ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຈະບອກ,
ຢາກຈະວອນວານ
ຢາກຈະຂໍຮ້ອງ ອອກມາແຮງໆ
ວ່າ:
ຊ່ອຍແປ ໃຫ້ເປັນພາສາລາວຢ່າງຊື້ງໆໃຫ້ແນ່!

``If,
.." if a man could be in two places at one time
I'd be with You
tomorrow and today, beside You all the way.
if the world should stop revolving
spinning slowly down to die
I'd spend the end with You
and when the world was through
then one by one the stars would all go out
then You and I would simply fly away."

ເພື່ອວ່າຈະໄດ້
ປຽບທຽບກັນວ່າຂອງໃຜມ່ວນກວ່າ
ແລະ
ມີສິລປທີ່ປະທັບໃຈ.

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເອົາຂອງຈຂກທມາໃຫ້ເບີ່ງເເນ່
ມັນກະບໍ່ຍາກມີເເຕ່ອ່ານລະຍາກ ຮາກ

ຖ້າຫາກຄົນໆໜື່ງສາມາດຢູ່ສອງທີ່ເວລາດຽວກັນ
ຂ້ອຍຢາກຈະຢູ່ກັບເຈົ້າ
ມື້ອື່ນເເລະມື້ນື້ຢູ່ຂ້າງກາຍເຈົ້າຕະຫຼອດໄປ
ຖ້າຫາກວ່າໂລກຢູດໝູນ
ໝູນວຽນຊ້າໆລົງຈົນກວ່າຈະໂລກຈະສີ້ນໃຈ
ຢາກຈະໃຊ້ບັນປາຍສູດທ້າຍຮ່ວມກັບເຈົ້າ
ຕອນທີ່ໂລກຈະສູນດັບຫາຍຈາກໄປ
ດວງດາວເເຕ່ລະດວງຈະໝອດດັບ

ໃຊ້ເວລາເເປ1ນາທີໃຊ້ເວລາຕື່ມນ້ຳ(ເນົ່າ)1​0ນາທີ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...

ເຈົ້າ&ຂ້ອຍຈະບີນອີດສະລະໄປໄກໆ

ໃຊ້ເວລາເເປ1ນາທີໃຊ້ເວລາຕື່ມນ້ຳ(ເນົ່າ)1​0ນາທີ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລອງແປນຳ

ຖ້າຄົນເຮົາສາມາດຢູ່ສອງບ່ອນໄດ້ໃນເວລາດຽວກັນ

ຂ້ອຍກໍ່ຢາກຈະຢູ່ກັບເຈົ້າ

ທັງມື້ນີ້ແລະມື້ອື່ນໆ ຈະຢູ່ກັບເຈົ້າຕະຫຼອດໄປ

ຫາກວ່າໂລກນີ້ມັນຢຸດໝຸນ

ທຸກສິ່ງຈະສູນຫາຍໄປຢ່າງຊ້າໆ

ຂ້ອຍຂໍໃຊ້ວິນາທີສຸດທ້າຍທີ່ມີນີ້ກັບເຈົ້າ

ບໍ່ວ່າດວງດາວຈະມອດດັບໄປຈັກດວງກໍ່ຕາມ

ຈະຍັງມີແຕ່ເຈົ້າກັບຂ້ອຍຢູ່ນຳກັນສະເໝີ

(ນ້ຳເນົ່າໂພດຫຼືບໍ່ ແຫະໆ)

I believe in the IMPOSSIBLE

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
^
^
^
ໂຄດນ້ຳເນົ່າເລີຍ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tuii ຂຽນວ່າ...
^
^
^
ໂຄດນ້ຳເນົ່າເລີຍ

ເວົ້າຫັ້ນນ່າ
ຊິຕວັະກັນວ່າບໍ່ນ້ຳເນົ່າ ກະບໍ່ໄດ້ເນາະ

I believe in the IMPOSSIBLE

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຢາກຈະບອກ,
ຢາກຈະວອນວານ
ຢາກຈະຂໍຮ້ອງ ອອກມາແຮງໆ
ວ່າ:
ຊ່ອຍແປ ໃຫ້ເປັນພາສາລາວຢ່າງຊື້ງໆໃຫ້ແນ່!

``If,
.." if a man could be in two places at one time
I'd be with You
tomorrow and today, beside You all the way.
if the world should stop revolving
spinning slowly down to die
I'd spend the end with You
and when the world was through
then one by one the stars would all go out
then You and I would simply fly away."

ເພື່ອວ່າຈະໄດ້
ປຽບທຽບກັນວ່າຂອງໃຜມ່ວນກວ່າ
ແລະ
ມີສິລປທີ່ປະທັບໃຈ.

ຊິລອງເບິ່ງເດີລູງເດີ
ເອົາ…ຕັ້ງໃຈພະວັນນາ
ອ່ານໃຫ້ເປັນກາບກອນເດີ

ຖ້າຫາກ…
ຫາກຄົນເຮົາ ຢູ່ໄດ້ສອງບ່ອນ ຕອນດຽວກັນ
ຂ້ອຍຂໍເລືອກ ຄຽງຂ້າງຝັນ ຢູ່ກັບເຈົ້າ
ອະນາຄົດ ປັດຈຸບັນ ຄຽງຂ້າງກັນ ຢູ່ຄືເກົ່າ
ແໝນໂລກນີ້ ຕ້ອງຢຸດເຊົາ ສູນສະຫຼາຍ

ຈະຂໍໃຊ້ ວັນສຸດທ້າຍ ຢູ່ກັບເຈົ້າ
ເມື່ອໂລກນີ້ ລຸດຈາກເສົາ ເປົ່າລອຍຫາຍ
ຝູງໝູ່ດາວ ຄົງເລື່ອນລອຍ ຕາມກັນໄປ
ແລ້ວເຮົາຄົງໄດ້ ບິນໜີໄປ ຢ່າງເສລີ

ເປັນແນວໃດລູງ ກະຊິມີມົດມາຕອງຢູ່ເບາະນິ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າຈະຖືກໃຈບໍ່ ແຕ່ເຮົາຈະລອງແປເບິ່ງ..

``If,
ຫາກແມ່ນວ່າ

.." if a man could be in two places at one time
ຖ້າຄົນເຮົາສາມາດຢູ່ໃນ ສອງເທສະ ໃນກາລະດຽວກັນ

I'd be with You
ອ້າຍນັ້ນຈະຂໍຢູ່ກັບນ້ອງ

tomorrow and today, beside You all the way.
ເພື່ອໄດ້ຄຽງຂ້າງນ້ອງບໍ່ວ່າຫົນທາງໃດ ໃນຮຸ່ງອະຣຸນວັນໃໝ່ ແລະ ໃນມື້ນີ້.

if the world should stop revolving
ຖ້າໂລການີ້ ຫຍຸດໝຸນອ້ອມ

spinning slowly down to die
ໝຸນຊອມຊ້າ ຈົນຊອມສິ້ນໄປ

I'd spend the end with You
ອ້າຍຈະຂໍໃຊ້ ວາຣະສຸດທ້າຍກັບແກ້ວຕາ

and when the world was through
ແລະ ເມື່ອໂລການີ້ຕ້ອງໄດ້ດັບລາ

then one by one the stars would all go out
ດວງດາລາ ຄ່ອຍຯສິ້ນແສງໄປ

then You and I would simply fly away."
ເມື່ອນັ້ນນ້ອງ ແລະ ອ້າຍເຮົາຈະໂບຍບິນໄປຈົນສຸດນະພາ

໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
then You and I would simply fly away
ຂ້ອຍຢາກຫົວວັກນີ້ຫຼາຍ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຂອງເຮົານ້ຳເນົ່າລະ
ຂອງທາງເທິງ ກະບໍ່ແພ້ກັນ (ຫຼືອາດຈະຫຼາຍກ່ອນ) ເນາະ 555+ :)

I believe in the IMPOSSIBLE

໙ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ

ແບບhardCoreສະເນາະ ລອງໆເບິ່ງ

ເອົາແມ໋! ຄັນຂ້ອຍຫາຍໂຕໄດ້ ຂ້ອຍຂໍໄປຢູ່ຂ້າງໆເຈົ້າ
ແລະນັບຈາກນີ້ ຂໍມີພຽງເຈົ້າສະເໝີໄປ
ເຊື່ອບໍ່ ຕໍ່ໃຫ້ໂລກຢຸດຫມຸນ ທຸກຢ່າງພັງທະລາຍ
ຂ້ອຍກໍພ້ອມຈະຢູ່ນຳກັນຈົນວິນາທີສຸດທ້າຍຂອງລົມຫາຍໃຈ
ແລະຖ້າເຖິງວັນທີ່ໂລກສະຫຼາຍ ຫມູ່ດາວຫາຍໄປ
ຈະເຫຼືອພຽງໃຈຂອງສອງເຮົາຊົ່ວນິລັນ

ຮາຮາ ແປແລ້ວ ກາກຳລັງຊອກບ່ອນຊື້ງຢູ່...

ທີ່ເພີ່ນທີ່ໂຕ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທຸກທ່ານ, ທຸກຄົນທີ່ເຂົ້າມາອ່ານແລະແປກັນຕາມຄວາມເຂົ້າໃຈຂອງໃຜມັນ.
ຜຂ ໃນນາມເຈົ້າຂອງກະທູ້ ເຫັນແລະເຂົ້າໃຈໃນເນື້ອເພັງອຳມະຕະເພັງນີ້ແຕ່ບໍ່ເຄີຍກ້າທີ່ຈະແປອອກມາເປັນພາສາອີ່ແມ່ໄດ້
ເພາະຄີດໄປວ່າ ຄວາມຮູ້ຄວາມເຂົ້າໃຈໃນຄວາມໜາຍອັນແທ້ຈິງຂອງເພັງນີ້ນັ້ນເປັນຢ່າງໃດແທ້.ບໍ່ຮູ້ເຖິງອາຣົມຂອງຜູ່ແຕ່ງທີ່ມີໃນຍາມແຕ່ງ
ຫັ້ນທັງວ່າເຂົາຮູ້ສຶກແນວໃດທີ່ແຕ່ງຂື້ນມາ.
ຄັ້ງໝຶ່ງນາຍຄູສອນວັນນະຄະດີຊາວຝຣັ່ງເສດທີ່ບອກສອນເຮົາໄວ້ວ່າ``ສິ່ງໃດທີ່ເຮົາອ່ານໄປ ແຕ່ບໍ່ຖືກໃຈຢ່າຟ້າວວ່າບົດຂຽນນັ້ນມັນບໍ່ດີ``.
ແລ້ວຕໍ່ປະໂຫຍກຄຳເວົ້ານີ້ຍັງຈື່ມາເທົ່າປານນີ້..ແມ່ນວ່າໃນວິຊານີ້ ບໍ່ເຄີຍໄດ້ຄະແນນເກີນສີບຈັກເທື່ອ(ແຕ່໑-໒໐).
ຈື່ງວ່າກ່ອນຈະແປພາສາອື່ນມາເປັນພາສາເຮົາ ຜຂ ເກັງໄປວ່າໂຕເອັງຍັງຂາດຄວາມສາມາດ.
ມັກເພັງນີ້ມາເກືອບເຄີ່ງສັຕຫວັດແລ້ວ ແຕ່ບໍ່ກ້າທີ່ຈະແປອອກມາເປັນແມ້ແຕ່ກອນ ເປັນພາສາລາວ ເພາະເກັງຈະບໍ່ຂື້ນ
ກັບສຽງກັບຕອນທີ່ຄວນໃຫ້ມີໃນການແປ..
ບາງຄົນກະແປໄດ້ໄວປານຈະຣວດ ໑ ນາທີ ແຕ່ໃນການແປນັ້ນມີຫຍັງເປັນທີ່ອອນຊອນໄດ້ແນ່ຫຼືບໍ?
ຜູ່ອ່ານການແປອອກມານັ້ນອອນຊອນໃຈໄດ້ສ່ຳໃດ?
ເຫັນຕໍ່ມາ ແມ່ນແຕ່ຈະເອົາແບບອີໂຣຊາ ກະເປັນພຽງການແປຕາມອັທຍາສັຍໃຜມັນຕາມຄວາມເຫັນຂອງໃຜມັນ..
ບໍ່ຕິໃຜທີ່ແປແບບນັ້ນຕາມໃຈຕົນ..ແຕ່ມາພິຈາຣະນານຳກັນເບິ່ງວ່າ ອັນທີ່ເຮົາເຫັນວ່າເປັນນ້ຳເໝົ່າຫັ້ນຄືຫຍັງ?
ຜຂ ບໍ່ເຂົ້າໃຈຄວາມໜາຍຂອງຄຳນີ້!
ນີ້ເປັນການສະຫຼູບແບບເຜິນໆ.
ຄີດວ່າຈະກັບມາຫາການແປຂອງແຕ່ລະຄົນໃນມື້ໝ້າ!
ຮັກແພງທຸກຄົນ.
ສີລປບໍ່ຂື້ນຢູ່ທີ່ຄວາມເຂົ້າໃຈແບບເຜິນໆຕ້ອງຮັກ, ຮັບຮູ້ແລະເຄົາຣົບຜົນງານຂອງຜູ່ອື່ນ.
ເພັງນີ້ ໂດ່ງດັງມາເກືອບເຄີ່ງສັຕຫວັດແລ້ວ!!
ມາຟັງເບິ່ງຕິ
http://www.youtube.com/watch?v=5a_4fBH_7dk

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ເອົາຂອງຈຂກທມາໃຫ້ເບີ່ງເເນ່
ມັນກະບໍ່ຍາກມີເເຕ່ອ່ານລະຍາກ ຮາກ

ຖ້າຫາກຄົນໆໜື່ງສາມາດຢູ່ສອງທີ່ເວລາດຽວກັນ
ຂ້ອຍຢາກຈະຢູ່ກັບເຈົ້າ
ມື້ອື່ນເເລະມື້ນື້ຢູ່ຂ້າງກາຍເຈົ້າຕະຫຼອດໄປ
ຖ້າຫາກວ່າໂລກຢູດໝູນ
ໝູນວຽນຊ້າໆລົງຈົນກວ່າຈະໂລກຈະສີ້ນໃຈ
ຢາກຈະໃຊ້ບັນປາຍສູດທ້າຍຮ່ວມກັບເຈົ້າ
ຕອນທີ່ໂລກຈະສູນດັບຫາຍຈາກໄປ
ດວງດາວເເຕ່ລະດວງຈະໝອດດັບ

ໃຊ້ເວລາເເປ1ນາທີໃຊ້ເວລາຕື່ມນ້ຳ(ເນົ່າ)1​0ນາທີ

ສະບາຍດີ 0J0I0M0,

ດີໃຈທີ່ມາແປແບບວ່າໄວກວ່າສຽງ.
ເຈົ້າຂອງກະທູ້ ບໍ່ທັນກ້າແປ ເພັງນີ້ໃຫ້ເປັນພາສາແມ່ຕົນ ແມ່ນແຕ່ໃຫ້ແກ່ໂຕເອັງ ມີພຽງຄວາມຮັບຮູ້ແລະເຂົ້າໃຈທີ່ມີນ້ອຍໆໃນສະໜອງຕົນ..
ຕ້ອງຂໍໂທດນຳທີ່ບໍ່ໄດ້ແປ ແລະກ້າແປມາໃຫ້ເຫັນ!
ຫວັງວ່າຄົງເຂົ້າໃຈຄວາມໜາຍແລະຄວາມຮູ້ສຶກຂອງ ຜຂ ຜູ້ດ້ອຍປັນຍາ.
ແມ່ນຫຍັງຄືນ້ຳເໝົ່າ?

ດ້ວຍໃຈ.
ແລະ
ຂອບໃຈທີ່ແປໃຫ້ຮູ້ນຳ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ເອົາຂອງຈຂກທມາໃຫ້ເບີ່ງເເນ່
ມັນກະບໍ່ຍາກມີເເຕ່ອ່ານລະຍາກ ຮາກ

ຖ້າຫາກຄົນໆໜື່ງສາມາດຢູ່ສອງທີ່ເວລາດຽວກັນ
ຂ້ອຍຢາກຈະຢູ່ກັບເຈົ້າ
ມື້ອື່ນເເລະມື້ນື້ຢູ່ຂ້າງກາຍເຈົ້າຕະຫຼອດໄປ
ຖ້າຫາກວ່າໂລກຢູດໝູນ
ໝູນວຽນຊ້າໆລົງຈົນກວ່າຈະໂລກຈະສີ້ນໃຈ
ຢາກຈະໃຊ້ບັນປາຍສູດທ້າຍຮ່ວມກັບເຈົ້າ
ຕອນທີ່ໂລກຈະສູນດັບຫາຍຈາກໄປ
ດວງດາວເເຕ່ລະດວງຈະໝອດດັບ
then You and I would simply fly away."
ເຈົ້າ&ຂ້ອຍຈະບີນອີດສະລະໄປໄກໆ

ໃຊ້ເວລາເເປ1ນາທີໃຊ້ເວລາຕື່ມນ້ຳ(ເນົ່າ)1​0ນາທີ

ຄີດວ່າໃນນ້ຳເໝົ່າທີ່ວ່ານີ້ ແມ່ນຫຍັງ?

ຂ້ອຍເອັງຄີດໄປວ່າໃນເນື້ອເພັງນີ້ ມີ ຄວາມຄີດແບບປຣັສຍາແອບແຝງຢູ່ ແຕ່ແນວຂ້ອຍບໍ່ຮູ້ເຖິງໄດ້ຈື່ງບໍ່ກ້າທີ່ຈະແປ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ລອງແປນຳ

ຖ້າຄົນເຮົາສາມາດຢູ່ສອງບ່ອນໄດ້ໃນເວລາດຽວກັນ

ຂ້ອຍກໍ່ຢາກຈະຢູ່ກັບເຈົ້າ

ທັງມື້ນີ້ແລະມື້ອື່ນໆ ຈະຢູ່ກັບເຈົ້າຕະຫຼອດໄປ

ຫາກວ່າໂລກນີ້ມັນຢຸດໝຸນ

ທຸກສິ່ງຈະສູນຫາຍໄປຢ່າງຊ້າໆ

ຂ້ອຍຂໍໃຊ້ວິນາທີສຸດທ້າຍທີ່ມີນີ້ກັບເຈົ້າ

ບໍ່ວ່າດວງດາວຈະມອດດັບໄປຈັກດວງກໍ່ຕາມ

ຈະຍັງມີແຕ່ເຈົ້າກັບຂ້ອຍຢູ່ນຳກັນສະເໝີ

(ນ້ຳເນົ່າໂພດຫຼືບໍ່ ແຫະໆ)

ສະບາຍດີປິກກີ້,

ຄີດວ່າການແປນີ້ ໃນຫ້ອງຮຽນຄົງໄດ້ຄແນນດີສົມຄວນ ແປພາສາ!
ແຕ່ຫາກແປພາສາສິລປແລ້ວບໍ່ຮູ້ນຳ!
ແຕ່ກະພູມໃຈທີ່ດຶງຄວາມສົນໃຈໄດ້.
ແລ້ວຄ່ອຍມາເວົ້າກັນໃຫ້ມ່ວນໆນໍ!ເທື່ອໝ້າ.

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຢາກຈະບອກ,
ຢາກຈະວອນວານ
ຢາກຈະຂໍຮ້ອງ ອອກມາແຮງໆ
ວ່າ:
ຊ່ອຍແປ ໃຫ້ເປັນພາສາລາວຢ່າງຊື້ງໆໃຫ້ແນ່!

``If,
.." if a man could be in two places at one time
I'd be with You
tomorrow and today, beside You all the way.
if the world should stop revolving
spinning slowly down to die
I'd spend the end with You
and when the world was through
then one by one the stars would all go out
then You and I would simply fly away."

ເພື່ອວ່າຈະໄດ້
ປຽບທຽບກັນວ່າຂອງໃຜມ່ວນກວ່າ
ແລະ
ມີສິລປທີ່ປະທັບໃຈ.

ຊິລອງເບິ່ງເດີລູງເດີ
ເອົາ…ຕັ້ງໃຈພະວັນນາ
ອ່ານໃຫ້ເປັນກາບກອນເດີ

ຖ້າຫາກ…
ຫາກຄົນເຮົາ ຢູ່ໄດ້ສອງບ່ອນ ຕອນດຽວກັນ
ຂ້ອຍຂໍເລືອກ ຄຽງຂ້າງຝັນ ຢູ່ກັບເຈົ້າ
ອະນາຄົດ ປັດຈຸບັນ ຄຽງຂ້າງກັນ ຢູ່ຄືເກົ່າ
ແໝນໂລກນີ້ ຕ້ອງຢຸດເຊົາ ສູນສະຫຼາຍ

ຈະຂໍໃຊ້ ວັນສຸດທ້າຍ ຢູ່ກັບເຈົ້າ
ເມື່ອໂລກນີ້ ລຸດຈາກເສົາ ເປົ່າລອຍຫາຍ
ຝູງໝູ່ດາວ ຄົງເລື່ອນລອຍ ຕາມກັນໄປ
ແລ້ວເຮົາຄົງໄດ້ ບິນໜີໄປ ຢ່າງເສລີ

ເປັນແນວໃດລູງ ກະຊິມີມົດມາຕອງຢູ່ເບາະນິ

ສະບາຍດີເກັດ,

ພໍດີໄດ້ຫຼານຊາຍຄົນໃໜ່ ລູກເຂີຍຢາກໃຫ້ໃສ່ຊື່ວ່າ ເກັດເຂັ່ຍກິຕານີ້ ແນມຫາພາສາລາວເຮົາບໍ່ພໍ້!!ເວນກັມ..

ເຫັນວ່າການແປທັງສຽງມີຄວາມໜາຍແລະມີສີລປໃນການແປ..
ການແປພາສາບໍ່ແມ່ນແຕ່ວ່າຕ້ອງໃຫ້ມັນໂຕຕໍ່ໂຕປານນັ້ນ ອີກຢ່າງແມ່ນການແປ ພາສາກາພແລະກອນຍິ່ງຍາກຫາກວ່າຄວາມຮູ້ໃນພາສາສອງພາສານັ້ນບໍ່ພຽງພໍ! ຊ້ຳຕື່ມການສອດຄ່ອງທາງອັກສອນແລະສຽງນາບຄູ່ກັນໄປ..
ເກັດນີ້ ສົມເປັນເກັດທີ່ລູກເຂີຍຢາກໄດ້ເປັນຊື່ຂອງລູກຊາຍ ແລະຂອງຫຼານລູງຕິນີ້!!
ຕ້ອງຝຶກຝົນຕໍ່ໄປ ..
ເຫັນວ່າ ແປໄດ້ມ່ວນແລະທັງເປັນກາພທີ່ໝ້າຮັກສຳຫຼັບເຈົ້າຂອງກະທູ້..

ອັນນີ້ຕ້ອງໃຫ້ອາຈານ ຂຽດຂາຄຳມາຊ່ອຍ ເທືອ່ໝ້າ..
ຂອບໃຈທີ່ອົດສາພະຍາຍາມ!!
ເທົາ, ຄືໄຄຫິນ ທີ່ຍັງບໍ່ທັນເໝົ່າ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Tuii ຂຽນວ່າ...
^
^
^
ໂຄດນ້ຳເນົ່າເລີຍ

ສະບາຍດີ ທຸລີ!

ຄົງບໍ່ເປັນທີ່ມັກແລະພໍໃຈໃນຄຳສັບທີ່ເກັບມາຂໍຮ້ອງຊ່ອຍໃຫ້ແປ..
ແມ່ນຄຳໃດເປັນໂຄດນ້ຳເໝົ່າ?
ຊ່ອຍບອກແນ່!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ຮູ້ວ່າຈະຖືກໃຈບໍ່ ແຕ່ເຮົາຈະລອງແປເບິ່ງ..

``If,
ຫາກແມ່ນວ່າ

.." if a man could be in two places at one time
ຖ້າຄົນເຮົາສາມາດຢູ່ໃນ ສອງເທສະ ໃນກາລະດຽວກັນ

I'd be with You
ອ້າຍນັ້ນຈະຂໍຢູ່ກັບນ້ອງ

tomorrow and today, beside You all the way.
ເພື່ອໄດ້ຄຽງຂ້າງນ້ອງບໍ່ວ່າຫົນທາງໃດ ໃນຮຸ່ງອະຣຸນວັນໃໝ່ ແລະ ໃນມື້ນີ້.

if the world should stop revolving
ຖ້າໂລການີ້ ຫຍຸດໝຸນອ້ອມ

spinning slowly down to die
ໝຸນຊອມຊ້າ ຈົນຊອມສິ້ນໄປ

I'd spend the end with You
ອ້າຍຈະຂໍໃຊ້ ວາຣະສຸດທ້າຍກັບແກ້ວຕາ

and when the world was through
ແລະ ເມື່ອໂລການີ້ຕ້ອງໄດ້ດັບລາ

then one by one the stars would all go out
ດວງດາລາ ຄ່ອຍຯສິ້ນແສງໄປ

then You and I would simply fly away."
ເມື່ອນັ້ນນ້ອງ ແລະ ອ້າຍເຮົາຈະໂບຍບິນໄປຈົນສຸດນະພາ

ສະບາຍດີນ້ອງເບລ,
ກະເປັນການແປທີ່ແນ່ນອນແຫຼະ ຫາກວ່າຈະເອົາຄະແນນຂອງການແປໃນການສອບເສັງພາສາອັງກິດນໍ..
ແປໄດ້ດີແລະກົງກັບຖ້ອຍຄຳນັ້ນໆ
ແຕ່ຫາກວ່າເຮົາຢາກຈະເອົາມາຮ້ອງເປັນເພັງຄືກັນກັບພາສາອັງກິດຈະໄດ້ບໍ? ຫັ້ນຕິຄືບັນຫາໃນການແປ ແບບມີສິລປ!
ໄດ້ເອົາເພັງ ``ອິຟ`` ນີ້ເຂົ້າມາໄວ້ໃຫ້ຟັງ..ແຕ່ຫຼາຍຄົນຄົງບໍ່ມັກ!!
ດີໃຈທີ່ດຶງຄວາມສົນໃຈໃນການແປແບບນີ້ໄດ້..
ຫວັງວ່າ ຈະມີໂອກາດໄດ້ອ່ານອີກຫຼາຍບົດແປ..
ເທົາ, ອັນດຽວກັບໄຄຫິນທີ່ຍັງສົດໆໆ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Tuii ຂຽນວ່າ...
^
^
^
ໂຄດນ້ຳເນົ່າເລີຍ

ເວົ້າຫັ້ນນ່າ
ຊິຕວັະກັນວ່າບໍ່ນ້ຳເນົ່າ ກະບໍ່ໄດ້ເນາະ

ມີເພັງລາວ ແຕ່ກ່ອນທີ່ທ່ານ ຄຳຫຼ້າ ໝໍ່ແກ້ວແຕ່ງແລະຮ້ອງປາງກ່ອນວ່າ:``ປາກຄົນບໍ່ຄືປາກໄຫ...``

ທໍ່ນີ້ແຫຼະ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Keoyaya ຂຽນວ່າ...
then You and I would simply fly away
ຂ້ອຍຢາກຫົວວັກນີ້ຫຼາຍ

ເປັນສິດທິຂອງໃຜມັນ!!
ແຕ່ບອກແນ່ວ່າເປັນຫຍັງຈື່ງຢາກຫົວ!!ໃຫ້ທຸກຄົນຮູ້ນຳກະດີ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ວ່າຂອງເຮົານ້ຳເນົ່າລະ
ຂອງທາງເທິງ ກະບໍ່ແພ້ກັນ (ຫຼືອາດຈະຫຼາຍກ່ອນ) ເນາະ 555+ :)

ໃຜວ່າໃຫ້?

ເຈົ້າກໍແປໄດ້ດີບໍ່ນ້ອຍໝ້າໃຜ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ iroza ຂຽນວ່າ...

ແບບhardCoreສະເນາະ ລອງໆເບິ່ງ

ເອົາແມ໋! ຄັນຂ້ອຍຫາຍໂຕໄດ້ ຂ້ອຍຂໍໄປຢູ່ຂ້າງໆເຈົ້າ
ແລະນັບຈາກນີ້ ຂໍມີພຽງເຈົ້າສະເໝີໄປ
ເຊື່ອບໍ່ ຕໍ່ໃຫ້ໂລກຢຸດຫມຸນ ທຸກຢ່າງພັງທະລາຍ
ຂ້ອຍກໍພ້ອມຈະຢູ່ນຳກັນຈົນວິນາທີສຸດທ້າຍຂອງລົມຫາຍໃຈ
ແລະຖ້າເຖິງວັນທີ່ໂລກສະຫຼາຍ ຫມູ່ດາວຫາຍໄປ
ຈະເຫຼືອພຽງໃຈຂອງສອງເຮົາຊົ່ວນິລັນ

ຮາຮາ ແປແລ້ວ ກາກຳລັງຊອກບ່ອນຊື້ງຢູ່...

ສະບາຍດີ ໄອໂຣຊາ,

ເປັນແບບ ຟຣີສະຕາຍ ແຕ່ໄດ້ຍິນສຽງຍາມອ່ານ
ໄດ້ຍິນສຽງແບບຮິປຮອປ..ຄີດວ່າເຈົ້າເຂົ້າໃຈວຣທີທີ່ເອົາສິ່ງໝຶ່ງໃຫ້ເກີດມີລັກສະນະທີ່ເຈົ້າມັກໄດ້
ເປັນປະສົບການໃໜ່ ແ່ເຈົ້າຂອງກະທູ້..
ຫາກຄົນອັງກິດຄົງຈະວ່າ:``ນອດແບດ, ແມນ``
ມັນວິທີການແປຂອງເຈົ້າ ທີ່ມີສິລໄປໃນໂຕ!!ແບບໝຶ່ງ!
ເອົາເພັງມາໃຫ້ຟັງນຳ ຫາກວ່າກັບມາຫາອ່ານຄຳເຫັນຂອງເຈົ້າຂອງກະທູ້!

http://www.youtube.com/watch?v=5a_4fBH_7dk&feature=related

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://www.youtube.com/watch?v=5a_4fBH_7dk&feature=related

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ບໍ່ຮູ້ວ່າຈະຖືກໃຈບໍ່ ແຕ່ເຮົາຈະລອງແປເບິ່ງ..

``If,
ຫາກແມ່ນວ່າ

.." if a man could be in two places at one time
ຖ້າຄົນເຮົາສາມາດຢູ່ໃນ ສອງເທສະ ໃນກາລະດຽວກັນ

I'd be with You
ອ້າຍນັ້ນຈະຂໍຢູ່ກັບນ້ອງ

tomorrow and today, beside You all the way.
ເພື່ອໄດ້ຄຽງຂ້າງນ້ອງບໍ່ວ່າຫົນທາງໃດ ໃນຮຸ່ງອະຣຸນວັນໃໝ່ ແລະ ໃນມື້ນີ້.

if the world should stop revolving
ຖ້າໂລການີ້ ຫຍຸດໝຸນອ້ອມ

spinning slowly down to die
ໝຸນຊອມຊ້າ ຈົນຊອມສິ້ນໄປ

I'd spend the end with You
ອ້າຍຈະຂໍໃຊ້ ວາຣະສຸດທ້າຍກັບແກ້ວຕາ

and when the world was through
ແລະ ເມື່ອໂລການີ້ຕ້ອງໄດ້ດັບລາ

then one by one the stars would all go out
ດວງດາລາ ຄ່ອຍຯສິ້ນແສງໄປ

then You and I would simply fly away."
ເມື່ອນັ້ນນ້ອງ ແລະ ອ້າຍເຮົາຈະໂບຍບິນໄປຈົນສຸດນະພາ

ສະບາຍດີນ້ອງເບລ,
ກະເປັນການແປທີ່ແນ່ນອນແຫຼະ ຫາກວ່າຈະເອົາຄະແນນຂອງການແປໃນການສອບເສັງພາສາອັງກິດນໍ..
ແປໄດ້ດີແລະກົງກັບຖ້ອຍຄຳນັ້ນໆ
ແຕ່ຫາກວ່າເຮົາຢາກຈະເອົາມາຮ້ອງເປັນເພັງຄືກັນກັບພາສາອັງກິດຈະໄດ້ບໍ? ຫັ້ນຕິຄືບັນຫາໃນການແປ ແບບມີສິລປ!
ໄດ້ເອົາເພັງ ``ອິຟ`` ນີ້ເຂົ້າມາໄວ້ໃຫ້ຟັງ..ແຕ່ຫຼາຍຄົນຄົງບໍ່ມັກ!!
ດີໃຈທີ່ດຶງຄວາມສົນໃຈໃນການແປແບບນີ້ໄດ້..
ຫວັງວ່າ ຈະມີໂອກາດໄດ້ອ່ານອີກຫຼາຍບົດແປ..
ເທົາ, ອັນດຽວກັບໄຄຫິນທີ່ຍັງສົດໆໆ!!

ທຳອິດເຮົາຄິດວ່າມັນແມ່ນກອນ..
ແຕ່ຫາກະຮູ້ວ່າມັນແມ່ນເພງ..
ຫຼັງຈາກໄດ້ຟັງເພງນີ້ແລ້ວ..
ເຮົາວ່າເປັນເພງທີ່ມ່ວນຫຼາຍ..
ພໍຫຼັງຈາກໂຫຼດເນື້ອເພງມາອ່ານແລ້ວ..
ຮູ້ສຶກວ່າເນື້ອຫາມີຄວາມໂຣແມນຕິກຫຼາຍ ຍິ່ງບວກກັບທຳນອງເພງແລ້ວຍິ່ງຮູ້ສຶກຂຶ້ນຕື່ມ..
ແຕ່ທີ່ຈະໃຫ້ແປໄດ້ກົງເປະ! ທຸກໂນ໊ຕນັ້ນບໍ່ອາດຈະເຮັດໄດ້ປານໃດ..
ເຮົາພະຍາຍາມແປລະມັນກະຍັງບໍ່ເຂົ້າທີ່ເຂົ້າທາງຫຍັງເລີຍ..
ເຮົາວ່າເນື້ອຮ້ອງທີ່ເປັນພາສາອັງກິດນິດີແລ້ວ..
ບໍ່ໄປແປມັນເລີຍນໍ້..

ຫຼາຍຄົນຄົງບໍ່ພໍໃຈໃນຄຳຕອບຂອງອ້າຍ..ແຕ່ບໍ່ແມ່ນວ່າກັ່ນແກ້ງຫຼືວ່າໃຜບໍ່ມີຄວາມສາມາດ, ທຸກຄົນມີຄວາມຮູ້ທາງພາສາອັງກິດດີ.
ແຕ່ການທີ່ຈະແປແລະເປັນນກັແປອາຊີບນີ້ຍາກ
ເຄີຍແປ ແບບ ປາກຕໍ່ປາກ, ແປ `` ແບບທັນທີທັນໃດຫັ້ນກະເຄີຍ ແຕ່ບໍ່ກ້າຮັບປາກວ່າສາມາດແປໄດ້ດີ!!
ເພາະໂຕ່ງໂຕຍທັງແວດວົງຂອງພາສາມັນແສນສັບສົນ ເບິ່ງຄືວ່າງ່າຍໆແຕ່ແລ້ວມັນຄົນລະເຣື້ອງກະມີ ດັ່ງເທື່ອໝຶ່ງນັກແປອາຊີບທີ່ແປ ຄຳເວົ້າ ໄດອາລອກໃນໝັງຫັ້ນ ມີວ່າ ກ່ຽວກັບອາຫານ...ທີ່ໃນຟີມບອກວ່າອຫານແຖວອາຊີດັ່ງໃນເມນູຂອງອາຫານໄທ ເປັນຕົ້ນ ຄຳວ່າ ``hot" ບໍ່ໄດ້ໜາຍຄວາມວ່າຮ້ອນສເມິໄປນໍ ວ່າບໍ!! ມັນຍັງມີຄວາມໜາຍວ່າເຜັດນຳອີກ!!
ຈັ່ງຊີ້ແຫຼ້ວຈຶ່ງວ່າ ຍາກ.
ເຂົ້າໃຈເຈຕນາຂອງນ້ອງ.
ບໍ່ເປັນຫຍັງດອກ ຄີດວ່າບົດສົນທະນາບົດນີ້ຄົງບໍ່ມີໃຜມາຕໍ່ດອກອ້າຍວ່າ ມັນອາຈພາໃຫ້ຫຼາຍຄົນສົງສັຍໃນຄວາມສາມາດຂອງຕົນໄດ້..
ແຕ່ກະເຊື່ອວ່າຍັງມີໜູ່ຄູ່ຜູ່ທີ່ສາມາດແທ້ໆມາແປສູ່ກັນຟັງ..
ຮັກແລະຫວັງ...

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາລອງແປເບິ່ງແລ້ວ..
ແຕ່ມັນບໍ່ກົງກັບໂນ໊ຕເພງເລີຍ..
ເພາະບາງຄຳເວລາແປອອກມາຊ້ຳພັດຍາວກວ່າ..
ຄັນສິຕັດຄຳໃດຄຳໜຶ່ງອອກຊ້ຳພັດບໍ່ໄດ້ຄວາມໝາຍ..
ເຮົາຍອມເລີຍ.. ຍາກແທ້ຯ..

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເຮົາລອງແປເບິ່ງແລ້ວ..
ແຕ່ມັນບໍ່ກົງກັບໂນ໊ຕເພງເລີຍ..
ເພາະບາງຄຳເວລາແປອອກມາຊ້ຳພັດຍາວກວ່າ..
ຄັນສິຕັດຄຳໃດຄຳໜຶ່ງອອກຊ້ຳພັດບໍ່ໄດ້ຄວາມໝາຍ..
ເຮົາຍອມເລີຍ.. ຍາກແທ້ຯ..

ການແປກາພກອນ ຫຼືບົດເພັງບໍ່ວ່າຕ້ອງໃຫ້ຄຶກັນໜົດໄດ໊ອ້າຍວ່າ
ຕ້ອງຄັດຕອນກັນຄັກແນ່ແລ້ວບໍ່ແລ້ວຍັງໃຫ້ມີສຽງເຂົ້າປະສົມປະສານກັນຄັກແນ່.
ແຕ່ບົດແປຂອງນ້ອງກະໄດ້ດີ ແຕ່ດຽວນີ້ອ້າຍຍັງບໍ່ມີອາຣົມທີ່ຈະດັດແປງຫຼືຕື່ມເຕີມຫຼືແກ້ໄຂເພາະຍັງໄອຄຶກ໊ໆຢູ່ທັງຂີ້ມູກຍ້ອຍຢູ່..
ບາດແລ້ວຈະກັບໄປອ່ານຄືນໃໜ່ແລະເບິ່ງຄັກໆແລ້ວຄ່ອຍວ່າກັນ.
ຮັກແພງ.

ໄດ້ເຂົ້າເບິ່ງເພັງຂອງ ທ່ານຄຳເຕີມແລ້ວບໍ?
ອ້າຍຫາກໍຮູ້ວ່າເພິ່ນກໍແຕ່ງເພັງເອັງນຳ ມີເພັງໝຶ່ງທີ່ ມັກສຸດໃຈ ຄືເພັງ:
``ສວນດອກໄມ້ໃນອະດີດ``
ທີ່ ຄຳເຕີມຊານຸບານແຕ່ງເອັງ,ຮ້ອງເອັງ!

ຍັງບໍ່ໄດ້ຟັງນະ..
ເຮົາຊອກຢູ່ຍູທູບວ໌ກະບໍ່ເຫັນ..
ໃນໃບລານກະບໍ່ມີນະ..

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຢາກຈະບອກ,
ຢາກຈະວອນວານ
ຢາກຈະຂໍຮ້ອງ ອອກມາແຮງໆ
ວ່າ:
ຊ່ອຍແປ ໃຫ້ເປັນພາສາລາວຢ່າງຊື້ງໆໃຫ້ແນ່!

``If,
.." if a man could be in two places at one time
I'd be with You
tomorrow and today, beside You all the way.
if the world should stop revolving
spinning slowly down to die
I'd spend the end with You
and when the world was through
then one by one the stars would all go out
then You and I would simply fly away."

ເພື່ອວ່າຈະໄດ້
ປຽບທຽບກັນວ່າຂອງໃຜມ່ວນກວ່າ
ແລະ
ມີສິລປທີ່ປະທັບໃຈ.

ຊິລອງເບິ່ງເດີລູງເດີ
ເອົາ…ຕັ້ງໃຈພະວັນນາ
ອ່ານໃຫ້ເປັນກາບກອນເດີ

ຖ້າຫາກ…
ຫາກຄົນເຮົາ ຢູ່ໄດ້ສອງບ່ອນ ຕອນດຽວກັນ
ຂ້ອຍຂໍເລືອກ ຄຽງຂ້າງຝັນ ຢູ່ກັບເຈົ້າ
ອະນາຄົດ ປັດຈຸບັນ ຄຽງຂ້າງກັນ ຢູ່ຄືເກົ່າ
ແໝນໂລກນີ້ ຕ້ອງຢຸດເຊົາ ສູນສະຫຼາຍ

ຈະຂໍໃຊ້ ວັນສຸດທ້າຍ ຢູ່ກັບເຈົ້າ
ເມື່ອໂລກນີ້ ລຸດຈາກເສົາ ເປົ່າລອຍຫາຍ
ຝູງໝູ່ດາວ ຄົງເລື່ອນລອຍ ຕາມກັນໄປ
ແລ້ວເຮົາຄົງໄດ້ ບິນໜີໄປ ຢ່າງເສລີ

ເປັນແນວໃດລູງ ກະຊິມີມົດມາຕອງຢູ່ເບາະນິ

ສະບາຍດີເກັດ,

ພໍດີໄດ້ຫຼານຊາຍຄົນໃໜ່ ລູກເຂີຍຢາກໃຫ້ໃສ່ຊື່ວ່າ ເກັດເຂັ່ຍກິຕານີ້ ແນມຫາພາສາລາວເຮົາບໍ່ພໍ້!!ເວນກັມ..

ເຫັນວ່າການແປທັງສຽງມີຄວາມໜາຍແລະມີສີລປໃນການແປ..
ການແປພາສາບໍ່ແມ່ນແຕ່ວ່າຕ້ອງໃຫ້ມັນໂຕຕໍ່ໂຕປານນັ້ນ ອີກຢ່າງແມ່ນການແປ ພາສາກາພແລະກອນຍິ່ງຍາກຫາກວ່າຄວາມຮູ້ໃນພາສາສອງພາສານັ້ນບໍ່ພຽງພໍ! ຊ້ຳຕື່ມການສອດຄ່ອງທາງອັກສອນແລະສຽງນາບຄູ່ກັນໄປ..
ເກັດນີ້ ສົມເປັນເກັດທີ່ລູກເຂີຍຢາກໄດ້ເປັນຊື່ຂອງລູກຊາຍ ແລະຂອງຫຼານລູງຕິນີ້!!
ຕ້ອງຝຶກຝົນຕໍ່ໄປ ..
ເຫັນວ່າ ແປໄດ້ມ່ວນແລະທັງເປັນກາພທີ່ໝ້າຮັກສຳຫຼັບເຈົ້າຂອງກະທູ້..

ອັນນີ້ຕ້ອງໃຫ້ອາຈານ ຂຽດຂາຄຳມາຊ່ອຍ ເທືອ່ໝ້າ..
ຂອບໃຈທີ່ອົດສາພະຍາຍາມ!!
ເທົາ, ຄືໄຄຫິນ ທີ່ຍັງບໍ່ທັນເໝົ່າ!

ລູງເທົາ,
ຂອບໃຈສຳລັບຄຳຊົມ ແລະ ຄຳວິຈານ
"ເກັດ" ມີຫຼາຍຄວາມໝາຍ ເຊັ່ນ: ເກັດກິຕ້າ(ຄືລູງວ່າ), ເກັດປາ, ເກັດລະເບີດ, ເກັດເຂົ້າ(ກິນເຂົ້າເປືອກ)...

doiy...

I believe in the IMPOSSIBLE

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>