ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ກາບປູ່ສອນຫລານ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາອ່ານກະທູ້ຂອງອາຈານອະຣິຍະແລ້ວ ຄິດເຫັນກາບບົດຫນຶ່ງທີ່ເຄີຍຮຽນຕອນຢູ່ ມ.2
ຊື່ວ່າ ກາບປູ່ສອນຫລານ ບໍ່ຮູ້ວ່າໂຕເອງຊິຈື່ໄດ້ສ່ຳໃດ໋ ແຕ່ກະຢາກຂຽນໄວ້ໃຫ້ເພື່ອນໆ ເຂົ້າມາອ່ານຫລິ້ນ
ເອົາສ່ຳທີ່ຈື່ໄດ້ນໍ

(ຄັດຕອນເດີ້)

........

ຜູ່ຂ້າຊື່ວ່າ ພຸດທະໂຄສາ
ອາຈານນັກປາດ ສະຫລາດເຫັນຄອງ
ຫມົ່ນຫມອງພາຍຫນ້າ ຈິ່ງກ່າວກາບກ້າ
ໄວ້ຖ້າສອນຫລານ ນິທານບ້ານນອກ
ຕ້ານບອກຄຳພີ ທີຄະນິກາຍ
ບອກຫລາຍນິເທດ ໃນເຂດສົງສານ
ຝູງລູກຫລານ ຈື່ຈຳເອົາໄວ້
ໃຜຈື່ໄດ້ ເມືອຫນ້າຍ່ອມຍືນ
ຫລົວແລະຟືນ ຢ່າເອົາຮອງນັ່ງ
ເຊື້ອນັ່ງຕ່ຳ ຢ່າໄດ້ນັ່ງສູງ
ເຊື້ອລຸງຕາ ໃຫ້ຢຳປານແກ້ວ
ປູ່ສັ່ງແລ້ວ ຫລານຫລ້າຈື່ຈຳ
ທຳເປັນຂຸນ ໃຫ້ມີໃຈກວ້າງ
ຢ່າອວດອ້າງ ຄວາມຮູ້ບໍ່ຖາມ
ຄວາມໃດງາມ ຖາມຂຸນຜູ່ຮູ້
ມັກຫລິ້ນຊູ້ ໃຫ້ຖາມດອມເມຍ
ມັກເປັນເພຍ ໃຫ້ຖາມພີ່ນ້ອງ
ໃຈໃສສ່ອງ ກັນແລ້ວຈິ່ງໄປ
ໄມ້ລຳດຽວ ລ້ອມຮົ້ວບໍ່ໄຂວ່
ໄພ່ບໍ່ພ້ອມ ແປງບ້ານບໍ່ເປັນ
ເພິ່ນເຫັນໂຕ ຢ່າອຳເຊີງໄວ້
ບາດໂທດຕ້ອງ ມັນປີ້ນໃສ່ໂຕ
ໃຈໂລເລ ຢ່າຫາມາທຽບ
ຢ່າທຽບແທ້ ຝູງນັ້ນບໍ່ດີ
ຂ້າຫລີກຫນີ ເອົາໄວ້ຫລາຍເທື່ອ
ງ້ວນກິນເບື່ອ ຢ່າໄວ້ໃນເຮືອນ
ຄົນໃຈເບືອນ ຢ່າເປັນພີ່ນ້ອງ
ມັນຈັກເປັນລ້ອງຄ້ອງ ຄືກ່ຽວສອງຄົມ
ນ້ຳເຕັມໄຫ ມອດໄຟບໍ່ໄດ້
ຝູງເພິ່ນໄຫ້ ມັນກໍບໍ່ກົວ
ເມຍກັບຜົວ ຢ່າທຳໃຈເຊື່ອ
ບາດລາງເທື່ອ ມັນເບື່ອມັນຊັງ
ຄວາມໂມຫັງ ມັນມາແລ່ນຕ້ອງ
ພີ່ແລະນ້ອງ ບໍ່ແມ່ນໃຈດຽວ
............

(ຄັດຕອນອີກເດີ້ ມັນຈື່ບໍ່ຫມົດ)

............

ເປັນຄົນຊາຍ ຢ່າສູ່ຄິດໃກ້
ເປັນບ່ອນໄດ້ ຢ່າໃຫ້ເສຍຄຸນ
ເພິ່ນທຳບຸນ ໂຕຢ່າທຳບາບ
ໄປອາບນ້ຳ ວັງໃຫຍ່ສີຂາ
ສະຫົວເສຍ ຫາຍຄຳໂສກເສົ້າ
ແລ້ວຈິ່ງເວົ້າ ຄຳບຸນຄຳທານ
ໃຫ້ລູກຫລານ ຈື່ຈຳເອົາໄວ້
ໃຜຜູ່ໄດ້ ໃຫ້ເວົ້າສືບໄປ
ເປັນຄົນໃນ ໃຫ້ຮຽນຄວາມຮູ້
ເຮັດຊູລູ ເຂົາບໍ່ມີຢຳ
ເຮັດຊຳງຳ ເຂົາບໍ່ມີຢ້ານ
ໄປທ່ຽວບ້ານ ໃຫ້ເບິ່ງຫົນທາງ
ຄົນຕາຟາງ ໃຫ້ຫລີກມັນກ່ອນ
ບ່ອນຜູ່ໃຫຍ່ ຢ່າໄດ້ໄປແທນ
ເພິ່ນຫວງແຫນ ຢ່າໄດ້ໄປຕ້ອງ
ຂອງພີ່ນ້ອງ ຢ່າໄດ້ໄປຂໍ

...........

ຍັງມີອີກຫລາຍ ແຕ່ເອົາເທົ່ານີ້ແຫລະ ໄປໄວ້ອ່ານຫລິ້ນ
ອີກຢ່າງ ເຈົ້າຂອງກະທູ້ເອງ ກະບໍ່ຈື່ປານໃດ ວັກຕໍ່ໄປຫັ້ນ
ແຕ່ວັກທີ່ຂຽນມາ ແມ່ນວັກທີ່ມັກຊັ້ນດອກ ຈັ່ງວ່າຈື່ແນ່
ສົມເປັນຄຳສອນຂອງປູ່ ທີ່ສອນຫລານແທ້ໆ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຶ່ປານນັ້ນພູ້ນນໍ

ອາວບໍ່ໄດ້ຮຽນມາແບບນີ້ກະບໍ່ກ້າເວົ້າກ້າວ່າຫຍັງຕຶ່ມ!

ມີຜຍາບໍ່ແມ່ນໃສ່ບ່າແບກໄວ້..

ຄຶເພິ່ນວ່າລະນໍ!

໒ ກະທູ້
໖໒ ໂພສ
ຂາປະຈຳເວັບບອດ
ບໍ່ເຄີຍຮຽນ ຫາງກໍ່ເຫັນກະມື້ນີ້ແຫຼະ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຫາກໍ່ເຄີຍສິອ່າຍຄັ້ງທຳອິດເດ ມື້ໜ້າເອົາມາໃສ່ໃຫ້ຄົບເດີ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໂອ໋ ໂຫ ຈື່ເອົາຫວາຫັ້ນ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວປານລົດໄຟ

you will when you believe

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ໂອ້ ຕອນສະໄໝເອື້ອຍເປັນສາວພຸ້ນເບາະນິ

ຫວານຕົ້ນຈືດປາຍ

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ກາບປູ່ສອນຫຼານຂ້ອຍເຄີຍເຮີຍນແຕ່ຕອນມໍສອງພຸ້ນ ຂ້ອຍມັກມັນຫຼາຍສະໄໝແຕ່ກີ້ຈື່ໄດ້ເກືອບໝົດເລີຍ ລະກະອາຈານໃຫ້ທ່ອງເອົາຄະແນນກະເລຍຈື່ເປັນພິເສດແຕ່ດຽວນີ້ລືມໄປຫຼາຍເຕີບ ແຕ່ເມື່ອມາອ່ານແລ້ວກະເລີ່ມຈື່ຂື້ນມາໜ້ອຍໜຶ່ງລະ ໂຕເທິງຫັ້ນແມ່ນຢູ່ປື້ມພາສາລາວວັນນະຄະດີມໍສອງ

ແຕ່ນີ້ແມ່ນເວີຊັນທີ່ແຕກຕ່າງກັນຊິເວົາສະເພາະໂຕທີ່ມັນຕ່າງເດີ້

ຂື້ນຕົ້ນທີ່ແຕກຕ່າງກັນແມ່ນ "ຕົນຜູ້ຂ້າ ພຸດທະໂຄສາ ອາຈານນັກປາດ ສະຫຼາດເຫັນຄອງ ໝົ່ນໝອງພາຍໜ້າ ຈຶ່ງກ້າວກາບກ້າໄວ້ຖ້າສອນຫຼານ......"

ລະກະເພີ່ມເຕີມທີ່ແຕກຕ່າງກັນ

"ໄມ້ລຳດຽວລ້ອມຮົ້ວບໍ່ໄຂ່ວໄພບໍ່ພ້ອມແປງບ້ານບໍ່ເປັນ

ເພິ່ນເຫັນໂຕຢ່າໂງທາງຕ່າງ

ຍ່າງກາງບ້ານຢ່າຄາດເຄື່ອງຫຼາຍ

ກາຍພະສົ່ງຍໍມືນົບໄວ້

ຄ້ຽວໝາກແລ້ວເອົານວດມາສີ

ໄດ້ເມຍດີປານແກ້ວຄູນລ່າງ

ໄດ້ເມຍຊ່າງປານແກ້ວຄູນເຮືອນ

ໄດ້ເມຍຜູ້ບິດເບືອນປານຄຸມໝູ່ໃນຄອກ

ໄດ້ເມຍຜູ້ຟອກປານແກ່ໄມ້ທາງປາຍ

ເປັນຄົນຊາຍຢ່າໄດ້ຂາຍໂຄ_

ເດິກກາງຄືນຢ່າໄດ້ທ່ຽວບ້ານ

ເຂົ້າເທືອນກ້ວາງຮ້ອງໝູ່ໝູໝາ

ຕົກໝູ່ຂຸນຊ່ອຍຂຸນລ້ຽງມ້າ

ຕົກໝູ່ຂ້າຊ່ອຍຂ້າພາຍໂຊນ

ຕົກໝູ່ໂຈນຊ່ອຍຫາມໄຫເຫຼ້າປູ່ເນີ ຫຼານເອີຍ"

ແຕກຕ່າງອີກ

"ຂ້າຫຼີກໜີຢ່າເອົາໄວ້ຫຼາຍເທື່ອ

ງ້ວນຂອງເບື່ອຢ່າໄວ້ໃນເຮືອນ

ຄົນຕາເບືອນຢ່າໄດ້ເປັນມິດ

ແນວງູຜິດຢ່າໄດ້ວາງໃຈ

ຄັນຟັນຂວານໃຫ້ຫຼຽວເບິ່ງຟ້າ

ຄັນຍິ່ງໜ້າໃຫ້ຫຼຽວເບິ່ງປາຍປືນ ລືມລະ"

"ນ້ຳເຕັມໄຫມອດໄຟບໍ່ໄດ້

ເພິ່ນນັ່ງໄຫ້ໂຕຢ່ານັ່ງຫົວ

ເມຍກັບຜົວຢ່າທຳໃຈເຊື່ອ ບາດລາງເທື່ອມັນເບື່ອໃຈຊັງ

ຄວາມໂມຫັງມັນມາແລ່ນຕ້ອງ

ພີ່ແລະນ້ອງບໍ່ແມ່ນໃຈດຽວ

ທ່ຽວທາງໄກຫຼຽວຫຼັງຫຼຽວໜ້າ

ຄຶດຊູຊັ້ນດີແລ້ວຈຶ່ງນອນ

ຫົວຮຽງໝອນຢ່າວອນຫາຊູ້

ຄຶດຮ່ຳຮູ້ຄຳປູ່ສັ່ງສອນ

ນອນຍາມໜາວຍາມບຽດສາວເພິ່ງກຽດ

ເພິ່ນຄຽດແລ້ວຢ່າໄດ້ກ່າວໃຍ

ໄຟລຸກລາມຢ່າເອົາຝອຍອ່ອຍ

ຊ້າງເພິ່ນຍ້ອຍໃຫ້ຫຼີກແລ່ນໄກ

ສຽງສະໄນດັ່ງກົ່ວສຽງຄ້ອງ

ຄຶດບໍ່ຖ້ອງໃຫ້ໝັ່ນພຽນຖາມ

ຄວາມໝົ່ວໝອງຢ່າຖາມຜູ້ຄຽດ

ກົບຂຽດຮ້ອງຕ້ອງຫົວໃຈງູ

ຊາວຊູຊາຍເສຍດາຍແຕ່ຕ້າງ

ເປັນແມ່ຮ້າງເຂົາຈຶງຖາມຫາ

ຄວາມໄກຕາໃຫ້ຟັງດູທີ່

ຄຶດພຸ້ນພີ້ບໍ່ແມ່ນຄວາມດຽວ ຮອດນີ້ຈື່ບໍ່ໄດ້ລະ"

ມີຫຼາຍຄຶດອອກລະສິມາເພີ່ມຊ່ອຍເດີ້

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bububu ຂຽນວ່າ...

ດີໆໆໆ ມ່ວນຫລາຍ
ແມ່ນແລ້ວ ເຮົາທ່ອງໃນປຶ້ມແບບຮຽນພາສາລາວ ວັນນະຄະດີ ມ.2
ເຮົາທ່ອງຫລິ້ນກັບຫມູ່ລ້າໆ ເຫັນມັນມ່ວນ
ແລ້ວສຸດທ້າຍກະເລີຍມັກ
ແຕ່ກະບໍ່ໄດ້ຊອກໂຕຕົ້ນສະບັບມາອ່ານເທື່ອ
ດີແລ້ວ ເພິ່ນເອົາຕົ້ນສະບັບມາໂພສ
ຫມູ່ເພື່ອນເຮົາຈັ່ງຊິໄດ້ຮູ້ວັນນະກຳຂອງລາວເຮົາຫລາຍຂຶ້ນ
ມື້ຫນ້າຢາລືມມາຂຽນຕໍ່ ສ່ວນທີ່ບໍ່ຈື່ເດີ
ມ່ວນໆໆໆໆ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ໂອ້ ຕອນສະໄໝເອື້ອຍເປັນສາວພຸ້ນເບາະນິ

ແມ່ນແລ້ວນ້ອງ
ແຕ່ສະໄຫມເປັນສາວພຸ້ນແຫລະ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຈຶ່ປານນັ້ນພູ້ນນໍ
ອາວບໍ່ໄດ້ຮຽນມາແບບນີ້ກະບໍ່ກ້າເວົ້າກ້າວ່າຫຍັງຕຶ່ມ!

ມີຜຍາບໍ່ແມ່ນໃສ່ບ່າແບກໄວ້..
ຄຶເພິ່ນວ່າລະນໍ!

ແຕ່ຫລານບໍ່ຫ່ອນຊິມີຜະຫຍາຄືເພິ່ນຊ້ຳ ອາວເອີຍ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໑໐໑ ໂພສ
ນັກການກະທູ້
yao...phord...tae ka keng laiy sao

地震、スナミ皆気を付けてぇ~

໑ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
ສັດໂລກທັງຫຼາຍຕ້ອງເປັນໄປຕາມກຳ...ນະໂຢມ......ນະ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ເຄີຍຍີນແຕ່ບໍ່ຈື່

ຄົນໄກບ້ານ........ຍາກກັບບ້ານເດ່

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ໂອຍສາວຫລ້າຄືມາເກັ່ງແທ້ນໍເດົາກອນປູ່ສອນຫລານໄດ້ເກືອບຫມົດອິອິອິມື້ແລງມາທ່ອງໃຫ້ຟັງອີກແນ່ເດີມ່ວນດີ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜັງສືດີມີປະໂຫຽດນັກສຶກສາລາວຄວນສຶກສາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຄວາມອາຈານວ່າ

ແຕ່ໄວຣຸ່ນທຸກມື້ນີ້ ຊິສົນໃຈບໍ ນຳເລື່ອງແນວນີ້

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຈຶ່ປານນັ້ນພູ້ນນໍ
ອາວບໍ່ໄດ້ຮຽນມາແບບນີ້ກະບໍ່ກ້າເວົ້າກ້າວ່າຫຍັງຕຶ່ມ!

ມີຜຍາບໍ່ແມ່ນໃສ່ບ່າແບກໄວ້..
ຄຶເພິ່ນວ່າລະນໍ!

ແຕ່ຫລານບໍ່ຫ່ອນຊິມີຜະຫຍາຄືເພິ່ນຊ້ຳ ອາວເອີຍ

ບໍ່ແມ່ນຜຍາຄືເຂົ້າໃຈຫັ້ນດອກ ຜຍາໃນ ຄວາມໜາຍນີ້ແມ່ນມີຄວາມຮູ້ຕ່າງຫາກ.

ຫລານກະຫມາຍຄວາມວ່າແນວນັ້ນຫັ້ນແຫລະ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ຍາວແທ້ ອ່ານກ່ອນເດີ

何よりも真実を貴ぶ

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ໂອໂຫ ຄັກເນາະ ເອົາມາອີກເດີ

何よりも真実を貴ぶ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈື່ແລ້ວ

ອິອິ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ແມ່ນຄວາມອາຈານວ່າ
ແຕ່ໄວຣຸ່ນທຸກມື້ນີ້ ຊິສົນໃຈບໍ ນຳເລື່ອງແນວນີ້

ແມ່ນໆ

<-----ຄົນໃຈດີແຟນຄລັບ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນໃຈດີເດ ບໍ່ຈື່ແນ່ບໍ່ ຈັກເລັກຈັກຫນ້ອຍ ພໍມາຕື່ມກັນ??

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ຄົນໃຈດີເດ ບໍ່ຈື່ແນ່ບໍ່ ຈັກເລັກຈັກຫນ້ອຍ ພໍມາຕື່ມກັນ??

ຊອກປື້ມກ່ອນ

<-----ຄົນໃຈດີແຟນຄລັບ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ໃດມີກາບຫຼານສອນປູແດ່

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີຫນາ
ແມ່ນໃຜມີ ເອົາມາສູ່ກັນອ່ານແນ່ເດີ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໔ ກະທູ້
໓໕໙ ໂພສ

ແມ່ນຫຍັງລະ?

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>