ກະທູ້ມາໃໝ່ | ຫມວດ | ກະດານແຫ... » ຄະນິດສາດ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄຳຖາມ 1.) ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ? 2.) ທ້າວ ກ ມີເງິນ100 ກີບ ລາວຈະໄປຊື້ໝາກໄມ້ຢູ່ສາມຊະນິດໃຫ້ໄດ້ 100 ໜ່ວຍ ໂດຍລາຄາມີ ດັ່ງນີ້: ຫມາກ ພ້າວ ຫນ່ວຍລະ 5 ກີບ ຫມາກ ກ້ຽງ ຫນ່ວຍລະ 1 ກີບ ຫມາກ ກອກ 10ຫນ່ວຍຕໍ່ 1 ກີບ ຖາມວ່າ ທ້າວ ກໍ ຈະໄດ້ ຫມາກພ້າວ,ຫມາກກ້ຽງ,ຫມາກກອກ ຈັກຫນ່ວຍ? (ມີຄົນມາຖາມແຕ່ຕອບບໍ່ໄດ້ ຄາຄໍມາດົນແລ້ວ) ຂອບໃຈ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຄຳຕອບຢູ່ທີ່ຄົນຖາມ ແນະນຳໄປຖາມຄົນທີ່ຕັ້ງຄຳຖາມນີ້ ຫ່າໆໆ ຂ້ອຍໄລ່ບໍ່ເປັນ ພໍດີຕອນຮຽນຕົກວິຊາເລກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
1. (x+ 5) - 3 = 12 (x+5)=12+3=15 x=15-5=10 x=10 2. ຫມາກ ພ້າວ = x ຫນ່ວຍລະ 5 ກີບ ຫມາກ ກ້ຽງ =y ຫນ່ວຍລະ 1 ກີບ ຫມາກ ກອກ = z 10ຫນ່ວຍຕໍ່ 1 ກີບ 5x+y+10z=100 5x=100-y-10z y=100-5x-10z 10z=100-5x-y ລອງຕັ້ງມາຮອດນີ້ຈັກຖືກບໍ ອິອິ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ສະຫລຸບໃຫ້ເບິ່ງແນ່ Miss PHASOUK |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
@jingwin ຂໍ້1ຂ້ອຍພໍຕອບໄດ້ ແຕ່ບໍ່ຫມັ້ນໃຈເລີຍເອົາມາຖາມຫມູ່ເພື່ອນຄູບາອາຈານຄຶດຊ່ວຍກັນ ແລະລອງປັນຍານຳອອກ ຂໍ້2 ຄົນຂັບລົດໂດຍສານເຂົາຖາມ ດຽວນີ້ບໍ່ເຫັນລາວແລ້ວ (ຄຶດຈົນເຈັບຫົວ)e19: |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ vilasanh ຂຽນວ່າ... ສະຫລຸບໃຫ້ເບິ່ງແນ່ Miss PHASOUK ສະຫຼຸບຕາມນັ້ນລະ ບັ້ງເລກອີ່ຫຍັງທວາຍແບບຄຳຕອບໜ້ອຍໂພດ ເລີຍອອກມາແບບນັ້ນ ອິອິ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂ້ອຍລະຮຽນນ້ອຍບໍ່ຮູ້ຂໍໃຫ້ເຈົ້າຂອງກະທູ້ແກ້ໃຫ້ເບີ່ງແດ່...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ລອງແກ້ຂໍ້ 1 ໃໝ່ x ແມ່ນລາຄາຊື້ y ແມ່ນລາຄາຂາຍ 5x-3y=12 5x=12+3y x=12+3y/5 3y=5x-12 y=5x-12/3 ລອງມົ້ວຊື່ໆ ເດີ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
1.) ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ? ຊື້ໄກ່ມາ 5 ໂຕ ຂາຍ 3 ໂຕ ລຽ້ງໄວ້ 2 ໂຕ ອອກລູກ 12 ໂຕ ກຳໃລງາມ 2.) ທ້າວ ກ ມີເງິນ100 ກີບ ລາວຈະໄປຊື້ໝາກໄມ້ຢູ່ສາມຊະນິດໃຫ້ໄດ້ 100 ໜ່ວຍ ໂດຍລາຄາມີ ດັ່ງນີ້: ຫມາກ ພ້າວ ຫນ່ວຍລະ 5 ກີບ ຫມາກ ກ້ຽງ ຫນ່ວຍລະ 1 ກີບ ຫມາກ ກອກ 10ຫນ່ວຍຕໍ່ 1 ກີບ ຖາມວ່າ ທ້າວ ກໍ ຈະໄດ້ ຫມາກພ້າວ,ຫມາກກ້ຽງ,ຫມາກກອກ ຈັກຫນ່ວຍ? ຫມາກພ້າວ 0 ຫນວ່ຍ ຫມາກກຽ້ງ 0 ຫນວ່ຍ ຫມາກກອກ 0 ຫນວ່ຍ ເພາະດຽວນີ້ ເງິນ 100 ກີບຊື້ຫຍັງບໍ່ໄດ້ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tpt ຂຽນວ່າ... 1.) ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ?ຊື້ໄກ່ມາ 5 ໂຕ ຂາຍ 3 ໂຕ ລຽ້ງໄວ້ 2 ໂຕ ອອກລູກ 12 ໂຕ ກຳໃລງາມ 2.) ທ້າວ ກ ມີເງິນ100 ກີບ ລາວຈະໄປຊື້ໝາກໄມ້ຢູ່ສາມຊະນິດໃຫ້ໄດ້ 100 ໜ່ວຍ ໂດຍລາຄາມີ ດັ່ງນີ້: ຫມາກ ພ້າວ ຫນ່ວຍລະ 5 ກີບ ຫມາກ ກ້ຽງ ຫນ່ວຍລະ 1 ກີບ ຫມາກ ກອກ 10ຫນ່ວຍຕໍ່ 1 ກີບ ຖາມວ່າ ທ້າວ ກໍ ຈະໄດ້ ຫມາກພ້າວ,ຫມາກກ້ຽງ,ຫມາກກອກ ຈັກຫນ່ວຍ? ຫມາກພ້າວ 0 ຫນວ່ຍ ຫມາກກຽ້ງ 0 ຫນວ່ຍ ຫມາກກອກ 0 ຫນວ່ຍ ເພາະດຽວນີ້ ເງິນ 100 ກີບຊື້ຫຍັງບໍ່ໄດ້ ຊ່າງຄິດ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ມີໍດຕິໍດຕີໍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
55555 |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ aaekk ຂຽນວ່າ... ມີໍດຕິໍດຕີໍແມ່ນຫຍັງລະນິ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ tpt ຂຽນວ່າ... 1.) ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ?ຊື້ໄກ່ມາ 5 ໂຕ ຂາຍ 3 ໂຕ ລຽ້ງໄວ້ 2 ໂຕ ອອກລູກ 12 ໂຕ ກຳໃລງາມ 2.) ທ້າວ ກ ມີເງິນ100 ກີບ ລາວຈະໄປຊື້ໝາກໄມ້ຢູ່ສາມຊະນິດໃຫ້ໄດ້ 100 ໜ່ວຍ ໂດຍລາຄາມີ ດັ່ງນີ້: ຫມາກ ພ້າວ ຫນ່ວຍລະ 5 ກີບ ຫມາກ ກ້ຽງ ຫນ່ວຍລະ 1 ກີບ ຫມາກ ກອກ 10ຫນ່ວຍຕໍ່ 1 ກີບ ຖາມວ່າ ທ້າວ ກໍ ຈະໄດ້ ຫມາກພ້າວ,ຫມາກກ້ຽງ,ຫມາກກອກ ຈັກຫນ່ວຍ? ຫມາກພ້າວ 0 ຫນວ່ຍ ຫມາກກຽ້ງ 0 ຫນວ່ຍ ຫມາກກອກ 0 ຫນວ່ຍ ເພາະດຽວນີ້ ເງິນ 100 ກີບຊື້ຫຍັງບໍ່ໄດ້ 55+ ແມ່ນ ເງິນ 100ກີບ ດຽວນີ້ຊື້ຫຍັງບໍ່ໄດ້ ມີໍດຕິໍດຕີໍ=ມືດຕຶດຕື໋ ແປໃຫ້ ຫ່າໆໆໆ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຮູ້ສຶກວ່າຄຳຖາມຈະບໍ່ຄົບຖ້ວນ, ແຕ່ສາມາດໃຊ້ຕາຕະລາງແກ້ໄດ້. ດຽວມື້ໜ້າສິລອງເບິ່ງເດີ້ ຂໍ້ 1. ເຮົາໄດ້ 12 = 3y - 5x ( y ແມ່ນລາຄາຂາຍ, x ແມ່ນລາຄາຊື້. ເຊິ່ງວ່າ ກຳໄລ = ຂາຍ - ຊື້ ) ສົມຜົນອັນດຽວທີ່ມີ 2 ຕົວລັບບໍ່ສາສມາດເຮັດໄດ້ແນ່ນອນ. ຂໍ້ 2 ເຮົາໄດ້ 100 = 5x1 + x2 + x3 (ອັນນີ້ແຮງໂຫດ ສົມຜົນດຽວມີ 3 ຕົວລັບ ຮ່າໆໆໆ) ອ່ານເບິ່ງທຳອິດຄິດຮອດວິຊາ ເສດຖະສາດຈຸລະພາກ ຂຶ້ນມາເລີຍ ເພາະຫາກໍ່ຮຽນກາຍ, ຄ້າຍໆຈັ່ງຊີ້ແລະແຕ່ບໍ່ແມ່ນ - - |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂໍລອງອີກເທືອນຶ່ງສີພໍໄດ້ບໍ່ ສີເອາຄັກໆເດີ 1. ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ? ແບບແມ່ຄ້າຫາກຳໃລຈ້າງລົດກັບບ້ານ ລາວຊື້ ໃຂ່ມົດແດງຢູ່ຕລາດບ້ານເກິນ ຫ້າກອງ ກອງລະ ພັນ ທັງຫມັດ ຫ້າພັນ ອັນນີ້ຕົວຈິງເດີ ມາຮອດຕະຫລາດ ດົງຫມາກຄາຍ ລາວມາເຮັດເປັນ ສາມກອງ ກອງທີ ນຶ່ງ ຫ້າພັນ ກອງທີ ສອງແລະ ສາມ ກອງລະ ຫົກພັນ ກຳໄລງາມ ສິບສອງພັນ 2. ຫມາກພ້າວ 0 ຫມາກກຽ້ງ 100 ຫມາກກອກ 0 ລວມ100 ກີບ 100 ຫນວ່ຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຖາມແບບນີ້ຄ້າຍໆກັບໂຈດ ທີ່ເວົ້າວ່າມີລີງຝູງໜຶ່ງຫລິ້ນຢູ່ນ້ຳຕົກ 40 ຂັ້ນ ໃນຂັ້ນທີ່1ມີ1ຕົວ ຂັ້ນທີ2ມີ2ຕົວ ຂັ້ນທີ3ມີ3ຕົວໄປເລື້ອຍໆຈົນຮອດຂັ້ນທີ40ມີ40ຕົວ ຖາມວ່າ ລີງຝູງນັ້ນມີຈັກຕົວ ແລະອີກຂໍ້1 ທີ່ວ່າ ມີໂພນປວກ 9 ຮູໜູ ຮູໜຶ່ງມີ 9ຕົວ ຕົວໜຶ່ງອອກລູກ 9 ຄອກ ຄອກ 1 ມີ 9 ຕົວ ຖາມວ່າໂພນປວກນັ້ນມີໜູຈັກຕົວ ນິຍາມແກ້ເລກແບບນີ້ມີຢູ່ວ່າ: 1ບວກເຂົ້າ ຂອງເກົ່າມາຄູນ 2ຫານຕັດຂາດລົງເປັນບັ້ນ ໂຈດທີ່ຂ້ອຍເວົ້າຍັງໄລ່ງ່າຍກວ່າອີກ 555+ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ TAMcTx ຂຽນວ່າ... ຮູ້ສຶກວ່າຄຳຖາມຈະບໍ່ຄົບຖ້ວນ, ແຕ່ສາມາດໃຊ້ຕາຕະລາງແກ້ໄດ້. ດຽວມື້ໜ້າສິລອງເບິ່ງເດີ້ຂໍ້ 1. ເຮົາໄດ້ 12 = 3y - 5x ( y ແມ່ນລາຄາຂາຍ, x ແມ່ນລາຄາຊື້. ເຊິ່ງວ່າ ກຳໄລ = ຂາຍ - ຊື້ ) ສົມຜົນອັນດຽວທີ່ມີ 2 ຕົວລັບບໍ່ສາສມາດເຮັດໄດ້ແນ່ນອນ. ຂໍ້ 2 ເຮົາໄດ້ 100 = 5x1 + x2 + x3 (ອັນນີ້ແຮງໂຫດ ສົມຜົນດຽວມີ 3 ຕົວລັບ ຮ່າໆໆໆ) ອ່ານເບິ່ງທຳອິດຄິດຮອດວິຊາ ເສດຖະສາດຈຸລະພາກ ຂຶ້ນມາເລີຍ ເພາະຫາກໍ່ຮຽນກາຍ, ຄ້າຍໆຈັ່ງຊີ້ແລະແຕ່ບໍ່ແມ່ນ - - ຂໍຕໍ່ລະກາແລ້ວ ມາເຮັດນຳກັນເລີຍເນາະ, ຄຳຖາມບໍ່ຄົບຄົງຈະເຮັດໃຫ້ໄດ້ແບບນີ້ ຂໍ້ 1. 3y - 5x = 12 ເພິ່ນບໍ່ໃຫ້ອີ່ຫຍັງມາເພີ່ມ, ສະນັ້ນເຮົາຕ້ອງໄດ້ສົມມຸດເອົາ ຖ້າ y = 1........x = -9/5 ຖ້າ y = 2........x = -6/5 ຖ້າ y = 3........x = -3/5 ເຫັນໄດ້ວ່າໂຕເລກມັນຈະຫຼຸດລົງເທື່ອລະ 3 ແລະ ຈະເພີ່ມເທື່ອລະ 3, ເຮັດແບບນີ້ຕໍ່ໆໄປຈະໄດ້ໂຕເລກຈຳນວນຖ້ວນຢູ່ທີ່ y = 9, x = 3 y = 14, x = 6 y = 19, x = 9 y = 29, x = 15 ຈາກສົມຜົນເຮົາຈຽນໄດ້ x = (12-3y)/5 ເຊິ່ງວ່າ y = 9 + 5n ໂດຍ n ເປັນເລກ 1, 2, 3...... ແລະຄຳຕອບທີ່ໄດ້ແມ່ນ: "ຫຼາຍໃຈຜົນ" ຂໍ້ 2 5x + y + z = 100, ລວມ y ກັບ z ເຂົ້າເປັນ k ດີກວ່າ ເພາະມັນລາຄາເທົ່າກັນ (ເຖິງວ່າຈຳນວນບໍ່ເທົ່າກັນກໍຕາມ) => 5x + k = 100 k = 100-5x ຖ້າ x = 1, k = 95 ຖ້າ x = 2, k = 90 ຖ້າ x = 3, k = 85 ຖ້າ x = 4, k = 80 . . . ຖ້າ x = 14, k = 30 . . . ຖ້າ x = 20, k = 0 ຂ້າງເທິງນັ້ນເປັນວິທີທີ່ສາມາດຊື້ໄດ້ ເຊິ່ງສາມາດຊື້ໄດ້ໃນ 20 ຄຳຕອບນີ້. ສຳລັບຄ່າ k ນັ້ນ, ເຮົາຈະຕ້ອງໄດ້ແບ່ງອອກອີກກ່ອນເພາະເຮົາລວມ y ແລະ z ນຳກັນ. ການແບ່ງນີ້ກໍບໍ່ຍາກເລີຍເຊັ່ນວ່າ k = 30, ເຮົາຢາກໃຫ້ y ແລະ z ເທົ່າອີ່ຫຍັງກໍໄດ້ ແຕ່ບວກກັນຕ້ອງບໍ່ໃຫ້ກາຍ 30. ຕາມຂ້ອຍຄິດແລ້ວຄຳຕອບທີ່ເໝາະສົມຄົງຈະແມ່ນ x = 14, y = 15 ແລະ z = 15=> z = 150 (z = 150 ເພາະວ່າ ລາຄາ 1 ແມ່ນຊື້ໄດ້ 10 ໜ່ວຍ) ຫວັງວ່າຄົງຈະແກ້ບໍ່ຜິດ 55555 |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
1.) ຊື້ຫ້າຂາຍສາມກຳໄລງາມສິບສອງ ຖາມວ່າ ລາຄາຊື້ ແລະ ລາຄາຂາຍເທົ່າໃດ? ຄຳຖາມຫມາຍວ່າ ຊື້ຫ້າ ລາຄາຊື້ ເທົ່າໃດ? ຂາຍສາມ ລາຄາຂາຍເທົ່າໃດ? ຈຶ່ງໄດ້ ກຳໄລງາມ 12 ບໍ່ກຽ່ວກັບຈຳນວນ 5 ຫລື 3 ເສັຍແລວ້ ດັ່ງນັ້ນ ຄຳຕອບກໍຄື ຂອ້ຍຕອ້ງຂາຍໄຫ້ຫລາຍກວ່າຊື້ 12 ງາມໆ 2, ທ້າວ ກ ມີເງິນ100 ກີບ ລາວຈະໄປຊື້ໝາກໄມ້ຢູ່ສາມຊະນິດໃຫ້ໄດ້ 100 ໜ່ວຍ ໂດຍລາຄາມີ ດັ່ງນີ້: ຫມາກ ພ້າວ ( X) ຫນ່ວຍລະ 5 ກີບ ຫມາກ ກ້ຽງ (Y) ຫນ່ວຍລະ 1 ກີບ ຫມາກ ກອກ (Z) 10 ຫນ່ວຍຕໍ່ 1 ກີບ ຖາມວ່າ ທ້າວ ກໍ ຈະໄດ້ ຫມາກພ້າວ,ຫມາກກ້ຽງ,ຫມາກກອກ ຈັກຫນ່ວຍ? ຫມາກພ້າວ 0 *5+ ກຽ້ງ 100*1+ ກອກ 0*1=100 ກີບ ແລະໄດ້ 100 ຫນວ່ຍ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂໍ້ 2 ຫັ້ນ ໃຫ້ ຄຶດ ໝາກກ້ຽງ ເປັນຫຼັກ ເພາະ ໝາກກ້ຽງ ລາຄາ ໜ່ວຍລະກີບ ຖ້າ ຊື້ 100 ກີບ ກະໄດ້ 100 ໜ່ວຍ ເງິີນໝົດແລ້ວ ໂຕເລກມັນບໍ່ ລົງໂຕ ຕາມຕາລາງ ຢາກໄດ້ຈັກໜ່ວຍ ກະໄປ ຊື້ເອົາ ຖ້າຊື້ 100 ໜ່ວຍພໍດີ ເງິນ ຊິເຫຼືອ 2 ກີິບ
ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ພາກັນແກ້ເລກ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຂອບໃຈຫຼາຍໆ ທີ່ມາຕອບ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເປັນເທວະດາມານານ
|
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື້ໝາກພ້າວ 18 ໜ່ວຍ ເທົ່າກັບ 90 ກີບ ຊື້ໝາກກ້ຽງ 2 ໜ່ວຍ ເທົ່າກັບ 2 ກີບ ຊື້ໝາກກອກ 80 ໜ່ວຍ ເທົ່າກັບ 8 ກີບ ລວມ 100 ໜ່ວຍ 100 ກີບ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ kingkham ຂຽນວ່າ... ຊື້ໝາກພ້າວ 18 ໜ່ວຍ ເທົ່າກັບ 90 ກີບຊື້ໝາກກ້ຽງ 2 ໜ່ວຍ ເທົ່າກັບ 2 ກີບ ຊື້ໝາກກອກ 80 ໜ່ວຍ ເທົ່າກັບ 8 ກີບ ລວມ 100 ໜ່ວຍ 100 ກີບ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ຊື້ໝາກພ້າວ 10 ໜ່ວຍ x ລາຄາ 5 ກີບ = 50 ກີບ ຊື້ໝາກກອກ 100 ໜ່ວຍ x ລາຄາ 0.1 ກີບ = 10 ກີບ ຊື້ໝາກກ້ຽງ 40 ໜ່ວຍ x ລາຄາ 1 ກີບ = 40 ກີບ 150 ໜ່ວຍ = 100 ກີບ |
|
ຂຽນເມື່ອ ຫລາຍກວ່າ 11 ປີ ກ່ອນໜ້ານີ້
ເບິ່ງສູດກ່ອນ |