ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຄະນິດສາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຢູ່ບ້ານນອກ ຄອກນາ ບໍ່ໄດ້ມີຈັກຄິດໄລ່ ຄືຢູ່ໃນເມືອງ
ຊອ່ຍແດ່ ເຣັດແນວໄດ ວິທີໄລ່ບັ້ງສົມ ບັ້ງຄູນແບບ ປາກເປົ່າ

.......
[img][/img]


໕໙ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ແກ້ບໍ່ໄດ້ເພາະຈົບແຕ່ປ4


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ລອງ 12x11 ເຣັດແບບນີ້ສີຖືກບໍ່

1. 1x2=2 ຂຽນ 2 ລົງ ຂວາສຸດ
2. ຕໍ່ມາ ເອາ ທັງສະຫລຽງ 1x1+1x2=3 ແລ້ວຂຽນ 3 ລົງຂ້າງຊ້າຍເປັນ 32
3. ແລ້ວ ເອາ 1x1=1 ແລ້ວຂຽນ 1 ຕື່ມ ຊ້າຍສຸດ
ສຸດທ້າຍແມ່ນ 132
ແຕ່ບໍ່ໄດ້ລອງ ກັບບັ້ງຄູນໂຕອຶ່ນ




໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຍອ້ນຈັກຄິດໄລ່ ຈຶ່ງບໍ່ມີໃຜສົນໃຈ

ຜູ້ເຖົ້າຂໍເອົາ ວິທີຄູນປາກເປົ່າ ມາເລົ່າໄຫ້ເບິ່ງຕໍ່
ເພາະສະໄຫມເກົ່າ ບໍ່ໄດ້ມີຈັກຄິດໄລ່

ລອງເອົາ ຈຳນວນ 8397 ຄູນໄຫ້ 5621 ໂດຍໄຊ້ແບບ ຄູນຕັດກັນ
8397
x 5621
________

1. (7 x 1) = 7 ຂຽນ 7 ຈື່ 0
2. (9 x1) + (7 x 2) + 0= 23 ຂຽນ 3 ຈື່ 2
3. (3 x 1) + (9 ປ 2) + (7 ປ 6) + 2 = 65 ຂຽນ 5 ຈື່ 6
4. (8 x 1) + (3 x2) + (9 x 6) + (7 x 5) + 6 = 109 ຂຽນ 9 ຈື່ 10
5. (8 x 2) + (3 x 6) + (9 x 5) + 10 = 89 ຂຽນ 9 ຈື່ 8
6. (8 x 6) + (3 x 5) + 8 = 71 ຂຽນ 1 ຈື່ 7
7. (8 x 5) + 7 = 47 ຂຽນ 7 ຈຶ່ 4
8. 4

ແລວ້ສຸດທ້າຍ ຂຽນ 47 199 537





໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ບ້ານນອກ ຫາກມີ internet ໃຊ້
ຄືບໍ່ໃຊ້ ໂທລະສັບຫັ້ນເດ້ຄູນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຢູ່ບ້ານນອກ ຫາກມີ internet ໃຊ້
ຄືບໍ່ໃຊ້ ໂທລະສັບຫັ້ນເດ້ຄູນ


ໂທລະສັບກະຄືຊິບໍ່ມີສັນຍານຮອດ ເບິ່ງແຕ່ສະພາບຫ້ອງຮຽນຫັ້ນແລະ ເປັນຕາອີຕົນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບິ່ງສະພາບແລ້ວຈັ່ງແມ່ນມັນຫ່າງໄກກັນຫລາຍ ລະຫວ່າງຕົວເມືອງກັບຊົນນະບົດ
ບໍ່ຢາກເຊື່ອກະຕ້ອງເຊື່ອເພາະປີນີ້ຄືປີ 2013 ແລ້ວເຫລືອພຽງ 7 ປີ ຕາມເປົ້າໝາຍຄາດຄະເນຂອງພັກ-ລັດ ວ່າຈະເຮັດໃຫ້ປະເທດລາວຫລຸດພົ້ນອອກຈາກຄວາມທຸກຈົນ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ກະບໍ່ຮູ້ຊິບອກນະມັນມີຫຼາຍວິທີ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮູ້ຖ້ວມຫົວເອົາຕົວບໍ່ລອດ ເສົ້າໃຈ ເດ້ ນໍ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຍອ້ນເຖົ້າ ຕາກາມົວ ມີ ຈັກຄິດເລກຍັງບີບບໍ່ຖືກ

ມີແຕ່ ໄລ່ບັ້ງເລົ່າກັບປາກ ນັ້ນແລ້ວ

ຖ້າແມ່ນ ບັ້ງ 2 ຮອດບັ້ງ 10 ພໍຈື່ໄດ້ ບາດມາຮອດບັ້ງ 11 ມັນຈື່ຍາກ ກໍເລີຍ ເດົາເອາ ເຊັ່ນ 11 ຄູນ 25 ພໍ່ຕູ້ບອກໃຫ້ ຈື່ 2 ຢູ່ ກົກ ແລະ 5 ຢູ່ ປາຍ ສວ່ນກາງແມ່ນ ເອົາ
5+2 ເປັນ 7 ແລວ້ ເວົ້າວ່າ 275


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລືມຫົມດແລ້ວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ລູກຂໍເລົ່າ ບັ້ງ 11 ຕໍ່ ເດີອາຈານ

11 x 11 = 1-2-1
11x12 = 1-3-2
11x 15 = 1 --? - 5 ? = ເອົາ 1+5 =6 ຕື່ມໃສ່ ໂຕ ກາງ = 165

11x 89 = 8 -?- 9 ສວ່ນໂຕກາງເອົາ 8+9= 17 ຕອ້ງຈື່ 1 ແລວ້ ມາ + 8 = 9
11x89 = 9 7 9





໒໔ ກະທູ້
໑໖໐ ໂພສ
ນັກການກະທູ້

ມື້ນີ້ ຂໍເລົ່າບັ້ງບວກ ສຳຫລັບຄົນບໍ່ມີຈັກຄິດໄລ່
ນັ້ນກໍຄື ການບວກແຕ່ ຊ້າຍຫາຂວານັ້ນເອງ

ສຳຫລັບແມ່ຄ້າ ຫລື ຄົນທົ່ວໄປ ເວລາຍ່າງເຂົ້າຕະຫລາດ

ສົມມຸດ ເວລາຊື້ຂອງ ສາມຢ່າງ ລາຄາ 15 ພັນ 27 ພັນ ແລະ 12 ພັນ


ກອ່ນອື່ນ ແມ່ນ ເອົາຫລັກ 10 ບວກໃນຫົວ ໄວ້ກອ່ນ ນັ້ນຄື 10+20 ເປັນ 30 ແລວ້ +10 ເປັນ 40

ຕໍ່ໄປ ແມ່ນບວກ ໃສ່ 5 ເປັນ 45 ແລວ້ ບວກ ໃສ່ 7 ເປັນ 52 ແລວ້ ບວກໃສ່ 2 ເປັນ 54 ພັນ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໃຫ້ ຫຼື ໄຫ້


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ມື້ນີ້ ຂໍກັບມາຫາບັ້ງ 11 ອີກໃຫມ່

16
X11
-----
ຕັດອອກເລີຍ ເລກ 1 ຕົວນຶ່ງ ໃຫ້ເຫລືອແຕ່
16
x ..1
-------
16
ແລ້ວເອາ 16 +1=17
ບາດແລ້ວ ເອາ 1x6=6 ມາຕໍ່ໃສ່ 17 ເປັນ 176



໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ຕົກວິຊາເລກ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແກ້ໄດ້ແຕ່ຕອນມີໍດ.....ອຶອຶ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ຢາກຂໍຕໍ່ ເລກຄູນ ບັ້ງ 12

ຄ້າຍກັບບັ້ງ 11 ນັ້ນລະ ຫມາຍຄວາມວ່າ ຕັດເລກ 1 ອອກຈາກເລກ 12
38
x12
-----

38
x ..2
-------------
76 ຈາກນັ້ນເອົາ 38 +7= 45 ແລວ້ ເອົາເລກ (6) ມາຕໍ່ 45 ກາຍເປັນ 456



ສວ່ນແຕ່ ບັ້ງ 13 ຫາ 19 ກໍແບບດຽວກັນ


໒໔ ກະທູ້
໑໖໐ ໂພສ
ນັກການກະທູ້
ມື້ນີ້ ຄູສີພາໄປຢາມຫອ້ງ ປ3 ເດີ
ສົມມຸດວ່າ ຫລານໆ ຫາກໄລ່ບັ້ງ 2 ຫາບັ້ງ 5 ໄດ້ກັບປາກແລວ້ ແຕ່ຍັງເລົ່າບັ້ງ 6ຫາບັ້ງ 9 ຍັງບໍ່ທັນໄດ້ດີ
ໃຫ້ໃຊ້ ນີ້ວມືທັງ 2 ເບື້ອງມາຊອ່ຍໄດ້ ເດີ
ໃຫ້ແບຝາມື ທັງສອງອອກມາ ແລວ້ໃຫ້ສົມມຸດ ນີ້ວກອ້ຍເປັນເລກ 6 ນີ້ວນາງ ເລກ 7 ນີ້ວກາງເລກ8 ນີ້ວຊີ້ເລກ 9 ນີ້ວໂປ້ເລກ 10

ສົມມຸດ ຢາກເອົາເລກ 7 ຄູນໃຫ້ 8 ໃຫ້ເອົານີ້ວທີ 7ຊ້າຍ ມາຈຸໃສ່ ນີ້ວ8ຂວາ ແລວ້ໃຫ້ເອົາຈຳນວນນີ້ວຊ້າຍ 3ນີ້ວຢູ່ເທິງນີ້ວ7 ຊ້່າຍ ມາຄູນກັບ 2ນີ້ວຂວາທີ່ຢູ່ເທິງນີ້ວ8ຂວາ ແລວ້ຈະໄດ້ 6
ສວ່ນຈຳນວນນີ້ວ ທີ່ຍັງບໍ່ໄດ້ຄູນໃຫ້ກັນຍັງເຫລືອ 5ນີ້ວ ໃຫ້ເອາ 5 ມາຄູນ 10 ເປັນ 50
ຈາກນັ້ນ ເອາ 50 ມາບວກ ກັບ 6 ເປັນ 56

( 7x8 = 3x2 +5x10=56)

[img][/img]


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອືໍ້ອຍຄູຂອງຂະນ້ອຍງາມຫຼາຍ