ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ວິທີແຕ່ງກາບ.

" ຄຳກາບ " ກໍມີລັກສນະຄືສີ່ງເປັນກາບທັງຫລາຍ ດັ່ງກາບກ້ວຍ , ກາບອ້ອຍ...ເປັນຕົ້ນ
ເພາະມີລັກສນະຊ້ອນໂອບເຊີ່ງກັນແລະກັນ " ຄຳກາບ " ກໍເປັນຄຳທີ່ມີສັມຜັດຊ້ອນກັນ ດັ່ງສີ່ງເປັນກາບດັ່ງກ່າວແລ້ວ.
ຄຳວ່າ " ກາບກອນ " ກໍໝາຍເອົາຄຳກາບດັ່ງນັ້ນເອງ ມີກຳນົດຫຼັກເກນການແຕ່ງ ດັ່ງນີ້ :

1-ກອນວັກນື່ງ ໃຫ້ມີແຕ່ 7ຄຳ.
2-ຄຳສຸດທ້າຍຂອງວັກທີ່ນື່ງ ຫຼືຄຳທີ່7 ໃຫ້ສັມຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກທີ່ສອງ
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.
ແລະວັກຕໍ່ໆໃປ ກໍໃຫ້ໄຊ້ສັມຜັດທຳນອງດຽວກັນນີ້.

ຕົວຢ່າງ:

ສາທຸສາ ຍໍມືໃສ່ເກົ້າ
ຂ້າພະເຈົ້າ ຂໍກ່າວຕຳນານ
ເປັນນິທານ ສືບມາແຕ່ກ່ອນ
ເວົ້າແຕ່ບ່ອນ ປາງຂຸນບຸຣົມ
ຄັ້ງປະຖົມ ລົງເອົາກຳເນີດ
ລົງມາເກີດ ໃນທີບຊົມພູ
ຂຸນບຸຣົມ ກັບນາງເອກໃຄ້
ໄດ້ເປັນໃຫ່ຽ ຂົງເຂດເມືອງລາວ
ຕັ້ງແຕ່ຄາວ ຢູ່ເມືອງຍູນານ
ເປັນເຈົ້າຜ່ານ ປະເທດໜອງແສ
ເພື່ອດູແລ ປົກຄອງໄພ່ຟ້າ
ໄດ້ລູກຫຼ້າ ນາມໜໍ່ເຈັດຊາຍ
ເພີ່ນແຈກຢາຍ ໃຫ້ໃປເປັນເຈົ້າ
ຜູ້ກົກເຄົ້າ ຊື່ທ້າວຂຸນລໍ
ໄດ້ເປັນກໍ ຊາວເຮົາລ້ານຊ້າງ
ລົງມາສ້າງ ເມືອງໃຫ່ຽຊຽງທອງ
ຜູ້ຖ້ວນສອງ ຊື່ຍີ່ຜາລ້ານ
ໃຫ້ໄປບ້ານ ເມືອງໃຫ່ຽຫໍແຕ
ຟາກໜອງແສ ໃປທາງທິເບດ
ປົກຄອງເຂດ ເມືອງຫໍ້ຫົວຂາວ ໆລໆ
ປລ.ຄັດລອກອອກມາຈາກປື້ມໄວຍະກອນລາວ ພາກທີ່ສີ່ ( ສັນທະລັກສນະ )

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຫະໆໆ ຄ້າຍຄືບົດທ່ອງຂຶ້ນໃຈເນາະ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kydeth ຂຽນວ່າ...
ແຫະໆໆ ຄ້າຍຄືບົດທ່ອງຂຶ້ນໃຈເນາະ

ບົດທ່ອງຂື້ນໃຈແຕ່ລະບົດ ເພີ່ນກໍແຕ່ງເປັນກາບກອນປະມານນີ້ແລ້ວ.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆ ອ້າຍ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຮູ້ວິທີແລ້ວ ກໍແຕ່ງມາໃຫ້ອ້າຍອ່ານນຳແນ່ເດີ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ຮູ້ວິທີແລ້ວ ກໍແຕ່ງມາໃຫ້ອ້າຍອ່ານນຳແນ່ເດີ...

ລອງແຕ່ງ ເດີ :
ເມື່ອເຈົ້າ ພົບຄົນໃໝ່ ດີກ່ວາຂ້ອຍ
ຂໍໃຫ້ ເຈົ້າຮັກໝັ້ນ ຢູ່ກັບເຂົາ
ຄວາມຮັກ ຂ້ອຍກັບເຈົ້າ ເຫຼືອພຽງເງົາ
ແສນຈະເສົ້າ ເມື່ອຮັກເຮົາ ເຈົ້າຖີ້ມໄປ
(ຈົບ)

ບໍມີວັນໄດ້ຮັກກັນ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...

ອັນນີ້ມັນບໍ່ທັນຖືກຕາມຫຼັກ ໃຫ້ກັບໃປອ່ານຫົວຂໍ້ກະທູ້ແຕ່ທຳອິດກ່ອນເດີ....

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສາມ ຫລັງສີ່

ມັນຕ້ອງມີຫລັກໄມ້ເອກໄມ້ໂທແດ່ແມ່ນບໍ່

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາກ,ຄິດບໍ່ອອກ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ຫນ້າສາມ ຫລັງສີ່

ມັນຕ້ອງມີຫລັກໄມ້ເອກໄມ້ໂທແດ່ແມ່ນບໍ່

ຄິດວ່ານອກຈາກຈະຂຽນຕາມຫລັກການແລ້ວ ມັນກໍໜ້າຈະມີສຽງເອກສຽງໂທ ສຽງຕ່ຳສຽງສູງ
ອ້າຍເອງກໍຍັງບໍ່ທັນໄດ້ລອງເທື່ອ..

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ຍາກ,ຄິດບໍ່ອອກ

ມັນກໍຍາກແຕ່ຕອນທຳອິດ ລອງໃປຈັກໜ່ອຍມັນກໍຄົງບໍ່ຍາກຢ່າງທີ່ເຮົາຄິດດອກນ້ອງ ສູ້ ສູ້

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ຍາກ,ຄິດບໍ່ອອກ

ມັນກໍຍາກແຕ່ຕອນທຳອິດ ລອງໃປຈັກໜ່ອຍມັນກໍຄົງບໍ່ຍາກຢ່າງທີ່ເຮົາຄິດດອກນ້ອງ ສູ້ ສູ້

ໂດຍໆ ,ວ່າງໆລະຊິລອງແຕ່ງເບິ່ງ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
1-ກອນວັກນື່ງ ໃຫ້ມີແຕ່ 7ຄຳ.
2-ຄຳສຸດທ້າຍຂອງວັກທີ່ນື່ງ ຫຼືຄຳທີ່7 ໃຫ້ສັມຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກທີ່ສອງ
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.
ແລະວັກຕໍ່ໆໃປ ກໍໃຫ້ໄຊ້ສັມຜັດທຳນອງດຽວກັນນີ້.
******************************************
ຫລັກການກໍມີແຕ່ພຽງທໍ່ນີ້....

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
1-ກອນວັກນື່ງ ໃຫ້ມີແຕ່ 7ຄຳ.
2-ຄຳສຸດທ້າຍຂອງວັກທີ່ນື່ງ ຫຼືຄຳທີ່7 ໃຫ້ສັມຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກທີ່ສອງ
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.
ແລະວັກຕໍ່ໆໃປ ກໍໃຫ້ໄຊ້ສັມຜັດທຳນອງດຽວກັນນີ້.
******************************************
ຫລັກການກໍມີແຕ່ພຽງທໍ່ນີ້....

ມາຈອບຝຶກ ວິຊາ

ຮັກແທ້ຄືແມ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເອົາໂລດນ້ອງ ອ້າຍເຊັຽຂາດ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ເອົາໂລດນ້ອງ ອ້າຍເຊັຽຂາດ...

ໂອ໊ ແບບ ນີ້ ລະ ແຕ່ງ ສຸດໃຈ ເລີຍ ແຕວ່າ ບໍກ້າ ເອົາມາລົງຊ້ຳ ອາຍ

ຮັກແທ້ຄືແມ່

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າສາມ ຫຼັງສີ່ ກາບກອນແບບນີ້ ຂ້ອຍແຕ່ງບໍ່ເປັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຫຼັກໄມ້ເອກໄມ້ໂທໜ້າຈະແມ່ນແນວນີ້
ກາງເອກໂທ....ກາງເອກກາງກາງ
ກາງກາງກາງ...ເອກກາງກາງໂທ
ກາງກາງໂທ.....ກາງກາງກາງເອກ
ກາງເອກໂທ.....ກາງໂທເອກກາງ

ບໍ່ຮູ້ວ່າມັນຖືກຢູ່ບໍນໍ?

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຕົວຢ່າງກອນນີ້ຫຼາຍຄົນຄົງທ່ອງໄດ້ຂຶ້ນໃຈເລີຍ

ເມືອງລາວເປັນເຂດບ້ານ......ສະຖານທີ່ງາມຕາ
ທາງເໜືອມີພູຜາ................ໜ່ວຍພະນອມລຽນຊ້ອນ
ຍິນສະອອນດົງໄມ້..............ໄພສົນແສນຍ່ານ
ເປັນດັ່ງອຸດທິຍານໃຫຍ່ກວ້າງ...ຂຽວສະອຸ້ມສູ່ຍາມ

**********************************************

ບໍ່ຮູ້ວ່າມັນຖືກຢູ່ບໍນໍ?

ນີ້ມັນແມ່ນກອນອີກແບບນື່ງທີ່ຈະເອົາມາລົງໃນຕອນຕໍ່ໃປ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແກ້ໄຂແລ້ວເດີ້ອ້າຍເມຍນອນ

ກອນນີ້ຄຸ້ນໆ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຊີວິດບໍ່ສີ້ນ ກໍ່ຕ້ອງດີ້ນກັນໄປ

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ao wai long windows mai gorn.. la c khian ma show..

mun bor nae norn t ja tong mi 3 nah 4 lang bor man wa? khei2 hen gorn yao gua ni gah yung mi..

ເຮົາຄົບກັນສອງປີແລ້ວ.. ^_^

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.

ໃຫ້ນ້ອງອ່ານບ່ອນນີ້ຄືນໃຫມ່ດູ!

ກອນແບບນີ້ ແມ່ນແບບກອນລຳ!!

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.

ໃຫ້ນ້ອງອ່ານບ່ອນນີ້ຄືນໃຫມ່ດູ!

ກອນແບບນີ້ ແມ່ນແບບກອນລຳ!!

sai jang wa pok pok pok.. gah forn dai lei man bor? york lin der..

ເຮົາຄົບກັນສອງປີແລ້ວ.. ^_^

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
3-ຄຳສຸດທ້າຍຂອງວັກທີ່ສອງ ໃຫ້ສຳຜັດກັບຄຳທີ່ນື່ງ ຫຼືທີ່ສອງ ຫຼືທີ່ສາມ ໃນວັກຖ້ວນສີ່.

ໃຫ້ນ້ອງອ່ານບ່ອນນີ້ຄືນໃຫມ່ດູ!

ກອນແບບນີ້ ແມ່ນແບບກອນລຳ!!

ນ້ອງກໍຄັດລອກອອກມາຕາມແບບສບັບເຄົ້າເດີມ ໂດຍທີ່ບໍ່ມີການຕັດຫລືວ່າຕໍ່ເຕີມຫຍັງເລີຍ ...ປະໂຫຽກນີ້ນ້ອງກໍຍັງບໍ່ກະຈ່າງປານໃດ.
ນ້ອງກໍຄິວ່າມັນຄືກອນລຳ(ຖ້າເຮົາເຕີມຈັກຄຳສອງຄຳໃສ່ຂ້າງໜ້າຂອງແຖວໜ້າ ມັນຈະອອກໃປທາງລຳຕັດລາວຫຼືວ່າລຳຄູ່ລຳກອນ)

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ao wai long windows mai gorn.. la c khian ma show..

mun bor nae norn t ja tong mi 3 nah 4 lang bor man wa? khei2 hen gorn yao gua ni gah yung mi..

ທີ່ນ້ອງເວົ້າແມ່ນກອນອີກປະເພດນື່ງ ຊື່ງອ້າຍຈະໄດ້ນຳສເນີໃນບົດຕໍ່ໃປ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ຕົວຢ່າງກອນນີ້ຫຼາຍຄົນຄົງທ່ອງໄດ້ຂຶ້ນໃຈເລີຍ

ເມືອງລາວເປັນເຂດບ້ານ......ສະຖານທີ່ງາມຕາ
ທາງເໜືອມີພູຜາ................ໜ່ວຍພະນອມລຽນຊ້ອນ
ຍິນສະອອນດົງໄມ້..............ໄພສົນແສນຍ່ານ
ເປັນດັ່ງອຸດທິຍານໃຫຍ່ກວ້າງ...ຂຽວສະອຸ້ມສູ່ຍາມ

**********************************************

ບໍ່ຮູ້ວ່າມັນຖືກຢູ່ບໍນໍ?

ນີ້ມັນແມ່ນກອນອີກແບບນື່ງທີ່ຈະເອົາມາລົງໃນຕອນຕໍ່ໃປ

ກອນນີ້ຄຸ້ນໆ

ກໍ່ຄຸ້ນແທ້ລະເນາະ ຖ້າຈື່ບໍ່ຜິດແມ່ນກອນຂອງທ່ານ ພູມີວົງວິຈິດ
ໄດ້ທ່ອງຕອນຢູ່ປະຖົມ ຫຼື ມັດທະຍົມ ນີ້ລະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ມືໃໝ່ຫັດຂຽນ.

ໂດຍ : ເມັຽນອນ ມາອອນໄລນ໌

ຍາມເມັຽນອນ ຂຽນກອນວອນກ່າວ
ຢອກໝູ່ເຈົ້າ ເວົ້າແຍ່ກວນໃຈ
ຄັນມັກຫຼາຍ ຊ່ອຍພາກັນຍ້ອງ
ອ້າຍເອື້ອຍນ້ອງ ຢ່າຟ້າວຫົວຂວັນ
ດ໋ຽວຂ້ອຍຊວນ ເມືອກີນຕົ້ມໄກ່
ຫູບນ້ຳໄສ່ ອັດດ້ວຍເບຍລາວ
ກຶ໊ກເຫຼົ້າຂາວ ອີກຄົນລະຈອກ
ຢ້ານແຕ່ຊອກ ເລກບ້ານບໍ່ເຫັນ
ຂຽນບໍ່ເປັນ ເມັ້ນໃຫ້ຂ້ອຍແນ່
ໃຫ້ເຫັນແກ່ ຄົນໜ້າຕາດີ
ຢ່າຊິມີ ຄຳດ່າຄຳປ້ອຍ
ສາວສ່ຳນ້ອຍ ຢ່າຫຼັບຕາຊັງ
ຕົວຢ່າງກອນ ຂ້ອຍຫັດຂຽນໃໝ່
ຍັງບໍ່ໄນ່ ຂ້ອງໆຂັດໆ
ຫາກໍ່ຫັດ ແອບຂຽນມື້ນີ້
ໄດອະຣີ ໃນເວັບພັນລາວ.

ໂດຍ

ບໍມີວັນໄດ້ຮັກກັນ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>