ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລະບົບຂອງພາສາລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ຂພຈ ໄດ້ເກີດຄວາມສົງໄສກ່ຽວກັບພາສາລາວ ເພາະຕົນເອງໄດ້ຮຽນມາແຕ່ນ້ອຍຈົນໃຫຍ່ກໍເລີຍຖືເລືອງພາສາລາວເປັນຂອງທຳມະດາ.
ແຕ່ໃນຄວາມເປັນຈິ່ງແລ້ວ ພາສາລາວແມ່ນບໍທຳມະດາ ເພາະເຫັນໄດ້ວ່າຄະແນນຂອງ ນັກສຶກສາລາວສ່ວນຫລາຍ ແມ່ນບໍຄ່ອຍເຫັນຄະແນນ (A) ພໍປານໄດ ສ່ວນຫລາຍກໍເຫັນແຕ່ (C) ຖ້າຜູ່ໄດກ່າຍແລະໄກ້ສິດອາຈານແດ່ກໍໄດ້ພຽງແຕ່ (B) ດັ່ງນັ້ນຈິ່ງຖືໄດ້ວ່າ ພາສາລາວບໍແມ່ນທຳມະດາ.

ພາສາລາວຂອງພວກເຮົາກໍເປັນພາສາຫນຶ່ງທີ່ເກົ່າແກ່ ແລະຖືໄດ້ວ່າເປັນພາສາທີ່ຜ່ານຝ່າອຸປະສັກທາມກາງຄວາມກົດດັນການແຊກແຊງທາງດ້ານ ວັດທະນະ,ສັງຄົມມາຫລາຍພໍສົມຄວນ.
ພາສາລາວຂອງພວກເຮົາທີ່ໄດ້ຄົງຢູ່ມາເຖິງທຸກວັນນີ້ ກໍຍ້ອນວ່າມີນັກປາສອາຈານຜູ່ທີມີຄວາມຮັກຊາດຢ່າງແທ້ຈິ່ງ ພວກເພີ່ນຈິ່ງໄດ້ຄົ້ນຄິດທຸ່ມເທທາງສະຕິປັນຍາຂອງຕົນສຶກສາຄົ້ນຄວ້າແລະຈັດລຽງລະບຽບຂອງພາສາອອກມາເປັນຕຳລາບົດຮຽນໃຫ້ພວກເຮົາໄດ້ສຶກສາຮ່ຳຮຽນຈົນມາເຖິງທຸກວັນນີ້.

ຂພຈກໍເປັນຄົນລາວຜູ່ຫນຶ່ງທີ່ມີຄວາມຮັກຊາດ,ຮັກສາສະຫນາ,ຮັກພາສາ ແລະວັດທະນະທຳ
ຂພຈ ໄດ້ສຶກສາອ່ານປື້ມໄວຍາກອນພາສາລາວຂອງທ່ານພູມີ ວົງວິຈິດມາແລ້ວເກີດຄວາມສັບກ່ຽວກັບລະບົບຂອງພາສາ ຫລືວ່າໂຄງສ້າງຂອງມັນນັ້ນເອງ ເພາະໃນນັ້ນເພີ່ນບໍໄດ້ລະບຸໄວ້ຊັດເຈນ.
ເພີ່ນໄດ້ລະບຸໄວ້ດັ່ງນີີ້:
ລະບົບພາສາລາວມີ: ອັກຂະຫລະ, ວັດຈະນະ, ໄວ້ຍາກອນ ແລະ ສັນທະສິນ
ໃນທີ່ນີ້ແມ່ນມີ 4 ພາກສ່ວນຫລັກໆແຕ່ລະພາກສ່ວນນີ້ແມ່ນມີຫຍັງແດ່ ຂພຈ ຍັງບໍເຂົ້າໃຈເລີຍ..ດັ່ງນັ້ນ ຂພຈ ຈິ່ງຢາກຖາມນັກປາດອາຈານທີ່ເຂົ້າມາອ່ານບົດນີ້ຊ່ວຍອະທີບາຍໃຫ້ແດ່..

ຂອບໃຈ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າລວມແລ້ວແມ່ນຢາກຮູ້ ລະບົບຂອງພາສາຢ່າງຊັດເຈນເດີ້ທ່ານເອີຍ!

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ເບາະ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະບໍ່ຮູ້ ຫຼາຍຄືກັນເດີ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວະ ມາ ເບີ່ງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ຂ້ອຍຢາກຮຽນພາສາລາວສຸດໆເລີຍ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈ້າວ ຂອບໃຈເດີ
ໄດ້ຄວາມຮູ້ໄປອີກແລ້ວເຮົາ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວງ່າຍໃນການເວົ້າແຕ່ບໍ່ໄດ້ງ່າຍໃນການຂຽນ ເພາະສຳນຽງສຽງເວົ້າຂອງແຕ່ລະພາກບໍ່ຄືກັນ ຈຶ່ງເຮັດໃຫ້ການຂີດຂຽນສ່ວນຫລາຍໃຊ້ໄປຕາມສຳນຽງຄຳເວົ້າເລີຍ
ຕົວຢ່າງ: ໄປໃສ ...... ໄປໄສ, ເອົາໃຫ້.....ເອົາໄຫ້........
ແມ່ນແຕ່ໜັງສືສິ່ງພີມຕາມສື່ຕ່າງໆຍັງພີມພາສາລາວບໍ່ຖືກເປັນສ່ວນໃຫຍ່.....

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຕົງໃຈ ໄດ້ເນື້ອຫາ
ເຮົາກະວ່າ

ຄິດດີ ເວົ້າດີ ເຮັດດີ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຂ້ອຍກະຊິໄປຄົ້ນເບິ່ງຢູ່ ແຕ່ ຊ່ອຍອະທິບາຍຕື່ມ ເລັກໆ ນ້ອຍໆ ກ່ອນແດ່ດູ.

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮູ້ຄືກັນ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
<center><br /><a href="http://friends18.com/category/dance/"><img src="http://friends18.com/img/dance/0225.gif" title="Friends18.com" border="0" alt="Friends18.com Orkut MySpace Hi5 Scrap Images"></a><br /><a href="http://friends18.com/category/dance/" title="Orkut MySpace Hi5 Glitter Comments and Picture Scraps">Friends18.com Picture Comments</a></center>

ICT ໂລກແຫ່ງຂໍ້ມູນຂ່າວສານ.

ດຣາໂກ້

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ລະບົບການເຂີຍນຂອງພາສາລາວກ່ອນປີ 1975 ຄ້າຍກັບພາສາໄທແມ່ນບ່

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ລະບົບການເຂີຍນຂອງພາສາລາວກ່ອນປີ 1975 ຄ້າຍກັບພາສາໄທແມ່ນບ່

ແມ່ນແລ້ວໃຊ້ໄດ້ດີສຳລັບພວກນີຍົມ ສະຫຍາມ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອາດເປັນໄປໄດ້ຢູ່ບໍ ທີ່ວ່າລະບົບເກົ່ານິຍົມ ປາລີ ຫລື ສັນສະກະລິດ ຫລື ນິຍົມ ແນວອື່ນ ບໍ່ແມ່ນ ນິຍົມ ສະຫຍາມ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຕົງໃຈ ໄດ້ເນື້ອຫາ
ເຮົາກະວ່າ

ພາສາລາວກ່ອນປີ 1975 ອາດຈະຍາກກວ່າທຸກມື້ນີ້ຫຼາຍ..
ແຕ່ມັນເຮັດໃຫ້ພາສາລາວເປັນພາສາທີ່ສົມບູນຫຼາຍເຕີບ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຂ້ອຍກະຊິໄປຄົ້ນເບິ່ງຢູ່ ແຕ່ ຊ່ອຍອະທິບາຍຕື່ມ ເລັກໆ ນ້ອຍໆ ກ່ອນແດ່ດູ.

ລອງໄປຄົ້ນເບິ່ງກະແລ້ວກັນ..
ຕາມເອກະສານເກົ່າຯ..
ໜ້າຈະມີໃຫ້ເຫັນຢູ່..
ແຕ່ບໍ່ຮູ້ຈະອະທິບາຍຈັ່ງໃດ..
ເພາະມັນກະເປັນພາສາລາວນິລະ..
ແຕ່ໜ້າຈະເປັນພາສາທີ່ສົມບູນກວ່າທຸກມື້ນີ້..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ລະບົບການເຂີຍນຂອງພາສາລາວກ່ອນປີ 1975 ຄ້າຍກັບພາສາໄທແມ່ນບ່

ແມ່ນແລ້ວໃຊ້ໄດ້ດີສຳລັບພວກນີຍົມ ສະຫຍາມ

ໂດຍສ່ວນຕົວຂ້ອຍບໍ່ຢາກເວົ້າວ່າມັນຄືກັບພາສາໄທດອກ..
ແຕ່ກະຍອມຮັບວ່າເຖິງເປັນພາສາລາວທຸກມື້ນີ້..
ກໍຄືພາສາໄທຄືເກົ່າ..
ເພາະເຮັດຈັ່ງໃດ..
ພາສາລາວເຮົາ ບໍ່ວ່າການປາກເວົ້າ ຫຼື ການຂີດຂຽນ..
ກໍຄົງຫຼີກລ່ຽງທີ່ຈະໃຫ້ຄືພາສາໄທບໍ່ໄດ້..
ເພາະມັນມີກົກເຄົ້າມາຈາກທີ່ດຽວກັນ..
ຖ້າຈະບໍ່ໃຫ້ຄືແທ້ຯກໍຄົງຕ້ອງເອົາພາສາຫວຽດນາມມາຂຽນແທນແລ້ວ..
ແຕ່ພາສາສະໄໝນັ້ນ..
ຕາມຂ້ອຍໄດ້ສຳຜັດມາ..
ເຖິງມັນຈະຍາກກວ່າພາສາລາວທຸກມື້ນີ້..
ແຕ່ຍອມຮັບເລີຍ..
ວ່າສົມບູນກວ່າທຸກມື້ນີ້ຫຼາຍ ແລະ ມີຄວາມເປັນສິລະປະວັດທະນະທຳດັ້ງເດີມຫຼາຍກວ່າທຸກມື້ນີ້..

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ພາສາລາວທຸກມື້ນີ້ ມັນບໍ່ສົມບູນແນວໃດ

ຊົ່ວຢ່າງສ້າງສັນ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຂອບໃຈສຳລັບຄຳແນະນຳ
ແຕ່ກໍຂໍຖາມທ່ານແດ່ວ່າ ພາສາລາວກ່ອນປີ1975ນັ້ນທາງດ້ານໃດກັນແທ້ທີວ່າສວາຍງາມຫັນຫນາ?

ກ່ອນປີ1960 ຂພຈ ຄິດວ່າພາສາລາວນີ້ຍັງສັບສົນຫລາຍພໍສົມຄວນບໍວ່າຈະເປັນທາງດ້ານວັດຈະນະແລະໄວຍາກອນ ຈົນກະທັ່ງປີ1966 ທ່ານພູມີ ຈິ່ງໄດ້ມາຈັດພິມປື້ມໄວຍາກອນຂຶ້ນມາເພື່ອໃຫ້ ພາສາລາວຂອງພວກເຮົາມີຫລັກການຂອງການປາກເວົ້າ ແລະຂີດຂຽນໃຫ້ເປັນເອກກະພາບກັນທົ່ວປະເທດ.

ແລະໄນປື້ມໄວຍາກອນຂອງທ່ານພູມີ ນີ້ເພີ່ນໄດ້ແບ່ງພາສາລາວອອກເປັນ4ພາກສ່ວນຄື:
- ພາກອັກຂະຫລະວິທີ
- ພາກວະຈີວິພາກ
- ພາກວາກະຍະສຳພັນ
- ພາກສັນທະກະວີ
ທີເວົ້າມານີ້ແມ່ນພາກສ່ວນຂອງໄວ້ຍາກອນລາວເຮົາ ແຕ່ຂພຈ ຢາກຮູ້ລະບົບຂອງມັນມີໃຜແດ່ພໍທີອະທີບາຍລະບົບຂອງພາສາລາວໃຫ້ແດ່.

ຂອບໃຈ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...

ຂ້ອຍກະບໍ່ຮູ້ ລະບົບຂອງພາສາລາວ ແລະ ກະຢາກຮູ້ຄືກັນ ແລະ ຢາກ ຂໍລົບກວນໃຊ້ກະທູ້ນີ້ຖາມຕື່ມແດ່ເນີ. ບາງທີໂຊກດີ ມີຜູ້ຮູ້ມາຊ່ວຍຕອບ.

- ທ່ານ ພູມີ ເພິ່ນແຕ່ງປຶ້ມໄວຍາກອນຜູ້ດຽວບໍ ຫລື ວ່າມີຜູ່ຮ່ວມແຕ່ງ ຮ່ວມຄົ້ນຄວ້ານຳ? ຖ້າມີແມ່ນໃຜ?
- ທ່ານ ພູມີ ເພິ່ນຄົ້ນຄວ້າ ຮໍ່າຮຽນແນວໃດ ເພິ່ນເອົາຄວາມຮູ້ ຄວາມຫລັກ ມາຈາກໃສ ມາແຕ່ງ ມາພິມປຶ້ມໄວຍາກອນໃຫ້ລູກຫລານ ໄດ້ຮຽນ?
- ໃນສະໄຫມນັ້ນ ນອກຈາກ ທ່ານ ພູມີ ແລ້ວ ກະມີ ຄົນລາວທ່ານອື່ນໆ ທີ່ເກ່ງຄືເພິ່ນ ທີ່ໄດ້ມີສ່ວນໃນການ ແຕ່ງຕຳລາວິຊາຮຽນໃຫ້ຄົນລາວເຮົາແດ່ບໍ່?

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິ່ງຂໍ້ຄວາມຈາກ:
Lao4lao ຂຽນວ່າ:

.......................,.....................................

ໃນນາມເຈົ້າຂອງກະທູ້ເອງກໍເປັນພຽງນັກຮຽນນັກສຶກສາຄົນທຳມະດາ2ຜູ່ຫນຶ່ງ ກໍມີຄວາມຢາກຮູ້ຢາກເຫັນຄືກັນກັບທ່ານທັງຫລາຍຫັນແຫລະ

ດັ່ງນັ້ນ ຂພຈ ກໍຢາກຂໍປະກອບສ່ວນຕອບຕາມຄວາມຄິດຂອງຕົນເອງ
ເນີ້.

1ທ່ານພູມີເພີ່ນບໍໄດ້ແຕ່ງປຶ້ມໄວຍາກອນຂື້ນມາພຽງຜູ່ດຽວດອກ ມັນຕ້ອງມີຫລາຍຄົນແນ່ນອນ,ມີໃຜແດ່? ມີພໍ່ແມ່ປະຊາຊົນ ຜູ່ທີມີຄວາມຮູ້ຄວາມສາມາດປະກອບຄວາມຄິດຄວາມເຫັນນຳແລະພ້ອມທັງເພື່ອນຮ່ວມງາມຂອງເພີ່ນເອງ ທ່ານພູມີນ້າຈະແມ່ນເປັນຫົວຫນ້ານຳພາໃນການຄົ້ນຄວ້າແລະຈັດພິມ.
- ແຕ່ລະຄົນມີຊື່ວ່າແນວໃດ? ບໍຮູ້ເນີ້.

2 ທ່ານພູມີເພີ່ນຄົ້ນຄວ້າຮ່ຳຮຽນແນວໃດ ເພີ່ນເອົາຄວາມຮູ້ຄວາມສາມາດມາຈາກໃສ່?
- ເພິ່ນກະຄືຊິສຶກສາຄົ້ນຄວ້າຮຮຽນຄືກັນກັບເຈົ້າຫັນແລ້ວ ຕ່າງແຕ່ວ່າເພິ່ນສຶກສາຢ່າງເອົາຈິ່ງເອົາຈັງ ເຊັ່ນວ່າຄົ້ນຄວ້ານຳພແມ່ປະຊາຊົນ ນຳຄູບາອາຈານ ຕາມຕຳລາພາສາລາວເກົ່າທີ່ຍັງບໍທັນເປັນບົບລະບຽບແລະສຶກສາຕາມພາສາບາລີ ແລ້ວນຳເອົາຫລັກການທາງດ້ານໄວຍາກອນມານຳໃຊ້ແລະດັດແປງໃຫ້ເຂົ້າກັບພາສາລາວຂອງພວກເຮົາ.
ສ່ວນວ່າເພີ່ນຮຽນຈົບຈາກໃສ່ນັ້ນໃຫ້ໄປອ່ານປະຫວັດຂອງເພິ່ນເດີ້! ອ່ານແລ້ວມາເລົ່າສູ່ກັນຟັງແດ່.

3 ສະໄຫມນັ້ນນອກຈາກທ່ານພູມີແລ້ວກະມີຄົນເກັ່ງຄືເພີ່ນແດ່ບໍ?
- ຕາມທີ່ຮູ້ກະມີ ທ່ານສີລາ ວິຣາວົງສ໌(ສະໄຫມນັ້ນ)
- ທ່ານ ດຣ ທອງຄຳ ອ່ອນມະນີສອນ(ສໄຫມນີ້)
- ທ່ານ ສດຈ.ດຣ ບແສງຄຳ ວົງດາລາ, ທ່ານ ບົວແກ້ວ ຈະເລີນລັງສີ, ທ່ານ ສຸກສະຫວ່າງ ສີມານະ, ທ່ານ ວິຊຽນ ຖະຫວິນເຊື້ອ (ປະຈຸບັນ)

ທ່ານ ສາຍເຊລຳເພົາ(ປະຈຸບັນ)

ຂໍ້ມູນທັງຫມົດແມ່ນມາຈາກຄວາມຄິດສ່ວນຕົວ ຖ້າຫາກເກີດຄວາມລົບກວນປະການໃດຕ້ອງຂໍຄວາມອະໃພໂທດໃຫ້ດ້ວຍ.

ຂອບໃຈ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຊອກຫາຄວາມຮູ້ນຳທ່ານ

ຂອບໃຈເດີ ທີ່ຕອບຄຳຖາມ
ຂ້ອຍເຄີຍເຫັນຄວາມອັງກິດ Don’t ask - Don’t tell (ຄັນບໍ່ຖາມ ກະບໍ່ບອກ) ໃນອິນເຕີເນັດ ເລື້ອຍໆ. ຂ້ອຍຈັ່ງມາຄຶດວ່າ ຄັນເຮົາບໍ່ຖາມ ກະຊິບໍ່ມີໃຜຕອບ. ຄັນແນວນັ້ນ ກະຕ້ອງຖາມ.

ບາດນີ້ ພວກເຮົາກະມາພາກັນລໍຖ້າວ່າ ໃຜຊິມາເລົ່າປະຫວັດ ລຸງ ພູມີ ສູ່ເຮົາຟັງ

ກັບອະທິບາຍ “ລະບົບພາສາລາວ” ນໍ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ມາຊອກຫາຄວາມຮູ້ນຳທ່ານ

ແວະມາຕະຫລອດ ກະຕ້ອງມີຂອງຕິດໄມ້ຕິດມືມາແດ່ດຸຫັນຫນາ...ພໍຊິໄດ້ສຶກສາຮຽນຮູ້ນຳກັນ.

໑໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຄິດວ່າຊິບໍ່ຕອບລະ
ແຕ່ເຫັນ ຈຂກທ ຂຽນຄໍາວ່າ "ໄວ້ຍະກອນ" ຜິດ ກໍເລີຍທົນບໍ່ໄດ້

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..

ຂອບໃຈສຳລັບຄຳແນະນຳ
ແຕ່ກໍຂໍຖາມທ່ານແດ່ວ່າ ພາສາລາວກ່ອນປີ1975ນັ້ນທາງດ້ານໃດກັນແທ້ທີວ່າສວາຍງາມຫັນຫນາ?

ກ່ອນປີ1960 ຂພຈ ຄິດວ່າພາສາລາວນີ້ຍັງສັບສົນຫລາຍພໍສົມຄວນບໍວ່າຈະເປັນທາງດ້ານວັດຈະນະແລະໄວຍາກອນ ຈົນກະທັ່ງປີ1966 ທ່ານພູມີ ຈິ່ງໄດ້ມາຈັດພິມປື້ມໄວຍາກອນຂຶ້ນມາເພື່ອໃຫ້ ພາສາລາວຂອງພວກເຮົາມີຫລັກການຂອງການປາກເວົ້າ ແລະຂີດຂຽນໃຫ້ເປັນເອກກະພາບກັນທົ່ວປະເທດ.

ແລະໄນປື້ມໄວຍາກອນຂອງທ່ານພູມີ ນີ້ເພີ່ນໄດ້ແບ່ງພາສາລາວອອກເປັນ4ພາກສ່ວນຄື:
- ພາກອັກຂະຫລະວິທີ
- ພາກວະຈີວິພາກ
- ພາກວາກະຍະສຳພັນ
- ພາກສັນທະກະວີ
ທີເວົ້າມານີ້ແມ່ນພາກສ່ວນຂອງໄວ້ຍາກອນລາວເຮົາ ແຕ່ຂພຈ ຢາກຮູ້ລະບົບຂອງມັນມີໃຜແດ່ພໍທີອະທີບາຍລະບົບຂອງພາສາລາວໃຫ້ແດ່.

ຂອບໃຈ

ຂ້ອຍມັກທີ່ມັນສົມບູນ..
ມັນອາດຈະຍາກໄດ໋..
ໃນການຂຽນ ຫຼື ອ່ານ..
ຍົກຕົວຢ່າງງ່າຍຯ..
ສະໄໝນັ້ນຄຳວ່າ ລົດ(ຍົນ) ຈະຂຽນວ່າ ຣຖ(ຍນຕ໌)..
ສັງເກດແມະວ່າ..
ເຮົາສາມາດແຍກຄວາມໝາຍທີ່ຕ່າງກັນອອກຈາກຄຳທີ່ອອກສຽງຄືກັນໄດ້..
ແຕ່ຄວາມຈິງກໍບໍ່ໄດ້ຢາກໃຫ້ກັບມາໃຊ້ດອກ..
ພໍດີໄທເຮົາເຈົ້າຂ້ອຍ..
ໄດ້ກັບໄປຮຽນກັບເດັກປະຖົມໃໝ່ພໍດີ..
ທີ່ເອົາມາເວົ້າ..
ກໍຍ້ານທຸກຄົນລືມ..
ວ່າຄັ້ງໜຶ່ງພາສາລາວເຄີຍເປັນແບບໃດ..
ແລະຄວາມມັກສ່ວນຕົວແດ່..

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ popk ຂຽນວ່າ...
ຄິດວ່າຊິບໍ່ຕອບລະ
ແຕ່ເຫັນ ຈຂກທ ຂຽນຄໍາວ່າ "ໄວ້ຍະກອນ" ຜິດ ກໍເລີຍທົນບໍ່ໄດ້

ຂອບໃຈໃນຄວາມຫວັງດີ.
ຂພຈ ຄິດວ່າໂຕເອງຂຽນຖືກລະໄດ
ໄວຍາກອນ: ແມ່ນເປັນຄຳນາມ ໄດ້ມາຈາກພາສາບາລີ ເຊິ່ງມີຄວາມຫມາຍວ່າ ວິຊາກ່ຽວດ້ວຍລະບຽບຂອງພາສາ,ຫລືວ່າການຈັດຄຳເວົ້າໃຫ້ເປັນລະບຽບ.

ສ່ວນ ໄວ້ຍະກອນ ຂອງທ່ານຂຽນນັ້ນ ແມ່ນບໍມີຄວາມຫມາຍ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>