ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຂີ້ລ້າຍ ກັບຂີ້ຮ້າຍ ຕ່າງກັນຈັ່ງໃດ໋

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຢາກຮູ້ວ່າ ຂີ້ລ້າຍ ກັບຂີ້ຮ້າຍ ຕ່າງກັນຈັ່ງໃດ໋
ບ້ານຂ້ອຍ ຄັນຄົນບໍ່ງາມ ເຂົາເອີ້ນວ່າຂີ້ລ້າຍ
ຄັນໃຜຈົ່ມເກັ່ງ ດ່າເກັ່ງ ຮ້າຍເກັ່ງ ເຂົາເອີ້ນ ຂີ້ຮ້າຍ

ມັນຕ່າງກັນແມ່ນບໍ່ ໃຜຮູ້ບອກແນ່


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຈາກທັງເທິງ ສັງເກດໄດ້ວ່າ ຄຳວ່າ ຂີ້ = ເກັ່ງ, ຂີ້ໄຫ້ = ໄຫ້ເກັ່ງ ຮະໆໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ຈາກທັງເທິງ ສັງເກດໄດ້ວ່າ ຄຳວ່າ ຂີ້ = ເກັ່ງ, ຂີ້ໄຫ້ = ໄຫ້ເກັ່ງ ຮະໆໆ


ເຫັນ ບາງເທື່ອ ຂະເຈົ້າກະໄຊ້ ຂີ້ຮ້າຍ ແທນຂີ້ລ້າຍ ຫັ້ນນາ ແຕ່ຂ້ອຍວ່າມັນຕ່າງກັນແທນກັນບໍ່ໄດ້

ບໍ່ໄດ້ຖາມເລື້ອງ ຄຳວ່າ ຂີ້ ເດີ້
ແຕ່ກະຂອບໃຈ ທີ່ບອກ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຮູ້ແລ້ວ, ແຕ່ອັນນີ້ ກະບໍ່ ອາດແມ່ນວ່າ ຕ່າງກັນທີ່ ພາສາຂຽນ ກັບ ພາສາເວົ້າ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ມັນເປັນຄວາມໝາຍດຽວກັນ ຂີ້ລ້າຍ ເປັນພາສາເວົ້າ ຂີ້ຮ້າຍ ເປັນພາສາຂຽນ(ຫຼືຈະເວົ້າກໍ່ໄດ້) ເຊັ່ນຕົວຢ່າງການທ້ວງສາວ ເຮົາມັກເວົ້າວ່າສາວນັ້ນຄືຂີ້ລ້າຍແທ້ ຖ້າພາສາຂຽນກໍ່ຈະເປັນສາວຜູ້ນັ້ນຄືຂີ້ຮ້າຍແທ້ ຫຼືຄືມາຜູ້ຮ້າຍແທ້.


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຄຶດ ວ່າ ຄົນຂີ້ຮ້າຍ ສິຮ້າຍເກັ່ງສັ້ນດອກ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນພາສາເວົ້າກັບພາສາຂຽນຫັ້ນລະ
ຄືເວລາເວົ້າ ຊິມາເວົ້າວ່າ ຂີ້ຮ້າຍ ກະບໍ່ລຶ້ງແມ່ນບໍ່ ສ່ວນຫລາຍເວົ້າແຕ່ ຂີ້ລ້າຍ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ...
ຄຶດ ວ່າ ຄົນຂີ້ຮ້າຍ ສິຮ້າຍເກັ່ງສັ້ນດອກ

ຄຳວ່າ ຂີ້ຮ້່າຍ ກັບ ມັກຮ້າຍ ຈະຄົນລະຄວາມໝາຍກັນ ຄຳວ່າ ມັກຮ້າຍ ຄວາມໝາຍແຮງໜັກວ່າ ຮ້າຍ ອີກ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ໂດຍ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ