ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ຄະນິດສາດ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ຄະນິດສາດ » ນັກຮຽນລາວສອງຄົນເປັນແຊມ ເລກ ໃນກຸ່ມອາຊຽນ!!

ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DavannidA ຂຽນວ່າ...
o
parents phoum jai ka nad lea
pen nar pen ta hai kea pa thed lao
beab ni som kuan yoeng yor
Felicitation



ກະຢາກວ່າຊັ້ນປານກັນແຕ່ວ່າ ມັນພັດແມ່ນເດັກນ້ອຍທີ່ຮຽນໃນ ຮຮ ຂອງເອກຊົນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າຈະຄິດຕໍ່ຫາທືນໄປຮຽນນອກໄດ້ກະຄືຊິດີນໍ?

ມີຫມູ່ຄົນຫນຶ່ງຖາມວ່າ:``ເປັນຫຍັງບໍ່ມີນັກຮຽນລາວມາຮຽນໂປໂລຍອີກແລ້ວ?
ກະຕອບຍາກນໍ.
ເພາະວ່າມັນມີຫັຍງກັນໃນຖັນແຖວ ກະຊວງສືກສາທິການລາວຫຼື ກະຊວງສືກສາ ທິການໂປໂລຍ!
ຫຼືວ່າມີຫຍັງຂັດແຍ້ງກັນບໍ ກະບໍ່ຮູ້.
ຫາກວ່າຈະຫາຊ່ອງທາງຫາທືນໃຫ້ໄດ້ ຢາກໃຫ້ມາຮຽນຢູ່ພີ້ເດນໍ ສອງຄົນນີ້ ພໍຊິໄດ້ມີໃຜມາປາກເວົ້ານຳກັນ.
າມບຸນສິນກິນທານກະຍັງພໍຊິໄດ້ຊ່ອຍກັນຈັດແບບກັນເອັງ.
ແຕ່ຄິດໄປວ່າ ທາງບ້ານເຮົາເຈົ້ານາຍເພິ່ນຄືຊິຄິດວ່າມັນຣະດັບທາງພຸ້ນຕ່ຳຕິເບາະຈຶ່ງບໍ່ສົງກັນໄປຮຽນ.ຫຼືວ່າຜິດແຂກັນແນວໃດກະບໍ່ຮູ້ນຳ.
ຫາກວ່າຢາກເປິດກວ້າງ ຫຼືວ່າ "ຂອບຟ້າ`` ກະສົມຄວນສົ່ງນັກຮຽນໃຫ້ໄປຮຽນໃນຫຼາຍໆປະເທດເພື່ອວ່າ ຍາມມີການມາລົງທືນຂອງຄົນຕ່າງປະເທດກະຍັງຊິພໍມີນັກຊ່ຽວຊານຂອງຕົນໄດ້ສອດຮູ້ສອດເຫັນໃນພຶດຕິກຳຂອງເຂົາເຈົ້າ.
ຫາກວ່າທັງຫມົດນັກວິຊະວະກອນມີແຕ່ມາຈາກແຫຼ່ງດຽວມັນກະແນມເຫັນແຕ່ແນວທາງດຽວ..ແລະກະເປັນການມີແນວຄິດໂນ້ມໄປທາງເຂົາທາງດຽວ.
ນີ້ຕິຄືບັນຫາທີ່ຂ້ອຍແນມເຫັນ ແຕ່ທາງຣັຖບານເຮົາກະອາຈແນມເຫັນຄືກັນແຕ່ວ່າ ມີ ເວດມົນອີ່ຫຍັງກູ້ມກວມຫົວຢູ່ກະອືນໍຫໍ່ຫມົກໄປນຳ!!
ສຳຫຼັບແຫຼ່ງຮຽນນັ້ນກະແຮງດີສຳຫຼັບເຂົາເພາະ ອານາຄົດຄົນເຮົາທີ່ມາຈາເຂົາ, ຮຽນຮ່ຳມາຈາກເຂົາກໍມັກຈະຄິດໄປແບບເຂົາ!!
ແລະເປັນແນວທາງງ່າຍໃຫ້ເຂົາອີກທີ່ມີຄົນທີ່ຮຽນຮູ້ແລະຮັບການຝຶກຝົນແບບແນວຄິດແລະ ວິຊວະການແບບດຽວກັບເຂົາ..
ໂອຍບໍ່ຮູ້ວ່າຊິຄິດກັນໄປແບບໃດດີນໍ!!
ເສັຍດາຍຄວາມເປັນຕົວຂອງຕົວເອັງທີ່ຍັງມີພຽງໃນ ຄວາມຄິດແລະຄວາມໄຝ່ຝັນ.


໐ ກະທູ້
໑໑໒ ໂພສ
ນັກການກະທູ້
ເກັ່ງຫລາຍ ດີໃຈນຳ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keolpb ຂຽນວ່າ...
ເກັ່ງຫລາຍ ດີໃຈນຳ



ກະວ່າຄືກັນຫັ້ນແຫຼະ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວເດັກນ້ອຍທັງສອງນີ້ ຈະໄປຮຽນຕໍ່ຢູ່ໃສ?
ໃຜຮູ້ມາບອກໃຫ້ຮູ້ນຳແນ່ເດິ!!


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍເນາະ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveThai ຂຽນວ່າ...
ເສຍດາຍເນາະ




ເສັຍດາຍອີ່ຫຍັງ?

ເດັກນ້ອຍທັງສອງນີ້ ຄົງຍັງຮຽນບໍ່ຈົບ ມັທຍົມພາກປາຍຕິ!


໐ ກະທູ້
໑໓໐ ໂພສ
ນັກການກະທູ້
ບໍ່ແມ່ນມີແຕ່ຊາດອື່ນທີ່ເກັ່ງ
ຄົນລາວກະເກັ່ງໄດ້ຄືກັນ ຂໍສະແສງຄວາມຍິນດີນຳ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ khiet2 ຂຽນວ່າ...
ບໍ່ແມ່ນມີແຕ່ຊາດອື່ນທີ່ເກັ່ງ
ຄົນລາວກະເກັ່ງໄດ້ຄືກັນ ຂໍສະແສງຄວາມຍິນດີນຳ



ສຳຄັນຄືການຊີ້ແນວທາງຂອງເດັກຜູ່ມີພອນສວັນນັ້ນໃຫ້ໄດ້ ຂຍາຍຄວາມຮອບຮູ້ໃຫ້ກວ້າງແລະສູງຂື້ນໄປ, ເປີດສ່ອງທາງໃຫ້ເຂົາໄດ້ມີໂອກາດຄິດຄົ້ນຫາຕາມຄວາມສົນໃຈຂອງເຂົາໄດ້ຢ່າງເຕັມໃຈນັ້ນແຮ່ງຈະໄດ້ຮູ້ເຖິງ
ຄວາມສາມາດແລະຈຳນວນເດັກທີ່ຮຽນເກັ່ງມາກຂື້ນ..


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ໂຮງຮຽນນີ້ສ້າງຊື່ສຽງໃຫ້ກັບປະເທດຫຼາຍສ້າງແລ້ວໃດນິຕາມທີ່ໄດ້ຂ່າວມາຢາກໃຫ້ໂຮງຮຽນອື່ນໄປຖອດຖອນບົດຮຽນນຳເພິ່ນແດ່ເດີ້


໑໔ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ

DarkEnCieL

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peaceful ຂຽນວ່າ...
ໂຮງຮຽນນີ້ສ້າງຊື່ສຽງໃຫ້ກັບປະເທດຫຼາຍສ້າງແລ້ວໃດນິຕາມທີ່ໄດ້ຂ່າວມາຢາກໃຫ້ໂຮງຮຽນອື່ນໄປຖອດຖອນບົດຮຽນນຳເພິ່ນແດ່ເດີ້



ກະວ່າຄືກັນຫັ້ນແຫຼ້ວ, ແຕ່ວ່າ ທາງໂຮງຮຽນອື່ນອາຈມີຄວາມຂັດສົນ ເພາະງົປມານມັນບໍ່ມີ!!

ຄືຫມູ່ແຕ່ກີ້ ເວົ້າຕະຫຼົກຫັ້ນແຫຼະວ່າ ງົປມານໃນການສ້າງອະນຸສາວະຣີແຕ່ກີ້ ມັນພາກັນໄປອອກລູກອອກເຕົ້າຢູ່ດົງປາຍລານພຸ້ນຫມົດ!(ເວົ້າແຕ່ຄາວກ່ອນປົດປ່ອຍພຸ້ນເດິ!)
ຄິດວ່າ ງົປມານຂອງກະຊວງສຶກສາທິການມັນພາກັນໄປອອກລູກເປັນ ບ້ານພັກໃຫ້ເຈົ້າໃຫຍ່ນາຍໂຕໄປຫມົດແລ້ວ ເລີຍໄປບໍ່ເຖິງໂຮງຮຽນອື່ນໆທີ່ຢູ່ຫ່າງໄກຈາກສູນກາງ- ຄື ວຽງຈັນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DarkEnCieL ຂຽນວ່າ...



ຮູ້ງກະມາລົງກິນນ້ຳ ນຳກັນ.
ດີໃຈທີ່ມາແວະ!


໐ ກະທູ້
໑໑໒ ໂພສ
ນັກການກະທູ້


໐ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ
ເກັ່ງຫຼາຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keolpb ຂຽນວ່າ...





ພໍໃຈໃນຄວາມສາມດຂອງຫນຸ່ມລາວຄືກັນນໍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ paipo ຂຽນວ່າ...
ເກັ່ງຫຼາຍ



ຕໍ່ໄປຄົງເປັນແບບຢ່າງໃຫ້ເດັກນ້ອຍລາວມີໃຈຢາກຮຽນ ເພື່ອໂຕເອັງ ແລະຕາມມາກະເພື່ອພໍ່ແມ່ ແລະຊາດ!!!

ຂໍແຕ່ໃຫ້ທາງກະຊວງຫັ້ນສ້າງເງື່ອນໄຂໃຫ້ເຂົາໄດ້ສແຫວງຫາຄວາມຮູ້ຢ່າງພຽງພໍ ເພື່ອອານາຄົດຂອງຊາດ...


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ paipo ຂຽນວ່າ...
ເກັ່ງຫຼາຍ



ຕໍ່ໄປຄົງເປັນແບບຢ່າງໃຫ້ເດັກນ້ອຍລາວມີໃຈຢາກຮຽນ ເພື່ອໂຕເອັງ ແລະຕາມມາກະເພື່ອພໍ່ແມ່ ແລະຊາດ!!!

ຂໍແຕ່ໃຫ້ທາງກະຊວງຫັ້ນສ້າງເງື່ອນໄຂໃຫ້ເຂົາໄດ້ສແຫວງຫາຄວາມຮູ້ຢ່າງພຽງພໍ ເພື່ອອານາຄົດຂອງຊາດ...

ເສຍດາຍເດະເນາະ ເຮົາພັດບໍ່ໄດ້ຮຽນຊ້ຳ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ paipo ຂຽນວ່າ...
ເກັ່ງຫຼາຍ



ຕໍ່ໄປຄົງເປັນແບບຢ່າງໃຫ້ເດັກນ້ອຍລາວມີໃຈຢາກຮຽນ ເພື່ອໂຕເອັງ ແລະຕາມມາກະເພື່ອພໍ່ແມ່ ແລະຊາດ!!!

ຂໍແຕ່ໃຫ້ທາງກະຊວງຫັ້ນສ້າງເງື່ອນໄຂໃຫ້ເຂົາໄດ້ສແຫວງຫາຄວາມຮູ້ຢ່າງພຽງພໍ ເພື່ອອານາຄົດຂອງຊາດ...

ເສຍດາຍເດະເນາະ ເຮົາພັດບໍ່ໄດ້ຮຽນຊ້ຳ



ການຮ່ຳຮຽນ ນັ້ນ ຮຽນໄດ້ທຸກຍາມ...
ຢ່າໄປເຊື່ອພາສິດທີ່ວ່າ ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມແກງ!!
ຫາກເຫັດມັນຫາກແກ່ໂພດກະເອົາມາບົດໃຫ້ມັນຫມຸ່ນປານແປ້ງແລ້ວຄ່ອຍເອົາມາປັ້ນໃຫ້ເປັນຮູບເຫັດອ່ອນໆ ກະໄດ້!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳນັກສຶກສາລາວ ຊາວເອັດຄົນທີ່ຈະໄດ້ໄປຮຽນ ຈາກທຶນຂອງ ຟູນໄບຣ້ ແລະ ຮັມຟຣີແຟນໂລ !!
ຫາກວ່າມີໃຜຈາກພັນລາວຈັກຄົນໄດ້ໄປ ກະດີໃຈນຳເປັນພິເສດ!!
ແນ່ນອນວ່າຄົງໄດ້ໄປເປີດຫູເປີດຕາວ່າ ຄວາມມີອິສຣະເສຣີໃນການຊອກຫາຄວາມຮູ້ຢ່າງເຕັມໃຈ.
ໄປແລ້ວກະສົ່ງຂ່າວມາຫຼີ້ນນຳກັນແນ່ ແຕ່ຢ່າຊິໄປຫຼົງຄວາມລາວໄປກະພໍ!!
ຢູ່ພຸນມີຫຍັງຢູ່ຫຍັງກິນປານບ້ານເຮົາ..
ຫາກວ່າໄດ້ໄປ ຣັຖເມນາໂຊຕາ ບອກມາເດິຈະແນະນຳໃຫ້ໄປຮູ້ຈັກກັບໃຜທີ່ໝ້າຮູ້ໃຫ້!
ຫຼື ໄອໂອວາ ກະເຊັ່ນກັນ ຫຼື ຊັນດີອາໂກ..
ແຕ່ ຢ່າຟ້າວອົ່ງຄິດຫາໜູ່ທາງພີ້ແນ່!!



໒ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມເຊີຍ ເດັກລາວກ້າວສູ່ເວທີສາກົນ

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ໄດ້ຂ່າວວ່າແນວນີ້ລະ ແຕ່ບໍ່ຮູ້ວ່າຕັ້ງຢູ່ບ່ອນໃດລຸງເອີຍ...


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poonin ຂຽນວ່າ...



ປູນິນເອິຍ ສັ່ງລາໃຜເດນໍ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ຊົມເຊີຍ ເດັກລາວກ້າວສູ່ເວທີສາກົນ



ກະຍັງວ່າຫັ້ນລະນໍ.
ດີແລ້ວທີ່ປະເທດເຮົາເຣີ້ມເປີດກວ້າງ ແລະບໍ່ປິດປະຕູ ຄື ເກົ່າຫຼີເຫນຶອ, ພະມ້າແລະ ຄິວບາ
ຫຼື ປະເທດໃດທີ່ອ້າງຕົນວ່າປະຊາທິປະໄຕພຽງໃນເຈັ້ຍໃນຄຳຂວັນສື່ໆ.
ຄົນທີ່ໄດ້ເຫັນຈຶ່ງພໍຮູ້, ໄດ້ອ່ານຈຶ່ງໄດ້ຮູ້..
ເທົ່າທີ່ປະເທດເຮົາຢູ່ໃນຖັນແຖວແບບປິດປະຕູມາຫຼາຍສີບປີຫັ້ນ ຫຼາຍຄົນກາຍເປັນຄືຄົນຫູຫນວກຕາບອດໄປ ໄດ້ຟັງຂ່າວກະເປັນຂ່າວທີ່ຖຶກກັ່ນກອງ, ຖຶກເຊັນເຊີ້ກວດຂັນຢ່າງວ່າປົກປິດຄວາມຈິງ..
ສ້າງສັດຕູທຸກມື້ທຸກຍາມເພື່ອວ່າຫຍັງ..ກະຄືເຫັນຜ່ານມາ...
ດີໃຈນຳການສົ່ງນັກສຶກສາໄປສຶກສາໃນຫຼາຍໆປະເທດ ແຕ່ ກະ ຄິດໄປວ່າເຂົາເຈົ້າຄົງກັບໄປພາຍຫຼັງຮຍນຈົບແລ້ວນໍ..ເພາະດຽວນີ້ ອີ່ຫຍັງອີ່ຫຍັງຢູ່ບ້ານເຮົາມັນກະຄ່ອຍໆປ່ຽນໄປແລ້ວ ມີແຕ່ແນມເຫັນຄວາມສຳຄັນໄປໃນທາງບວກ(optimist) ວ່າຊັ້ນເທາະ.
ຮັກລາວຄືກັນແມ່ນວ່າຕຽງທີ່ນອນຫມອນທີ່ຫມູນ ກອງຢູ່ແຜ່ນດິນອື່ນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ໄດ້ຂ່າວວ່າແນວນີ້ລະ ແຕ່ບໍ່ຮູ້ວ່າຕັ້ງຢູ່ບ່ອນໃດລຸງເອີຍ...



ຫຼາ kpsaioudom ລູງຄິດວ່າ ຢາກເວົ້າເຖິງ ຖນົນ ໄຜຫນາມຫຼືບໍ່?
ຫາກວ່າ ກ່ຽວກັບ ບັນຫານັກຮຽນລາວທີ່ຈະໄປ ສຶກສາທີ່ອະເມຣິການັ້ນ ກະຍັງບໍ່ຮູ້ວ່າຈະໄດ້ໄປຮຽນຢູ່ຣັຖໃດຄຶກັນ.


໐ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ໂອ ສຸດຍອດເລີຍໆໆໆໆໆໆໆ ພໍແຕ່ເຫັນຊື່ກະທູ້ກໍເຂົ້າມາທັັນທີ ດີໃຈນຳຫຼາຍໆເດີ້ ເຮັດໃຫ້ຄົນລາວມີຄວາມພາກພູມໃຈ ຮູ້ວ່າໄດ້ຄະແນນສູງສຸດຂອງ ສາຍເລກກະດີໃຈແລ້ວ ^^ ຂໍໃຫ້ຮັກສາມູນເຊື້ອແບບນີ້ຕະຫຼອດໄປເດີ້
ຂອບໃຈທີ່ເອົາມາບອກເດີ້
ປລ. ຢາກເຫັນໜ້າເດເນາະ ^^


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LoveTVXQSuJu ຂຽນວ່າ...
ໂອ ສຸດຍອດເລີຍໆໆໆໆໆໆໆ ພໍແຕ່ເຫັນຊື່ກະທູ້ກໍເຂົ້າມາທັັນທີ ດີໃຈນຳຫຼາຍໆເດີ້ ເຮັດໃຫ້ຄົນລາວມີຄວາມພາກພູມໃຈ ຮູ້ວ່າໄດ້ຄະແນນສູງສຸດຂອງ ສາຍເລກກະດີໃຈແລ້ວ ^^ ຂໍໃຫ້ຮັກສາມູນເຊື້ອແບບນີ້ຕະຫຼອດໄປເດີ້
ຂອບໃຈທີ່ເອົາມາບອກເດີ້
ປລ. ຢາກເຫັນໜ້າເດເນາະ ^^



ຂອບໃຈທີ່ມາແວ່!
ສ່ວນຮູບນັ້ນມີໃຜເອົາເຂົ້າໄວ້ໃນຕອນຕົ້ນຂອງກະທູ້ຫັ້ນເດ ຕ້ອງກັບໄປ ຕອນຕົ້ນເດິ ຄັນຢາກເຫັນຄົນເກັ່ງທັງສອງ ມີສາວ ກັບບ່າວ..


໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີໃຈທີ່ນັກຮຽນລາວສາມາດເປັນແຊມຢູ່ໃນກຸ່ມອາຊຽນໄດ້, ຄົນລາວໝາກເຜັດຂີ້ໜູ........ນ້ອຍລ້າເດີ ແຕ່ເກັ່ງໃດ...........


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເກ່ງຫລາຍແທ້ຂໍຊື່ນຊົມຍິນດີນຳຫລາຍໆ ແຕ່ເສີຍດາຍເດ້ບໍ່ມີຮູບນໍ


ໜ້າທີ່ 4 ຈາກທັງໝົດ 5 ໜ້າ <<<12345>>>