ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີໝູ່ເພື່ອນ ຂ້ອຍໄດ້ສ້າງເວັບໄຊຂຶ້ນຊື່ວ່າ laolike.tk ເປັນເວັບລຽບງ່າຍທີ່ທຸກຄົນສາມາດເຂົ້າໄປຂຽນບົດຄວາມ ຫຼື ໂອລົມບົດຄວາມກ່ຽວກັບສິ່ງທີ່ຕົນມັກ ເຊິ່ງຈະແບ່ງເປັນ 5 ໝວດກັນ ເຊິ່ງຖ້າທ່ານສົນໃຈບົດຄວາມຂອງ user ໃດທ່ານກໍສາມາດ follow ບຸກຄົນນັ້ນໄດ້ເພື່ອຕິດຕາມບົດຄວາມຂອງຄົນນັ້ນໆ ເຊິ່ງເວັບຈະອອກແນວເປັນ blog ປະສົມກັບ webborad ແລະ ສັງຄົມອອນລາຍ ທີ່ບໍ່ມີຄວາມຊັບຊ້ອນປານໃດໃຊ້ງ່າຍ

ສຸດທ້າຍ ຂໍຝາກໝູ່ເພື່ອນໃນ punlao.com ເຂົ້າໄປຢ້ຽມຊົມ ແລະ ເປັນສະມາຊິກ www.laolike.tk
ຂອບໃຈ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳໃຈໄວ້ເລີຍ ຄົນລາວເຂົ້າແຕ່ facebook,youtube,teenee,mthai

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ທຳໃຈໄວ້ເລີຍ ຄົນລາວເຂົ້າແຕ່ facebook,youtube,teenee,mthai

ໂອຍຈານ ຢ່າງຫນ້ອຍນີ້ກໍ່ເປັນສ່ວນຫນື່ງໃນການສ້າງສັນເວັບໄຊພາສາລາວເຮົາເດ
ວ່າແຕ່ຈານ ຖ້າມີເວລາວ່າງມາຂຽນບົດຄວາມວິທະຍາສາດ ຊ່ອຍກັນແນ່ຕິ ຂຽນຈົນມືງິກລະນິ

http://laoscience-it.blogspot.com

ບາດດັງມາ ຊິລ້ຽງດອກ ຈັກ 3 ຂວດ ເຫີໆໆໆ

໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຂຽນເອງເບາະ, ໜ້າສົນໃຈຢູ່ jquery

ສືກສາໄດ້ດີ ບົດຮຽນໜ້າຈະມາຈາກເວັບນີ້ lesson3.com

ຄົນຂຽນເວັບຄືກັນ ເດົາອອກຢູ່ດອກ

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ SornClub ຂຽນວ່າ...
ຂຽນເອງເບາະ, ໜ້າສົນໃຈຢູ່ jquery

ສືກສາໄດ້ດີ ບົດຮຽນໜ້າຈະມາຈາກເວັບນີ້ lesson3.com

ຄົນຂຽນເວັບຄືກັນ ເດົາອອກຢູ່ດອກ

ແມ່ນແລ້ວຂຽນເອງ ໃຊ້ jquery ເປັນ javascript framework ແລະໃຊ້ bootstrap ເປັນ css
ແຕ່ວ່າບໍ່ໄດ້ສຶກສາຢູ່ເວັບ lesson3 ສ່ວນໃຫຍ່ສຶກສານຳເວັບຂອງມັນເອງເລີຍ ແຕ່ກະຂອບໃຈທີ່ແນະນຳເວັບໃຫ້ຮູ້ຈັກ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ທຳໃຈໄວ້ເລີຍ ຄົນລາວເຂົ້າແຕ່ facebook,youtube,teenee,mthai

ບໍ່ຕ້ອງເວົ້າປານນັ້ນກະໄດ້ເພາະຢ້ານນັກພັດທະນາລຸ້ນໃໝ່ຄົນທີ່ເຂົາມີຄວາມຝັນມີຄວາມມັກຮັກມາເຫັນຢ້ານເຂົາໝົດກຳລັງໃຈ

ຂ້ອຍຂຽນເວັບມາກະບໍ່ໄດ້ຕ້ອງການໃຫ້ມັນດັງຫຍັງຫຼາຍດອກ ພຽງແຕ່ຂຽນເພາະມັກຊື່ໆ, ມີເວລາວ່າງ ແລະ ຂ້ອຍກະຢາກໃຫ້ມີຄົນສ້າງເວັບໃຫ້ຫຼາຍຂຶ້ນ ເຖິງສິບໍ່ດັງເຮົາກະໄດ້ຄວາມຮູ້ ແລະ ປະສົບການ ເພື່ອໄປປະກອບອາຊີບໃນຕໍ່ໜ້າ

ແຕ່ສຳລັບຂ້ອຍປັດຈຸບັນກະເຮັດວຽກດ້ານພັດທະນາເວັບນຳຕ່າງປະເທດເປັນອາຊີບຢູ່ແລ້ວ ແລະ ມັນກະເປັນອາຊີບທີ່ມີລາຍໄດ້ດີຫຼາຍສຳລັບ

໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ jump2dream ຂຽນວ່າ...

55555 ແມ່ນແລ້ວ ບໍ່ມີໃຜເຂົ້າໃຈນັກຂຽນເວັບ ເທົ່ານັກຂຽນເວັບດ້ວຍກັນດອກ. ຂ້ອຍກະຄິດແບບນັ້ນລ່ະ
ເຖິງມັນຈະບໍ່ດັງ ກໍ່ເປັນຝີມືຄົນລາວສ້າງນີ້ນ່ະ
ມີນັກພັດທະນາເກັ່ງໆ ແບບນີ້ ຈື່ງໜ້າສົນໃຈ ຖ້າບໍ່ມີກາານແຂ່ງຂັນ ກໍ່ບໍ່ສາມາດພັດທະນາໂຕເອງໄດ້ ແມ່ບໍ່?
ແລ້ວເຈີກັນ ກັບການອັບເດດໃຫມ່ຂອງ SornCLub

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໙ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ຂອບໃຈ ສຳຫລັບ Bootstrap framework ເປັນເຄື່ອງມືດີດີ ນີ້ເອງ

SornClub ຄຼັບແຫ່ງການແບ່ງປັນ.. ປະສົບການໃຫມ່ ເຂົ້າໄປຮ່ວມນຳກັນ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
I am programmer, but I know WebMaster feeling :)

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ