ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຄະນິດສາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຄະນິດສາດ » ຕ້ອງການນ້ຳ 6 ລິດ ຊິເຮັດແນວໃດ ຊ່ວຍແດ່!!

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ບັນຫາ
ຂ້ອຍຕ້ອງການນ້ຳໄປຫົດນ້ຳດອກໄມ້ວິເສດ ຕົ້ນດອກໄມ້ຕົ້ນນີ້ຕ້ອງການນ້ຳ ປະລິມານ 6 ລິດເທົ່ານັ້ນ ຖ້ານ້ຳເກີນຫລືຫນ້ອຍໄປກວ່ານັ້ນມັນຈະຕາຍທັນທີ ຊ່ວຍແດ່ ຊ່ວຍແດ່!!!
ພໍດີຂ້ອຍຢູ່ໃກ້ກັບ ຫນອງນ້ຳ ແລະມີ ຄຸນ້ຳ 2 ຫນ່ວຍຄື ຫນ່ວຍທີ່ 1 ສາມາດບັນຈຸນ້ຳໄດ້ 7 ລິດ ແລະຫນ່ວຍທີ່2 ສາມາດບັນຈຸໄດ້ 5 ລິດ. ຂ້ອຍຕ້ອງການປະລິມານນ້ຳ 6 ລິດເທົ່ານັ້ນ ຈະເຮັດແນວໃດ?

(ການວັດບໍລິມາດເທົ່ານັ້ນ)



Melodic Intervals

໓ ກະທູ້
໑໙໑ ໂພສ
ນັກການກະທູ້
ບໍ່ຮູ້ວ່າຈະມີວິທີສັ້ນບໍ່ແຕ່ເຮົາຄິດອອກລະແມ່ນ



-ເອົາຄຸ 7 ລິດ ຕັກ ຖອກໃສ່ ຄຸ 5 ລິດ ໃຫ້ເຕັມ ຈະເຫຼືອ 2 ລິດໃນຄຸ 7 ລິດ -> ຖອກນ້ຳໃນຄຸ 5 ລິດຖິ້ມ ແລ້ວເອົານ້ຳ 2 ລິດຈາກຄຸ 7 ລິດ ໃສ່ຄຸ 5 ລິດ

-ເອົາຄຸ 7 ລິດ ຕັກ ຖອກໃສ່ ຄຸ 5 ລິດທີ່ມີນ້ຳ 2 ລິດ ໃຫ້ເຕັມ ຈະເຫຼືອ 4 ລິດໃນຄຸ 7 ລິດ -> ຖອກນ້ຳໃນຄຸ 5 ລິດຖິ້ມແລ້ວເອົານ້ຳ 4 ລິດໃນຄຸ 7 ລິດມາໃສ່

ເອົາຄຸ 7 ລິດ ຕັກ ຖອກໃສ່ຄຸ 5 ລິດທີ່ມີນ້ຳຢູ່ 4 ລິດຫັ້ນອີກບາດ ນ້ຳຈະເຕັມຄຸ 5 ລິດ ແລະ ຄຸ 7 ລິດຈະເຫຼືອນ້ຳ 6 ລິດ



ອີກວິທີລະແມ່ນປ່ຽນພັນດອກໄມ້ນັ້ນສາ ລຳບາກໂພດ ເອົາພັນທີ່ມັນກິນນ້ຳ 7 ລິດ 555 :p




When I saw you, I was afraid of meeting you. When I met you, I was afraid of kissing you.
When I kissed you, I was afraid to love you. Now that I love you, I'm afraid of losing you.

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ DKKiKu ຂຽນວ່າ...
ບໍ່ຮູ້ວ່າຈະມີວິທີສັ້ນບໍ່ແຕ່ເຮົາຄິດອອກລະແມ່ນ

-ເອົາຄຸ 7 ລິດ ຕັກ ຖອກໃສ່ ຄຸ 5 ລິດ ໃຫ້ເຕັມ ຈະເຫຼືອ 2 ລິດໃນຄຸ 7 ລິດ -> ຖອກນ້ຳໃນຄຸ 5 ລິດຖິ້ມ ແລ້ວເອົານ້ຳ 2 ລິດຈາກຄຸ 7 ລິດ ໃສ່ຄຸ 5 ລິດ
-ເອົາຄຸ 7 ລິດ ຕັກ ຖອກໃສ່ ຄຸ 5 ລິດທີ່ມີນ້ຳ 2 ລິດ ໃຫ້ເຕັມ ຈະເຫຼືອ 4 ລິດໃນຄຸ 7 ລິດ -> ຖອກນ້ຳໃນຄຸ 5 ລິດຖິ້ມແລ້ວເອົານ້ຳ 4 ລິດໃນຄຸ 7 ລິດມາໃສ່
ເອົາຄຸ 7 ລິດ ຕັກ ຖອກໃສ່ຄຸ 5 ລິດທີ່ມີນ້ຳຢູ່ 4 ລິດຫັ້ນອີກບາດ ນ້ຳຈະເຕັມຄຸ 5 ລິດ ແລະ ຄຸ 7 ລິດຈະເຫຼືອນ້ຳ 6 ລິດ

ອີກວິທີລະແມ່ນປ່ຽນພັນດອກໄມ້ນັ້ນສາ ລຳບາກໂພດ ເອົາພັນທີ່ມັນກິນນ້ຳ 7 ລິດ 555 :p




ແມ່ນໆ...
ແຕ່ຖ້າຂີ້ຄ້ານແບກຄຸ 7 ລິດ ກະລອງວິທີນີ້ເບິ່ງ

1) ຕັກນ້ຳໃຫ້ເຕັມຄຸ 5 ລິດ ແລ້ວຖອກໃສ່ຄຸ 7 ລິດ
2) ຕັກນ້ຳໃຫ້ເຕັມຄຸ 5 ລິດ ອີກ ແລ້ວຖອກໃສ່ຄຸ 7 ລິດ(ທີ່ມີນ້ຳຢູ່ແລ້ວ 5 ລິດ) ໃຫ້ເຕັມ. ຄຸ 5 ລິດກໍ່ຈະເຫຼືອນ້ຳຢູ່ 3 ລິດ
3) ຖອກນ້ຳຢູ່ໃນຄຸ 7 ລິດ ຖິ້ມ ແລ້ວເອົານ້ຳ 3 ລິດ(ທີ່ຢູ່ໃນຄຸ 5 ລິດ) ມາຖອກໃສ່
4) ຕັກນ້ຳໃຫ້ເຕັມຄຸ 5 ລິດ ອີກເທື່ອໜຶ່ງແລ້ວຖອກໃສ່ຄຸ 7 ລິດ(ທີ່ຕອນນີ້ມີນ້ຳຢູ່ 3 ລິດ) ຈົນເຕັມ. ຄຸ 5 ລິດ ກໍ່ຈະເຫຼືອນ້ຳ 1 ລິດ
5) ຖອກນ້ຳຢູ່ໃນຄຸ 7 ລິດ ຖິ້ມອີກ ແລ້ວເອົານ້ຳ 1 ລິດ(ທີ່ຢູ່ໃນຄຸ 5 ລິດ) ມາຖອກໃສ່
6) ຕັກນ້ຳໃຫ້ເຕັມຄຸ 5 ລິດ ເທື່ອສຸດທ້າຍ ແລ້ວຖອກໃສ່ຄຸ 7 ລິດ (ທີ່ມີນ້ຳຢູ່ແລ້ວ 1 ລິດ) ກໍ່ຈະໄດ້ນ້ຳ 6 ລິດ

ອີກວິທີລະແມ່ນ..(ຮາຮາ ຮຽນແບບທຸກຢ່າງເລີຍເນາະ) ປ່ຽນຄຸສາ ເອົາຄຸທີ່ມັນໃສ່ນ້ຳໄດ້ 6 ລິດ 555 :p
ຢອກຊື່ໆເດີ້.....

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ແມ່ນໆໆໆ ນ່າຈະປ່ຽນຄຸນ້ຳສາເນາະ



ຊອກຫາຄຸທີ່ໃສ່ນ້ຳໄດ້ 6 ລິດ ແລະກໍປຽ່ນດອກໄມ້ສາ



ອິອິ..

Melodic Intervals

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ຄຳຕອບ DKKIKU ເປັນຄຳຕອບດີທີ່ສຸດເພາະຈະໄດ້ຕັກໜ້ອຍເທື່ອກ່ວາວິທີຂອງ Vip

Expert of Math apply, Math analysis and General Math