ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຂໍຖາມແດ່....ເຮົາສາມາດຂຽນພາສາລາວດ້ວຍຟອນເພັດຊະຣາດໃນຈູມລາໄດ້ຫລືບໍ່?

໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍຄວາມຊ່ວຍເຫລືອຈາກທ່ານຜູ້ຮູ້ແດ່


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Yes!


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊ່ວຍແນະນຳໃຫ້ໄດ້ບໍ່ ເພາະວ່າເວລາໄປຂຽນບົດຄວາມໃຫມ່ມັນບໍ່ເຫັນຟອນເພັດຊະຣາດ


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເຈົ້າຢາກໃຫ້ບົດຄວາມທີ່ເຈົ້າຂຽນຫັນໃຫ້ມັນເປັນຟອນເພັດຊະຣາດຊັ້ນຫວາ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ sombounCEA ຂຽນວ່າ...
ຊ່ວຍແນະນຳໃຫ້ໄດ້ບໍ່ ເພາະວ່າເວລາໄປຂຽນບົດຄວາມໃຫມ່ມັນບໍ່ເຫັນຟອນເພັດຊະຣາດ


ສຳນັກງານນາຍົກໄດ້ອອກປະກາດໄປແລ້ວ ໃຫ້ໃຊ້ ໄຊເສດຖາລາວ ເປັນເປັນຟອນທີ່ໃຊ້ພິມທາງລັດຖະການ ຖ້າໃຊ້ຟອນອື່ນຖືກວ່າບໍ່ຮັບຮອງວ່າຊັ້ນ.
ດັ່ງນັ້ນ ຄວນໃຊ້ໄຊເສດຖາລາວດີກ່ວາ!


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ pluszaa ຂຽນວ່າ...
ເຈົ້າຢາກໃຫ້ບົດຄວາມທີ່ເຈົ້າຂຽນຫັນໃຫ້ມັນເປັນຟອນເພັດຊະຣາດຊັ້ນຫວາ

ແມ່ນແລ້ວ


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sombounCEA ຂຽນວ່າ...
ຊ່ວຍແນະນຳໃຫ້ໄດ້ບໍ່ ເພາະວ່າເວລາໄປຂຽນບົດຄວາມໃຫມ່ມັນບໍ່ເຫັນຟອນເພັດຊະຣາດ


ສຳນັກງານນາຍົກໄດ້ອອກປະກາດໄປແລ້ວ ໃຫ້ໃຊ້ ໄຊເສດຖາລາວ ເປັນເປັນຟອນທີ່ໃຊ້ພິມທາງລັດຖະການ ຖ້າໃຊ້ຟອນອື່ນຖືກວ່າບໍ່ຮັບຮອງວ່າຊັ້ນ.
ດັ່ງນັ້ນ ຄວນໃຊ້ໄຊເສດຖາລາວດີກ່ວາ!

ແຕ່ທ່ານລອງອ່ານການປະກາດໃຊ້ຟອນເພັດຊະຣາດສະບັບນີ້ລອງເບິ່ງ http://www.nuol.edu.la/index.php/en/news/99-2012-06-18-03-52-47.html


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ໜ້າຈະໄປເພີມ CSS Font ເປັນ phetsarath ຄ້າຍໆກະທູ້ນີ້ແລະ Link


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໂອ ແຕ່ບໍ່ຄ່ອຍເກັ່ງເລື່ອງ css ເດ ຈະມີວິທີອື່ນ ຫລື ບໍ່


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ກາບໍ່ຮູ້ຄືກັນຮູ້ແຕ່ຂ້ອຍເຮັດຈັງຊັ້ນລະມັນໃຊ້ໄດ້ ເຮີໆ


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຮັດແບບໃດ ແນະນຳໃຫ້ໄດ້ບໍ່


໑ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເຂົ້າໄປທີຫ້ອງຜູ້ດູແລ ແລະເຂົ້າໄປທີ້ແກ້ໄຂເທມເພຣດ (ຖ້າເຈົ້າໃຊ້ເທມເພຣດໂຕໃດກາແກ້ໃຂທີ່ເທມເພຣດໂຕນັ້ນືໆ) ແລະເຂົ້າໄປທີແກ້ໄຂ CSS ຫາ Code ທີມີຊື່ວ່າ font-family: Arial, Helvetica, sans-serif; ແລະໃຫ້ເຈົ້າປ່ຽນເປັນ font-family:"Phetsalath OT"; ແລະກາ Save ແລະກາແລ້ວ ຂ້ອຍກາບໍ່ຮູ້ແທ້ໆວ່ານິແມ່ນວິທີທີ່ຖືກຫຼືບໍ່ເພາະຂ້ອຍກາເຮັດມົ່ວໆໄປແຕ່ມັນກາໃຊ້ໄດ້ແທ້


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈຫລາຍໆ ດຽວຈະລອງເຮັດເບິ່ງ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ pluszaa ຂຽນວ່າ...
ເຂົ້າໄປທີຫ້ອງຜູ້ດູແລ ແລະເຂົ້າໄປທີ້ແກ້ໄຂເທມເພຣດ (ຖ້າເຈົ້າໃຊ້ເທມເພຣດໂຕໃດກາແກ້ໃຂທີ່ເທມເພຣດໂຕນັ້ນືໆ) ແລະເຂົ້າໄປທີແກ້ໄຂ CSS ຫາ Code ທີມີຊື່ວ່າ font-family: Arial, Helvetica, sans-serif; ແລະໃຫ້ເຈົ້າປ່ຽນເປັນ font-family:"Phetsalath OT"; ແລະກາ Save ແລະກາແລ້ວ ຂ້ອຍກາບໍ່ຮູ້ແທ້ໆວ່ານິແມ່ນວິທີທີ່ຖືກຫຼືບໍ່ເພາະຂ້ອຍກາເຮັດມົ່ວໆໄປແຕ່ມັນກາໃຊ້ໄດ້ແທ້



ຖືກແລ້ວ ແຕ່ນີ້ຄືຈະແມ່ນປ່ຽນທັງໝົດເວັບເລີຍຕີ້ນິ


໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຮັດໄດ້ແລ້ວ ຂອບໃຈ


໑໓ ກະທູ້
໑໕໙ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sombounCEA ຂຽນວ່າ...
ຊ່ວຍແນະນຳໃຫ້ໄດ້ບໍ່ ເພາະວ່າເວລາໄປຂຽນບົດຄວາມໃຫມ່ມັນບໍ່ເຫັນຟອນເພັດຊະຣາດ


ສຳນັກງານນາຍົກໄດ້ອອກປະກາດໄປແລ້ວ ໃຫ້ໃຊ້ ໄຊເສດຖາລາວ ເປັນເປັນຟອນທີ່ໃຊ້ພິມທາງລັດຖະການ ຖ້າໃຊ້ຟອນອື່ນຖືກວ່າບໍ່ຮັບຮອງວ່າຊັ້ນ.
ດັ່ງນັ້ນ ຄວນໃຊ້ໄຊເສດຖາລາວດີກ່ວາ!



ລັດຖະບານປະກາດໃຫ້ໃຊ້ຟ້ອນ ເພັດສະລາດ ເປັນຟ້ອນທາງການ ຂອງ ສປປລາວ ແລ້ວ
http://phetsarath.gov.la/