ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
- ສິບນິ້ວຍົກໃສ່ເກົ້າ ເນົາແນບເໜືອສຽນ
ລຽນລໍານະຊູຖວາຍ ອົງຊຸລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ ອະພິວັນທະນາການແນບເນັ່ງ
ເປັ່ງວາຈາກ່າວໄຫວ້ ວັນທາໄທ້ໜໍ່ພຸດໂທ
- ສຸຄະໂຕເລີດລໍ້າ ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຝາຍ ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ ວັນທານ້ອມຍົກຍໍ
]- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້ ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ ຈະເຣີນກ້າວຮຸ່ງເຮືອງ
- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫລວງ
ນໍາປວງຊົນນະຄອນຄາມ ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ ກໍນໍາຂ້າມບໍ່ໃຫ້ຫຼໍ
- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ ຜູ່ອັ່ງນອງພຣະທັມແທ້
ນັບວ່າມີຄຸນລໍ້າ ຫາໃຜທຽມທັນທ່ານ
ຈັກກະວານກ່າວຍ້ອງ ນໍາພົນຂ້າມພຣະນິບພານ
- ຄຸນພຣະອົງເກີນກວ່າລ້ານ ລົ້ນລື່ນເກີນນັບ
ຈັບເອົາພຽງພໍຈາ ກໍຍິ່ງສູງສະເໝີຟ້າ
ພຣະປັນຍາຄຸນກ້າ ພຣະສັດທັມສັດຈະເຈດ
ພຣະອົງເທເທດໄວ້ ຫຼາຍລົ້ນລື່ນໄຕຣ
- ພຣະບໍຣິສຸດທິຄຸນໄດ້ ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫຼົງເຫຼືອໄວ້ ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ ສະເດັດເຂົ້າສູ່ນິບພານ
- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫຼືອຫຼາຍ ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ ໂອຄະຫຼວງອັນກວ້າງໃຫຍ່
ເໜືອແຜ່ນໄຕຣພົບພື້ນ ຕາມເບື້ອງບາດພຣະອົງ
- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫຼາຍລ້ວນ ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້ ສະເໝີດ້າມດັ່ງກັນ
- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45 ວັດສາການ ບໍ່ເນັ່ງເນົາສະບາຍຊໍ້າ
ຫວັງເພື່ອນໍາພົນຂ້າມ ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດພຣະອົງສ້າງ ຄວນອ້າງກ່າວເຖິງ
- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົກເປື້ອງ ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫຼຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ
- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ ໂຜດຄົນທີ່ມານ້ອມ
ທັງໝູ່ຣາຊາເຈົ້າ ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້ ປະຊາເຊື້ອທຸກເຜົ່າຊົນ
- ປາໂທເສ ມືດອໍ່າຄໍ້າ ມືດມີ່ຕາເວັນຕົກ
ພຣະອົງເທສນາສອນ ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ ຖາມບັນຫາທູນເຫດ
ພຣະອົງເທເທດໃຫ້ ໄຂແຈ້ງຍົກພຣະທັມ
- ອັຕຖະຣະເຕ ກໍ້າ ເດິກດື່ນທ່ຽງຄືນ
ຝູງໝູ່ຄົນທັມມະດານອນ ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ ພຣະພຣົມມາຖາມເຫດ
ພຣະອົງເທເທດໃຫ້ ໄຂແຈ້ງບໍ່ເສື່ອງອໍາ
- ປັດຈຸດເສ ແສງທອງອ້ຳ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫຼິງ ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ ກວາມໄຕຣໂລກດ່ານ
ເຫັນສ່ອງຍານຢັ໋ງຮູ້ ຄົນທີ່ຕ້ອງໄປຊ່ວຍປອງ
- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ ຄະນິງເບື້ອງຫ່ອມພຣະທັມ
- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນທັງໂລກາໄກ
ຍົກເອົາວັນວິສາຂະມາ ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ ພຣະອົງໄວ້ແລ້ວໄຕ່ຕາມ
- ຊາວພຸດລາວບໍ່ໄດ້ຂ້າມ ກ້າວກ່າຍ ແລະລືມຫຼົງ
ເຖິງວັນເພັງເດືອນຫົກ ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເຣີນຂຶ້ນ ພັດທະນາເອກະຣາດ
ຫຼາຍຮ້ອຍປີລ່ວງຂ້າມ ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.
- ວັນນີ້ ເປັນວັນຄ້າຍ ເຫດການໃຫຍ່ໃນຊີວິດ ພຣະອົງແລ້ວ
ເປັນທີ່ອັດສະຈັນໃຈ ຍາກຄົນຊິທຳໄດ້
ຫາໃຜໃນຈັກກະວານກວ້າງ ຈະທຳການເໝືອນພຣະອົງທ່ານ
ສາມເຫດການທີ່ກ່າວອ້າງ ຄວນນ້ອມໃສ່ໃຈ
- ເຫດການໜຶ່ງນັ້ນນັ້ນບອກໄວ້ ເປັນວັນເກີດມະຫາບູຣຸດ
ໜໍ່ພຣະພຸດທາງກຸໂລ ປະເສີດສີແສນລ້ານ
ເປັນກຸມານພຣະອົງນ້ອຍ ກາງໄພປ່າໄມ້ໃຫຍ່
ສີສຸດໂທທະນະ-ມະຫາມາຍາມອບໃຫ້ ສາກົນໄດ້ເພິ່ງບຸນ
- ເຫດການສອງໄຕຣໂລກໄດ້ ເປັນວັນໃຫຍ່ມະຫາໄຊ
ຕັດສະຮູ້ພຣະແຂໄຂ ແຈ້ງສ່ອງຍານເຍືອງຮູ້
ອົງພຣະສັບພັນຍູເຈົ້າ ເຫັນປັນຍາທັມດວງປະເສີດ
ພຣະອົງເລີດລື່ນແທ້ ຫາໃຜໄດ້ໄປ່ສະເໝີ
- ເຫດການສາມໂລກອ່າວເພີ້ ພຣະອົງຈາກມວນມະນຸດ
ຫຼຸດຈາກໂອຄະຫຼວງ ສູ່ນິບພານອັນນັນລ້ຳ
ວາງແຕ່ພຣະທັມໄວ້ ໃຫ້ຊາວຊົນໄດ້ຕາມໄຕ່
ໂລກວິໄລກ້່າວໜ້າ ມາເທົ້າທຸກວັນ
- ດ້ວຍສາມເຫດການໃຫຍ່ນັ້ນ ຊາວພຸດຈຶ່ງທຳບຸນ
ເນື່ອງໃນວັນເດືອນຫົກເພັງ ວິຂາບູຊານ້ອມ
ຂໍແກ່ຊົນຊາວເຊື້ອ ເຄືອລາວນ້ອຍໜຸ່ມ
ຈົ່ງເຊີດຊູປຸ້ມລຸມສະຫຼອງວັນປະເສີດນີ້ ໃຫ້ຍືນໝັ້ນຢູ່ຄູ່ລາວ ທ່ານເອີຍ.
http://buddhahistory.blogspot.com/
ກອນບົດນີ້ ເມື່ອລົງໃນວາຣະສານ ແລະໜັງສືພິມ ຈະມີຊື່ໜຶ່ງອີກຕ່າງຫາກ
|