ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຢາກຮູ້ວ່າ ຂີ້ລ້າຍ ກັບຂີ້ຮ້າຍ ຕ່າງກັນຈັ່ງໃດ໋ ບ້ານຂ້ອຍ ຄັນຄົນບໍ່ງາມ ເຂົາເອີ້ນວ່າຂີ້ລ້າຍ ຄັນໃຜຈົ່ມເກັ່ງ ດ່າເກັ່ງ ຮ້າຍເກັ່ງ ເຂົາເອີ້ນ ຂີ້ຮ້າຍ ມັນຕ່າງກັນແມ່ນບໍ່ ໃຜຮູ້ບອກແນ່ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຈາກທັງເທິງ ສັງເກດໄດ້ວ່າ ຄຳວ່າ ຂີ້ = ເກັ່ງ, ຂີ້ໄຫ້ = ໄຫ້ເກັ່ງ ຮະໆໆ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ຈາກທັງເທິງ ສັງເກດໄດ້ວ່າ ຄຳວ່າ ຂີ້ = ເກັ່ງ, ຂີ້ໄຫ້ = ໄຫ້ເກັ່ງ ຮະໆໆເຫັນ ບາງເທື່ອ ຂະເຈົ້າກະໄຊ້ ຂີ້ຮ້າຍ ແທນຂີ້ລ້າຍ ຫັ້ນນາ ແຕ່ຂ້ອຍວ່າມັນຕ່າງກັນແທນກັນບໍ່ໄດ້ ບໍ່ໄດ້ຖາມເລື້ອງ ຄຳວ່າ ຂີ້ ເດີ້ ແຕ່ກະຂອບໃຈ ທີ່ບອກ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຮູ້ແລ້ວ, ແຕ່ອັນນີ້ ກະບໍ່ ອາດແມ່ນວ່າ ຕ່າງກັນທີ່ ພາສາຂຽນ ກັບ ພາສາເວົ້າ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມັນເປັນຄວາມໝາຍດຽວກັນ ຂີ້ລ້າຍ ເປັນພາສາເວົ້າ ຂີ້ຮ້າຍ ເປັນພາສາຂຽນ(ຫຼືຈະເວົ້າກໍ່ໄດ້) ເຊັ່ນຕົວຢ່າງການທ້ວງສາວ ເຮົາມັກເວົ້າວ່າສາວນັ້ນຄືຂີ້ລ້າຍແທ້ ຖ້າພາສາຂຽນກໍ່ຈະເປັນສາວຜູ້ນັ້ນຄືຂີ້ຮ້າຍແທ້ ຫຼືຄືມາຜູ້ຮ້າຍແທ້. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄຶດ ວ່າ ຄົນຂີ້ຮ້າຍ ສິຮ້າຍເກັ່ງສັ້ນດອກ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມັນເປັນພາສາເວົ້າກັບພາສາຂຽນຫັ້ນລະ ຄືເວລາເວົ້າ ຊິມາເວົ້າວ່າ ຂີ້ຮ້າຍ ກະບໍ່ລຶ້ງແມ່ນບໍ່ ສ່ວນຫລາຍເວົ້າແຕ່ ຂີ້ລ້າຍ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ b4510024 ຂຽນວ່າ... ຄຶດ ວ່າ ຄົນຂີ້ຮ້າຍ ສິຮ້າຍເກັ່ງສັ້ນດອກຄຳວ່າ ຂີ້ຮ້່າຍ ກັບ ມັກຮ້າຍ ຈະຄົນລະຄວາມໝາຍກັນ ຄຳວ່າ ມັກຮ້າຍ ຄວາມໝາຍແຮງໜັກວ່າ ຮ້າຍ ອີກ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໂດຍ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|