ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຫຼັກການໃຊ້ພາສາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼັກພາສາ ມີ ຄື
- ວັຈຈະນະພາສາ (ພາສາເວົ້າ)
- ອັກຂະຣະພາສາ (ພາສາຂຽນ)
- ອະວັຈຈະນະພາສາ (ບໍ່ແມ່ນພາສາເວົ້າ ແລະບໍ່ແມ່ນພາສາຂຽນ ຫາກແມ່ນພາສາກິຣິຍາທ່າທາງ)

໑. ຖາມວ່າ ໝ້ອງເປັນພາສາເວົ້າບໍ ?
- ຕອບ: ໝ້ອງເປັນພາສາເວົ້າມາກ່ອນ ຄື ພາສາຂອງມະນຸດ ເກີດຈາກສັດທະ(ສຽງ) ທີ່ເປັ່ງອອກມາຈາກລຳຄໍ ໂດຍສາໄສລົມທີ່ປອດ ເປັ່ງອອກມາ ຖືກແປງໜ່ວຽສຽງດ້ວຍລຳຄໍ ລິ້ນ ກະເດືອກ ແລະຄໍຫອຍ ແຂ້ວ ແລະຟັນ ຈຶ່ງເປັນໜ່ວຍສຽງ, ໜ່ວຍສຽງທີ່ເປັ່ງອອກມາຈາກຮູຄໍ ເປັນຄຳ ຫຼືຄວາມນັ້ນ ແລະສື່ຄວາມໝາຍໄດ້ ຖືກຮຽກວ່າ ພາສາ (ພາສາສຽງ ຫຼືພາສາເວົ້າ = ວັດຈະນະພາສາ)

໒. ຖາມໝ້ອງເປັນພາສາຂຽນບໍ ?
- ຕອບ: ໝ້ອງເປັນພາສາທີ່ຂຽນດ້ວຍອັກສອນໄດ້, ຄືວ່າພາສາທຸກພາສາສາມາດຂຽນໄດ້ ເນື່ອງຈາກ ອັກສອນນັ້ນ ເປັນເຄື່ອງມືບັນທຶກພາສາ, ຄືຄວາມເວົ້າຂອງມະນຸດ ຫາກມະນຸດຄົງ ແລະສື່ຄວາມໝາຍ ຂອງຕົນໃຫ້ຄົນອື່ນເຂົ້າໃຈ ກໍຕ້ອງອາໄສພາສາຂຽນນີ້ ເປັນເຄື່ອງມີປະກອບຄຳເວົ້າ ເຊັ່ນ ທ້າວກໍ ຢາກຊື່ຄວາມໝາຍໃຫ້ທ້າວຂໍຮູ້ ທ້າວກໍກໍຕ້ອງຂຽນຄຳເວົ້າຂອງຕົນລົງໃນສື່ການຂຽນ.

- ພາສາຂອງມະນຸດ ທີ່ສົມບູນ ມະນຸດຕ້ອງໃຊ້ເຄື່ອງມີຂອງພາສາໃຫ້ຄົບ.

໓. ການໃຊ້ພາສາ
ກ. ພາສາທາງການ (ພາສາຣັດຖະການ) ທັມມະນູນ, ກົດໝາຍ, ຣັດທະບັນຍັດ, ຣັດຖະດຳຣັດ, ແຈ້ງການກະຊວງ, ຂໍ້ກຳນົດ, ສັນຍາ, ໃບບິນ, ໃບແຈ້ງຣາຄາ, ໜັງສືວິຊາການ ແລະອື່ນໆໆໆໆ
ຂ. ພາສາເຄິ່ງທາງການ: ໜັງສືພິມ, ວາຣະສານ, ສື່ໂຄສະນາ ແລະວັນນະກັມອື່ນໆ
ຄ. ພາສາທີ່ບໍ່ແມ່ນທາງການ: ຄືພາສາທີ່ໃຊ້ໃນບົດວັນນະຄະດີການສະແດງ ແລະອືນໆ

- ທັງໝົດນີ້ ແມ່ນເຫດຜົນທີ່ທ່ານຕ້ອງ ຄຳນຶງເອງວ່າອັນໃດຄວນບໍ່ຄວນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄວາມຮູ້ອີກອັນໜຶ່ງທີ່ໄດ້ຮັບມາໃໝ່


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຶກສາໄວ້ຫຼາຍໆ ພາສາລາວ ສຶກສາບໍ່ສຸດບໍ່ສ້ຽງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເນື່ອງຈາກວ່າເຮົາບໍ່ລຶ້ງ ແລະບໍ່ເຄີຍໃນ ພາສາທາງການ ທີ່ນັກວິຊາການທົ່ວໄປມັກໃຊ້, ດ້ວຍເຫດນັ້ນຈຶ່ງຈັກຕ້ອງອະທິບາຍໃຫ້ທ່ານ ແລະຜູ້ສົນໃຈຊາບພໍ ເປັນສັງເຂບ ດັ່ງນີ້.



(໑)- ວັຈຈະນະພາສາ (ພາສາເວົ້າ) ປະໂຫຍກນີ້ແມ່ນຄວາມຫມາຍດຽວກັນກັບ ວະຈີວິພາກ ບໍ່ ?



ວັຈຈະນະ (ແປວ່າ =ຄວາມເວົ້າ, ພາສາ =ແປວ່າ=ພາສາ ເມື່ອແປເປັນພາສາລະດັບກາງ ທີ່ເຄິ່ງທາງ ການວ່າ ຫຼືພາ ສາເວົ້າ ແຕ່ເມື່ອແປເປັນພາສາຕລາດ(ທີ່ທ່ານວ່າພາສາປາກນັ້ນແລ້ວ) ຮຽກວ່າ ພາສາປາກ) ທີ່ນີ້ການຂຽນບົດຄວາມວິຊາການ ເຂົາຈັດຣະດັບຂອງການໃຊ້ພາສາຢູ່ ໒ ຣະດັບຄື ພາສາທາງການ ແລະພາສາ ເຄິ່ງທາງການ ສ່ວນພາສາ ຕລາດ(ປາກ) ເຖິງບໍ່ມີກົດຫ້າມກໍຕາມ ແຕ່ນັກວິຊາການຄວນຫຼີກເວັ້ນ.

ຄຳທີ່ຄ້າຍກັນ ມີຄື

- ວັຈຈະນະ+ອະນຸກົມ = ວັດຈະນານຸກົມ(ກຣົມ)

ຄຳທີ່ປ່ຽນຮູບ

- ວັຈຈະນາ ເປັນ ພົດຈະນາ ແລະຜສົມຄຳ ແລ້ວປ່ຽນຮູບອີກ ຄື

ສຸນທຣະ+ວັຈຈນາ ເປັນ ສູນທຣພົຈນ໌ ເປັນສຸນທອນພົດ



- ຕອບທ່ານວ່າ ວັດຈະນະພາສາ ບໍ່ມີຄວາມໝາຍດຽວກັບ ຄຳວ່າ ວະຈີວິພາກ, ເພາະອາດມີການແປ ຄວາມໝາຍຕ່າງກັນຄື.

ກ. ວັດຈະນະພາສາ ມີຄວາມໝາຍວ່າ ພາສາທີ່ເວົ້າອອກມາທາງສຽງ ເປັນຄວາມເວົ້າ. ແຕ່

ຂ. ວະຈີວິພາກ ມີຄວາມໝາຍວ່າ ການວິພາກຄຳເວົ້າ ຫຼືການຈັດການຄຳເວົ້າ ຫຼືການໄຈ້ແຍກຄຳເວົ້່າ

ດ້ວຍເຫດນັ້ນ ຄຳວ່າ ວັດຈະນະພາສາ ກັບວະຈີວິພາກ ຈຶ່ງບໍ່ເໝືອນກັນ.



ຄຳວ່າ

(໒) - ອັກຂະຣະພາສາ (ພາສາຂຽນ) ປະໂຫຍກນີ້ແມ່ນຄວາມຫມາຍດຽວກັນກັບ ອັກຂະລະວິທີບໍ່ ?

ທັງສອງນີ້ ບໍ່ເໝືອນກັນ ຄື

ກ. ອັກຂະຣະພາສາ (ຫາກແປຕາມໂຕ-ກໍຄືພາສາ ທີ່ເປັນອັກສອນ ຮຽກວ່າອັກສອນເລີຍ ກໍໄດ້ ແຕ່ນັກຄົ້ນຄວ້າທາງພາສາເຫັນວ່າ ຍັງມີອີກຄວາມໝາຍໜຶ່ງວ່າ ອັກຂະຣະວິທີ ແມ່ນໝາຍ ຄວາມວ່າ ວິທີການຂຽນອັກສອນ.

- ອະວັຈຈະນະພາສາ ປະໂຫຍກນີ້ແມ່ນຄວາມຫມາຍດຽວກັນກັບ ວາຈາຍະສັມພັນ ບໍ່ອາຈານ ?

ອັນນີ້ ບໍ່ແມ່ນເລີຍ ຄຳວ່າ ວາກາຍະສັມພັນ ແມ່ນໝາຍເຖິງ ການແຈກແຈງ ແຕ່ງ ແລະ ຂະຫຍາຍພາກຄຳເວົ້າ ຄື ເວົ້າເຖິງ ພາສາທີ່ມີສຽງສັ້ນ, ສຽງຍາວ, ສຽງສູງ, ສຽງຕ່ຳ, ສຽງເບົາ, ສຽງໜັກ ເຊິ່ງ ຮຽກວ່າ ໂຄສະ, ອະໂຄສະ, ຄະຣຸ, ຣະຫູ, ທະນິດ. ສິຖີນ, ຕລອດອັກສອນໃດ ເວົ້າອອກ ຈາກສົບ, ລີ້ນ, ເດືອກໄກ່, ລຳຄໍ, ແຂ້ວ, ເພດານ ເຫົຼ່ານີ້ເປັນຕົ້ນ, ນອກຈາກນັ້ນ ວາກາຍະສັມພັນ ຍັງເວົ້າເຖິງການສ້າງຄຳ, ຕໍ່ຄຳ, ຣະດັບຄຳ ແລະປະເພດຂອງຄຳອີກ ເຊັ່ນຕົວຢ່າງ.

ກ. ຄຳບາງຄຳມັນຍາວ ຕ້ອງຕັດໃຫ້ສັ້ນ ເຊັ່ນ ສຸນທະຣະພົດຈະນະ ອັນນີ້ມັນຍາວ ກໍໃຊ້ ຫຼັກຂອງການຕັດ ຄື ສຸນທຣພົຈນ໌ ເຊິ່ງອ່ານວ່າ ສຸນທອນພົດ.





- ແຕ່ຄຳວ່າ ອະວັດຈະນະພາສາ ໃນຄວາມໝາຍວິຊາພາສາສາດ ຫຼືພາສາວິທະຍານັ້ນ ໝາຍເຖິງ ພາສາທີບໍ່ແມ່ນທັງຄຳເວົ້າ ແລະໜັງສື(ຄຳເວົ້າອັກສອນ) ທ່ານໝາຍເຖິງ ກິຣິຍາທ່າ ທາງຂອງມະນຸດ ນັກພາສາສາດ ກໍກຳນົດໃຫ້ເປັນພາສາສຳລັບຊື່ສານຂອງມະນຸດ ເຊັ່ນຕົວຢ່າງ.

ກ. ທ້າວແກ້ວຮ້ອງໃຫ້ ສຽງຣືໆໆໆໆ ຜູ້ຟັງຕ້ອງຮັບຮູ້ດ້ວຍສັນຊາດຕະຍານວ່າ ທ້າວແກ້ວ ລາວຕ້ອງເຈັບປວດທໍຣະມານທັງກາຍ ແລະໃຈ, ມີບາງສຽງໃຫ້ ທີ່ສະແດງເຖິງການເສັຍໃຈຢ່າງ ດຽວ ເຊັ່ນ ມີຄົນຮ້ອງໃຫ້ສຽງໂຫຍຫວນ ແບບຊິລົ້ມຊິຕາຍຢ່າງໜຶ່ງ ສະແດງວ່າຕ້ອງເຈັບເປັນ ແລະຊິຕາຍ ຫຼືມີການຕາຍເກີດຂຶ້ນ.

ຂ. ນາງສີ ຍົກມືຂຶ້ນ ແລ້ວເອົານິ້ວໂປ້ກັບນິ້ຊີ້ເຮັດເປັນວົງ ສ່ວນ ໓ ນິ້ວທີ່ເຫຼືອຕັ້ງຂຶ້ນ ທ້າວ ແກ້ວ ໝູ່ຂອງລາວເຫັນແລ້ວ ຍ່ອມຮູ້ວ່າ ນາງສີຕອບຕົກລົງ, ໄວຣຸ້ນປັດຈຸບັນແປວ່າ OK

ຄ. ພໍ່ເຖົ້າສີ ສະໝາດຄໍ ເມື່ອເຫັນລູກຂອງລາວທຳອາການບໍ່ງາມ ແລະບໍ່ບອກດ້ວຍວາຈາ (ພາສາເວົ້າ) ເພາະມີຄົນຫຼາຍ ແຕ່ເມື່ອນາງສີຍິນ ນາງສີຍ່ອມຮູ້ວ່າ ພໍ່ຂອງເຂົາຫ້າມບໍ່ໃຫ້ ທຳສິ່ງ ນັ້ນ.

ອະວັດຈະນະພານັ້ນ ເປັນພາສາຈຳເພາະກຸ່ມຄົນ ເທົ່ານັ້ນ ເປັນພາສາ ທີ່ສ້າງຂຶ້ນມາສະ ເພາະມີເຄັດລັບ ບາງຮູ້ໄດ້ສະເພາະ ແຕ່ມີອະວັດຈະນະພາສາທີ່ເປັນສາກົນ ເຊັ່ນ.

ກ. ເມື່ອປະທານພິທີ່ເວົ້າຈົບລົງແລ້ວ ຄົນໃນທີ່ປະຊຸມພາກັນຕົບມືພ້ອມກັນ ນັ້ນສະແດງ ເຖິງຄວາມຍິນດີ.

ຂ. ທ້າວແກ້ວຍິກຄິ້ວໃສ່ ນາງສົມ ນາງສົມເຖິງຮູ້ກັບທ້າວຫຼືບໍ່ກໍຕາມ ນາງສົມຍ່ອມຮູ້ວ່າ ແກ້ວສົນໃຈຕົນ ຢ່າງໃດຢ່າງໜຶ່ງ.

ຄ. ເຮົາເຫັນທ່ານປະທານາທິບໍດີອາເມຣິກາຍິ້ມໃນໂທຣະທັດ ເຮົາຍ່ອມຮູ້ວ່າ ທ່ານປະທາ ນາທິບໍດີອາເມຣິກາ ດີໃຈ, ຊື່ນໃຈ ແລະພໍໃຈ.

ເອົາພໍຊ່ຳນີ້ກ່ອນເດີ ສົນໃຈຫຍັງຖາມມາ ຄັນຕອບໄດ້ກະຊິຕອບ



ດ້ວຍຄວາມນັບຖືແລະຮັກແພງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒