ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການໃຊ້ພາສາລາວ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີທຸກໆທ່ານ
ມື້ຊິມາເວົ້າເຖິງຄວາມຮັກຊາດ ເພາະຄວາມຮັກຊາດລາວໃນຄວາມຫມາຍຊ້າພະເຈົ້ານັ້ນນັ້ນ ຕ້ອງຮັກເອກະລັກຂອງຄວາມເປັນລາວ ຖ້າບໍ່ດັ່ງນັ້ນກໍມີແຕ່ຄວາມໃຄ່ ບໍ່ແມ່ນຮັກ ຮັກແທ້ຢູ່ທີ່ຮັກເອກະລັກແຫ່ງຄວາມເປັນລາວ ເອກະລັກທີ່ບອກ ເຖີງຄວາມເປັນລາວທີ່ມາແຮງເປັນອັນດັບຫນຶ່ງນັ້ນ ໄດ້ແກ່ພາສາລາວ ດັ່ງສຸພາສິດວ່າ ພາສາບອກຊາດມາຣະຍາດບອກຕະກຸນ ຄວາມຮັກຊາດທີ່ແທ້ຈີງຈຶ່ງຢູ່ທີ່ຮັກພາສາແລະວັດທະນະທັມຂອງຊາດ ຖ້າຮັກແຕ່ປາກກໍເປັນພຽວຮັກໃຄ່ ຄືຮັກເພື່ອເສບສົມແລ້ວກໍໄປ ຫລືເອົາປະໂຫຍດ ອ້າງຄວາມຮັກຊາດແລ້ວມີແຕ່ກອບໂກຍອັນນັ້ນຮັກໃຄ່ ຫລືຮັກບໍ່ບໍຣິສຸດ ເຫມືອນບ່າວສາວຮັກກັນເພື່ອຄວາມໃຄ່ແລ້ວກໍຈາກຫນີ ແຕ່ຮັກແທ້ຕ້ອງຫວັງແຕ່ງຫວັງສ້າງສາເປັນເຮືອນເປັນຊານ ຮັກພາສາລາວກໍເຊັ່ນກັນ ຢ່າພຽງແຕ່ໃຊ້ພາສາລາວ ແຕ່ບໍ່ຮູ້ວ່າຈະປັບປຸງ ພາສາລາວໃຫ້ຍືນຍົງໄດ້ແນວໃດ.
ປະຈຸບັນຂ້າພະເຈົ້າພົບເຫັນຄົນລາວຫຼາຍຄົນທີ່ຂຽນອ່ານ ແລະ ໃຊ້ພາສາລາວບໍ່ຖືກຕ້ອງໃນເລື່ອງຂອງພະຍັນຊະນະ ການວາງສະຫຼະ ແລະຕົວສະກົດທີ່ພົບເຫັນນັ້ນແມ່ນມີຄວາມຜິດພາດໃນທັງ3ຢ່າງເທົ່າໆກັນ...
ສະນັ້ນ ການແກ້ໄຂບັນຫານີ້ແມ່ນບໍ່ຍາກເລີຍ ງ່າຍຫລາຍທີ່ສຸດ ເບື້ອງຕົ້ນແມ່ນ ເອົາຕົວ ຣ ໃຫ້ເຂົ້າທີ່ເສຍກ່ອນ ພໍ່ຖືວ່າຕົວ ຣ ບໍ່ເຂົ້າທີ່ນີ້ເປັນຄວາມຜິດມະຫັນໃນພາສາລາວ ເຫມືອນເຮືອນຮົ່ວມາແຕ່ລົບ ຈະໄປສ້ອມແປງບ່ອນໃດກໍບໍ່ແລ້ວ ຈະຮົ່ວຢູ່ເຫມືອນເດີມ ຢ່າເລີຍ ໄປແກ້ລົບບົນຫລັງຄານັ້ນກ່ອນແລ້ວຄ່ອຍແກ້ບ່ອນອື່ນ..
ຄຳວ່າເອົາຕົວ ຣ ເຂົ້າທີ່ນັ້ນຫມາຍເຖີງການໃຊ້ຕົວ ຣ ໃຫ້ຖືກຕ້ອງຕາມຮາກສັບຈາກບາລີສັນສະກິດ ຢ່າໄປຕົວະໂຕເອງວ່າໃຊ້ຕົວ ຮ ຫລື ລ ແທນກໍໄດ້ ເຊັ່ນ ຣັດຖະບານ ເປັນລັດຖະບານ, ສາທາຣະນະຣັດ ເປັນສາທາລະນະລັດ, ພັກຣັດ ເປັນ ພັກລັດ ເປັນຕົ້ນ ແຕ່ກ່ອນອາດໃຊ້ໄດ້ເພາະ ເປັນສະໄຫມຕໍ່ສູ້ ລຸງພູມີບອກວ່າເພື່ອງ່າຍແກ່ການໃຊ້ ແຕ່ຖ້າບ້ານເມືອງຈະເຣີນແລ້ວກໍຕ້ອງຂຽນໃຫ້ຖືກຕາມເຄົ້າບາລີ ແຕ່ເວລານີບ້ານເມືອງຈະ ເຣີນກ້າວຫນ້າແລ້ວ ຜູ້ຣັບຜິດຊອບວຽກງານນີ້ກໍຍັງບໍ່ຮັກພາສາລາວທີ່ແທ້ຈີງເລີຍ ໄດ້ແຕ່ພຽງຮັກໃຄ່ເທົ່ານັ້ນ ໄດ້ຍິນວ່າມີປະກາດໃຫ້ໃຊ້ຕົວ ຣ ໄດ້ ແຕ່ສະເພາະຄຳທີ່ມາຈາກພາສາຝຣັ່ງອັງກິດເທົ່ານັ້ນ ແຕ່ຫ້າມໃຊ້ກັບຄຳລາວທີ່ມາຈາກພາສາບາລີສັນສະກິດ ກໍຢາກຖາມວ່າເມື່ອພາສາຝຣັ່ງ ອັງກິດແລະພາສາບາລີສັນສະກິດເປັນພາສາເຫງົ້າດຽວກັນຄື ອິນໂດຍຸໂຣບເຫມືອນກັນແລ້ວທ່ານໄປຈຳກັດໄດ້ແນວໃດ ທ່ານໃຊ້ຫລັກການໃດ ທ່ານໃຊ້ອົງຄວາມຮູ້ໃດ ແລະສອດຄ້ອງກັບທິດສະດີໃດທາງດ້ານພາສາສາດ ຜູ້ຮັບຜິດຊອບຕ້ອງຊີ້ແຈງໃຫ້ໄດ້
ໃນການໃຊ້ພະຍັນຊະນະ ສະຫລະແລະຕົວສະກົດທີ່ໃຊ້ກັນຜິດນັ້ນ ແກ້ບໍ່ຍາກດອກ ຖ້າຕົວ ຣ ອັນເປັນກົກ ເຫງົ້າຂອງບັນຫາໄດ້ຮັບການແກ້ໄຂ້ກ່ອນ ຖ້າຫນ່ວຍງານທີ່ກ່ຽວຂ້ອງເຕື້ອງກ່ອນ ການແກ້ໄຂຈຶ່ງຈະແກ້ໄດ້ ເຫມືອນສຸພາສິດວ່າ ກົກບໍ່ເຕື້ອງ ຕີງຕາຍຕັ້ງແຕ່ຫງ່າ ອັນຫມາຍເຖີງຄົນປາຍແຖວຈະຄິດແກ້ແນວໃດກໍບໍ່ໄດ້ ເພາະກົກບໍເຕື້ອງ
ທີ່ສຳຄັນອີກຢ່າງໃນການແກ້ໄຂບັນຫາພາສາລາວນັ້ນຕ້ອງໄດ້ຄົນທີ່ເກ່ງພາສາບາລີສັນສະກິດ ເພາະພາສາລາວ ນັ້ນມາຈາກໄວ ຍາກອນລາວເດີມຄືບາລີສັນສະກິດ ທີ່ເອີ້ນວ່າມູນເດີມຫລືບາລີໃຫຍ່ ຖ້າໄດ້ຄົນຜູ້ຮູ້ມາເຮັດວຽກນີ້ກໍຈະແກ້ໄດ້ ເຊັ່ນປະຈຸບັນ ທີ່ລູກໃຊ້ນັ້ນກໍຜິດ ທີ່ຖືກແມ່ນ ປັດຈຸບັນ ການຂຽນໂຕ ສ ຫຼືໂຕ ຊ ກໍຜິດມາຕະຫລອດ ເມືອງໄຊເສດຖາ ຄວນເປັນເມືອງໄຊເຊດຖາ ການໃຊ້ພະຍັນຊະນະ ສະຫລະ ຕົວສະກົດ ວັນນະຍຸກ ຈະແກ້ໄດ້ດ້ວຍການນັ່ງຊ້ອງຫນ້າກັນແລ້ວຟັງເຫດຜົນກັນ ແລະ ໂດຍການທຳການວິໄຈຢ່າງຄັກແນ່ ຢ່າໃຊ້ອຳນາດມາຕັດສິນ ເມື່ອນັກວິຊາການມີອິດສະລະເມື່ອໃດຈຶ່ງຈະແກ້ໄດ້.

ອ້າງອີງມາຈາກ www.vientianehour.com

ພວກເຮົາເປັນຄົນລາວ ກໍຈົ່ງຂຽນແລະອ່ານພາສາລາວໃຫ້ຖືກຕ້ອງ ອັນໃດບໍ່ແນ່ໃຈຫລືບໍ່ເຂົ້າໃຈ ກໍຄວນສຶກສາໃຫ້ເຂົ້າໃຈເສຍກ່ອນ ເຖິງວ່າພາສາລາວຈະຍັງບໍ່ທັນສົມບູນດີກໍຕາມ ແຕ່ຫນ້າທີ່ຂອງພວກເຮົາກໍຄື ຄົງຄວາມເປັນພາສາລາວໄວ້ ຢ່າໃຫ້ມັນຄ່ອຍໆເສື່ອມໄປຕາມພາສາຕ່າງປະເທດ ເພາະວ່າຖ້າເຮົາບໍ່ໃສ່ໃຈແຕ່ດຽວນີ້ ດົນໄປຄົນຮຸ່ນຫລັງອາດຈະບໍ່ຮູ້ຈັກພາສາລາວເລີຍກໍໄດ້ ຫມາຍຄວາມວ່າ ອາດຈະຄິດວ່າພາສາລາວບໍ່ແມ່ນພາສາລາວກໍເປັນໄດ້. ຂໍຂອບໃຈ^^

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຢູ່ອານຸສາວະລີ ວິລະກະສັດລາວ ທີ່ຫາກໍ່ສະຫລອງໃຫມ່ໆນີ້ ມີຂໍ້ຄວາມວ່າ:

ອານຸສາວະລີເຈົ້າອານຸວົງ ວິະກະສັດ.....

ໃຊ້ທັງ ລ ແລະ ຣ ປົນກັນ. ຂ້ອຍກະບໍ່ຮູ້ວ່າ ອັນນີ້ແມ່ນມາດຕະຖານ ການສະກົດ ຄວາມລາວ ຫລື ບໍ່.

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແມ່ນ
ຕ້ອງພະຍາຍາມຊ່ວຍກັນ

ຮັກນ້ອງຕອນເມົາ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຢູ່ອານຸສາວະລີ ວິລະກະສັດລາວ ທີ່ຫາກໍ່ສະຫລອງໃຫມ່ໆນີ້ ມີຂໍ້ຄວາມວ່າ:

ອານຸສາວະລີເຈົ້າອານຸວົງ ວິະກະສັດ.....

ໃຊ້ທັງ ລ ແລະ ຣ ປົນກັນ. ຂ້ອຍກະບໍ່ຮູ້ວ່າ ອັນນີ້ແມ່ນມາດຕະຖານ ການສະກົດ ຄວາມລາວ ຫລື ບໍ່.

ແມ່ນເຮົາກະວ່າຢູ່

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວອນໃຫ້ພາກສ່ວນກ່ຽວຂ້ອງມາຄົ້ນຄວ້າຫາທາງແກ້ໄຂ

ຄິດດີ ເວົ້າດີ ເຮັດດີ

໑ ກະທູ້
໒໔໐ ໂພສ
ນັກການກະທູ້
ຕ້ອງພະຍາຍາມຊ່ວຍກັນໃນການຂຽນພາສາລາວ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາຍາມຊ່ວຍກັນ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບໆໆກ່ອນ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຮັກເອກະລັກຂອງຄວາມເປັນລາວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TuktikDIMAK ຂຽນວ່າ...
ສະບາຍດີທຸກໆທ່ານ
ມື້ຊິມາເວົ້າເຖິງຄວາມຮັກຊາດ ເພາະຄວາມຮັກຊາດລາວໃນຄວາມຫມາຍຊ້າພະເຈົ້ານັ້ນນັ້ນ ຕ້ອງຮັກເອກະລັກຂອງຄວາມເປັນລາວ ຖ້າບໍ່ດັ່ງນັ້ນກໍມີແຕ່ຄວາມໃຄ່ ບໍ່ແມ່ນຮັກ ຮັກແທ້ຢູ່ທີ່ຮັກເອກະລັກແຫ່ງຄວາມເປັນລາວ ເອກະລັກທີ່ບອກ ເຖີງຄວາມເປັນລາວທີ່ມາແຮງເປັນອັນດັບຫນຶ່ງນັ້ນ ໄດ້ແກ່ພາສາລາວ ດັ່ງສຸພາສິດວ່າ ພາສາບອກຊາດມາຣະຍາດບອກຕະກຸນ ຄວາມຮັກຊາດທີ່ແທ້ຈີງຈຶ່ງຢູ່ທີ່ຮັກພາສາແລະວັດທະນະທັມຂອງຊາດ ຖ້າຮັກແຕ່ປາກກໍເປັນພຽວຮັກໃຄ່ ຄືຮັກເພື່ອເສບສົມແລ້ວກໍໄປ ຫລືເອົາປະໂຫຍດ ອ້າງຄວາມຮັກຊາດແລ້ວມີແຕ່ກອບໂກຍອັນນັ້ນຮັກໃຄ່ ຫລືຮັກບໍ່ບໍຣິສຸດ ເຫມືອນບ່າວສາວຮັກກັນເພື່ອຄວາມໃຄ່ແລ້ວກໍຈາກຫນີ ແຕ່ຮັກແທ້ຕ້ອງຫວັງແຕ່ງຫວັງສ້າງສາເປັນເຮືອນເປັນຊານ ຮັກພາສາລາວກໍເຊັ່ນກັນ ຢ່າພຽງແຕ່ໃຊ້ພາສາລາວ ແຕ່ບໍ່ຮູ້ວ່າຈະປັບປຸງ ພາສາລາວໃຫ້ຍືນຍົງໄດ້ແນວໃດ.
ປະຈຸບັນຂ້າພະເຈົ້າພົບເຫັນຄົນລາວຫຼາຍຄົນທີ່ຂຽນອ່ານ ແລະ ໃຊ້ພາສາລາວບໍ່ຖືກຕ້ອງໃນເລື່ອງຂອງພະຍັນຊະນະ ການວາງສະຫຼະ ແລະຕົວສະກົດທີ່ພົບເຫັນນັ້ນແມ່ນມີຄວາມຜິດພາດໃນທັງ3ຢ່າງເທົ່າໆກັນ...
ສະນັ້ນ ການແກ້ໄຂບັນຫານີ້ແມ່ນບໍ່ຍາກເລີຍ ງ່າຍຫລາຍທີ່ສຸດ ເບື້ອງຕົ້ນແມ່ນ ເອົາຕົວ ຣ ໃຫ້ເຂົ້າທີ່ເສຍກ່ອນ ພໍ່ຖືວ່າຕົວ ຣ ບໍ່ເຂົ້າທີ່ນີ້ເປັນຄວາມຜິດມະຫັນໃນພາສາລາວ ເຫມືອນເຮືອນຮົ່ວມາແຕ່ລົບ ຈະໄປສ້ອມແປງບ່ອນໃດກໍບໍ່ແລ້ວ ຈະຮົ່ວຢູ່ເຫມືອນເດີມ ຢ່າເລີຍ ໄປແກ້ລົບບົນຫລັງຄານັ້ນກ່ອນແລ້ວຄ່ອຍແກ້ບ່ອນອື່ນ..
ຄຳວ່າເອົາຕົວ ຣ ເຂົ້າທີ່ນັ້ນຫມາຍເຖີງການໃຊ້ຕົວ ຣ ໃຫ້ຖືກຕ້ອງຕາມຮາກສັບຈາກບາລີສັນສະກິດ ຢ່າໄປຕົວະໂຕເອງວ່າໃຊ້ຕົວ ຮ ຫລື ລ ແທນກໍໄດ້ ເຊັ່ນ ຣັດຖະບານ ເປັນລັດຖະບານ, ສາທາຣະນະຣັດ ເປັນສາທາລະນະລັດ, ພັກຣັດ ເປັນ ພັກລັດ ເປັນຕົ້ນ ແຕ່ກ່ອນອາດໃຊ້ໄດ້ເພາະ ເປັນສະໄຫມຕໍ່ສູ້ ລຸງພູມີບອກວ່າເພື່ອງ່າຍແກ່ການໃຊ້ ແຕ່ຖ້າບ້ານເມືອງຈະເຣີນແລ້ວກໍຕ້ອງຂຽນໃຫ້ຖືກຕາມເຄົ້າບາລີ ແຕ່ເວລານີບ້ານເມືອງຈະ ເຣີນກ້າວຫນ້າແລ້ວ ຜູ້ຣັບຜິດຊອບວຽກງານນີ້ກໍຍັງບໍ່ຮັກພາສາລາວທີ່ແທ້ຈີງເລີຍ ໄດ້ແຕ່ພຽງຮັກໃຄ່ເທົ່ານັ້ນ ໄດ້ຍິນວ່າມີປະກາດໃຫ້ໃຊ້ຕົວ ຣ ໄດ້ ແຕ່ສະເພາະຄຳທີ່ມາຈາກພາສາຝຣັ່ງອັງກິດເທົ່ານັ້ນ ແຕ່ຫ້າມໃຊ້ກັບຄຳລາວທີ່ມາຈາກພາສາບາລີສັນສະກິດ ກໍຢາກຖາມວ່າເມື່ອພາສາຝຣັ່ງ ອັງກິດແລະພາສາບາລີສັນສະກິດເປັນພາສາເຫງົ້າດຽວກັນຄື ອິນໂດຍຸໂຣບເຫມືອນກັນແລ້ວທ່ານໄປຈຳກັດໄດ້ແນວໃດ ທ່ານໃຊ້ຫລັກການໃດ ທ່ານໃຊ້ອົງຄວາມຮູ້ໃດ ແລະສອດຄ້ອງກັບທິດສະດີໃດທາງດ້ານພາສາສາດ ຜູ້ຮັບຜິດຊອບຕ້ອງຊີ້ແຈງໃຫ້ໄດ້
ໃນການໃຊ້ພະຍັນຊະນະ ສະຫລະແລະຕົວສະກົດທີ່ໃຊ້ກັນຜິດນັ້ນ ແກ້ບໍ່ຍາກດອກ ຖ້າຕົວ ຣ ອັນເປັນກົກ ເຫງົ້າຂອງບັນຫາໄດ້ຮັບການແກ້ໄຂ້ກ່ອນ ຖ້າຫນ່ວຍງານທີ່ກ່ຽວຂ້ອງເຕື້ອງກ່ອນ ການແກ້ໄຂຈຶ່ງຈະແກ້ໄດ້ ເຫມືອນສຸພາສິດວ່າ ກົກບໍ່ເຕື້ອງ ຕີງຕາຍຕັ້ງແຕ່ຫງ່າ ອັນຫມາຍເຖີງຄົນປາຍແຖວຈະຄິດແກ້ແນວໃດກໍບໍ່ໄດ້ ເພາະກົກບໍເຕື້ອງ
ທີ່ສຳຄັນອີກຢ່າງໃນການແກ້ໄຂບັນຫາພາສາລາວນັ້ນຕ້ອງໄດ້ຄົນທີ່ເກ່ງພາສາບາລີສັນສະກິດ ເພາະພາສາລາວ ນັ້ນມາຈາກໄວ ຍາກອນລາວເດີມຄືບາລີສັນສະກິດ ທີ່ເອີ້ນວ່າມູນເດີມຫລືບາລີໃຫຍ່ ຖ້າໄດ້ຄົນຜູ້ຮູ້ມາເຮັດວຽກນີ້ກໍຈະແກ້ໄດ້ ເຊັ່ນປະຈຸບັນ ທີ່ລູກໃຊ້ນັ້ນກໍຜິດ ທີ່ຖືກແມ່ນ ປັດຈຸບັນ ການຂຽນໂຕ ສ ຫຼືໂຕ ຊ ກໍຜິດມາຕະຫລອດ ເມືອງໄຊເສດຖາ ຄວນເປັນເມືອງໄຊເຊດຖາ ການໃຊ້ພະຍັນຊະນະ ສະຫລະ ຕົວສະກົດ ວັນນະຍຸກ ຈະແກ້ໄດ້ດ້ວຍການນັ່ງຊ້ອງຫນ້າກັນແລ້ວຟັງເຫດຜົນກັນ ແລະ ໂດຍການທຳການວິໄຈຢ່າງຄັກແນ່ ຢ່າໃຊ້ອຳນາດມາຕັດສິນ ເມື່ອນັກວິຊາການມີອິດສະລະເມື່ອໃດຈຶ່ງຈະແກ້ໄດ້.

ອ້າງອີງມາຈາກ www.vientianehour.com

ພວກເຮົາເປັນຄົນລາວ ກໍຈົ່ງຂຽນແລະອ່ານພາສາລາວໃຫ້ຖືກຕ້ອງ ອັນໃດບໍ່ແນ່ໃຈຫລືບໍ່ເຂົ້າໃຈ ກໍຄວນສຶກສາໃຫ້ເຂົ້າໃຈເສຍກ່ອນ ເຖິງວ່າພາສາລາວຈະຍັງບໍ່ທັນສົມບູນດີກໍຕາມ ແຕ່ຫນ້າທີ່ຂອງພວກເຮົາກໍຄື ຄົງຄວາມເປັນພາສາລາວໄວ້ ຢ່າໃຫ້ມັນຄ່ອຍໆເສື່ອມໄປຕາມພາສາຕ່າງປະເທດ ເພາະວ່າຖ້າເຮົາບໍ່ໃສ່ໃຈແຕ່ດຽວນີ້ ດົນໄປຄົນຮຸ່ນຫລັງອາດຈະບໍ່ຮູ້ຈັກພາສາລາວເລີຍກໍໄດ້ ຫມາຍຄວາມວ່າ ອາດຈະຄິດວ່າພາສາລາວບໍ່ແມ່ນພາສາລາວກໍເປັນໄດ້. ຂໍຂອບໃຈ^^

ນັ່ງອ່ານຈົນຈົບ ທີ່ສະເຫນີມາກໍມີເຫດຜົນ ຕາມທີ່ສັງເກດເຫັນວ່າບາງຄົນຂຽນພາສາລາວບໍ່ຄ່ອຍຖືກ ຈະຂໍຍົກຕົວຢ່າງບາງປະໂຫຍກດັ່ງນີ້
1. ປັດຈຸບັນ ຂຽນເປັນ ປະຈຸບັນ (ຂຽນຜິດສະຫລະ)
2. ນ້ອງ ຂຽນເປັນ ນອ້ງ (ຂຽນຜິດການວາງວັນນະຍຸກ)
3. ໄຊເຊດຖາ ຂຽນເປັນ ໄຊເສດຖາ (ຂຽນຜິດພະຍັນຊະນະ(ຕົວສະກົດ))

໗ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...

ປະຈຸບັນ ນ. (ປ.) ປັດຈຸບັນ, ເວລາດຽວນີ້.
ປັດຈຸບັນ ນ. (ປ.) ເວລາດຽວນີ້, ຍາມນີ້, ກາລະເວລານີ້, ດຽວນີ້ ຮຽກວ່າປັດຈຸບັນ, ປະຈຸບັນກໍ່ວ່າ.
----ຈາກ “ວັດຈະນານຸກົມ”ພາສາລາວ
ຈັດພິມໂດຍ ຫໍສະໝຸດແຫ່ງຊາດ 2008
ໂດຍ ດຣ. ທອງຄຳ ອ່ອນມະນີສອນ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີ ແປບດຽວກະສາມປີແລ້ວເນາະສຳລັບກະທູ້ນີ້.. ກະບໍ່ຮູ້ຊິວ່າຫຍັງຕໍ່...^_^ ເອົາເປັນວ່າມາອັບເດດພັດທະນາການພາສາລາວ ຫຼື ຖ້າມີຄວາມຄິດເຫັນເພີ່ມເຕີມກໍວ່າມາໄດ້ເລີຍ..........

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຄວາມດີບໍ່ມີວັນຕາຍ.
ຄວາມອັບອາຍຄືການລືມຊາດ,ລືມສາດສະໜາ ແລະ ລືມວັດທະນະທຳຂອງຕົນເອງ

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ stenven ຂຽນວ່າ...
ຄວາມດີບໍ່ມີວັນຕາຍ.
ຄວາມອັບອາຍຄືການລືມຊາດ,ລືມສາດສະໜາ ແລະ ລືມວັດທະນະທຳຂອງຕົນເອງ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຈົ່ງພູມໃຈກັນເທີດທີ່ເກີດເປັນຄົນລາວ.ຈົ່ງພູມໃຈກັນເທີດທີ່ເກີດຢູ່ໃນພືນແຜ່ນດີນລາວແຫ່ງນີ້.ຈົ່ງພູມໃຈເທີດທີ່ປະເທດລາວເຮົາມີເອກກະລັກ ແລະ ວັດທະນາທຳ ແລະ ພາສາເປັນຂອງຕົງເອງ.ຈົ່ງພູມໃຈເທີດກັບການນຳພາຂອງພັກລັດເຮົາ.