ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຕາທິບມີຈິງ(ທິພະຈັກຂຸ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາທິບມີຈິງ(ທິພະຈັກຂຸ)
ຕາມພຸດທະປະວັດກ່າວວ່າ “ພຣະປັນຈະວັກຄີທັງ ໕” ໄດ້ທອດຖິ້ມພຣະສະມະນະສາກະຍະມຸນີ ໜີໄປກ່ອນທີ່ພຣະອົງຈະໄດ້ຕັດສະຮູ້ແລ້ວ, ເມື່ອພຣະອົງຕັດສະຮູ້ແລ້ວກໍສະເດັດໄປໂຜດພຣະປັນຈະວັກ ຄີ ເຊິ່ງຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະວັນ ເມື່ອງພາຣານະສີ ເຊິ່ງເປັນໄຣຍະທາງທີ່ໃກຈາກທີ່ປະ ທັບພຣະອົງທີ່ສຸດ ພຣະອົງຊົງຮູ້ໄດ້ຢ່າງໃດວ່າ ພຣະປັນຈະວັກຄີຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະ ວັນນັ້ນ ແລະພຣະອົງກໍສະເດັດໄປໂຜດປັນຈະວັກຄີທີ່ນັ້ນໄດ້ຢ່າງຖືກທີ່ ?.

ມີພຸດທະດຳຣັດຕອບວ່າ “ດູກອນ ພິກຂຸທັງຫຼາຍ…ເຮົາຈຶ່ງຄິດວ່າ ເຮົາຈັກສະແດງທັມເປັນຄັ້ງ ແຮກແກ່ໃຜນໍ ? ໃຜຈັກຮູ້ແຈ້ງໃນທັມນີ້ໄດ້ໂດຍໄວ ເຮົາຈຶ່ງຄິດວ່າປັນຈັກວະຄີຍະທີ່ໄດ້ອຸປັດຖາກເຮົາຜູ້ກຳ ລັງພໍ່າເພັງພຽນຢູ່ ເປັນຜູ້ມີອຸປະກາລະແກ່ເຮົາຫຼາຍ໌ ຖ້າຢ່າງນັ້ນ ເຮົາເພິ່ງສະແດງທັມແກ່ພວກເຂົາ ເຮົາກໍ ຮູ້ໄດ້ວ່າ ພິກຂຸປັນຈະວັກຄີຍະ ຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະວັນ ເຂດນະຄອນພາຣານະສີ ດ້ວຍ ທິພພະຈັກຂຸທີ່ບໍຣິສຸດ ລ່ວງຈັກຂຸຂອງມະນຸດ ຄັນເຮົາຢູ່ທີ່ຕາແສງອຸຣຸເວລາພໍສົມຄວນແລ້ວ ຈຶ່ງໄດ້ອອກ ຈາຣີກໄປເມືອງພາຣານະສີ”.

ຈາກພຸດທະພົດນີ້ ໄດ້ຢັ້ງຢືນໄດ້ຈະແຈ້ງວ່າ “ທິພະຈັກຂຸ ຫຼືຕາມທິບນັ້ນມີຈິງ” ເນື່ອງຈາກໄລຍະ ທາງຈາກຕາແສງອຸຣຸເວລານິຄົມ ໄປຫາປ່າອິສິປະຕະນະມະຣິກຄະທາຍະວັນ ເຂດນະຄອນພາຣານະສີ ນັ້ນ ມີໄລຍະທາງຍາວໄກເຫຼືອເກີນ, ຫາກມາທຽບໃສ່ສະໄໝປັດຈຸບັນອາດຊິມີຄວາມງ່າຍຂຶ້ນໃນການ ຊອກຫາ ບໍ່ວ່າຈະເປັນການສື່ສານທາງການຄົມມະນາຄົມ, ການສື່ສານສາຣະສົນເທດອື່ນໆ, ແຕ່ໃນສະ ໄໝນັ້ນ ເປັນເຣື່ອງສຸດວິໄສສຳລັບຄົນທຳມະດາສາມັນ, ແມ່ນແຕ່ຄົນໃນຍຸກນີ້ການສືສານກວ້າງຂວາງ ແລະຫຼວງຫຼາຍໃຫ້ເລືອກໃຊ້ ກໍຍັງຮູ້ໄດ້ໂດຍຍາກແລ້ວ ດັ່ງທີ່ເຮົາຮູ້ນຳກັນ, ແຕ່ພຣະພຸດທະເຈົ້າກໍຮູ້ໄດ້ ໂດຍທິພະຈັກຂຸຍານ ດ່ັງທີ່ພຣະອົງໄດ້ມີພຸດທະດຳຣັດໄວ້.

ປາຣາສິສູຕຣ໌ ມູ. ມ. (໓໒໔)
ຕບ. ໑໒ : ໓໒໘ ຕທ.໑໒ : ໒໖໙

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ພາສາແປຍາກຫລາຍ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ຄັນຢາກໃຫ້ໄວລຸ້ນເຂົ້າໃຈໃນທັມມະກະບໍ່ຄວນໃຊ້ສັບທີ່ເຂົ້າໃຈຍາກຫຼາຍ ເມື່ອອ່ານແລ້ວບໍ່ເຂົ້າໃຈເຂົາກໍ່ຈະຄິດວ່າມັນໜ້າເບື່ອ ຈັ່ງຊັ້ນແຫຼະຄົນລຸ້ນໃໝ່ຈື່ງບໍ່ຄ່ອຍສົນໃຈທັມມະພໍຊ່ຳໃດ ຂ້ອຍເຂົ້າມາກະຕັ້ງໃຈສິອ່ານຢູ່ ອ່ານໄປອ່ານມາບໍ່ເຂົ້າໃຈເລີຍເຊົາຊ້ຳ



໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຢາກໃຫ້ໄວລຸ້ນເຂົ້າໃຈໃນທັມມະກະບໍ່ຄວນໃຊ້ສັບທີ່ເຂົ້າໃຈຍາກຫຼາຍ ເມື່ອອ່ານແລ້ວບໍ່ເຂົ້າໃຈເຂົາກໍ່ຈະຄິດວ່າມັນໜ້າເບື່ອ ຈັ່ງຊັ້ນແຫຼະຄົນລຸ້ນໃໝ່ຈື່ງບໍ່ຄ່ອຍສົນໃຈທັມມະພໍຊ່ຳໃດ ຂ້ອຍເຂົ້າມາກະຕັ້ງໃຈສິອ່ານຢູ່ ອ່ານໄປອ່ານມາບໍ່ເຂົ້າໃຈເລີຍເຊົາຊ້ຳ
ຍິ່ງເປັນໄວຣຸ້ນ ກໍຍິ່ງຮຽນພາສາຢາກໆໄວ້ ບາດເຖິງທີ່ຍາກມັນຈະຮູ້ທັນຄວາມຍາກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໖໔໙ ໂພສ
ຊຳນານການເວັບບອດ
ທັມມະຄັນເຂົ້າໃຈກໍ່ສາມາດເອົາມາໃຊ້ໃນຊີວິດປະຈຳວັນໄດ້ ແຕ່ຄັນ ຮູ້ ທັມມະແຕ່ ບໍ່ເຂົ້າໃຈ ກໍ່ບໍ່ມີຄວາມໝາຍ ເຫັນໄວຣຸ້ນຈັກຄົນແດ່ທີ່ເຂົ້າວັດຟັງທັມທຸກມື້ ນອກຈາກຄົນສູງອາຍຸ ຜູ້ເຖົ້າເພີ່ນເຂົ້າວັດກໍ່ຍ້ອນວ່າຫາທີ່ຍືດໜ່ຽວຈິດໃຈ ເພີ່ນຮູ້ເພີ່ນມີປະສົບການແລ້ວວ່າອັນໃດຖືກໃດຜິດ ອັນໃດບາບໃດບຸນ ແຕ່ໄວຄະນອງບໍ່ທັນສົນໃຈເລື້ອງວ່າບາບວ່າບຸນເທື່ອລະຄັນແຮງເຮັດໃຫ້ເຂົ້າໃຈຍາກແຮງບໍ່ຢາກສົນໃຈ ກະຄືນັກຮຽນເປັນຫຍັງຈື່ງໂຕນຮຽນ ກະຍ້ອນວ່າບໍ່ມັກວິຊານັ້ນ ໜ້າເບື່ອບໍ່ເຂົ້າໃຈຈື່ງບໍ່ຢາກເຂົ້າຫ້ອງ ແຕ່ຄັນເຂົ້າໃຈກໍ່ສາມາດນຳມາໃຊ້ເປັນປະໂຫຍດໄດ້ ກະຄືກັນກັບທັມມະ



໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຂົ້າໃຈຈຸດໃດກໍຖາມມາ
ມັນຕ້ອງຮຽນພາສາ ເພື່ອຮູ້ພາສາທັມມະ
ຄັນຢາກເຫັນທັມມະ ກໍປະຕິບັດທັມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ພຣະປັນຈະວັກຄີ ພຣະສະມະນະສາກະຍະມຸນີ ຈະວັກ ຄີ ປ່າອິສິປະຕະນະມະຣິກຄະທາຍະວັນ ............ອາຈານຊ່ວຍອະທິບາຍຄຳສັບພວກນີ້ໃຫ້ຂ້ານ້ອຍແດ່....ຂ້ານ້ອຍບໍ່ເຂົ້າໃຈ

(◕‿◕)ເສັ້ນທາງແຫ່ງຊີວິດ( ◕‿-。)...☆

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ໂອ໋ ຢ່າງນີ້ນີ້ເອງ ແລ້ວຫຼັງຈາກສະແດງທັມໃຫ້ ພຣະປັນຈະວັກຄີທັງ ໕ ແລ້ວບັນລຸທັມໝົດບໍ່?


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຣະປັນຈະວັກຄີ

- ຜູ້ບຳເພັງທັມ ຄືສະຫຼະຕົນອອກບວດເປັນນັກພົດ ເພື່ອຕິດຕາມເບິ່ງແຍງພຣະມະຫາບູຣຸດ(ພຣະສິດທັດຖະ) ມີຈຳນວນ ໕ ຄົນທີ່ຮຽກວ່າ ປັນຈະ-ວັກຄີຍະ



- ພຣະສະມະນະສາກະຍະມຸນີ ນາມໜຶ່ງຂອງພຣະພຸດທະເຈົ້າ



- ປ່າອິສິປະຕະນະມະຣິກຄະທາຍະວັນ ປ່າໜຶ່ງທີ່ທີ່ປັນຈະວັກຄີໜີໄປຢູ່ ຮຽກວ່າ ປ່າທີ່ມີກວງຫຼາຍ(ເປັນຊື່ປ່າ)



ຕ້ອງອ່ານພຸດທະປະຫວັດເພີ່ມຕື່ມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຕາທິບມັນຕັ້ງດີຫຼາຍເນາະ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແທ້ຫວາ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxFxX ຂຽນວ່າ...
ມີແທ້ຫວາ


ປາຣາສິສູຕຣ໌ ມູ. ມ. (໓໒໔)
ຕບ. ໑໒ : ໓໒໘ ຕທ.໑໒ : ໒໖໙

ເທິງນັ້ນແມ່ນ ອ້າງອິງມາຈາກພຣະໄຕຣປິດົກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒