ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳວ່າ ຫລິ້ນ ຂອງລາວ ອອກສຽງຜິດແລະຂຽນຜິດບໍ່

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຄຳວ່າ ຫຼິ້ນ ໃນພາສາລາວ ອອກສຽງ ແລະຂຽນຕ່າງຈາກໝູ່ຫລາຍ ຈາກທີ່ຂ້ອຍໄດ້ສັງເກດ ມາ
ຍົກໂຕຢ່າງເດີ້

ພາສາຂຽນ ໄທລື້ ສິບສອງປັນນາ ຂຽນວ່າ ເຫຼ່ຣ ອ່ານວ່າ ເຫລ່ນ
ພາສາຂຽນ ໄທເຂີນ ຊຽງຕຸງ ຂຽນວ່າ ເຫຼ່ຣ ອ່ານວ່າ ເຫລ່ນ
ພາສາສຳນຽງໄທຍ໌ອີສານ ອ່ານວ່າ ເຫລ່ນ
ພາສາໄທຍ ຂຽນວ່າ ເລ່ນ
ແຕ່ພາສາລາວ ວ່າ ຫຼິ້ນ
ປະເທດເພື່ອນບ້ານໄກ້ຄຽງ ຄຳວ່າ ຫລິ້ນ ນັ້ນ ມີການໃຊ້ ແຕ່ ສະຫລະ ເ- ບໍ່ມີໃຜໃຊ້ ສະຫລະ ິ ຄືລາວ
ພວກເຈົ້າ ວ່າ ພາສາລາວ ຂຽນຄຳວ່າ ຫລິ້ນ ຜິດບໍ່
ຖ້າບໍ່ຜິດ ສຳນຽງນີ້ ມາແຕ່ ພາກສ່ວນໃດຂອງລາວ ລາວໃຕ້ ຫຼື ລາວເໜືອ ຢາກຮູ້ຊື່ໆເດີ້



໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວເປັນຄຳສັບອຸດົມສົມບູນໃຊ້ແບບໃດເວົ້າແບບໃດກະບໍ່ຜີດ

ບໍມີວັນໄດ້ຮັກກັນ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບໍ່ຜິດດອກ ແຕ່ບໍ່ຮູ້ວ່າມັນມາແຕ່ພາກໃດ

ຊົ່ວຢ່າງສ້າງສັນ

໑ ກະທູ້
໒໐໑ ໂພສ
ນັກການກະທູ້
ມັນຖຶກແລ້ວຄຳວ່າຫຼີ້ນນັ້ນ ຄູອາຈານສອນມາແຕ່ນ້ອຍກໍ່ແນວນີ້

归零

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ຄຳວ່າ ຫລິ້ນ ບໍ່ຜິດດອກ... ແຕ່ວ່າມາຈາກໃສນັ້ນ ຂ້າພະເຈົ້າຄວາມຮູ້ຫນ່ອຍບໍ່ສາມາດຕອບໄດ້ ເອົາໄວ້ໃຫ້ຜູ້ເພິ່ນຮູ້ຕອບສາ.
ຂ້ອຍຮູ້ພຽງແຕ່ວ່າ ຕັ້ງແຕ່ເກີດຈົນໃຫຍ່ມາປານນີ້ ໄດ້ເຫັນ ໄດ້ອ່ານ ແລະໄດ້ຂຽນ ຄຳນີ້ມາຕະຫລອດ.


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ဝငဠ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາຈອບເບີ່ງ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາຈານ ອະຣິຍະ ຢູ່ໃສ.. ມາດ່ວນ..!!


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ພາກໃດເຂົາກ່າອອກສຽງແບບນັ້ນຫັ້ນແລະ ສຽງຄົນລາວກັບໄທມັນກ່າຕ່າງກັນຢູ່ແລ້ວ ບໍ່ວ່າຊິໄຈ້ແຍກບໍ່ອອກ?


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ ຫຼິ້ນ ໃນພາສາລາວ ອອກສຽງ ແລະຂຽນຕ່າງຈາກໝູ່ຫລາຍ ຈາກທີ່ຂ້ອຍໄດ້ສັງເກດ ມາ
ຍົກໂຕຢ່າງເດີ້

ພາສາຂຽນ ໄທລື້ ສິບສອງປັນນາ ຂຽນວ່າ ເຫຼ່ຣ ອ່ານວ່າ ເຫລ່ນ
ພາສາຂຽນ ໄທເຂີນ ຊຽງຕຸງ ຂຽນວ່າ ເຫຼ່ຣ ອ່ານວ່າ ເຫລ່ນ
ພາສາສຳນຽງໄທຍ໌ອີສານ ອ່ານວ່າ ເຫລ່ນ
ພາສາໄທຍ ຂຽນວ່າ ເລ່ນ
ແຕ່ພາສາລາວ ວ່າ ຫຼິ້ນ
ປະເທດເພື່ອນບ້ານໄກ້ຄຽງ ຄຳວ່າ ຫລິ້ນ ນັ້ນ ມີການໃຊ້ ແຕ່ ສະຫລະ ເ- ບໍ່ມີໃຜໃຊ້ ສະຫລະ ິ ຄືລາວ
ພວກເຈົ້າ ວ່າ ພາສາລາວ ຂຽນຄຳວ່າ ຫລິ້ນ ຜິດບໍ່
ຖ້າບໍ່ຜິດ ສຳນຽງນີ້ ມາແຕ່ ພາກສ່ວນໃດຂອງລາວ ລາວໃຕ້ ຫຼື ລາວເໜືອ ຢາກຮູ້ຊື່ໆເດີ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ບໍ່ຜິດດອກ ແຕ່ບໍ່ຮູ້ວ່າມັນມາແຕ່ພາກໃດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bao1000lao ຂຽນວ່າ...
ພາສາລາວເປັນຄຳສັບອຸດົມສົມບູນໃຊ້ແບບໃດເວົ້າແບບໃດກະບໍ່ຜີດ




ບໍ່ມີໃຜເອົາເລື້ອງຫັ້ນຕິ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າໂຕນີ້..............ຫລີ້ນ............ຫ ລ ີ ້ນ...........

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼິ້ນໆໆໆໆ



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫລິ້ນ ແບບນີ້ ຕິ
Play = ຫລິ້ນ
ຈະມາ ສະກົດ ຕາມສຽງ ທ້ອງ ຖິ່ນ ມັນກໍ່ບໍ່ ແມ່ນ ແນວໃດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...
ຫຼິ້ນໆໆໆໆ



ນືກວ່າສະລະ ີ ສະແດງວ່າຂ້ອຍເຂົ້າເຈີຜິດແລ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ບໍ່ຜິດດອກ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ມາຫລິ້ນນຳ


໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ບໍ່ຜິດ...ມັນເປັນວິວັດທະນາການຂອງພາສາ(ບໍ່ຮູ້ຄືກັນວ່າພັດທະນາມາຈາກໃສ...ອິອິ), ຂຽນຕ່າງ ອອກສຽງຕ່າງ ມັນກໍຖືກຕ້ອງແລ້ວເດ ຖ້າເຮົາຊິໄປຂຽນຄືເຂົາອອກສຽງຄືເຂົາມັນກະຂາດຄວາມເປັນເອກະລັກຂອງລາວເຮົາ ບໍ່ສະເພາະແຕ່ຄຳດຽວນີ້ທີ່ມີລັກສະນະຄ້າຍຄືກັນ ຍັງມີອີກຫຼາຍໆຄຳເປັນຕົ້ນວ່າ: ພາສາລາວ ຂຽນວ່າ ຖືກ, ພາສາໄທ ຂຽນວ່າຖູກ; ພາສາລາວ ຂຽນວ່າ ເຖິງ, ພາສາໄທ ຂຽນວ່າ ຖຶງ; ພາສາລາວ ຂຽນວ່າ ເຊິ່ງ, ພາສາໄທ ຂຽນວ່າ ຊຶ່ງ.............(ປະມານນີ້ແຫຼະ)

ຮັກເຈົ້າເດີ...!!!

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຄັນວ່າບໍ່ຢາກໃຫ້ພາສາລາວເສື່ອມ ກໍ່ພະຍາຍາມໃຊ້ພາສາລາວ ໃຫ້ຖືກທີ່ສຸດກໍ່ແລ້ວກັນ ພີ່ນ້ອງເອີຍ!


໓໖ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຫຼີ້ນ ຖືກແລ້ວບໍ່ຜິດດອກ