ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຢາກຮູ້ວ່າ ຫລາຍ2 ເວັບໄຊ ທີ່ສ້າງຂື້ນມາເພື່ອບໍລິການສັງຄົມນີ້ ເຂົາເຈົ້າ ໄດ້ສິ່ງຕອບແທນ ຫລື້ ລາຍຮັບແນວໄດ?


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ເຮັດດ້ວຍໃຈ....

ສັດໂລກ ຍ່ອມເປັນໄປຕາມກຳ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໃຫ້ທວາຍວ່າ ພັນລາວມີລາຍໄດ້ເທົ່າໃດ ອິອິ


໔ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເຮັດດ້ວຍໃຈມັກ ຢາກໃຫ້ສັງຄົມມີສິ່ງດີໆໄດ້ອ່ານ, ໄດ້ຮັບຮູ້ນຳກັນ ແລະ ແບ່ງປັນສິ່ງຕ່າງນຳກັນ ໂດຍບໍ່ຫວັງທີ່ຈະໄດ້ກຳໄລ ຫລື ເງິນຄຳແຕ່ຢ່າງໃດ ມັນກະຄືືການເຮັດບຸນອີກຢ່າງຫນຶ່ງ, ການທີ່ເຮົາໄດ້ຮູ້ເລື່ອງຫຍັງຈັກຢ່າງນັ້ນ ມັນອາດຕິດຕົວເຮົາຢູ່ບໍ່ດົນ ແຕ່ຖ້າໄດ້ເຜີຍແຜ່ໃຫ້ຄົນອື່ນໄດ້ຮູ້ ມັນກໍ່ປຽບເຫນືອນການເຮັດບຸນ ຄວາມດີ ຫລື ບຸນນັ້ນຈະຕິດຕົວເຮົາໄປຕະຫລອດຊີວິດ

ອິອິ ຈາກໃຈ ezboy
ເວັບໄຊ້ນິທານລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ຈິງພັນລາວມີລາຍຮັບຈາກແຫລ່ງມືດທີ່ບໍ່ມີໃຜຮູ້ຢ່າງມະຫາສານ
ຄິດລວມໆກະປະມານ.. ກະຍັງວ່າບໍ່ມີໃຜຮູ້..


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
yak hu tair goc wa laiy dai ma jark sai

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຈໄດ້ຫຼຽນກຽດຕິຍົດໃນວັນຫນຶ່ງ...
ແຕ່ກະອາຈຖຶກດ...ກໄດ້ຄຶກັນ..


໙ ກະທູ້
໒໘໘ ໂພສ
ນັກການກະທູ້
ສົງໃສວ່າ ບໍ່ໄດ້ ກ໊າກຯຯ (ພັນລາວ).
ແຕ່ກະບໍ່ເປັນຫຍັງ,ເຮັດເວັບພັນລາວອອກມາດີແບບນີ້,ບໍໄດ້ແຕ່ກະພູມໃຈ.
ອານາຄົດບໍ່ແນ່,ດຽວຫາກຈະມີຄົນມາລົງໂຄສະນາ ອິອິອິ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ນິນ ກະມີລາຍຮັບນຳເວບນີ້ຢູ່ຫວາ - -"

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອິອິອິ ....... ບາຍດີ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ພັນລາວບໍ່ມີລາຍຮັບເລີຍ
ລາຍຮັບຂອງພັນລາວແມ່ນນ້ຳໃຈຂອງຄົນລາວທີ່ຢູ່ທົ່ວໂລກ ແລະຄົນທົ່ວໂລກທີ່ຢູ່ໃນໂລກ
(ແຕ່ຖ້າຄົນນອກໂລກຫຼິ້ນນຳຄືຊິດີ)


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄວາມສົງໄສ..
banner ຂອງ samskomlao ຢູ່ໃນຖານະລູກຄ້າຫວະ ?


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
@PhoenixTen ພັນທະມິດ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ ຄັນຂາຍຄຼີມນິຮູ້ຢູ່

strawberry

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...

ມີຄວາມສົງໄສ..
banner ຂອງ samskomlao ຢູ່ໃນຖານະລູກຄ້າຫວະ ?



ສະມາຄົມລາວກັບພັນລາວ ຮູ້ຈັກກັນມາດົນນານແສນນານກ່ອນມີພັນລາວອີກ ຖືເປັນມິດສະຫາຍທີ່ຮັກແພງກັນຫຼາຍກໍວ່າໄດ້.


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເທົ່າທີ່ຮູ້ມາ ການເຮັດເວັບພັນລາວນີ້ ບໍ່ມີລາຍຮັບ ມີແຕ່ລາຍຈ່າຍ
ແຕ່ກໍຍັງຂ້ອງໃຈຢູ່ວ່າ ເປັນຫຍັງບາງຄົນຈຶ່ງບໍ່ແນມເຫັນເຖິງຄວາມທຸ່ມເທຂອງທີມງານແດ່
ເຮັດຫຍັງທີ່ຄິດວ່າມີສາລະແລະເປັນປະໂຫຍດໃນເວັບນີ້ ເຊື່ອວ່າທາງທີມງານຄົງຈະດີໃຈ ແລະມີກຳລັງໃຈສັນຫາສິ່ງດີໆມາສູ່ສັງຄົມອອນໄລຕໍ່ໄປ
ຫລືວ່າຍັງມີໃຜທີ່ແນມບໍ່ທັນເຫັນຄວາມທຸ່ມເທນີ້?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
au8ust ໃຫ້ທວາຍວ່າ ພັນລາວມີລາຍໄດ້ເທົ່າໃດ ອິອິ
blue9 ໄດ້ເທົ່າທີ່ໄດ້ຫັ້ນແລ ອິອິ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ Webmaster..

ຂ້ອຍກະເຄີຍສົງໃສວ່າລາຍໄດ້ຂອງເວັບມາຈາກໃສ..
ມາຮູ້ທີຫຼັງວ່າແມ່ນໂຄສະນາ..
ແຕ່ບໍ່ເຫັນພັນລາວມີໂຄສະນາເລີຍ..
ລ່ະຄ່າໃຊ້ຈ່າຍຕໍ່ເດືອນນິສູງບໍ່..??

ອືມມ..ເຮົາແນະນຳວ່າໄປເກັບນຳຄຣີມພູເຂົາໄຟກະດີໄດ໋..


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເປັນຕາຫົວເນາະຂ້າງເທິງ ອິ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດຂ້ອຍບໍຮູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຈາກການໂຄສະນາ ແລະ ກະທຶນສ່ວນຕົວແດ່


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຊວ່ງນີ້ເປັນການລົງທຶນຂອງເວັບພັນລາວ ກະເລີຍຍັງບໍ່ເຫັນລາຍຮັບ


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
......????


໑໙ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ປົກກະຕິແລ້ວເວບໄຊທ໌ທົ່ວໄປຂອງຕ່າງປະເທດໂດຍສະເພາະປະເພດ blog ເວບໄຊທ໌ຂະໜາດນ້ອຍຕ່າງໆກໍ່ຈະມີລາຍຮັບກັບການຕິດໂຄສະນາຂອງ google ນັ້ນກໍ່ຄື Google AdSense
ແຕ່ຄົນລາວເລື່ອງໂຄສະນາທາງອິນເຕີເນັດຍັງບໍ່ມີຫຼາຍ, ສະນັ້ນຖ້າທ່ານສ້າງເວບເປັນພາສາລາວກໍ່ບໍ່ຕ້ອງຫວັງວ່າຈະມີລາຍຮັບຈາກ google (ສະເພາະປັດຈຸບັນ, ແຕ່ບໍ່ແນ່ໃນມໍ່ໆນີ້ອາດມີ Google AdSense ເປັນພາສາລາວກໍ່ໄດ້)





ແຕ່ຖ້າເວບໄຊທ໌ເຈົ້າເປັນເວບໃຫຍ່, ເປັນທີ່ຮູ້ຈັກກັບສັງຄົນແລ້ວປົກກະຕິກໍ່ຈະມີນັກທຸລະກິດຕິດຕໍ່ໂຄສະນານຳເອງ...


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ລົງທຶນໄປກ່ອນ ມື້ໜ້າຫາກຈະໄດ້ຄືນຫລາຍເທົ່າ

ທ້າວທອງໃສ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫຼັບເວບຕ່າງປະເທດແມ່ນໄດ້ຮັບຈາກການໂຄສະນາ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ຄືກັນ ກໍ່ຄິດວ່າໜ້າຈະມາຈາກໂຄສະນານັ້ນລະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
@sian
ເຮົາກະມີລາຍຮັບຈາກ ad-sense ຕັ້ງວ່າ 8.48$ ແໜະ, ລໍ້ຫມູ່ຢູ່ເມກາລົງໄຟຟ໊ອກນຳ ລິ້ງເຮົາ ຮະໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເອົາຕາມຫຼັກ ນັກການຕະຫຼາດເລີຍເນາະ ຖ້າຢາກໄດ້ຜູ້ສະໜັບສະໜຸນ ມັນກາບໍ່ງ່າຍແຕ່ມັນກາບໍ່ໄດ້ຍາກຈົນເກິນໄປ


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
1. ເລືອກບໍລິສັດ ທີ່ຄິດວ່າມີຊື່ສຽງ ແລະມີເງິນທຸນຫຼາຍ (ເບຍລາວ ລາວໂທລະຄົມ ມິນິຄອມລາວ ດວງເຮືອງ)
2. ເຂົ້າໄປສະເໜີງານ ໂດຍການໂຊ ສະມັດຖະພາບຂອງ ເວັບ

3. ແລ້ວຈາກນັ້ນກໍລໍການຕອບຮັບ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>