ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ເທັກໂນໂ... » ການສ້າງເວັບໄຊ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ເທັກໂນໂລຢີ ແລະຄອມພິວເຕີ » ການສ້າງເວັບໄຊ » ຂໍຄວາມກະລຸນາ ຊ່ວຍເຫຼືອເລື່ອງໂດເມນເນມ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ສະບາຍດີພີ່ນ້ອງພັນລາວທຸກໆທ່ານ

ຂ້າພະເຈົ້າຂໍຄວາມກະລຸນາ ຜູ້ມີໃຈສັດທາ ^^ ຂໍຄວາມຊ່ວຍເຫຼືອດ້ານໂດເມນ ..


ເລື່ອງມີຢູ່ວ່າ ຕອນນີ້ຂ້າພະເຈົ້າໄດ້ສ້າງເວັບໜື່ງ ຂື້ນມາແລ້ວ ນັ້ນກໍຄື www.dreamzaa.uni.cc

ຫຼາຍຄົນອາດສົງໃສວ່າ ເວັບນີ້ເຮັດໄວ້ເພື່ອຫຍັງ? >>> ສຳລັບເວັບນີ້ສ້າງຂື້ນເພື່ອເຜີຍແຜ່ມິດຕະພາບ , ຄວາມຊົງຈຳ , ຄວາມປະທັບໃຈ ຫຼື ເວັບລຸ້ນ ຂອງພວກນ້ອງ ມ.ສ ວຽງຈັນ6/1 [2009-2010] ພ້ອມດ້ວຍມິດສະຫາຍ 6/1.

ເວັບນີ້ຍັງມີຈຸດປະສົງເພື່ອໃຫ້ບັນດາສະມາຊິກ ທີ່ຢູ່ຕ່າງແດນໄດ້ຕິດຕໍ່ສື່ສານ ທັງເປັນອັບເດດເຫດການໃໝ່ໆທີ່ປະທັບໃຈຕ່າງ ແລະ ເປີດກ້ວາງມິດຕະພາບທີ່ບໍ່ມີພົມແດນ, ນອກນັ້ນຍັງອັບເດດການໃໝ່ໆ , ບົດຄວາມ ແລະ ອື່ນໆໃນ ບລັອກຂອງພວກເຮົາ.

ແຕ່ໃນຕອນນີ້ ທາງເວັບຂອງພວກນ້ອງຍັງໃຊ້ໂດເມນຟີຣ ທີ່ບໍ່ຮູ້ສະຕາກຳວ່າ ເພີ່ນຈະຢຶດຄືນມື້ໃດ !! ສະນັ້ນຈື່ງຂໍຄວາມກະລຸນາອ້າຍນ້ອງທຸກຄົນ ຊ່ວຍເລື່ອງໂດເມນ .com ໂດເມນຈຳນວນ1ຊື່ [ຕ້ອງການ www.dreramzaa.com]


ເພາະຕອນນີ້ຍັງບໍ່ສະດວກໃນການຊື້ໂດເມນເອງ !! , ຂອບໃຈເປັນຢ່າງສູງລ່ວງໜ້າ .......
(ຫວັງວ່າຈະໄດ້ຮັບຂ່າວດີໃນໄວໆນີ້ ພວກເຮົາຈະບໍ່ລືມບຸນຄຸນຢ່າງແນ່ນອນ)



ດ້ວຍຄວາມເຄົາລົບ
ຜູ້ເບີ່ງແຍງເວັບໄຊ໌ຍ ດຣີມຊ້າ



thanks for all comment ................ CLOSED



໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍຄຳອະທິບາຍເພີ່ມເຕີມແດ່
ເຖິງຄວາມບໍ່ສະດວກໃນການຊື້ໂດເມນນັ້ນ ແມ່ນບໍ່ສະດວກແນວໃດ? ມີຄວາມຫຍຸ້ງຍາກແນວໃດ ?
ແລະຄ່າໃຊ້ຈ່າຍເດຕ້ອງໄດ້ໃຊ້ຈ່າຍເທົ່າໃດໃນການຊື້ ?
ຂອບໃຈ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ສະບາຍດີພີ່ນ້ອງ
ຂໍປະກອບສ່ວນນຳເດີ້
ສຳລັບຂ້າພະເຈົ້າ ມີເວັບເປັນ10 ແຕ່ມີໂດເມນອັນດຽວ
ການມີໂດເມນ ແມ່ນຕ້ອງມີຄ່າໃຊ້ຈ່າຍ
ອັນທຳອິດແມ່ນ ຄ່າຈົດໂດເມນ ອັນຕໍ່ມາ ແມ່ນຄ່າເຊົ່າໂດເມນ ທີ່ຕ້ອງຈ່າຍທຸກປີ
ຖ້າທ່ານຢຸດຈ່າຍ ຄ່າໂດເມນ ລະແມ່ນ ໂດເມນຂອງທ່ານຈະຖືກຄົນອື່ນຢຶດໄປ ເພື່ອເອີ້ນຄ່າໄຖ່ ໃນລາຄາສູງ
ນອກນັ້ນກໍ່ມີຄ່າໃຊ້ຈ່າຍອື່ນອີກ ເຊັ່ນ ຄ່າເຊົ່າພື້ນທີ່ສຳລັບເກັບເວັບໄຊ ເສຍລາຍເດືອນ ຫລື ລາຍປີກໍ່ໄດ້

ໂດເມນຟຣີ ກໍ່ມີ ເຊັ່ນ ນາມສະກຸນ .co.cc
ບໍ່ມີໂດເມນກໍ່ໄດ້ບໍ ກໍ່ຄືສິໄດ້ ເພາະຂ້າພະເຈົ້າບອກແລ້ວ ວ່າມີເວັບເປັນ10 ທີີ່ບໍ່ມີຄ່າໃຊ້ຈ່າຍຫຍັງ

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
@pnomsin ຂອບໃຈສຳລັບຄຳເຫັນ