ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລະບົບຂອງພາສາລາວ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຊິມີໃຜເອົາເລື່ອງ ປະຫວັດ ລຸງ ພູມີ ມາລົງ ຢູ່ບໍນໍ?


໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ka bor hou keu kun


໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ອັກຂະຫລະ, ວັດຈະນະ, ໄວ້ຍາກອນ ແລະ ສັນທະສິນ
ອັກຂະຫຼະ ກໍ່ຄືຕັວໜັງສື ເຊັ່ນ ກ ຂ ຄ ງ
ວັດຈະນະ ຫຼັກການພາສາ ການໃຊ້ຄຳໃຫ້ຖືກ ພົດຈະນະກໍ່ວ່າ ໄປເບິ່ງພົດຈະນະນຸກົມລາວ
ໄວຍະກອນ ຫຼັກພາສາ ເຊັ່ນຄຳນາມ ສາມັນນາມ ກຳມະ ກິລິຍາ
ສັນທະສິນ ການໃຊ້ຄຳໃຫ້ຈ້ອງຄອງກັນ ການຂຽນໂຄງ ກາບກອນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກະຊິແມ່ນຢູ່ບໍ ບໍ່ແນ່ໃຈວ່າມັນຊິຖືກຫລືບໍ!!!! ເພາະວ່າເຮັດຂຶ້ນມາເອງ ກະເລີຍເອົາມາໃຫ້ສະມາຊິກພັນລາວເບິ່ງນຳກັນ ແລ້ວມາແກ້ໄຂນຳກັນ

[img][/img]


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ໂດຍສ່ວນຕົວຂ້ອຍວ່າພາສາລາວກ່ອນປີ 1975 ເປັນສິ່ງທີ່ສວຍງາມ ແລະ ມີວັດທະນະທຳຫຼາຍ..
ລອງໄປຄົ້ນເບິ່ງເນີ້..



ຂອບໃຈສຳລັບຄຳແນະນຳ
ແຕ່ກໍຂໍຖາມທ່ານແດ່ວ່າ ພາສາລາວກ່ອນປີ1975ນັ້ນທາງດ້ານໃດກັນແທ້ທີວ່າສວາຍງາມຫັນຫນາ?

ກ່ອນປີ1960 ຂພຈ ຄິດວ່າພາສາລາວນີ້ຍັງສັບສົນຫລາຍພໍສົມຄວນບໍວ່າຈະເປັນທາງດ້ານວັດຈະນະແລະໄວຍາກອນ ຈົນກະທັ່ງປີ1966 ທ່ານພູມີ ຈິ່ງໄດ້ມາຈັດພິມປື້ມໄວຍາກອນຂຶ້ນມາເພື່ອໃຫ້ ພາສາລາວຂອງພວກເຮົາມີຫລັກການຂອງການປາກເວົ້າ ແລະຂີດຂຽນໃຫ້ເປັນເອກກະພາບກັນທົ່ວປະເທດ.

ແລະໄນປື້ມໄວຍາກອນຂອງທ່ານພູມີ ນີ້ເພີ່ນໄດ້ແບ່ງພາສາລາວອອກເປັນ4ພາກສ່ວນຄື:
- ພາກອັກຂະຫລະວິທີ
- ພາກວະຈີວິພາກ
- ພາກວາກະຍະສຳພັນ
- ພາກສັນທະກະວີ
ທີເວົ້າມານີ້ແມ່ນພາກສ່ວນຂອງໄວ້ຍາກອນລາວເຮົາ ແຕ່ຂພຈ ຢາກຮູ້ລະບົບຂອງມັນມີໃຜແດ່ພໍທີອະທີບາຍລະບົບຂອງພາສາລາວໃຫ້ແດ່.

ຂອບໃຈ


ຂ້ອຍມັກທີ່ມັນສົມບູນ..
ມັນອາດຈະຍາກໄດ໋..
ໃນການຂຽນ ຫຼື ອ່ານ..
ຍົກຕົວຢ່າງງ່າຍຯ..
ສະໄໝນັ້ນຄຳວ່າ ລົດ(ຍົນ) ຈະຂຽນວ່າ ຣຖ(ຍນຕ໌)..
ສັງເກດແມະວ່າ..
ເຮົາສາມາດແຍກຄວາມໝາຍທີ່ຕ່າງກັນອອກຈາກຄຳທີ່ອອກສຽງຄືກັນໄດ້..
ແຕ່ຄວາມຈິງກໍບໍ່ໄດ້ຢາກໃຫ້ກັບມາໃຊ້ດອກ..
ພໍດີໄທເຮົາເຈົ້າຂ້ອຍ..
ໄດ້ກັບໄປຮຽນກັບເດັກປະຖົມໃໝ່ພໍດີ..
ທີ່ເອົາມາເວົ້າ..
ກໍຍ້ານທຸກຄົນລືມ..
ວ່າຄັ້ງໜຶ່ງພາສາລາວເຄີຍເປັນແບບໃດ..
ແລະຄວາມມັກສ່ວນຕົວແດ່..




ຂອບໃຈໃນການເຕືອນຄວາມຈຳ
ມື້ນີ້ຂ້ອຍໄດ້ໄປໂຮງ ຮຽນເດັກປະຖົມ ແລ້ວໄປສຶກສານຳເຂົາຂ້ອຍກໍພໍເຂົ້າໃຈດັ່ງນີ້ :
ແຕ່ກ່ອນຂຽນວ່າ "ຂ້ຽ" ແຕ່ປັດຈຸບັນຂຽນ "ຂ້ອຍ".
"ໝ, ໝ" ແຕ່ປັດຈຸບັນຂຽນ "ຫນ, ຫມ".
"ຫຽ" ແຕ່ປັດຈຸບັນຂຽນ "ຫອຍ".
ບໍ່ວ່າຈະເປັນຮູບອັກສອນ ແລະການສະກົດກາຣັນ ການຜະສົມອັກສອນ ຍ່ອມມີຄວາມແຕກຕ່າງກັນ ທັງນີຂຶ້ນກັບກາລະສະໄໝ ຍຸກຂອງຄົນ ແລະວິວັດທະນາການຂອງຕົວອັກສອນເອງ.

ການຂຽນໃນໄລຍະຫຼັງ ບໍ່ວ່າຈະເປັນການຂຽນ ກໍຄືໂຕແມ່ພິມ ກໍມີຄວາມແຕກຕ່າງ ຄືມີຕົວເຟຶ້ອງ ກາຣັນເຂົ້າມາຊ່ວຍ ໃນການຂຽນ ອັກສອນທີ່ພົບຖ້າເຮົາບໍ່ນັບຕົວເຟື້ອງເຂົ້ານຳອັກສອນສະໄໝນັ້ນ ມີທັງໝົດລວມກັນ ໒໙ ໂຕ.
, ຕໍ່ມາປະມານປີ ໑໙໐໙ ກໍມີອັກສອນທີ່ບໍ່ມີຕົວກາຣັນ ແຕ່ມີອັກສອນເພີີ່ມຂຶ້ນມາ ໔໑ ຕົວ ທັງນີ້ທັງນັ້ນ ການຂຽນແບບນີ້ ກໍໄດ້ເອົາແບບຢ່າງມາຈາກການຂຽນຄຳບູຮານ ທີ່ປາກົດໃນສີລາວຈາຣືກຕ່າງໆ ແລະເພີ່ມຕົວອັກສອນຂຶ້ນມາ.




໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຊິມີໃຜເອົາເລື່ອງ ປະຫວັດ ລຸງ ພູມີ ມາລົງ ຢູ່ບໍນໍ?




ມື້ຫນ້າຊິຊອກມາໃຫ້ເນີ້ ເຄີຍອ່ານປຶ້ມຂອງເພິ່ນຢູ່ ແຕ່ດຽວນີ້ເຊົ່າບ້າແລ້ວ ກະເລີຍບໍໄດ້ອ່ານ.


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CrAzBoY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຊິມີໃຜເອົາເລື່ອງ ປະຫວັດ ລຸງ ພູມີ ມາລົງ ຢູ່ບໍນໍ?




ມື້ຫນ້າຊິຊອກມາໃຫ້ເນີ້ ເຄີຍອ່ານປຶ້ມຂອງເພິ່ນຢູ່ ແຕ່ດຽວນີ້ເຊົ່າບ້າແລ້ວ ກະເລີຍບໍໄດ້ອ່ານ.





ຂ້ອຍກະຢາກຮູ້ເດີ້ ຊອກມາໃຫ້ອ່ານແດ່ເດີ້..





໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ມາເບິ່ງນຳ ເພິ່ນເປັນຄວາມຮູ້


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ CrAzBoY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ຊິມີໃຜເອົາເລື່ອງ ປະຫວັດ ລຸງ ພູມີ ມາລົງ ຢູ່ບໍນໍ?




ມື້ຫນ້າຊິຊອກມາໃຫ້ເນີ້ ເຄີຍອ່ານປຶ້ມຂອງເພິ່ນຢູ່ ແຕ່ດຽວນີ້ເຊົ່າບ້າແລ້ວ ກະເລີຍບໍໄດ້ອ່ານ.


ຮ້ວຍ! ມັກອ່ານ ຫລືວ່າ ມັກອ່ານເລື່ອງຈັ່ງຊີ້ ແຕ່ເວລາເປັນບ້າ ຊັ້ນບໍ?
ເວົ້າຫລິ້ນຊື່ໆ ເດີ
ຊິຖ້າອ່ານນຳເຈົ້າເດີ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍມີໃຜມາບອກຊ້ຳ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີວິຊາດຽວທີ່ບໍ່ຢາກຈະຮຽນນັ້ນໍນໍ່ກໍ່ຄືວິຊາ ກ ຂ ຄ ຂອງໃຜ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊີນທ່ານນັກປາດອາຈານມາບອກແດ່ທ້ອນຕັ້ງມານີກະໄດ້ເປັນເດືອນລະ ຍັງບໍມີໃຜມາບອກໃຫ້ຮູ້ດ້ວຍ້ຊຳ.


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ເພາະພາສາລາວເປັນພາສາທີ່ຊັບຊ້ອນຫຼາຍ ຄຳໆດຽວສາມາດເປັນໄດ້ຫຼາຍຄວາມໝາຍ
ແລະພາສາລາວນັ້ນກໍຍາກໝ້ອງການໄຈ້ແຍກວ່າໂຕໃດເປັນໂຕໃດ ເທົ່າທີ່ຮູ້ ຍັງເຫຼືອອີກຢູ່ແຕ່ນຶກບໍ່ອອກ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Keoyaya ຂຽນວ່າ...
ເພາະພາສາລາວເປັນພາສາທີ່ຊັບຊ້ອນຫຼາຍ ຄຳໆດຽວສາມາດເປັນໄດ້ຫຼາຍຄວາມໝາຍ
ແລະພາສາລາວນັ້ນກໍຍາກໝ້ອງການໄຈ້ແຍກວ່າໂຕໃດເປັນໂຕໃດ ເທົ່າທີ່ຮູ້ ຍັງເຫຼືອອີກຢູ່ແຕ່ນຶກບໍ່ອອກ




ແມ່ນຄວາມຂອງທ່ານ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄດ້ຂໍ້ມູນຂຽນບົດຫວາຕ້າ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ D3KD3N ຂຽນວ່າ...
ຢາກໄດ້ຂໍ້ມູນຂຽນບົດຫວາຕ້າ



ແມ່ນແລ້ວຈາ.....ຊ່ວຍແດ່ດຸຫັນ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>