ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳວ່າ computer ທີ່ເຮົາເວົ້າກັນທຸກມື້ນີ້ ແມ່ນຢືມຈາກພາສາອື່ນມາເວົ້າ ແຕ່ພາສາລາວເຮົາເດ ເພີ່ນເອີ້ນວ່າ ແນວໃດ?

໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ມີແລ້ວບໍ່ ຢູ່ໃນວັດຈະນານຸກົມພາສາລາວ ຖ້າບໍ່ມີ ຊ່ວຍກັນສ້າງຄຳສັບທີ່ເປັນຂອງລາວໃຫ້ແດ່ ເຮົາຈະເອີ້ນວ່າແນວໃດ

ປີໃໝ່ໃຜອ່ານໂຊກດີຕະຫຼອດປີ
ເມົາມີສະຕິ
ເມົາບໍ່ຂັບ
ເມົາບໍ່ອາລະວາດ
ເມົາບໍ່ສ້າງຄວາມລຳຄານ
ເມົາແລ້ວບໍ່ໄປໃສ
ເມົາແລ້ວນອນ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງວ່າແລະເດີ........ຕັ້ງແຕ່ເກີດມາກະໄດ້ຍິນເພີ່ນເອີ້ນຄອມພີວເຕີແລ້ວເດ!


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ແຕ່ກີ້ຈັກຄິດໄລ່ບ້ານຂ້ອຍຂະເຈົ້າກະເອິ້ນຄອມພິວເຕີ

M99NOY

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄະນິດຕະກອນ..
ບໍ່ຮູ້ວ່າຖືກຫຼັກບໍ່..
ເພາະຄອມພິວເຕີແມ່ນການຄຳນວນ..
ການຄຳນວນ ສາມາດໃຊ້ຄຳວ່າ ຄະນິດສາດ..
ສ່ວນຄຳວ່າກອນ.. ປຽບເໝືອນຄຳທີ່ປ່ຽນຈາກ ຄຳກຳມະ ໃຫ້ເປັນ ຄຳນາມ..

ບໍ່ຮູ້ວ່າເໝາະບໍ່..??
ກະລອງພິຈາລະນາເບິ່ງ..


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງວ່າຄຳລາວເດີມບໍ່ມີ ເລີຍຢືມຄຳເວົ້າຂອງຊາວຕາເວັນຕົກມາໃຊ້............


໔ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າ ຈັກປະມວນຜົນ ໜ້າຈະເໝາະກວ່າ ຄິດວ່າ ເປັນຈັ່ງໃດ?

ປີໃໝ່ໃຜອ່ານໂຊກດີຕະຫຼອດປີ
ເມົາມີສະຕິ
ເມົາບໍ່ຂັບ
ເມົາບໍ່ອາລະວາດ
ເມົາບໍ່ສ້າງຄວາມລຳຄານ
ເມົາແລ້ວບໍ່ໄປໃສ
ເມົາແລ້ວນອນ

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຂ້ອຍກະຢາກຮູ້ຄືກັນບອກແດ່


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ເຄື່ອງປະມວນຜົນ(ຂັ້ນສູງ)

ຊົ່ວຢ່າງສ້າງສັນ

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ໃນພາສາລາວເຮົາບໍ່ມີດອກ ມີແຕ່ເອີ້ນວ່າ ຄອມພີວເທີຣ໌ ທັບສັບໄປເລີຍ ກາຮູ້ໆເຂົ້າໃຈກັນທົ່ວໄປ.
ແນວວ່າບໍ່ແມ່ນຄົນລາວເປັນຜູ້ຜລິດເນາະ ມັນກໍ່ຍັງບໍ່ທັນໄດ້ມີໃນຄຳລາວເປັນຂອງທຳມະດາ.

ສ່ວນທີ່ວ່າເອີ້ນ ເຄື່ອງປະມວນຜົນ(ຂັ້ນສູງ), ຈັກປະມວນຜົນ... ນັ້ນມັນຄືຊິແມ່ນເປັນການອະທິບາຍ ຫລື ຂະຫຍາຍຄວາມຫມາຍຂອງຄອມພີວເທີຣ໌ບາງສ່ວນຊື່ໆ
ອາດຈະບໍ່ສື່ຄວາມຫມາຍຂອງ ຄອມພີວເທີຣ໌ໄດ້ ທັງຫມົດ (ຄວາມຫມາຍທີ່ປະເທດອື່ນໆເຂົາເຂົ້າໃຈ)

ກາໃຊ້ຄຳວ່າ ຄອມພີວເທີຣ໌ ນັ້ນແຫລະເຫັນວ່າເຫມາະສົມແລ້ວ.


໑ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຕາມຄວາມຄິດຂອງຂ້ອຍ
ຂ້ອຍວ່າໃນພາສາລາວນ່າຊິຍັງບໍ່ມີຄຳນີ້ (ຖ້າມີກໍບອກໃຫ້ຮູ້ແນ່)
ກໍຢ່າງທີ່ເຮົາຮູ້ວ່າຄຳວ່າ ຄອມພິວເຕີ ແມ່ນຄຳທີ່ຢືມມາຈາກພາສາຕ່າງປະເທດ computer
ເພາະວ່າພາສາເຮົາຍັງບໍ່ທັນສົມບູນ
(ຂ້ອຍວ່າພາສາຂອງທຸກປະເທດຍັງບໍ່ທັນສົມບູນດອກ ເພາະວ່າຖ້າສົມບູນແລ້ວມັນກໍຄົງຊິບໍ່ມີຄຳສັບໃໝ່ໆເພີ່ມ)
ອີກຢ່າງມັນກໍມີຫຼາຍຄຳທີ່ຢືມມາຈາກພາສາຕ່ງປະເທດ
ເຊັ່ນຄຳວ່າກາເຟ ຊຶ່ງຢືມມາຈາກພາສາຝຣັ່ງ 'café' (ຂ້ອຍວ່າທຸກຄົນກໍຄົງຊິເອີ້ນຄືກັນ)


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັງວ່າເດີ ເຮົາກໍ່ບໍ່ຮູ້ຄືກັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳລັງຄິດ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໑໐໕ ໂພສ
ນັກການກະທູ້
ຍັງບໍ່ຮູ້ນະ ໃຜຮູ້ບອກແດ່ ຢາກຮູ້ຄືກັນ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ມັນບໍ່ມີດອກ ເພາະຄຳນີ້ມັນແມ່ນຊື່ເອີ້ນ ຜລິດຕະພັນນີ້ເກີດຂຶ້ນ ແລະ ເພິ່ນຕັ້ງຊື່ເອີ້ນແນວໃດກໍໄດ້ເອີ້ນແນວນັ້ນ....