ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໔ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍຄວາມຊ່ວຍເຫຼືອທ່ານ ຊ່ວຍແນະນຳວິທີ ຕິດຕັ້ງ jommla ລົງໃນ windows server 2008 r2 ແດ່. ຂ້າພະເຈົ້າຫາກໍ່ເລີ່ມຮຽນສ້າງ website ເຊີ່ງວ່າສີ່ງທີ່ຕ້ອງການນັ້ນແມ່ນຢາກສ້າງເປັນເຄືອຂ່າຍຢູ່ພາຍໃນ ຫ້ອງການໂດຍບໍ່ໄດ້ເຊື່ອມຕໍ່ Internet ເຊີ່ງວ່າຢູ່ຫ້ອງການມີ Server 1 ເຄື່ອງ ໃຊ້ Windows server 2008 r2 ແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນຈາກຈຸດໃດກ່ອນ ຈີ່ງຂໍຄວາມກະລຸນາຊ່ວຍເຫຼືອຈາກທ່ານຜູ້ຊ່ຽວຊານດ້ານນີ້ ຊ່ວຍແນະນຳຂ້າພະເຈົ້າແດ່

ຂໍຂອບໃຈລ່ວງໜ້າຫຼາຍໆ.


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໜ້າຈະລົງ AppServ ແລ້ວກໍຕັ້ງໄດ້ປົກກະຕິ ຍົກເວັ້ນຢາກໃຊ້ IIS ຂອງ Microsoft ຕ້ອງໄປຫາອ່ານເພີ່ມເອົາ


໔ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກຂໍຄວາມຊ່ວຍເຫຼືອທ່ານ ຊ່ວຍແນະນຳ ການໃຊ້ IIS ເພາະວ່າເພີ່ນຕັ້ງ IIS ໃຫ້ແລ້ວ ແຕ່ບໍ່ຮູ່ວ່າຈະເຮັດແນວໃດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ແປກ ທຳມະດາໜ່ວຍງານເຂົາເຈົ້າໜ້າຈະມີວິຊາການສະເພາະດ້ານເຮັດໃຫ້

ລອງອ່ານຕາມລິ້ງທາງລຸ່ມລະກັນເດີ
http://docs.joomla.org/IIS


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າເຈົ້າເຮັດ joomla ບໍ່ໄດ້ດອກ
ເຈົ້າຕ້ອງເປັນ HTML, PHP, MySQL, Java Script ກ່ອນຈຶ່ງຈະຮຽນ joomla ໄດ້


໔ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍຂອບໃຈສຳລັບຄຳແນະນຳດີໆຂອງທ່ານ ຊິລອງໄປສຶກສາກ່ອນ