ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຄະນິດສາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຄະນິດສາດ » ເມື່ອຄຳຖາມກາຍມາເປັນ ອະສົມຜົນ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຂ່າວຄາວງຽບຫາຍໄປດົນພໍສົມຄວນ ມື້ນີ້ມີຄຳຖາມກ່ຽວກັບການແກ້ໄຂບັນຫາມາຝາກ ລອງແກ້ເບິ່ງເດີ ເພື່ອຄວາມຜ່ອນຄາຍ
ຄຳຖາມ

ທ້າວຮັກການອ່ານ ໄດ້ອ່ານປື້ມ 1 ຫົວ ມື້ທຳອິດທ້າວຮັກການອ່ານອ່ານໄດ້ 3 ສ່ວນ 7 ຂອງປື້ມ ແລະມື້ທີ່ສອງອ່ານໄດ້ອີກ 21 ຫນ້າ ລວມທັງສອງມື້ ທ້າວຮັກການອ່ານ ອ່ານປື້ມໄດ້ເຄິ່ງຫົວພໍດີ ຖາມວ່າ ປື້ມຫົວທີ່ທ້າວຮັກການອ່ານມີຈັກຫນ້າ?

ໃຜຫາຄຳຕອບໄດ້ກໍ່ສະແດງຄວາມຍິນດີນຳເດີ ອິອິ



Melodic Intervals

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຕອບແບບຄະນິດສາດກ່ອນ
42 ຫນ້າ + 6/7 ຂອງປື້ມ


໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຕອບແບບນັ້ນກະຖືກຢູ່

ຖ້າເຮົານຳເອົາມາແກ້ໃນຮູບແບບອະສົມຜົນ ເພີ່ນຈະເຮັດແນວໃດ

Melodic Intervals

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
294 ຫນ້າຖືກບໍ່ ?


໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອືມ ແມ່ນຄຳຕອບທີ່ຖືກຕ້ອງ ອິອິ
ງ່າຍໂພດເນາະ

Melodic Intervals

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ສຳຫລັບຄົນບໍ່ຮູ້ຫັ້ນ ງົງໄປຫລາຍມື້ເຕີບໄດ໋ຫັ່ນ..


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ໃຫ້ x ແມ່ນຈຳນວນໜ້າຂອງປຶ໊ມຫົວນັ້ນ
ລາວອ່ນມື້ທີ່ 1 ໄດ້ (3/7)*x ໜ້າ
ມື້ທີ່ 2 ໄດ້ 21 ໜ້າ
ລວມກັນ (3/7)*x + 21 = x/2 ແກ້ສົມຜົນນີ້ໄດ້ x = 294 ໜ້າ

Expert of Math apply, Math analysis and General Math

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂຈດຂໍ້ນີ້ໃຊ້ logic ກໍໄດ້ເຊັ່ນກັນ..
3/7ຈຳນວນຫນ້າທັງຫມົດ + 21 ຫນ້າ = ເຄິ່ງຫນຶ່ງຂອງຈຳນວນຫນ້າທັງຫມົດ
ສະແດງວ່າ 2 x (3/7ຈຳນວນຫນ້າທັງຫມົດ + 21 ຫນ້າ) = ຈຳນວນຫນ້າທັງຫມົດ
6/7ຈຳນວນຫນ້າທັງຫມົດ + 42 ຫນ້າ = ຈຳນວນຫນ້າທັງຫມົດ
-------------------------------------------------------
ຈາກຈຸດນີ້ຈະເຫັນໄດ້ວ່າ 42 ຫນ້າຈະເທົ່າ 1/7ຈຳນວນຫນ້າທັງຫມົດ (ເພາະວ່າ 6/7ຈຳນວນຫນ້າທັງຫມົດ + 1/7ຈຳນວນຫນ້າທັງຫມົດ = ຈຳນວນຫນ້າທັງຫມົດ)
1 ສ່ວນຈະມີ 42 ຫນ້າ
7 ສ່ວນກໍຈະມີ 42 x 7 = 294 ຫນ້າ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດໄປໄກແທະນິກ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ຖ້າຕິດກະດຸມເມັດທຳອິດຜິດກະດຸມເມັດຕໍ່ໆ....ໄປ ກະຜິດໝົດ. ເລື່ອງດຽວກັນຢູ່ເບາະຫວະ!!


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮະຮະ ເຈ້ຄິດບໍ່ເຖິງກະວ່າແນ່..


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈ້ບໍ່ມັກຄິດຫຍັງຍາກໆຫັ້ນນະ ທາງໃດມັນໃກ້ ແມ່ນເລືອກໄວ້ກ່ອນ....
ເຂົາເອີ້ນວ່າ ປະຢັດເວລາຫັ້ນນະ 5555+

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາເຈົ້າເອີ້ນວ່າຄິດແບບຊາວບ້ານຕ່າງຫາກ
ເປັນຫານຝົນສະຫມອງໃຫ້ແຫລມມມມມມຂື້ນ


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າບໍ່ອະທິບາຍນີ້ເຮົາຄືຊິງົງໄປດົນເລີຍໄດ໋ນິ

ເກັ່ງເນາະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ບໍ່ໜ້າເຊື່ອເລີຍວ່າຈະມີຫລາຍວິທີ ຄິດໄລ່ທີ່ຫຼາກຫຼາຍ
ແຕ່ເຮົາກໍ່ເຊື່ອວ່າ ຂໍ້ນີ້ງ່າຍທີ່ສຸດໃນໂລກ

Melodic Intervals

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈັບຫົວ..


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີດີດີ ເສີມຄວາມຮູ້ແດ່ຜູ້ປຶກ

~Vਕਆpïrєی™~

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ເສຍດາຍເດ ! ຕອບຊ້າເກີນ..................ໄປ............ອິອິ