ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການຂຽນດ້ວຍພາສານັ້ນ,ພາສານີ້ໃນພັນລາວ

ໜ້າທີ່ 3 ຈາກທັງໝົດ 11 ໜ້າ <<<12345 ... 7891011>>>

໑໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ເປັນການສັງເກດທີ່ເປັນແບບສ່ວນຕົວຫຼາຍກວ່າ, ອາຈບໍ່ມີຄວາມຫມາຍຫຍັງດອກ.
ເຫັນຫຼາຍໆຄົນທີ່ໃຊ້ອັກສອນມາໃຫ້ ຄຳເຫັນ ບາງຄັ້ງກະເປັນຄຳລາວ, ຢູ່ບໍ່ຢູ່ກະປ່ຽນໄປ ເປັນ ພາສາຕ່າງປະເທດ..
ອາຈເປັນ ພາສາ ``ຄາຣະໂອເກະ``, ພາສາໄທ(ພໍອ່ານໄດ້!).
ມັນກະເປັນສິດທິຂອງໃຜມັນ.

ແຕ່ທີ່ແປກໃຈນັ້ນກະຄື ບໍ່ເຂົ້າໃຈຈຸດປະສົງຂອງຜູ່ກ່ຽວທີ່ຢູ່ບໍ່ຢູ່ກະປ່ຽນແບບຂຽນໄປແບບນັ້ນ!
ບາງຄັ້ງພາໃຫ້ງົງ ແລະພາໃຫ້ຫມົດສັດທາໄປກະມີ ໃນການຕອບໂຕ້ຫຼືຕໍ່ການສົນທະນາໄປ..
ເພາະຖືເອົາວ່າຜູ່ກ່ຽວຢາກສແດງວ່າໂຕເກັ່ງ,ວ່າຂຽນໄດ້ຫຼາຍພາສາ?!?
ກະບໍ່ແມ່ນ!
ແຕ່ມັນເຂິນໆວາດຫນຶ່ງ.
ອາຈຢຸດການສົນທະນານັ້ນ.
ແຕ່ມາຄິດອີກວ່າຫຼືເຂົາມີບັນຫາໃນການຂີດຂຽນ?
ຫຼືເຂົາມີຫຍັງຂັດຂ້ອງທາງຄອມຂອງເຂົາ?
ແຕ່ຄົງບໍ່ແມ່ນຈັ່ງຊັ້ນຕິ!
ອາຈເປັນໃຜຈາກຝັ່ງນັ້ນ?
ອາຈເປັນໃຜທີ່ຮຽນຈົບມາແຕ່ຝັ່ງນັ້ນ?

ມື້ນີ້ມີໃຜມາໃຫ້ຄຳເຫັນວ່າ:``ເວົ້າລາວ ແປເປັນລາວແນ່`` ແຕ່ຂຽນມາເປັນພາສາໄທ.
ສຳຫຼັບໃນບົດຂຽນຂອງຂ້ອຍຫາກວ່າໃຊ້ຄຳໃດທີ່ບໍ່ແມ່ນຄຳລາວຂ້ອຍອາຈຂຽນໃນວົງເລັບ ຫຼືໃສ່ສີຕ່າງ.
ບໍ່ຮູ້ວ່າຄຳໃດທີ່ຂຽນລົງໄປບໍ່ແມ່ນຄຳລາວ.

ກະດີໃຈນຳທີ່ຫຼາຍຄົນສາມາດຂຽນທັງພາສາລາວແລະພາສາໄທໄດ້.
ຫາກເປັນໄປໄດ້ ຫາກແມ່ນຄົນລາວເຂົ້າມາຫາຂ້ອຍ,ຂໍນຳ, ຂຽນຄວາມລາວນຳຂ້ອຍດີກວ່າ.
ຂ້ອຍມານີ້ ຢາກທົບທວນຄວາມລາວແລະຊອກຫາຄຳເວົ້າຄຳຈາທີ່ມັນໄດ້ສູນເສັຍໄປຈາກຄວາມຈື່ຈຳ....

ຂໍນຳ!!
ຂໍນຳຫຼາຍໆ!

ມັນຜິດຕັ້ງແຕ່ຕັ້ງຊື່ໂປຣໄຟລ໌ເປ້ນຕົວອັກສອນອັງກິດແລ້ວ. ຄັນຊິເວົ້າກັນແທ້ໆ ເປ້ນຫຍັງຄືບໍ່ໃຊ້ຕົວອັກສອນລາວ ຄືໃຊ້ຕົວອັກສອນອັງກິດ?

Anti-Old Lao Language Organization (AOLLO)
ອົງການລົບລ້າງການນຳໃຊ້ພາສາລາວຮູບແບບເກົ່າ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວຢ່າງດຽວ ບໍ່ວ່າຊິຂຽນພິມຢູ່ໃສ ( ຮ໊ອດແມວ,ຈີ່ແມວ,ສະໄກ້......ອື່ນໆ)

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Laosgirl ຂຽນວ່າ...
Laos can't disappear . pls believe in new generation.

ຈະຢຶດຖຶເອົາຄຳເວົ້າຂອງເຈົ້າໄວ້ ເດິ,
ແຕ່ຂ້ອຍອາຈບໍ່ມີເວລາຫຼາຍປານນັ້ນ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ DekLP ຂຽນວ່າ...
ຄັນຂຽນເປັນພາສາຄາລາໂອເກະ ຂຽນຖືກບໍ່ວ່າກັນ ອັນພວກຂຽນບໍ່ເປັນເອົາແຕ່ຄວາມເຂົ້າໃຈຕົນເອງຊິຂຽນມາໃຫ້ໝູ່ອ່ານນີ້ຂ້ອຍກ່າບໍ່ມັກຄືກັນ ເພາະບໍ່ຮູ້ວ່າມັນປ່ວງຫຍັງ. ຕໍ່ກັບພາສາໄທຄືກັນຂຽນຖືກໝົດຫຼັກໄວຍາກອນຂອງພາສາໄທກ່າພໍຍອມຮັບໄດ້ ແຕ່ຊິເອົາພາສາໄທມາຂຽນເປັນທຳນອງລາວນີ້ຂ້າພະເຈົ້າກ່າຮູ້ສຶກອາຍແທນຄືກັນ ແລະ ກ່າບໍ່ມັກອີກດ້ວຍ

ກະແນວວ່າບໍ່ມີຫຼັກການແລະເອົາສຽງແລ້ວແຕ່ໂຕເອັງ ໃນຮູບແບບ ກຣາຣໂອເກະ!
ແຕ່ສຳຫຼັບພາສາໄທນັ້ນຂ້ອຍບໍ່ມີພູມຄວາມຮູ້ພຽງພໍ, ບໍ່ກ້າຈະວ່າຈະຕິໃຜ.
ໃຈຈິງແທ້ຢາກອ່ານຄວາມລາວທີ່ຄ່ອງແລະງາມ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ຂ້ອຍກະເປັນຄົນນື່ງ ທີ່ຂຽນ ລາວ ແດ່ ໄທຍ ແດ່ ບາງ ທີກະໂອເກະ ສາເຫດ ແມ່ນ ຍ້ອນຂ້ອຍປ່ຽນຟ້ອນ ຫັນນະ ຖືກ ຟ້ອນໃດ ກະຂຽນໄປໂລດ ຂ້ອຍ ບໍ່ໄດ້ຮຽນໄທຍ ແຕ່ ວ່າ ມີ ພື້ນ ຖານມາຈາກການ ຂຽນ ຂໍ້ຄວາມໃນມືຖື....ຂຽນໄທຍກະຄວາມຫມາຍ ລາວ ສຳລັບໂອເກະ ແມ່ນ ນ້ອຍທີ່ສຸດທີ່ຈະຂຽນເພາະມັນສັບສົນຫລາຍ.ຂ້ອຍຄິດວ່າ ບັນດາ ສະມາຊິກທີ່ທ່ານ ໄປເຫັນເຂົາຂຽນ ພາສານັ້ນນີ້ ອາດແມ່ນສະພາບດຽວກັນກັບຂ້ອຍນິລະ
ຢາກໄຫ້ທ່ານເຂົ້າໃຈ

ດີໃຈທີ່ເຈົ້າເຂົ້າມາຮ່ວມໃນກະທູ້ທີ່ຂ້ອຍຂຽນມາ, ແຕ່ກະຮູ້ໄວ້ຈັ່ງຊີ້ສາ ວ່າ ຂ້ອຍບໍ່ໄດ້ໂຈມຕີເຈົ້າເພາະເຈົ້າຂຽນມາຫາເປັນພາສາອື່ນ ແຕ່ ພາໃຫ້ຂ້ອຍຢາກມີແນວໃດຂຸ່ນໆໃນໃຈ...ແຕ່ກະບໍ່ເຖິງກັບວ່າຊິເວົ້າວ່າຄວາມໂກດແຄ້ນຊິງຊັງແຕ່ຢ່າງໃດ..
ມັນເປັນແນວຄິດທີ່ພາໃຫ້ຂ້ອຍຢາກເວົ້າອອກມາໃຫ້ຫຼາຍໆຄົນມາຮິ່ນຕອງນຳກັນວ່າເພາະຫຍັງແລະກະຍ້ອນຫຍັງ...ກະຄືເຈົ້າວ່າ ມັນເປັນໄປດັ່ງນີ້, ຈັ່ງຊັ້ນ..
ບໍ່ແມ່ນເພາະຄວາມຢາກອວດວ່າຂຽນເປັນຫຼາຍພາສາ.
ຂ້ອຍເອັງກະຢາກຂຽນເປັນຈົນວ່າມີຜູ່ອາສາຈະບອກຈະສອນແຕ່ຂ້ອຍກະສົນໃຈ ພຽງແຕ່ວ່າຫາກຂຽນໄປມັນຜິດຫຼັກການການສກົດເປັນຕົ້າຂອງພາສາໄທຫັ້ນຂ້ອຍກະຊິມີແຕ່ຄວາມລະອາຍໃຈໂຕເອງັໄປ...ອ່ານໄດ້,ເວົ້າກະໄດ້ແຕ່ໃຫ້ຂຽນແລ້ວ ຫາກມີໃຜມາຈ້າງກະຢ້ານຊິບໍ່ເອົາຮອດເງິນ...ເພາະມັນບໍ່ເຂົ້າກັບຄະຕິ..
ຫາກໃຜຂຽນໄດ້ກະດີ໋.
ຫາກວ່າຂ້ອຍເວົ້າຫຍັງໄປແຕະຕ້ອງເຈົ້າກະຕ້ອງຂໍໂທດນຳ.

ດີໃຈທີ່ທ່ານເຂົ້າໃຈ ອີກປັດໃຈ1 ກະສາເຫດທີ່ຕ້ອງຂຽນພາສາເຂົາຄື ວ່າ ຄີບອດທີ່ຂ້ອຍໃຊ້ຫັນນະມັນເປັນພາສາເຂົາ ເພາະເຮັດວຽກຢູ່ໂຄງການ ອັນພາສາລາວກະເຄີຍພິມແຕ່ວ່າບໍ່ຈື່ໃຊ້ວິທີເດົາເອົາ ມັນລະຊ້າບໍ່ທັນໃຈ ກະເລີຍຕ້ອງໃດ້ພິມ ອັນວ່າເວົ້າພາສາເຂົາຫັ້ນ ຂ້ອຍຍອມຮັວວ່າເວົ້າເພາະມັນຄືການສື່ສານ ແຕ່ວ່າຂ້ອຍໃຊ້ພາສາເຂົາ 10% ພາສາວລາວ 90% ອັນນີ້ເລື່ອງແທ້ ເພາະຂ້ອຍລະອາຍເຫັນ ຄົນລາວເຮົານຳກັນເວົ້າຂ້ອຍຍັງອາຍຟັງ ສ່ວນຫລາຍພວກຄົນທີ່ມີທ້ອງຖິ່ນຢູ່ນີ້ ຂ້ອຍຄົນນະຄອນຫຼວງ ມີຫລາຍເທື່ອທີ່ຄົນລາວເຮົານຳກັນມາຖາມວ່າເປັນຫຍັງບໍ່ລົມເຂົາພາສາເຂົາຂ້ອຍວ່າຂ້ອຍ ອາຍ ເຂົາພັດຫົວຂັວນຂ້ອຍ.....ບໍ່ເປັນຫັຍງ ແຕ່ວ່າບັນດາຄົນໄທຍທີ່ມາເຮັດວຽກຢູ່ລາວພັດພະຍາຍາມເວົ້າພາສາລາວ......ອີ່ຫຼີ ເດີ້ ທ່ານ ເອີຍ.......ວ່າຈະບໍ່ບອກ ເພື່ອໄຫ້ຫາຍຂ້ອງໃຈ ບອກທ່ານກະໄດ້ ໂຄງການ ນ້ຳງື່ມ2

ທັງຫມົດກະເຂົ້າໃຈຈຸດມຸ່ງຫມາຍທັງເຫດຜົນໃນການຂຽນນັ້ນດີ, ແຕ່ ຢາກຮຽນຮ້ອງຫຼາຍກວ່າວ່າຢາກອ່ານຄວາມລາວ, ຄຳລາວທີ່ສວຍງາມແລະຜຸດຜ່ອງເພື່ອອານາຄົດຂອງພາສາແມ່ຂອງຂ້ອຍ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ fheen ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ alicks ຂຽນວ່າ...

!!

ມາຄິດອີກແແບບຫນຶ່ງກະປານວ່າໂຕນີ້ ເປັນຕຳຣວດກວດພາສາໄປແລ້ວນໍ!!
ເປັນການເຊັນເຊີ້ໄປໃນຕົວ!
ບໍ່ຄິດ ຫຼືມີຈຸດປະສົງຈັ່ງຊັ້ນ!

ດີແລ້ວທີຕັ້ງກະທູ້ນີ້ຂື້ນ,,, ຖ້າບໍ່ມີການເວົ້າກັນແນ໋, ບໍ່ກວດກາກັນແນ໋! ກໍ່ຈະບໍ່ມີຄວາມເປັນລະບຽບ
ລາງຄົນອາດຈະຕັ້ງໃຈຂຽນເປັນພາສາຊອດກະຈາ....
ລາງຄົນອາດຂຽນເພາະຄວາມຊີນເຄຍ...ມີການຕຳນິ ບອກກັນແດ່ ຄັ້ງໜ້າກະອາດຈະມີການປ່ຽນແປງໄດ້

ຂອບໃຈທີ່ຟລິນ ``ຄິດມັນ``ກະມາຮ່ວມອອກຄຳເຫັນນຳ!
ພາສາຊອດກະຈາ? ແປວ່າຈັ່ງໃດ(ຄົງເປັນການເວົ້າຈາແນວໃຫມ່!).
ການທີ່ໄດ້ມາຂຽນພາສາລາວແບບໄຮ້ຂອບເຂດຈັ່ງຊີ້ຂ້ອຍແສນດີໃຈ, ທີ່ໄດ້ອ່ານການຂີດຂຽນທີ່ມີລິລາ,ການຂີດຂຽນທີ່ມີສິລແຝງຢູ່ຂອງຫຼາຍໆຄົນທັງໃນບົດຂຽນທຳມະດາ, ທັງໃນບົດກອນ, ກາບຕ່າງໆ..
ເປັນສິ່ງດຽວທີ່ໂນ້ມໃຈໃຫ້ຂ້ອຍເຂົ້າມາພັນລາວ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ fheen ຂຽນວ່າ...
ພວກເຮົາເປັນຄົນລາວ ພາກັນສົ່ງເສີມ, ຊົມໃຊ້ພາສາລາວນິແຫຼະ...ແຕ່ຢ່າໃຊ້ຢ່າງຈຳກັດຫຼາຍ ເພາະຈະເຮັດໃຫ້ພາສາບໍ່ມີພັດທະນາການ.

ແມ່ນຄວາມ..
ພາສານັ້ນບໍ່ໄດ້ຈຳກັດໃນການຂຽນແບບລາວໆຫຼືແບບໃດອື່ນແຕ່ຢ່າງໃດ.
ຢາກເຫັນຄວາມລາວທີ່ສູນເສັຍໄປໃນຍຸກສໄຫມ, ເພາະເຫດຜົນທີ່ຈຳເປັນ..
ເພາະການຫຼົງລືມ, ເພາະຄວາມຫຼ້າຫຼັງ...
ແຕ່ຂ້ອບເກັບກຳເອົາທຸກຄຳທີ່ຂ້ອຍເຫັນ, ທີ່ຂ້ອຍບໍ່ເຄີຍໄດ້ໃຊ້,ທີ່ຂ້ອຍຫາກໍໄດ້ອ່ານ, ໄດ້ງິນ..
ມັນເປັນເຫມືອນບໍ່ນ້ຳທາງພາສາລາວໃຫ້ແກ່ຂ້ອຍໃນພັນລາວນີ້..
ແຕ່ຫາກວ່າເຮົາຈະເຫນພຽງຄວາມໃຫມ່,ຄວາມສີວິໄລຢ່າງດຽວພາສາຂອງເຮົາອາຈສູນໄປໄດ້,
ແລະທີ່ຫນ້າວິຕົກແທ້ຄືພາສາລາວໃໄຫມໃຫມ່ນີ້ ຫຼາຍຄຳບໍ່ມີກົກເຄົ້າ...ນັ້ນຄືໄພອັນໃຫຍ່ຫຼວງ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ຈັ່ງໃດພວກເຮົາທຸກຄົນກໍ່ຊ່ວຍກັນປະຊາສຳພັນໃຫ້ໃຊ້ພາສາລາວ ແລະ ຄວນໃຊ້ໃຫ້ຖືກຕ້ອງກັບຫຼັກໄວຍາກອນຈຶ່ງຈະເປັນການດີຢ່າງຍິ່ງ

ແມ່ນແທ້,

ສນັບສນຸນ.
ຍັງບໍ່ໄດ້ໄປອ່ານຕໍ່ບົດກອນທີ່ເອົາມາລົງຂອງເຈົ້າ,ຕ້ອງຂໍຕິດຫນີ້ກ່ອນເພາະຕອນນີ້ຍັງມີແຂກ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ davanh ຂຽນວ່າ...
ພາສາລາວ ອຸດົມບູນ ເນືອໃນກວາງຂວາງ

ຂໍຈ່ອງຈັກບ່ອນແນ່ເດິ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ເວົ້າກະເວົ້າຂ້ອຍລະຄົນຮຸ່ນດຶກດຳບັນ ອ່ານພາສາຄາລາໂອະເກະຍາມໃດລະເຈັບເສັ້ນ ອ່ານບໍ່ຄ່ອຍຈະຮູ້ເລື່ອງ(ບາງເທື່ອກະແປພ້ຽນໄປເລີຍ 555)
ແລະເກືອບວ່າຄຳເຫັນໃດເປັນຄາລາໂອເກະ ກັບອັງກິດນີ້ ບໍ່ອ່ານເລີຍ ເພາະອ່ານບໍ່ໄດ້ ແລະ ບໍ່ເຂົ້າໃຈ

ພາສາຄາຣາໂອເກະນີ້ ອ່ານຍາກແທ້, ເພາະຕ້ອງໄດເດົາເອົາວ່າຜູ່ຂຽນຢາກວ່າຫຍັງສູ່ຟັງ..ຕ້ອງໃຊ້ເາລາ...
ພາໃຫ້ຫງຸດຫງິດ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ເປັນການສັງເກດທີ່ເປັນແບບສ່ວນຕົວຫຼາຍກວ່າ, ອາຈບໍ່ມີຄວາມຫມາຍຫຍັງດອກ.
ເຫັນຫຼາຍໆຄົນທີ່ໃຊ້ອັກສອນມາໃຫ້ ຄຳເຫັນ ບາງຄັ້ງກະເປັນຄຳລາວ, ຢູ່ບໍ່ຢູ່ກະປ່ຽນໄປ ເປັນ ພາສາຕ່າງປະເທດ..
ອາຈເປັນ ພາສາ ``ຄາຣະໂອເກະ``, ພາສາໄທ(ພໍອ່ານໄດ້!).
ມັນກະເປັນສິດທິຂອງໃຜມັນ.

ແຕ່ທີ່ແປກໃຈນັ້ນກະຄື ບໍ່ເຂົ້າໃຈຈຸດປະສົງຂອງຜູ່ກ່ຽວທີ່ຢູ່ບໍ່ຢູ່ກະປ່ຽນແບບຂຽນໄປແບບນັ້ນ!
ບາງຄັ້ງພາໃຫ້ງົງ ແລະພາໃຫ້ຫມົດສັດທາໄປກະມີ ໃນການຕອບໂຕ້ຫຼືຕໍ່ການສົນທະນາໄປ..
ເພາະຖືເອົາວ່າຜູ່ກ່ຽວຢາກສແດງວ່າໂຕເກັ່ງ,ວ່າຂຽນໄດ້ຫຼາຍພາສາ?!?
ກະບໍ່ແມ່ນ!
ແຕ່ມັນເຂິນໆວາດຫນຶ່ງ.
ອາຈຢຸດການສົນທະນານັ້ນ.
ແຕ່ມາຄິດອີກວ່າຫຼືເຂົາມີບັນຫາໃນການຂີດຂຽນ?
ຫຼືເຂົາມີຫຍັງຂັດຂ້ອງທາງຄອມຂອງເຂົາ?
ແຕ່ຄົງບໍ່ແມ່ນຈັ່ງຊັ້ນຕິ!
ອາຈເປັນໃຜຈາກຝັ່ງນັ້ນ?
ອາຈເປັນໃຜທີ່ຮຽນຈົບມາແຕ່ຝັ່ງນັ້ນ?

ມື້ນີ້ມີໃຜມາໃຫ້ຄຳເຫັນວ່າ:``ເວົ້າລາວ ແປເປັນລາວແນ່`` ແຕ່ຂຽນມາເປັນພາສາໄທ.
ສຳຫຼັບໃນບົດຂຽນຂອງຂ້ອຍຫາກວ່າໃຊ້ຄຳໃດທີ່ບໍ່ແມ່ນຄຳລາວຂ້ອຍອາຈຂຽນໃນວົງເລັບ ຫຼືໃສ່ສີຕ່າງ.
ບໍ່ຮູ້ວ່າຄຳໃດທີ່ຂຽນລົງໄປບໍ່ແມ່ນຄຳລາວ.

ກະດີໃຈນຳທີ່ຫຼາຍຄົນສາມາດຂຽນທັງພາສາລາວແລະພາສາໄທໄດ້.
ຫາກເປັນໄປໄດ້ ຫາກແມ່ນຄົນລາວເຂົ້າມາຫາຂ້ອຍ,ຂໍນຳ, ຂຽນຄວາມລາວນຳຂ້ອຍດີກວ່າ.
ຂ້ອຍມານີ້ ຢາກທົບທວນຄວາມລາວແລະຊອກຫາຄຳເວົ້າຄຳຈາທີ່ມັນໄດ້ສູນເສັຍໄປຈາກຄວາມຈື່ຈຳ....

ຂໍນຳ!!
ຂໍນຳຫຼາຍໆ!

ມັນຜິດຕັ້ງແຕ່ຕັ້ງຊື່ໂປຣໄຟລ໌ເປ້ນຕົວອັກສອນອັງກິດແລ້ວ. ຄັນຊິເວົ້າກັນແທ້ໆ ເປ້ນຫຍັງຄືບໍ່ໃຊ້ຕົວອັກສອນລາວ ຄືໃຊ້ຕົວອັກສອນອັງກິດ?

ຫາກເວົ້າເຖິງໂປຣຟາຍຂອງຂ້ອຍເບາະ?
ມີພາສາອັງກິດທີ່ເປັນເນື້ອເພັງຂອງເລນນອນ, ບອບ ດີແລນ, ຂອງໂປນ ແມກຄາດນິ ແລະ ຂອງ ເດິ ເບຣດມ ທີ່ຂ້ອຍບໍ່ຄິດທີ່ຢາກຈະແປໃຫ້ເປັນລາວເພາະບໍ່ເກັ່ງປານໃດໃນທາງນີ້..ແລະຣັກສາເຄົ້າເດິມຂອງເຂົາເຈົ້າເອົາໄວ້..ຜູ່ທີ່ອ່ານຫຼືເຂົ້າໃຈພາສາອັງກິດກະບໍ່ຕ້ອງມີຄວາມຫງຸດຫງິດທີ່ແປອອກມາປານໄກ່ເຄັ່ຍທາງພາສາ...

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ພາສາລາວຢ່າງດຽວ ບໍ່ວ່າຊິຂຽນພິມຢູ່ໃສ ( ຮ໊ອດແມວ,ຈີ່ແມວ,ສະໄກ້......ອື່ນໆ)

ກະເຫັນມາແລ້ວ ຫຼານແບ້ງ!!
ແຕ່ຫຼັງໆມານີ້ ສັງວ່າບໍ່ສູ້ເຫັນ``ພວກຫຼານ`` ເລີຍ.
ຫຼືວ່າຍາມນີ້ ເປັນຍາມກະແຕຕ້ອງໄປເກັບຫມາກໄມ້ເພີ້ມ...??

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ເວົ້າກະເວົ້າຂ້ອຍລະຄົນຮຸ່ນດຶກດຳບັນ ອ່ານພາສາຄາລາໂອະເກະຍາມໃດລະເຈັບເສັ້ນ ອ່ານບໍ່ຄ່ອຍຈະຮູ້ເລື່ອງ(ບາງເທື່ອກະແປພ້ຽນໄປເລີຍ 555)
ແລະເກືອບວ່າຄຳເຫັນໃດເປັນຄາລາໂອເກະ ກັບອັງກິດນີ້ ບໍ່ອ່ານເລີຍ ເພາະອ່ານບໍ່ໄດ້ ແລະ ບໍ່ເຂົ້າໃຈ

ພາສາຄາຣາໂອເກະນີ້ ອ່ານຍາກແທ້, ເພາະຕ້ອງໄດເດົາເອົາວ່າຜູ່ຂຽນຢາກວ່າຫຍັງສູ່ຟັງ..ຕ້ອງໃຊ້ເາລາ...
ພາໃຫ້ຫງຸດຫງິດ...

ບາງຄັ້ງເພິ່ນຂຽນລະເພິ່ນກະເຂົ້າໃຈເພິ່ນຄົນດຽວ
ບາດເຮົາລະເຈັບຫົວ ຈັກແມ່ນວ່າເວົ້າຫຍັງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...

ແຕ່ກະພະຍາຍາມອ່ານ ແລະຊອກຫາຄວາມເຂົ້າໃຈ ແຕ່ ບໍ່ເຖິງຂັ້ນເຂດ ຮ້ອຍເປິເຊັນວ່າເຂົ້າໃຈດີແທ້!!

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອາຈເປັນໃຜທີ່ຮຽນຈົບມາແຕ່ຝັ່ງນັ້ນ?

ມື້ນີ້ມີໃຜມາໃຫ້ຄຳເຫັນວ່າ:``ເວົ້າລາວ ແປເປັນລາວແນ່`` ແຕ່ຂຽນມາເປັນພາສາໄທ.
ສຳຫຼັບໃນບົດຂຽນຂອງຂ້ອຍຫາກວ່າໃຊ້ຄຳໃດທີ່ບໍ່ແມ່ນຄຳລາວຂ້ອຍອາຈຂຽນໃນວົງເລັບ ຫຼືໃສ່ສີຕ່າງ.
ບໍ່ຮູ້ວ່າຄຳໃດທີ່ຂຽນລົງໄປບໍ່ແມ່ນຄຳລາວ.
![/color]

ອາຈ ນີ້ແມ່ນສະກົດແບບນີ້ຫວາ ໂຕ ດ ກັບ ໂຕ ຈ ຄຶໄກກັນຢູ່ນະ

ລອງພິຈາລະນາແດ່ເດີ

ຜິດພາດຂໍອະໄພ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MillionairMIND ຂຽນວ່າ...

ແຕ່ກີ້ ຂຽນແບບນີ້ ອາຈ ທີ່ມີຄວາມຫມາຍ ແທນອາດຈະ ດັ່ງປັດຈຸບັນ...
ແຕ່ວ່າຍາມຂຽນອາຈແບບຂ້ອຍຂຽນຫັ້ນມັນເປັນຫຼັກການເກົ່າ..
ແຕ່ພັດຍາມໄປເບິ່ງການຂຽນ ສີລະປິນ ທີ່ພາກັນຂຽນດຽວນີ້ ຂ້ອຍຈະ ອ່ານ ວ່າ ສີ-ລະ-ປີນ ; ບໍ່ອ່ານເປັນສິນລະປິນຄືກັບການອ່ານໃນປັດຈຸບັນ..
ເພາະຖືວ່າໂຕສ ກັບສະຣະອີ ເປັນສີ ໂຕລ ກັບສະຣະອະ ເປັນລະ ...ຈະອ່ານໃຫ້ເປັນ ສິນລະປິນ ບໍ່ໄດ້ ຫຼືຫາກວ່າຂຽນ ສິລປິນ ຍາມນັ້ນຈຶ່ງສາມາອອ່ານອອກສຽງສິນລະປິນ. ແບບນີ້ ຫັ້ນຫນາ.
ມັນກະແບບດຽວກັບ ອາຈ ທີ່ເຮົາອ່ານອອກສຽງຈະໄປນຳໄດ້!!ແຕ່ບໍ່ໃສ່ໂຕ ດ ເຂົ້ານຳ.

ຂພຈ ຄິດວ່າ
ສີລະປິນ ພາສາຂຽນ
ສິນລະປິນ ພາສາເວົ້າ

ສ່ວນ ອາດ ແລະ ອາຈ ເຂົ້າໃຈວ່າມັນເປັນຄວາມລຶ້ງເຄີຍຂອງແຕ່ລະຍຸກ

ຂພຈ ຄິດວ່າ ຍຸກໃຫມ່ແລ້ວ ຄວນໃຊ້ ອາດ ເພາະດຽວເດັກນ້ອຍລຸ້ນໃຫມ່ ຊິສັບສົນກັບ ພາສາອື່ນ

ຫລືທ່ານຄິດວ່າແນວໃດ

ຜິດພາດຂໍອະໄພ,

ເປັນຫຼັກການໃຫມ່ ຄົງເປັນແບບນັ້ນ!
ແຕ່ ມາພິຈາຣະນາເບິ່ງວ່າ ໃນການແຕ່ງ ກອນ , ເພັງຕ່າງໆ ທີ່ສາມາດໃຊ້ເພື່ອຫຍໍ້ຄຳເວົ້າກະໄດ້
ແລະເປັນວິທິທີ່ເຄີຍໃຊ້ມາແຕ່ຄາວຮຽນທັງປະຖົມ, ມັທຍົມ..
ຈົນຮອດຍາມຫນີໄປ..
ຈະສັບສົນກັບພາສາໃດ?
ແລ້ວເມື່ອມາເວົ້າເຖິງຄຳວ່າຢ້ານເດັກນ້ອຍເວົ້າຜິດ,ຂຽນຜິດ!!!ສັງວ່າຊັ້ນ?
ເດັກນ້ອຍເຄີຍມີຄວາມສຳຄັນ ບໍ່ຍາມປ່ຽນແປງຄຳເວົ້າຄຳຈາຜ່ານມາ?
ເຄີຍຄິດເຫັນຄວາມສຳຄັນຂອງຫຼັກເຫງົ້າຂອງພາສາບໍ່ທີ່ປ່ຽນໄປແບບນີ້?
ຫາກວ່າຄິດເຫັນອະນາຄົດແທ້ໆຄວນສ້າງຫຼັກການການຂຽນໃຫ້ສອດຄ່ອງກັບຫຼັກເຫງົ້າເຄົ້າໂຄງທີ່ມີມາບໍ່ດີກວ່າບໍ່ຊັ້ນ?
ອັນນີ້ກະເປັນແບບຫນຶ່ງຂອງຄວາມນຶກຄິດທີ່ເກິດມີໃນສຫມອງ ທີ່ຕ້ອງໄດ້ຖາມ.
ຄັນຊັ້ນກົກເຫງົ້າຂອງຄຳວ່າ ລັດຖະບານ ມີມາແຕ່ໃສ?
ເວົ້າໄປ ຢ່າຫາວ່າຊັ້ນຊີ້ ຢາກຮູ້ແທ້ໆ!

ຫາກຫຼັກການການຂີດຂຽນໃຫມ່ເປັນໄປຈັ່ງຊັ້ນ ກະບໍ່ຮູ້ຊິວ່າແນວໃດຕໍ່,
ແຕ່ການຂຽນແບບວ່າອາຈນີ້ ໃຊ້ມາແຕ່ໃດ໋ແຕ່ໃດ.. ອາຈເປັນນິສັຍຄືເຈົ້າວ່າ!!
ແຕ່ມັນກະເປັນຫຼັກການທີ່ມີມາ!
ສ່ວນສີລະປະ, ສີລະປິນ ນີ້ ບໍ່ຢາກວ່ານຳປານໃດ!
ເຈົ້າອ່ານຈັ່ງໃດຊັ້ນ? ສີລະປະ? ສີລະປິນ?
ຫາກຈະທຽບໃສ່ ເພື່ອຄວາມງ່າຍສຳຫຼັບຜູ່ທີ່ຈະແປ ພາສາລາວ,ຫຼືຮຽນຮຼ້ພາສາລາວຢ່າງເລິກເຊິ່ງແລ້ວ ຍາມເຂົາຫາກຖາມຫາທີ່ມາຂອງພາສາ ບາງຄຳ ໂຕຢ່າງລັດຖະບານຈັ່ງຊີ້ ຈະຫາເຄົ້າໄດ້ຢູ່ໃສ?

ການຂຽນອະເມລິກາ (ແບບຂຽນຄືເຈົ້າວ່າ) ບາດອ່ານເດ ອອກສຽງລິກາບໍ່ຫຼຶ ຣິກາ?

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...

ແລ້ວເກີ້ ຂຽນ ຊື່ປະເທດ ຝຣັ່ງເສດແບບໃດ?
ຝາລັ່ງເສດ? ຫຼື ຝຣັ່ງເສດ?

ແລ້ວອ່ານ ເປັນ:France!

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ກະທູ້ນີ້ຖືກໃຈ ຂພຈ ເລຍ
ຂພຈ ຢາກເຫັນຄົນລາວໃຊ້ພາສາລາວຫລາຍຂື້ນ, ສົ່ງເສີມພາສາລາວ
ແລະທີ່ສຳຄັນ ຈຳເປັນຫຍັງຕ້ອງຂຽນເປັນໂອເກະ ທັ້ງໆທີ່ພາສາໄທຍກໍເກີບວ່າໃຊເເທນກັນໄດ້
ນີ້ກໍບອເເມ່ນສົ່ງເສີມໃຫ້ຄົນລາວໃຊພາສາອື່ນ
ແຕ່ການໃຊ້ພາສາໂອເກະນີ່ມີຫລາຍຄົນທີ່ອ່ານເເລ້ວເຮັດໃຫ້ເຂົ້າໃຈຜິດບາງທີ່ກໍງົງນີ້ຫວ່າພາສາຂອງໄວ

啤酒...:

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...

ແລ້ວເກີ້ ຂຽນ ຊື່ປະເທດ ຝຣັ່ງເສດແບບໃດ?
ຝາລັ່ງເສດ? ຫຼື ຝຣັ່ງເສດ?

ແລ້ວອ່ານ ເປັນ:France!ຂຽວ່າ ຝຣັ່ງເສດ ບໍ່ຖືກເບາະນິ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໑໘໔ ໂພສ
ນັກການກະທູ້
koi pim pasa lao bor koi keng na
suan lai ka pim tae oke kup pasa jin na ieieie

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...

ແລ້ວເກີ້ ຂຽນ ຊື່ປະເທດ ຝຣັ່ງເສດແບບໃດ?
ຝາລັ່ງເສດ? ຫຼື ຝຣັ່ງເສດ?

ແລ້ວອ່ານ ເປັນ:France!ຂຽວ່າ ຝຣັ່ງເສດ ບໍ່ຖືກເບາະນິ

ແຕ່ວ່າຕາມຫຼັກການໃຫມ່ຫັ້ນອາຈຂຽນວ່າ ຝລັ່ງເສດ ແລະກະບໍ່ມີໃຜ ອ່ານເປັນ ຝຣັ່ງເສດຄືເຈົ້າແລະຂ້ອຍອ່ານແລະຂຽນຫັ້ນຕິ!
ເພາກຕາມຫຼັກການໃຫມ່ມັນບໍ່ທັນກັບໄປໃຊ້ ໂຕ ຣ ນີ້ເດ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BeerYakuza ຂຽນວ່າ...
ກະທູ້ນີ້ຖືກໃຈ ຂພຈ ເລຍ
ຂພຈ ຢາກເຫັນຄົນລາວໃຊ້ພາສາລາວຫລາຍຂື້ນ, ສົ່ງເສີມພາສາລາວ
ແລະທີ່ສຳຄັນ ຈຳເປັນຫຍັງຕ້ອງຂຽນເປັນໂອເກະ ທັ້ງໆທີ່ພາສາໄທຍກໍເກີບວ່າໃຊເເທນກັນໄດ້
ນີ້ກໍບອເເມ່ນສົ່ງເສີມໃຫ້ຄົນລາວໃຊພາສາອື່ນ
ແຕ່ການໃຊ້ພາສາໂອເກະນີ່ມີຫລາຍຄົນທີ່ອ່ານເເລ້ວເຮັດໃຫ້ເຂົ້າໃຈຜິດບາງທີ່ກໍງົງນີ້ຫວ່າພາສາຂອງໄວ

ກະແມ່ນຄວາມເຈົ້າ, ໂດຍສະເພາະຂ້ອຍແລ້ວມີຄວາມຫຍູ້ງຍາກໃນການອ່ານ, ຫາກວ່າເຮົາ, ຫຼຶເດົາອອກວ່າຜູ່ຂຽນຢາກຂຽນຄຳໃດໄດ້ ກະດີໃຈ ປານວ່າໄດ້ກ້ອນຄຳ..
ແຕ່ຫາກເຮົາຂຽນພາສາໄທ ໄດ້ດີສ່ຳຄົນໄທມັນກະດີ ທີ່ບໍ່ໄປສ້າງຄວາມລະອາຍໃຫ້ເຂົາຫົວຂວັນ!!ຍາມສະກົດບໍ່ຖືກຕ້ອງຕາມຫຼັກໄວຍະກອນຂອງເຂົາ..

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ 134 ຂຽນວ່າ...
koi pim pasa lao bor koi keng na
suan lai ka pim tae oke kup pasa jin na ieieie

ຂພຈ ຄິດວ່າບໍມີໃຜເກີດມາເເລ້ວເກັ່ງພ້ອມດອກ
ທຸກຢ່າງຕ້ອງເຝີກເເອບ....ຫລາຍໆຄັ້ງກໍຊຳນານເອງ....
ເຫມີອນເຈົ້າພີມໂອເກະຄັ້ງເເລກເຈົ້າກໍບອຊຳນານຄືກັນ....ເເມ່ນບໍລະ....

啤酒...:

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 134 ຂຽນວ່າ...
koi pim pasa lao bor koi keng na
suan lai ka pim tae oke kup pasa jin na ieieie

ຂ້ອຍເອັງກະບໍ່ເກັ່ງຄືກັນ, ມາຮຽນຂຽນນຳກັນກະດີ!
ສ່ວນ ພາສາໂອເກະນີ້ ຂ້ອຍນັ້ນອ່ານຍາກ ແມ່ນວ່າຮູ້ທັງພາສາຝຣັ່ງ(ສຳນຽງຝຣັ່ງ);ພາສາ ອັງກິດ(ສຳນຽງອັງກິດ) ແຕ່
ວ່າຫາຄວາມເຂົ້າໃຈໃນພາສາ ໂອເກະນີ້ ຍາກ.ເພາະ ບໍ່ລື້ງມາກ່ອນ.
ຫາກວ່າເຈົ້າຫາກຂຽນບໍ່ເປັນແທ້ ກະຊິເປັນຫຍັງ,ບໍ່ໄດ້ຕິດອກພຽງແຕ່ວ່າ ອ່ານນຳຍາກ ແລະພາໃຫ້ອ່ອນໃຈ..

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ BeerYakuza ຂຽນວ່າ...
ກະທູ້ນີ້ຖືກໃຈ ຂພຈ ເລຍ
ຂພຈ ຢາກເຫັນຄົນລາວໃຊ້ພາສາລາວຫລາຍຂື້ນ, ສົ່ງເສີມພາສາລາວ
ແລະທີ່ສຳຄັນ ຈຳເປັນຫຍັງຕ້ອງຂຽນເປັນໂອເກະ ທັ້ງໆທີ່ພາສາໄທຍກໍເກີບວ່າໃຊເເທນກັນໄດ້
ນີ້ກໍບອເເມ່ນສົ່ງເສີມໃຫ້ຄົນລາວໃຊພາສາອື່ນ
ແຕ່ການໃຊ້ພາສາໂອເກະນີ່ມີຫລາຍຄົນທີ່ອ່ານເເລ້ວເຮັດໃຫ້ເຂົ້າໃຈຜິດບາງທີ່ກໍງົງນີ້ຫວ່າພາສາຂອງໄວ

ກະແມ່ນຄວາມເຈົ້າ, ໂດຍສະເພາະຂ້ອຍແລ້ວມີຄວາມຫຍູ້ງຍາກໃນການອ່ານ, ຫາກວ່າເຮົາ, ຫຼຶເດົາອອກວ່າຜູ່ຂຽນຢາກຂຽນຄຳໃດໄດ້ ກະດີໃຈ ປານວ່າໄດ້ກ້ອນຄຳ..
ແຕ່ຫາກເຮົາຂຽນພາສາໄທ ໄດ້ດີສ່ຳຄົນໄທມັນກະດີ ທີ່ບໍ່ໄປສ້າງຄວາມລະອາຍໃຫ້ເຂົາຫົວຂວັນ!!ຍາມສະກົດບໍ່ຖືກຕ້ອງຕາມຫຼັກໄວຍະກອນຂອງເຂົາ..

ຂພຈ ຄິດວ່າ ພາສາລາວເເມ່ນພາສາຂອງຄົນລາວ
ຄົນລາວບໍໃຊ້ເເລ້ວເເມ່ນໃຜຈະມາໃຊ້

ດີໃຈແທ້ເດິ!
ພາສາແມ່ຂອງເຮົາຕ້ອງຮູ້ອ່ານຮູ້ຂຽນກັນໄດ້ດີໆຫມົດທຸກຄົນນັ້ນແຫຼະດີ..
ເພິ່ນຍັງວ່າ:`` ພາສາ ບອກຊາດ ມາຣະຍາດບອກສະກຸນ``.

ຫາກຄົນລາວບໍ່ຮູ້ຈັກຂຽນອ່ານແລະປາກເວົ້າພາສາລາວ ທັງ ສິລປະວັທນະທຳຂອງເຮົາກໍຈະເຊື່ອມເສັຍແລະສູນຫາຍໄປພ້ອມໆກັນ!!!

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນເຄີຍພິມແຕ່ພາສາໄທ ເພາະບໍ່ມີບ່ອນໃຫ້ພິມພາສາລາວ
ຈົນມາເຫັນເວັບນີ້ ເວັບທີ່ສາມາດພິມພາສາລາວ ແລະໃຊ້ພາສາລາວໄດ້ຢ່າງເຕັມປາກເຕັມຄຳ....
ຢາກບອກວ່າດີໃຈຫລາຍທີ່ມີໂອກາດດັ່ງກ່າວ ແລະບໍ່ເຄີຍເບື່ອທີ່ຈະພິມພາສາລາວ
ພວກເຮົາຄົນລາວນຳກັນ ມາລົມກັນດ້ວຍພາສາລາວນີ້ແຫລະ ດີທີ່ສຸດ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

ໜ້າທີ່ 3 ຈາກທັງໝົດ 11 ໜ້າ <<<12345 ... 7891011>>>