ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຄືວ່າຂ້ອຍໃຊ້ Web Server ຂອງ Apache ແລ້ວຢາກຕັ້ງເປັນແບບ Virtual Hosts ຂ້ອຍຈະຕ້ອງໄປປັບແຕ່ງຄ່າຢູ່ທີ່ບ່ອນໃດ?

ໃຜທີ່ຮູ້ຊ່ວຍແດ່


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຢູ່ໃນ httpd.conf


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
# Virtual hosts
Include conf/extra/httpd-vhosts.conf
ແມ່ນບໍ່?
ແລ້ວໄປຕັ້ງຄ່າທີ່
httpd-vhosts.conf

[code]
<VirtualHost *:80>
DocumentRoot C:/xampp/htdocs/sample1
ServerName sample1
</VirtualHost>

<VirtualHost *:80>
DocumentRoot C:/xampp/htdocs/vhosts/sample2
ServerName sample2
</VirtualHost>
[/code]

ຖືກຢູ່ຫວາ?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ok, ເຮັດໄດ້ແລ້ວ.
ຂອບໃຈຫລາຍຍຍຍ
(ເວັບຈູມລາລາວເທ້ຫລາຍ, ຢາກເຮັດເທ້ໆຈັ່ງຊັ້ນນຳເດ້)


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຂ້າພະເຈົ້າມີບັນຫາມາຖາມ ຄືວ່າຂ້າພະເຈົ້າຕັ້ງ VH ໄດ້ແລ້ວ ຈຶ່ງໄດ້ຕັ້ງ VH ໂຕໃໝ່ຂຶ້ນມາອີກ ແລະພໍຈະເພີ່ມໂຕທີ3ມັນພັດເກີດ ERROR ດັ່ງນີ້


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ນີ້ຄື file httpd-vhost.conf


ແລະນີ້ຄື file host


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕາມຮູບ



ບໍ່ແມ່ນໃຊ້ Port ຫຼື IP ຊ້ຳກັນຫວາ?


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຂ້າພະເຈົ້າພິມໃສ່ວ່າ
NameVirtualHost *:80
ແລ້ວກໍ່ພິມແທັກຂອງ VH


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເອ໊ະ ມີເຮັດແບບນັ້ນໄດ້ນຳຫວາ

ລອງໃຊ້ NameVirtualHost IP:80 ເບິ່ງ ປ່ຽນບ່ອນ IP ເປັນອັນທີ່ໃຊ້


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
IP = 127.0.0.4 ຫັ້ນຫວາທ່ານ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
yep


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຍັງບໍ່ work
ແຕ່ຊິລອງຕິດຕັ້ງ Apache ຄືນລອງເບິ່ງ(ບໍ່ໄດ້ສຳຮອງຟາຍຄອນຟິກໄວ້ ອິອິ ກະເລີຍຕ້ອງມາຕິດຕັ້ງຄືນ). ອາດຈະມີຫຍັງຜິດພາດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ລອງແຕ່ລະອັນຕ້ອງກວດເບິ່ງໃນ error log ວ່າມັນພາດບ່ອນໃດ ແລ້ວແກ້ໄປຕາມນັ້ນ ມັນຈຶ່ງ work ເດີ້


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຮັບຊາບ ທ່ານ.
ແລ້ວຈະມາລາຍງານຜົນໃຫ້ທ່ານຊາບ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ສຳເລັດຜົນ
ກ່ອນອື່ນຂໍເກິ່ນກ່ອນເລີຍວ່າຂ້າພະເຈົ້າໃຊ້ໂປຣແກຣມສຳເລັດຮູບຂອງ XAMPP ver 1.6.7 ເຊິ່ງໄດ້ລວມເອົາ Apache Web Server, PHP, Mysql, Perl Script, Filezila Server ແລະ Mercury Mailserver. ສາມາດດາວໂຫລດໄດ້ຈາກ sourceforge.net.

ຈະຂໍອະທິບາຍທຸກຢ່າງລົງໃນກະທູ້ນີເລີຍ ເພື່ອມີຄົນເຂົ້າມາຫາຄວາມຮູ້.(ຂ້າພະເຈົ້າເອງກໍ່ບໍ່ໄດ້ເກັ່ງດອກ ແຕ່ຢາກສະແດງຄວາມເຫັນ)....

ການສ້າງ VirtualHost
1. ໃຫ້ເປີດໂຟນເດີ້ທີ່ເກັບຟາຍ hosts ກັບໂປຣແກຣມ Text Editor(ໂປຣແກຣມ Notepad ຫຼື Notepad++ ກໍ່ໄດ້) ເຊິ່ງນອນຢູ່ໃນ C:\\\\Windows\\\\system32\\\\drivers\\\\etc\\\\. ເມື່ອເປີຟາຍ host ຂຶ້ນມາແລ້ວ, ປະມານແຖວທີ່ 19 ທ່ານຈະເຫັນ 127.0.0.1 localhost ນັ້ນແມ່ນ IP ແລະ Domain. ໃຫ້ທ່ານລົງແຖວແລ້ວພິມ IP ແລະ Domain ທີ່ທ່ານຕ້ອງການ ເຊິ່ງໃນນີ້ຈະຂໍເພີ່ມໃສ່ເປັນ 127.0.0.2 php. ບັນທຶກຟາຍງານ ແລ້ວອອກ

2. ໃຫ້ໄປທີ່ໂຟນເດີ້ຂອງ Apache ເຊິ່ງໃນນີ້ຢູ່ທີ່ C:\\\\xampp\\\\apache. ເຂົ້າໄປທີ່ໂຟນເດີ້ conf. ເປີດຟາຍ httpd.conf ຂຶ້ນມາ ແລ້ວຊອກຫາແຖວທີ່ 497 ໂດຍປະມານ ເຊິ່ງຈະມີຂໍຄວາມທີ່ຂຽນໄວ້ວ່າ:
# Virtual hosts
#Include conf/extra/httpd-vhosts.conf
ໃຫ້ລຶບ ສັນຍາລັກສີ່ຫຼ່ຽມທາງໜ້າອອກ ຈະກາຍເປັນ "Include conf/extra/httpd-vhosts.conf" ອອກ ແລ້ວບັນທຶກມ້ຽນ ຖ້າຫາວ່າບໍ່ມີໃຫ້ຕື່ມໃສ່ໄດ້.
(ອາຈະໃຊ້ຄຳສັ່ງຊອກຫາໂດຍການກົດ Ctrl+F).


3. ເຂົ້າໄປໃນໂຟນເດີ້ extra ເຊິ່ງນອນຢູ່ໃນ conf. ໃຫ້ເປີດຟາຍ httpd-vhosts.conf ແລ້ວທ່ານຈະເຫັນດັ່ງຮູບດ້ານລຸ່ມນີ້.


ໃນປະມານແຖວທີ່ 15 ໃຫ້ທ່ານພິມຄຳສັ່ງ ດັ່ງດ້ານລຸ່ມນີ້: ເຊິ່ງ C:/www/ ເປັນບ່ອນເກັບ VirtualHost ຂອງທ່ານ. ສາມາດປ່ຽນເປັນບ່ອນອື່ນໄດ້.


ການທີ່ຈະຕ້ອງໃຊ້ຄຳສັ່ງນີ້ເພື່ອກຳນົດໃຫ້ຜູ້ໃຊ້ງານເຂົ້າໄປອ່ານຂໍ້ມູນໃນໂຟນເດີ້ www ໄດ້ ບໍ່ດັ່ງນັ້ນຈະຂຶ້ນຂໍຄວາມ Access forbidden! ບໍ່ອະນຸມັດໃຫ້ເຂົ້າໄປໃນໂຟນເດີ້ຫຼືອ່ານຟາຍໃດໆທັ່ງນັ້ນ. ດັ່ງນັນຈຶ່ງຕ້ອງໄດ້ກຳນົດໃຫ້ເຂົ້າເຖິງໄດ້.

ໃນແຖວລຸ່ມສຸດແມ່ນໃຫ້ເພີ່ມແທັກຂອງ Virtual Host ໃສ່ ເຊິ່ງໃນນີ້ພິມດັ່ງລຸ່ມນີ້ ແລ້ວບັນທຶກ ຈາກນັ້ນ Restart Apache: (ທ່ານຕ້ອງແມ່ນໃຈວ່າ ທ່ານໄດ້ສ້າງໂຟນເດີ້ໃນຫ້ອງ ທີ່ທ່ານເກັບ VirtualHost. ໃນນີ້ສ້າງໂຟນເດີ້ທີ່ມີຊື່ວ່າ php


ການທົດສອບ
ເມື່ອສຳເລັດຕາມຂັ້ນຕອນແລ້ວ ກໍ່ໃຫ້ທົດສອບລະບົບລອງເບິ່ງ ໃນນີ້ຈະຂໍສ້າງຟາຍ php ໂດຍໃສ່ຊື່ວ່າ index.php ໃນໂຟນເດີ້ php ທີ່ໄດ້ສ້າງໄວ້ຕັ້ງແຕ່ຕົ້ນ ໂດຍໃສ່ script ດັ່ງນີ້


ຈາກນັ້ນໃຫ້ເປີເວັບບຣາວເຊີຂຶ້ນມາແລ້ວພິມໃສ່ຊ່ອງ Address ວ່າ "http://php/" ເປັນອັນຈົບພິທີ




໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ້ ດີໃຈນຳເດີ້


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
@ ທ່ານນິນ
ຕອນນັ້ນທີ່ມັນເກີດຜິດພາດຍ້ອນການຕັ້ງຄ່າ VH ຢູ່ໃນຟາຍ httpd.conf