ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການນັບເລກຂອງຄົນທີ່ເວົ້າພາສາລາວຢູ່ຂະເໝນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການນັບເລກຂອງຄົນທີ່ເວົ້າພາສາລາວຢູ່ຂະເໝນ
ຄົນທີ່ເວົ້າພາສາລາວຢູ່ຂະເໝນນັ້ນມີຈຳນວນຫຼາຍສົມຄວນ ໂດຍຕົວເລກທີ່ບໍ່ເປັນທາງການອາດມີຫຼາຍ ເຖິງ ໑.໒໐໐.໐໐໐ ຄົນທີ່ເວົ້າພາສາລາວຢູ່ຂະເໝນນັ້ນ ມີຢູ່ຫຼາຍ(ເຂດ)ແຂວງ, ເຊັ່ນແຂວງຊຽງແຕງ, ຣັຕນະຄີຣີ, ກະແຈະ, ພຣະວິຫານ, ຕະແບງມີໄຊ(ບັນເຕີຍມຽນເຈີຍ), ພັດຕະບອງ, ໂດຍສະເພາະຄົນຂະເໝນທີ່ເວົ້າພາສາ ລາວຫຼາຍທີ່ສຸດແມ່ນຢູ່ ໃນແຂວງຊຽງແຕງ, ຣັຕນະຄີຣີ(ແຂວງບໍ່ແກ້ວເກົ່າ) ຮອງລົງມາແມ່ນທີ່ແຂວງພະວິຫານ, ແຂວງຕະແບງມີໄຊ(ບັນເຕັຍມຽນເຈັຍ) ສ່ວນຢູ່ແຂວງກະແຈະນັ້ນມີນ້ອຍສຸດ ເພາະມີສະເພາະເປັນຊາຍແດນ ຊຽງແຕງ(ສຕຣຶງແຕງ)ເທົ່ານັ້ນ ທີ່ແຂວງຊຽງແຕງແມ່ນມີເວົ້າຫຼາຍທັງສອງຝັ່ງຄື ທີ່ເມືອງທະລາບໍຣິວັດທາງຝັ່ງ ຕາເວັນຕົກ ແລະທາງຝັ່ງນຳ້ເຊກອງ.
ຊຸມຊົນບາງຊຸມຊົນໃນຂະເໝນຕາມຊົນນະບົດ ແລະແນວຊາຍແດນບໍ່ໄດ້ຮັບການສຶກສາ ມາຕັ້ງແຕ່ເຫິງ ນານ ການສຶກສາມີສະເພາະໃນເມືອງໃຫຍ່ຂອງແຂວງ ແລະເມືອງນ້ອຍ ສະນັ້ນໂອກາດທີ່ຈະໄດ້ຮັບການສຶກ ສາຂອງຄົນໃນຊົນນະບົດຂະເໝນ ຈຶ່ງຈຳເປັນຕ້ອງເຂົ້າໄປໃນເມືອງເທົ່ານັ້ນ ນອກຈາກນນັ້ນແມ່ນຮຽນນຳຄູບາ ຢູຸ່ວັດ ສຳລັບວັດຂອງຊຸມຊົນຊາວລາວໃນຂະເໝນ ແມ່ນສອນກັນແຕ່ໂຕທັມເປັນສ່ວນຫຼາຍ ແລະມີການສອນໂຕ ລາວແນລເັກນອ້ຍ, ນັບແຕ່ອະດີດຈົນຮອດປັດຈຸບັນ ມີພຣະລາວຈາກທາງພາກໃຕ້ຂອງລາວໄດ້ເຂົ້າໄປຢູ່ໃນ ບັນ ດາແຂວງເຫຼົ່ານີ້ກໍສອນອັກສອນທັມ ແລະອັກສອນລາວໃຫ້, ຈຶ່ງປາກົດວ່່າຄົນຊຸມຊົນລາວລາວໃນຂະເໝນ ຈະ ເວົ້າ ແລະຂຽນພາສາລາວຫຼາຍກວ່າພາສາຂະເໝນ, ສ່ວນຊຸມຊົນຊາວລາວທີ່ອາໄສຕາມຊາຍແດນໄທຍ ກໍມີ ພຣະໄທຍ໌ເຂົ້າໄປຢູ່ ກໍສອນພາສາໄທຍໃຫ້ ເຮັດໃຫ້ຄົນເຫຼົ່ານີ້ຮູ້ ແລະອ່ານພາສາໄທຍ໌ໄດ້ດີ ແຕ່ຢ່າງໃດກໍຕາມ ນັບແຕ່ປີ ຄ.ສ ໒໐໐໐ ເປັນຕົ້ນມາທາງຣັດຖະການຂະເໝນ ໄດ້ຂະຫຍາຍໂຮງຮຽນໄປສູ່ຊົນນະບົດ ໂດຍສະເພາະ ແມ່ນມຸ້ງເປົ້າມາຍັງບັນດາຊົນຊາດຊົນເຜົ່າຕາມແນວຊາຍແດນ ຈຶ່ງເຮັດໃຫ້ຊົນເຜົ່າອື່ນໆຕາມຊາຍແດນຣວມ ທັງຊົນເຊື້ອສາຍລາວໄດ້ເຂົ້າໂຮງໃນບ້ານເກີດຂອງຕົນ ເມື່ອປີ ໒໐໐໒ ຜູ້ຂຽນໄດ້ໄປປະເທດຂະເໝນ ເຫັນບັນດາ ເດັກນ້ອຍກຸ່ມໜຶ່ງ ເວົ້າພາລາວໃນພະນົມເປັນຫຼວງຫຼາຍ ຈຶ່ງຖາມໄດ້ຄວາມວ່າມາຈາກບັນດາແຂວງຕ່າງໆ ທີ່ກ່າວມານັ້ນ ຄົນເຫຼົ່າສ່ວນຫຼາຍມາເປັນສັງກະລີວັດ ແລະເຂົ້າໂຮງຮຽນໃນໂຮງຮຽນຂອງຣັດ ຖາມເຂົາໄດ້ ຄວາມວ່າ “ເຂົ້າໂຮງຮຽນພາສາຂະເໝນ” ຈຶ່ງສົນໃຈຖາມເຂົາວ່າ, ຈຶ່ງວ່າເຂົ້າໂຮງຮຽນພາສາຂະເໝນ ເຂົາ ຕອບ ວ່າ “ເຂົາເວົ້າພາສາລາວແຕ່ເດີມ ເມື່ອເຂົ້າໂຮງຮຽນຕ້ອງຮຽນພາສາຂະເໝນ” ບາງຕົນອາຍຸ ໑໕ ປີ ຈຶ່ງໄດ້ມີໂອ ກາດເຂົ້າໂຮງຮຽນ ຫຼັງຈາກນັ້ນ ຜູ້ຂຽນຈຶ່ງເຂົ້າໄປຍັງວັດອຸນາໂລມ ແລະອື່ນໆໃກ້ຄຽງກັນອີກ ໒ ວັດ ແລ້ວກໍເຂົ້າ ໄປຍັງວັດຕ່າງໆ ໒ ວັດກໍເຫັນສັງກະລີວັດທີ່ເວົ້າພາສາລາວເປັນອີກ ຈຳນວນຫຼວງຫຼາຍ, ປົກກະຕິແລ້ວໃນບັນດາ ແຂວງທີ່ມີຄົນເຊື້ອຊາດລາວ ເວົ້າພາສາລາວນັ້ນ ເຂົາຈະມີສຳນຽງພາສາເປັນພາສາທາງໃຕ້ທັງໝົດ, ແຕ່ເທົ່າ ທີ່ພົບມີເດັກນ້ອຍ ແລະພຣະອີກກຸ່ມໜຶ່ງເວົ້າພາສາລາວສຳນຽງທາງວຽງຈັນ ຖາມໄດ້ຄວາມວ່າມາຈາກແຂວງ ພະວິຫານ, ອັນນີ້ສົງໄສ ວ່າເປັນຫຍັງຄົນຂະເໝນເຊື້ອສາຍລາວກຸ່ມນີ້ ຈຶ່ງເວົ້າສາລາວສຽງວຽງຈັນ ເຂົາບອກວ່າ ພໍ່ແມ່ເຂົາເວົ້າໃຫ້ຟັງວ່າ ເປັນລາວທີ່ອົບພະຍົບມາຈາກວຽງຈັນ, ເມື່ອມາທາງຊຽງແຕງ ມີຄົນເຊື້ອສາຍລາວຊາວ ຊຽງແຕງເວົ້າໃຫ້ຟັງ “ມີອີກໝູ່ບ້ານໜຶ່ງທາງຮູເຊກອງ ແລະເຊຊານ ມີຄົນທີ່ເວົ້າສຽງວຽງຈັນ” ແຕ່ຜູ້ຂຽນຍັງບໍ່ທັນ ເຫັນ, ຫາໂອກາດໄປເບິ່ງຢູ່ຍັງບໍ່ທັນມີໂອກາດ ຖ້າຫາກວ່ານັກສຶກສາ ແລະນັກຄົ້ນຄວ້າພາສາລາວທີ່ຢູ່ນອກປະ ເທດຢາກຈະສຶກສາໜ່ວຍສຽງພາສາລາວ ຫຼືປະຫວັດສາດລາວບາງແງ່ມູມ ກໍຄວນທີ່ຈະຂຽນໂຄງການຊອກແຫ່ຼງ ທຶນໄປສຶກສາຊຸມຊົນຊາວລາວຢູ່ບັນດາແຂວງເຫຼົ່ານີ້ ກ່ອນທີ່ຄົນໃນດິນແດນຕອນນີ້ຈະປ່ຽນສັບພາສາ ແລະໜ່ວຍ ສຽງແຜກອອກໄປ ເພາະອິດທິພົນຂອງການສຶກສາ ແລະສື່ທາງວິທະຍຸ, ໂທຣະທັດ ແລະຊີດີ ຈະເຂົ້າໄປປ່ຽນ ແປງ ໂຄງສ້າງວັດທະທັມທາງພາສາຂອງຊາວລາວນອກປະເທດ.
ມີສິ່ງໜຶ່ງທີ່ມີຄວາມເໝືອນແລະແຕກຕ່າງລະຫວ່າງພາສາລາວ ແລະພາສາຂະເໝນ ຄວາມຈິງພາສາ ຂະເໝນກັບພາສາລາວມີຄວາມແຕກຕ່າງກັນເປັນສ່ວນຫຼາຍ ແຕ່ມີບາງຄຳທີ່ເຮົາຟັງພໍເຂົ້າໃຈ ກໍແມ່ນພາສາ ທີ່ມາຈາກພາສາປາລີນັ້ນ ເຊັ່ນປັນຍ່າ, ສາມັກຄີ, ສາລາ, ແລະອື່ນໆ, ສ່ວນຄຳລາວບາງຄຳ ທີ່ພາສາລາວຖ່າຍ ທອດມາຈາກພາສາຂະເໝນນັ້ນ ຄົນລາວອາດຊິຟັງບໍ່ຮູ້ເຣື່ອງເລີຍ, ເຊັ່ນ ສົ້ງລາວທາງໃຕ້ຮຽກ “ໂຂ” ສຽງຂະ ເໝນອອກສຽງ “ໂຄ”, ໄປຕິກໆ(ໂຕວ໌ຕິກ-ໄປເລື້ອຍໆ), ຂະໝົາ-ຂເມົາ, ຣະອໍ-ຣະອໍ ແລະອື່ນໆ.
ອີກສິ່ງໜຶ່ງທີ່ພາສາລາວ ແລະພາສາຂະເໝນມີສ່ວນຄ້າຍຄືກັນແມ່ນການນັບຈຳນວນ ຄື:
໐-ໂຊນ, ໑-ມວຍ, ໒-ປີ, ໓-ເບິຍ, ໔-ບວນ, ໕-ປຣາມ,
໖-ປຣາມມວຍ, ໗-ປຣາມປີ, ໘-ປຣາມເບິຍ, ໙-ປຣາມບວນ, ໑໐-ດ໊ອບ,
໑໑-ດ໊ອບມວຍ, ໑໒-ດ໊ອບປີ, ໑໓-ດ໊ອບເບິຍ, ໑໔-ດ໊ອບບວນ, ໑໕-ດ໊ອບປຣາມ, ໑໖-ດ໊ອບປຣາມມວຍ, ໑໗-ດ໊ອບປຣາມປີ, ໑໘-ດ໊ອບປຣາມເບີຍ, ໑໙-ດ໊ອບປຣາມບວນ,
໒໐-ມເພີຍ (໒໑-ກໍເອົາ ມວຍ, ມາຕື່ມໃສ່ຈົນຮອດ ໒໙-ກໍອ່ານວ່າ ມເພີຍປຣາມມວຍບວນ)
ຈາກນັ້ນແຕ່ ໔໐-໙໐ ເຂົາຈະປ່ຽນສຽງວ່າ ຊາມເສ໊ບ, ສີ່ເສັບ, ຮ່າເສັບ, ຮົກເສັບ, ເຈັດເສັບ, ແປດເສັບ, ເກົ້າເສັບ ຈົນຮອດ ໑໐໐-ມວຍຣອຍ, ໑໐໑-ມວຍຣວຍມວຍ, ໑໐໒-ມວຍຣອຍປີ, ໄປເລື້ອຍໆ, ໒໐໐-ປີຣອຍ, ຈົນໄປຮອດ ໙໐໐-ປຣາມບວນຣອຍ, ບາດມາຮອດ ໑,໐໐໐ ມວຍປອນ, ໒,໐໐໐ ປີປອນ ໄປເລືອຍໆ ຈົນຮອດ ໑໐,໐໐໐-ມວຍເມີນ, ໑໐໐.໐໐໐-ມວຍແຊນ, ໑.໐໐໐.໐໐໐ ມວຍລຽນ, ໑໐໐.໐໐໐.໐໐໐-ມວຍໂກດ.
ສິ່ງທີ່ວ່າມີການເໝືອນ ແລະແຕ່ງກັນກັນລາວນັ້ນ ຄືຄວາມເໝືອນ ຄື
ຄ້າຍຄຽງທາງການອອກສຽງ ເລກສູນ ໐ (ຂ)ໂຊນ(ລ)ສູນ, ຕັ້ງແຕ່ ໓໐-໙໐ ຄ້າຍກັນທາງການອອກສຽງ ຄື (ຂ)ສາມເສັບ(ລ)ສາມສິບ-(ຂ)ເກົ້າເສັບ(ລ)-ເກົ້າສິບ.
ເໝືອນຄວາມເໝືອນ ໑໐໐ ຂະເໝນວ່າ “ມວຍຣອຍ” ແຕ່ລາວວ່າ “ໜຶ່ງຮ້ອຍ” (ມາຮອດປັດຈຸບັນທົ່ວປະ ເທດລາວພາກັນເວົ້າ “ໜຶ່ງລ້ອຍ, ສອງລ້ອຍ” ນິຍົມກັນເກືອບທົ່ວປະເທດແລ້ວ, ໂດຍສະເພາະຄົນລາວທາງພາກ ເໜືອພໍ່ແມ່ບໍ່ພາເວົ້າລ້ອຍມີແຕ່ວ່າ “ຮ້ອຍ” ບາດມາຮຽນຢູ່ວຽງຈັນ ພາກັນເວົ້າລ້ອຍໆ ເປັນແຖວ, ບໍ່ຮູ້ວ່າໄດ້ຈາກ ໄທຍ໌ ຫຼືໄດ້ຈາກຂະເໝນກັນແທ້.
ຄວາມທີຄືກັນທົ່ວໂລກ ຜູ້ຂຽນວ່າຮຽກວ່າ ເປັນຈຸດແຍກ ກໍຄື ບາດໄປຮອດ ໒໐ ແລ້ວມັກຈະປ່ຽນຮູບສັບ ທັນທີ ເອົາໄກ້ກັນກ່ອນນໍ ຂະເໝນວ່າ “ມະເພິຍ”, ລາວວ່າ “ຊາວ”, ໄທຍ໌ວ່າ “ຍີ່ສິບ”, ຫວຽດນາມວ່າ, ອັງກິດວ່າ, “ທະເວັນຕີ” ສ່ວນພາອື່ນນອກຈາກພາທີວ່າມີນີ້ ໃຜໄດ້ລອງເອົາມາທຽບກັນເບິ່ງວ່່າ ມີພາສາໄດ້ເມື່ອໄປຮອດ ໒໐ ແລ້ວຈະບໍ່ເປັນຈຸດແຍກດັ່ງທີ່ກ່າວແລ້ວ.
ສ່ວນຄວາມເໝືອນໃນຄວາມແຕກຕ່າງກໍມີ ເຊັ່ນ “ໜຶ່ງພັນ” ຂະເໝນວ່າ “ມວນປວນ” ໄປເລື້ອຍໆ ຈົນຮອດ “ເກົ້າພັນ” ຄວາມຈິງທີ່ວ່າ “ປວນ” ນີ້ກໍຂຽນດ້ວຍໂຕ “ພ” ແຕ່ໂຕ “ພ” ຂອງຂະເໝນບາງຄັ້ງກໍອອກສຽງ “ປ” ກະມີ ຈຶ່ງເຮັດໃຫ້ສຽງຂອງເຂົາອອກໄປວ່າ “ປວນ” ແທນທີ່ວ່າ “ປັນ” ເພາະອັກສອນສັງໂຍກ, ເຊັມກັມປູເຈັຍ ຄັນໃຫ້ຄົນລາວອ່ານຕາມອັກສອນທີ່ປາກົດ ຈະອອກສຽງວ່າ “ກັມພູຊາ” ເພາະສະກົດຕາມອັກສອນທີ່ໃຊ້ນັ້ນ ແມ່ນ ໂຕ “ພ ກັບ ຊ” ແຕ່ເຂົາອອກຢ່າງນັ້ນ ເຮົາກໍວ່າຕາມເຂົາໄປ, ນອກຈາກນັ້ນຍັງມີທີ່ລາວວ່າ “ໜຶ່ງໝື່ນ” ຂະເໝນພັດວ່າ “ມວຍເມີນ” ອັນນີ້ເປັນຕາມສະຫຼະສັງໂຍກ, ເຂົາເອົາໂຕ “ມ” ຜສົມ “ກັບສະຫຼະ “ອືນ” ພັດອອກ ສຽງ “ເມີນ” ບາດມາເຖິງແສນ ຂະເໝນພັດວ່າ “ແຊນ”, ຫຼືວ່າ “ມວຍແຊນ”, ປີແຊນ, ໄປເລືອຍໆ ຈົນມາຮອດ “ເກົ້າແສນ” ແທນທີ່ຈະວ່າ “ເກົ້າແຊນ” ເໝືອນທີ່ວ່າ “ເກົ້າເສັບ” ພັດວ່າ “ປຣາມບວນແຊນ” ບາດທີ່ນີ້ມາຮອດ “ໜຶ່ງລ້ານ” ຂະເໝນພັດວ່່າ “ມວຍລຽນ” ຕອນນີ້ “ສະຫຼະ ×າ ຂະເໝນກາຍເປັນສະອຽນໄປສາແລ້ວ, ບາດໄລ່ໄປ ຮອດ ໑໐໐.໐໐໐.໐໐໐ ຂະເໝນພັດວ່າ ໂກດ, ແຕ່ລາວພັດວ່່າບໍ່ວ່າໂກດ ເໝືອນກັບທີ່ວ່າ “ໜ່ວຍ, ສິບ, ຮ້ອຍ, ພັນ, ໝື່ນ, ແສນ, ລ້ານ, ໂກດ, ຕື້” ທາງລາວພັດພາກັນເວົ້າ “ຮ້ອຍລ້ານ” ບາດໄປຮອດພັນລ້ານ, ທາງລາວຈຶ່ງພາກັນ ວ່າ “ຕື້” ແຕ່ທາງຂະເໝນຈັກແມ່ນເຂົາວ່າຈັ່ງໃດ ໃຜ້ຮູ້ບອກແນ່.
ບາດມາເບິ່ງຄົນທີ່ເວົ້າພາສາລາວຢູ່ຊຽງແຕ່ງ ນັບເລກເປັນພາສາລາວ, ນັບຕັ້ງແຕ່ໜຶ່ງໄປເຖິງພັນແມ່ນ ຄືກັນໝົດ, ບາດໄປຮອດ ໑໐.໐໐໐ ທາງລາວໃນຊຽງແຕ່ງວ່າ “ສິບໝື່ນ, ສອງໝື່ນ, ສາມໝື່ນ, ຄືຄົນລາວທາງ ໃຕ້ ເວົ້າແຕ່ກີ້(ມາໄລຍະໜຶ່ງທາງລາວແທ້ວ່າ ສິບພັນ, ຊາວພັນ, ສາມສິບພັນ ແລະອື່ນໆ) ດຽວນີ້ເຫັນມີການກັບ ມາຂຽນແລະໃຊ້ຄືນແລ້ວ ເຊັ່ນ ໒໓໐.໐໐໐ ກໍຂຽນວ່າ “ສອງສາມໝື່ນ”, ແຕ່ສ່ວນຫຼາຍຍັງໃຊ້ ແລະຂຽນວ່າ “ສອງ ແສນສາມສິບພັນ” ສ່ວນສິບພັນຊາວພັນກໍຍັງໃຊ້ຢູ່ຄືເກົ່າ, ບາດໃຊ້ເງິນບາດພັດວ່າ “ໜຶ່ງໝື່ນ, ສອງໝື່ນອີກ” ເອ໋ ຄົນລາວເຮົານີ້ຊິເອົາຈັ່ງໃດກັນແທ້ເນາະພີ່ນ້ອງ, ຫັດລອງມາເບິ່ງລາວໃນຂະເໝນເບິ່ງຕີ໋ ເຂົາໃຊ້ເລກຫົວແສນ ເຂົາວ່າຈັ່ງໃດລະ ? ແນ່…….ຄົງບໍ່ຮູ້ແລ້ວແມ່ນບໍ່ ? ຫຼືວ່າໃຜຮູ້ຍົກມືຂຶ້ນ.
ເອົາລະ ກະຕາມເທາະ ຄັນບໍ່ຮູ້ຈົ່ງມາຟັງທາງນີ້, ຄື “ເຂົາວ່າ “ສິບໜຶ່ນ, ຊາວໜື່ນ, ສາມສິບໜຶ່ນ, ໄປຈົນຮອດ ເກົ້າສິບສິບໝື່ນ ຈຶ່ງເຂົ້າສູ່ລ້ານເລີຍ, ໂອຍ….ຈັ່ງແມ່ນນັບຄືຂະເໝນແທ໊ນໍ ??????



ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ອ່ານໄປອ່ານໃາລະງົງເອົາຊື່ໆ ຈັງໃດກະດີ ນັບເລກເປັນເຂົ້າໃຈກະພໍລະ


ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ປາດໆໆ ສັງມາຢາວແທະ ເຫັນລະເມື່ອຍ -_-'

ແຕ່ກະອ່ານຈົນຈົບເດີ ຮຮຮ


໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ຈຸດປ່ຽນ ໂຕເລກຊາວພາສາຝຣັ່ງກະມີ ແມ່ນ ແວັງ vingt


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກພາສາ ມີຈຸດປ່ຽນທຸກປະເທດເລີຍ ສະແດງວັດທະນະທະທັມທາງພາສານີ້ ເໝືອນກັນທົ່ວໂລກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວແທ້ອ້າຍ ນ້ອງລະລາຍຕາ

you will when you believe

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soutthiphong ຂຽນວ່າ...
ຍາວແທ້ອ້າຍ ນ້ອງລະລາຍຕາ


ອັນນີ້ຫຍໍ້ມາແລ້ວ ສະບັບທີ່ຂຽນວິໄຈແທ້ໆໆໆ ໓໕ ໜ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໔໔ ໂພສ
ຂາປະຈຳເວັບບອດ
ປາາາ ໃຄແຕ່ຫຍໍ້ມາໃຫ້ອ່ານນໍ


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຫຼາຍປານນັ້ນເລີຍວ່າ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ຫຼາຍປານນັ້ນເລີຍວ່າ


ຂ້ອຍກຳລັງທຳວິໄຈ ລາວຢູ່ຂະເໝນ ຍັງບໍ່ທັນຈົບເດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄວາມຮູ້ທີ່ຍາວຫຼາຍ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ເປັນຄວາມຮູ້ທີ່ຍາວຫຼາຍ


ອືມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຂະໜາດຍັງບໍ່ຈົບເທື່ອເດນີ້ພີ່ນ້ອງ ຍັງຮູ້ສືກເໝື່ອຍໄວ້ຖ້າລະ ອືອື

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າເມື່ອ ໃນການທີ່ຈະຫາຄວາມຮູ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຈານກຳລັງສຶກສາກ່ຽວກັບເລື່ອງນີ້ເບາະ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ສຶກສາພົບວ່າ ລາວເຮົາຍັງໃຊ້ພາສາຜິດໆຫຼາຍ ໂດຍສະເພາະການອ່ານເລກ ສິບພັນ ຊາວພັນ ເອົາຕາມຝຣັ່ງ ໜຶ່ງໜຶ່ນ ສອງໝື່ນຂອງລາວແທ້ ກັບມອບໃຫ້ໄທຍ໌ໄປ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີ

ພັນທະຫົວໃຈ::

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ພາສາລາວແລະຂະເໝນ ກໍ່ແມ່ນພາສາຕະກຸນດຽວກັນຫັ້ນແຫຼະ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຢູ່ແຖວຊາຍແດນແຫ່ງໄດ້ປຽບເລື່ອງພາສາຄືແຂວງຜົ້ງສາລີຂະເຈົ້າຈະຮູ້ພາສາຈີນ ແລະຫວຽດເປັນສ່ວນໃຫຍ່