ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການຂຽນດ້ວຍພາສານັ້ນ,ພາສານີ້ໃນພັນລາວ

ໜ້າທີ່ 1 ຈາກທັງໝົດ 11 ໜ້າ <<<123 ... 7891011>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນການສັງເກດທີ່ເປັນແບບສ່ວນຕົວຫຼາຍກວ່າ, ອາຈບໍ່ມີຄວາມຫມາຍຫຍັງດອກ.
ເຫັນຫຼາຍໆຄົນທີ່ໃຊ້ອັກສອນມາໃຫ້ ຄຳເຫັນ ບາງຄັ້ງກະເປັນຄຳລາວ, ຢູ່ບໍ່ຢູ່ກະປ່ຽນໄປ ເປັນ ພາສາຕ່າງປະເທດ..
ອາຈເປັນ ພາສາ ``ຄາຣະໂອເກະ``, ພາສາໄທ(ພໍອ່ານໄດ້!).
ມັນກະເປັນສິດທິຂອງໃຜມັນ.

ແຕ່ທີ່ແປກໃຈນັ້ນກະຄື ບໍ່ເຂົ້າໃຈຈຸດປະສົງຂອງຜູ່ກ່ຽວທີ່ຢູ່ບໍ່ຢູ່ກະປ່ຽນແບບຂຽນໄປແບບນັ້ນ!
ບາງຄັ້ງພາໃຫ້ງົງ ແລະພາໃຫ້ຫມົດສັດທາໄປກະມີ ໃນການຕອບໂຕ້ຫຼືຕໍ່ການສົນທະນາໄປ..
ເພາະຖືເອົາວ່າຜູ່ກ່ຽວຢາກສແດງວ່າໂຕເກັ່ງ,ວ່າຂຽນໄດ້ຫຼາຍພາສາ?!?
ກະບໍ່ແມ່ນ!
ແຕ່ມັນເຂິນໆວາດຫນຶ່ງ.
ອາຈຢຸດການສົນທະນານັ້ນ.
ແຕ່ມາຄິດອີກວ່າຫຼືເຂົາມີບັນຫາໃນການຂີດຂຽນ?
ຫຼືເຂົາມີຫຍັງຂັດຂ້ອງທາງຄອມຂອງເຂົາ?
ແຕ່ຄົງບໍ່ແມ່ນຈັ່ງຊັ້ນຕິ!
ອາຈເປັນໃຜຈາກຝັ່ງນັ້ນ?
ອາຈເປັນໃຜທີ່ຮຽນຈົບມາແຕ່ຝັ່ງນັ້ນ?

ມື້ນີ້ມີໃຜມາໃຫ້ຄຳເຫັນວ່າ:``ເວົ້າລາວ ແປເປັນລາວແນ່`` ແຕ່ຂຽນມາເປັນພາສາໄທ.
ສຳຫຼັບໃນບົດຂຽນຂອງຂ້ອຍຫາກວ່າໃຊ້ຄຳໃດທີ່ບໍ່ແມ່ນຄຳລາວຂ້ອຍອາຈຂຽນໃນວົງເລັບ ຫຼືໃສ່ສີຕ່າງ.
ບໍ່ຮູ້ວ່າຄຳໃດທີ່ຂຽນລົງໄປບໍ່ແມ່ນຄຳລາວ.

ກະດີໃຈນຳທີ່ຫຼາຍຄົນສາມາດຂຽນທັງພາສາລາວແລະພາສາໄທໄດ້.
ຫາກເປັນໄປໄດ້ ຫາກແມ່ນຄົນລາວເຂົ້າມາຫາຂ້ອຍ,ຂໍນຳ, ຂຽນຄວາມລາວນຳຂ້ອຍດີກວ່າ.
ຂ້ອຍມານີ້ ຢາກທົບທວນຄວາມລາວແລະຊອກຫາຄຳເວົ້າຄຳຈາທີ່ມັນໄດ້ສູນເສັຍໄປຈາກຄວາມຈື່ຈຳ....

ຂໍນຳ!!
ຂໍນຳຫຼາຍໆ!

໑໐ ກະທູ້
໔໓໒ ໂພສ
ຊຳນານການເວັບບອດ
ຂ້ອຍມັກຂຽນພາສາລາວ
ຖ້າບໍ່ຈຳເປັນຂ້ອຍຈະບໍ່ຂຽນພາສາຄາລາ ຫລຶ ໄທ

ອ້ອມກອດທີ່ອົບອຸ່ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າຄິດນຳຂະເຈົ້າຫຼາຍ ໄວລຸ້ນກະເປັນແບບນັ້ນແລະ
ໄວລຸ້ນເຊັງແບບເຮົາຄິດນຳກະເຈັບຫົວລ້າໆ

ບໍມີວັນໄດ້ຮັກກັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tock ຂຽນວ່າ...
ຂ້ອຍມັກຂຽນພາສາລາວ
ຖ້າບໍ່ຈຳເປັນຂ້ອຍຈະບໍ່ຂຽນພາສາຄາລາ ຫລຶ ໄທ

ຂ້ອຍກະມັກຂຽນແຕ່ຄວາມລາວ,ເວັ້ນແຕ່ວ່າຍາມຄິດຫາບໍ່ເຫັນຄຳນັ້ນໃນຄວາມເຂົ້າໃຈໃນເວລານັ້ນກະຕ້ອງໄດ້ ເອົາສັບສາກົນມາໃສ່ ເພື່ອເປັນການອ້າງອິງຄວາມນຶກຄິດ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ຢ່າຄິດນຳຂະເຈົ້າຫຼາຍ ໄວລຸ້ນກະເປັນແບບນັ້ນແລະ
ໄວລຸ້ນເຊັງແບບເຮົາຄິດນຳກະເຈັບຄົນລ້າໆ

ກະບໍ່ຢາກຄິດຫຍັງໄປຫຼວງຫຼາຍດອກເຈົ້າພໍ່ພັນລາວ!!
ແຕ່ມັນຈັ່ງໃດບຸໃນຫົວຄິດນີ້ ຫາກວ່າຈະເວົ້າໃຫ້ເຂົ້າກັບ ລັກສະນະ ຂອງ``ຄວາມສຸພາບແລ້ວ``
ມັນບໍ່ເຫມາະສົມ ແລະບໍ່ໃຫ້ກຽດແກ່ຄູ່ສົນທະນາ. ແລະໃນເວລາດຽວກະຫມິ່ນປະມາດພາສາແມ່ຂອງຕົນເອັງ!

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຂົາເຈົ້າຍັງບໍ່ໄດ້ອອກມາໄກຈາກບ້ານເກີດເທື່ອ ເລີຍບໍ່ຮູ້ວ່າພາສາ ແລະ ວັດທະນາທຳຂອງເຮົາມີຄຸນຄ່າ
ເໝືອນຄືກັບວ່າບໍ່ເຫັນໂລງສົບບໍ່ລັງນ້ຳຕາ ນະ
ຖ້າພວກເຂົາໄດ້ຢ້າຍມາອາໃສຢູ່ປະເທດອື່ນນານໆແລ້ວກະຄິດເອັງ

ບໍມີວັນໄດ້ຮັກກັນ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກ່າຂຽນແຕ່ພາສາລາວ
ບາດເວລາຫຼີ້ນຢູ່ ຮຮ ລະຂຽນເປັນ ໂອເກະ ອິອິ ເພາະມັນບໍ່ມີພາສາລາວ

ຮັກນ້ອງຕອນເມົາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຂ້ອຍກ່າຂຽນແຕ່ພາສາລາວ
ບາດເວລາຫຼີ້ນຢູ່ ຮຮ ລະຂຽນເປັນ ໂອເກະ ອິອິ ເພາະມັນບໍ່ມີພາສາລາວ

ໃນຮຮ ນີ້ປ່ຽນ``ຄີບອດ``ໃຫ້ເປັນລາວບໍ່ໄດ້ແມ່ນຕິ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 1000lao ຂຽນວ່າ...
ພວກເຂົາເຈົ້າຍັງບໍ່ໄດ້ອອກມາໄກຈາກບ້ານເກີດເທື່ອ ເລີຍບໍ່ຮູ້ວ່າພາສາ ແລະ ວັດທະນາທຳຂອງເຮົາມີຄຸນຄ່າ
ເໝືອນຄືກັບວ່າບໍ່ເຫັນໂລງສົບບໍ່ລັງນ້ຳຕາ ນະ
ຖ້າພວກເຂົາໄດ້ຢ້າຍມາອາໃສຢູ່ປະເທດອື່ນນານໆແລ້ວກະຄິດເອັງ

ກະບໍ່ຕິໃຜໄດ້ແຫຼະນໍ ແຕ່ວ່າຈົ່ມແບບຜູ່ເຖົ້າໃຫ້ມັນສ່ວງໃນໃຈໄປ.
ແບບກິນເຂົ້າໂຕໂສເຣື້ອງຫມູ່!!

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຂ້ອຍກ່າຂຽນແຕ່ພາສາລາວ
ບາດເວລາຫຼີ້ນຢູ່ ຮຮ ລະຂຽນເປັນ ໂອເກະ ອິອິ ເພາະມັນບໍ່ມີພາສາລາວ

ໃນຮຮ ນີ້ປ່ຽນ``ຄີບອດ``ໃຫ້ເປັນລາວບໍ່ໄດ້ແມ່ນຕິ?

ປ່ຽນໄດ້ແຕ່ ຖາມອາຈານລະຂະເຈົ້າບໍ່ໃຫ້ປ່ຽນນະ
ອີກຢ່າງໜື່ງຄີບອດ ກະເປັນ azerty ບໍ່ມີໂຕລາວສັບ ກະເລີຍວ່າ...

ຮັກນ້ອງຕອນເມົາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະບໍ່ມີ``ສຕິເກີ້``ໃສ່ ແຕ່ດຽວນີ້ຂ້ອຍຈື່ໄດ້ຫມົດແລ້ວວ່າບ່ອນໃດມີໂຕຫນັງສືລາວຢູ່ໃສ. ບໍ່ໄດ້ໃຊ້``ສະຕິກເກີ``ມາແຕ່ໃດ.
ຄວາມລື້ງເຄິຍ!!ຂ້ອຍມີພຽງ ບ່ອນປ່ຽນຈາກພາສາ ອັກສອນ``ລາຕິນ``ມາເປັນລາວ ແລ້ວກະຂຽນໄປເປັນຄວາມລາວໂລດ!

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະຄືກັນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິດທິສ່ວນບຸກຄົນ ອັນນີ້ກໍໄປເວົ້າບໍ່ໄດ້
ມັນກໍຕາມແຕ່ຄວາມສະດວກຂອງເຂົາເຈົ້າ

ທີ່ຈິງ ຂພຈ ກໍບໍ່ມັກຄືກັນ ເວລາທີ່ຄົນອື່ນຂຽນມາເປັນພາສາຄາຣາໂອເກະ
ເພາະມັນອ່ານຍາກ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ສະຖານທີ່ການສຶກສາທີ່ມີຄອມພິວເຕີ້ (ບາງບ່ອນ), ຮ້ານອິນເຕີເນັດ (ຫລາຍຮ້ານ)
ບໍ່ມີພາສາລາວໃນຕົວເລືອກ Keyboard Layout ແຕ່ຊ້ຳພັດມີ ພາສາເກົາຫລີ, ຢີ່ປຸ່ນ ງົງບໍ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຂຽນພາສາໄທບໍ່ເປັນ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົມຫຼາຍເຖົ້າໄວເດີ ລູງເທົາ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ເຮົາກະຄືກັນ

ເປັນຊຽນ``ຄີບອດ``ໄດ້ແລ້ວເຈົ້າ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ສິດທິສ່ວນບຸກຄົນ ອັນນີ້ກໍໄປເວົ້າບໍ່ໄດ້
ມັນກໍຕາມແຕ່ຄວາມສະດວກຂອງເຂົາເຈົ້າ

ທີ່ຈິງ ຂພຈ ກໍບໍ່ມັກຄືກັນ ເວລາທີ່ຄົນອື່ນຂຽນມາເປັນພາສາຄາຣາໂອເກະ
ເພາະມັນອ່ານຍາກ

ກະຍັງວ່າຫັ້ນແຫຼະ:: ``ກິນເຂົ້າໂສເຣື້ອງເພິ່ນ``
ຫາເຫົາເຂົ້າຫົວ!!
ຜົມບໍ່ຄ່ອຍມີແລ້ວ ມັນກະຕົກໄປເອັງຍາມບໍ່ມີບ່ອນຈັບບ່ອນອິງ!!

ແຕ່ວ່າຫາກຕົກລົງໄປທາງເອິກ ກະບໍມີຜົມຄືກັນ...
ຫາກລົງໄປອີກ

ຫັ້ນຕີມັນຊິຢູ່ຍາກ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ສະຖານທີ່ການສຶກສາທີ່ມີຄອມພິວເຕີ້ (ບາງບ່ອນ), ຮ້ານອິນເຕີເນັດ (ຫລາຍຮ້ານ)
ບໍ່ມີພາສາລາວໃນຕົວເລືອກ Keyboard Layout ແຕ່ຊ້ຳພັດມີ ພາສາເກົາຫລີ, ຢີ່ປຸ່ນ ງົງບໍ່

ໃນ``ຄີບອດ``ຂອງເຮົາກະບໍ່ມີ ພາສາລາວ, ບໍ່ໃຊ້``ສະຕິກເກີ້``ອັກສອນລາວນຳອີກ ພຽງແຕ່ໃຊ້ຄວາມຈຳຄວາມຈື່
ຍາມຕິດຕັ້ງ``ຟອນ``ລາວໃສ່ແລ້ວກະແລ້ວໄປ ກະຂຽນມາເທົ່າປານນີ້.
ຫາກວ່າໃນ``ຄີບອດ`ມເກົ່າຫຼີຫຼືອິ່ແປະ ຫັ້ນກະຄິດຕັ້ງ``ຟອນ`ມລາວໃສ່ໄດ້ ກະພາກັນກິນນ້ຳຊາ ກັບໂສມເກົ່າຫຼີຫຼາຍໆເພື່ອຄວາມຈຳ...

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ບໍ່, ດ່ຽວຫມາຍເຖິງ ໂປຣແກຣມພິມພາສາລາວຫັ້ນນາ ບໍ່ວ່າຈະດ້ວຍໂປຣແກຣມດັງແບບ LaoScript ຫລື ຜ່ານວິທີຕິດຕັ້ງ Keyboard Layout
(ຕາມທີ່ ໃນພາກສ່ວນຊ່ວຍເຫລືອຂອງພັນລາວມີສອນວິທີພ້ອມໂຫລດຫັ້ນນະ) ແຕ່ຄັນຄອມ PC ດັ່ງກ່າວໃຊ້ Windows Vista ຂຶ້ນໄປ ກະສາມາດປັບພາສາລາວໄດ້ທັນທີ ແຕ່ ພວກທີ່ກ່າວໄປຂ້າງເທິງບໍ່ໄດ້ຕິດຕັ້ງ ເຊິ່ງກະບໍ່ຈັກຈະວ່າລະ.

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ບໍ່, ດ່ຽວຫມາຍເຖິງ ໂປຣແກຣມພິມພາສາລາວຫັ້ນນາ ບໍ່ວ່າຈະດ້ວຍໂປຣແກຣມດັງແບບ LaoScript ຫລື ຜ່ານວິທີຕິດຕັ້ງ Keyboard Layout
(ຕາມທີ່ ໃນພາກສ່ວນຊ່ວຍເຫລືອຂອງພັນລາວມີສອນວິທີພ້ອມໂຫລດຫັ້ນນະ) ແຕ່ຄັນຄອມ PC ດັ່ງກ່າວໃຊ້ Windows Vista ຂຶ້ນໄປ ກະສາມາດປັບພາສາລາວໄດ້ທັນທີ ແຕ່ ພວກທີ່ກ່າວໄປຂ້າງເທິງບໍ່ໄດ້ຕິດຕັ້ງ ເຊິ່ງກະບໍ່ຈັກຈະວ່າລະ.

ກະຄືຫຼານວ່າຫັ້ນລະນໍ!
ຂນາດ ຫົວຂີ້ເຫຼື່ອຍຄຂລູງຍັງຂຽນໄດ້ເສີຍ!!
ຂຽນໄດ້ກ່ອນເຂົ້າມາພັນລາວ ແຕ່ເປັນຣະບົບອື່ນ!

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຈົ່ມຫຼາຍເດີອ້າຍ ຫົວຫງອກໄວເດີ....ເຂົາອາດຈະຫຼົງຄົນຍ້ອນເຂົາລົມຢູ່ກັບຫຼາຍຄົນຕິເບ໊າະ ?...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກໍ່ໃຊ້ພາສາລາວມາໂດຍຕະຫລອດ. ສ່ວນໜ້ອຍຈະຄາຣາໂອເກະ ອິອິ

There's a thin line between Life and Death, I wish for a Miracle to happen...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ຈົ່ມຫຼາຍເດີອ້າຍ ຫົວຫງອກໄວເດີ....ເຂົາອາດຈະຫຼົງຄົນຍ້ອນເຂົາລົມຢູ່ກັບຫຼາຍຄົນຕິເບ໊າະ ?...

ອາຈເປັນໄປເຊັ່ນນັ້ນ!!
ແຕ່ຄິດວ່າຫາກ ໄປອອກຄຳເຫັນກັບໃຜ ກະຕ້ອງມີສຕິວ່າຢາກເວົ້າຫຍັງລົມກັບໃຜ!
ແຕ່ກະຄືນ້ອງວ່າຫັ້ນລະໄດ້ແຕ່ຈົ່ມປານຜູ່ເຖົ້າເກົ້າສີບນີ້ນໍ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ກໍ່ໃຊ້ພາສາລາວມາໂດຍຕະຫລອດ. ສ່ວນໜ້ອຍຈະຄາຣາໂອເກະ ອິອິ

ກະເຫັນຜ່ານມາ ແຕ່ກະບໍ່ຕິເດິ!

ຄືວ່າຫັ້ນລະເວົ້າໄປຕາມລີ້ນສັ່ງ!
ອາຈແຕະຕ້ອງໃຜກະໄດ້ແຕ່ບໍ່ແມ່ນວ່າສໍ່ວ່າໃຫ້ກັນແບບເຈັບຊ້ຳຕິນໍ?

໑໑ ກະທູ້
໒໖໔ ໂພສ
ນັກການກະທູ້

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນແຕ່ພາສາລາວເດີ່

໖ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ຂ້ອຍໃຊ້ພາສາລາວຢ່າງດຽວ

໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
ຂ້ອຍຂຽນແຕ່ພາສາລາວ ເພາະຂ້ອຍໄດ້ແຕ່ພາສາລາວຫັ້ນນະ

ໜ້າທີ່ 1 ຈາກທັງໝົດ 11 ໜ້າ <<<123 ... 7891011>>>