ່ຕິກັບຕິ ຈົນຄົນບໍ່ກ້າເຮັດຫຍັງຍ້ອນຢ້ານຖືກຕິ

ຂອບໃຈອ້າຍຫຼາຍໆເດີ ທີ່ຕິດຕາມມາດົນຈົນເບື່ອແລ້ວ!!! 55555 ສະແດງວ່າອ້າຍກາເປັນແຟນພັນແທ້ຂອງແສນສຸກຕິນີ້ ຈັ່ງຕິດຕາມມາແຕ່ດົນໆ ແຮໆ ຮັກເດີອ້າຍເດີ ຂອບໃຈຫຼາຍໆ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...

ເຫັນດີນຳເດີDokfaybanna

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວບນີ້ສີສັນສົດໃສດີເນາະ

໐ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຂອບໃຈເດີທີ່ແນະນຳ

ລິຄິດຟ້າ ຫຼື ຈະສູ້ມານະຕົນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>